ຟີລິບປິນ ຈະເຮັດຝົນທຽມພາຍຫລັງ ເອລນີໂຍ ສົ່ງຜົນກະທົບ ຕໍ່ການຜະລິດເຂົ້າ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ນັກຂ່າວ ຟີລິບປິນ ລາຍງານວ່າ: ກະຊວງກະສິກຳ ຂອງ ຟີລິບປິນ ກຽມນຳໃຊ້ ເຕັກໂນໂລຊີ ເພາະເມກ (cloud seeding) ຫລື ເຮັດຝົນທຽມ ຢູ່ແຂວງອິຊາເບລາ (Isabela) ໃນເດືອນນີ້ ເນື່ອງຈາກ ປາກົດການ ເອລນີໂຍ (El Niño) ຍັງຄົງສົ່ງຜົນກະທົບ ຕໍ່ຜົນຜະລິດ ທາງການກະສິກຳ ເຮັດໃຫ້ພື້ນທີ່ໃນນາເຂົ້າ ທີ່ ຮັບນ້ຳຈາກ ລະບົບ ຊົນລະປະທານ ແມ່ນ້ຳມາກັດ ແຫ້ງແລ້ງ ປະມານ 31.000 ເຮັກຕາ (ປະມານ 194,000 ໄຮ່).
ໜ່ວຍງານ ລັດຖະບານ ທ້ອງຖິ່ນ ຟິລິບປີນ ໄດ້ເລີ່ມ ໃຫ້ການຊ່ວຍເຫລືອ ສຸກເສີນ ໃຫ້ແກ່ ຊາວກະສິກອນ ທີ່ໄດ້ຮັບຜົນກະທົບ. ສ່ວນເຈົ້າໜ້າທີ່ ກະສິກຳ ໃນທ້ອງຖິ່ນ ກໍໄດ້ຮັບຄຳສັ່ງ ໃຫ້ເລັ່ງກວດສອບ ພື້ນທີ່ ການກະສິກຳ ທີ່ໄດ້ຮັບຄວາມເສຍຫາຍ ເພື່ອເລັ່ງ ຂະບວນການ ໃຫ້ການຊ່ວຍເຫລືອ.
ນອກຈາກນີ້, ກະຊວງ ກະສິກຳ ຍັງໄດ້ຈັດສັນ ແນວພັນ ຖົ່ວຂຽວ ໃຫ້ແກ່ ຊາວກະສິກອນ ຫລາຍພັນຄົນ ແລະ ພວມກະກຽມເບ້ຍພືດ ທີ່ ທົນແລ້ງຊະນິດອື່ນໆ ເຊັ່ນ: ໝາກໂມ, ສາລີ ແລະ ຫົວຫອມໃຫຍ່ ເພື່ອຊ່ວຍໃຫ້ຊາວກະສິກອນ ມີລາຍໄດ້ ໃນລະຫວ່າງ ທີ່ ນ້ຳໃນຊົນລະປະທານ ຍັງຄົງມີຈຳກັດ.
ການເຄື່ອນໄຫວ ເຮັດຝົນທຽມ ແລະ ການໃຫ້ການ ຊ່ວຍເຫລືອ ສຸກເສີນນີ້ ມີຈຸດປະສົງ ເພື່ອເພີ່ມ ປະລິມານນ້ຳຝົນ, ຫລຸດຜ່ອນ ຄວາມເສຍຫາຍ ຂອງ ຜົນຜະລິດ ແລະ ບັນເທົາຜົນກະທົບ ຕໍ່ການດຳລົງຊີວິດ ຂອງຊາວກະສິກອນ ໃນຂະນະທີ່ ພາວະແຫ້ງແລ້ງ ໃນຟີລິບປິນ ຍັງຄົງແກ່ຍາວ./.
