ຣັດເຊຍ ຢຸດຕິການສົ່ງອອກນໍ້າມັນກະຊວນ
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງລອນດອນ ປະເທດອັງກິດວ່າ: ການຢຸດຕິ ການສົ່ງອອກນ້ຳມັນ ກະຊວນ ຂອງ ຣັດເຊຍ ເຊິ່ງເປັນ ຜູ້ສົ່ງອອກ ລາຍໃຫຍ່ ອັນດັບສອງ ຂອງໂລກ ໄດ້ຊ້ຳເຕີມພາວະ ການສະໜອງ ຂາດແຄນຂຶ້ນ ແລະ ຄວາມຕຶງຄຽດ ໃນເຂດຕາເວັນອອກກາງ ສົ່ງຜົນໃຫ້ ລາຄາ ນໍ້າມັນກະຊວນ ເພີ່ມສູງຂຶ້ນ ພ້ອມທັງ ສ້າງແຮງກົດດັນ ຕໍ່ຂະແໜງ ການຂົນສົ່ງ, ອຸດສາຫະກຳ ແລະ ເສດຖະກິດໂລກ.
ຣັດເຊຍ ປະກາດ ຢຸດຕິ ການສົ່ງອອກ ນ້ຳມັນກະຊວນ ສົ່ງຜົນໃຫ້ ຕະຫລາດ ພະລັງງານໂລກ ຕ້ອງຜະເຊີນກັບຄວາມຜັນຜວນ ຢ່າງໜັກ ໂດຍລາຄານ້ຳມັນ ກະຊວນ ເພີ່ມສູງຂຶ້ນ. ເຖິງແມ່ນວ່າ ໃນຫລາຍປະເທດ ທີ່ບໍ່ໄດ້ຊື້ນ້ຳມັນ ກະຊວນຈາກ ຣັດເຊຍ ໂດຍກົງແລ້ວກໍຕາມ. ນ້ຳມັນກະຊວນ ເປັນເຊື້ອໄຟ ທີ່ ສຳຄັນ ຂອງ ຂະແໜງ ອຸດສາຫະກຳ, ການຂົນສົ່ງ, ການກະສິກຳ ແລະ ການຜະລິດໄຟຟ້າ ເຮັດໃຫ້ ການປັບຕົວຂຶ້ນ ຂອງ ລາຄາມີທ່າອຽງ ສົ່ງຜົນກະທົບ ຕໍ່ເສດຖະກິດໂລກ ເປັນວົງກວ້າງ.
ປັດຈຸບັນ, ຣັດເຊຍ ເປັນຜູ້ສົ່ງອອກ ນ້ຳມັນກະຊວນ ລາຍໃຫຍ່ອັນດັບສອງຂອງໂລກ ຖັດຈາກ ສ.ອາເມລິກາ ໂດຍກ່ອນໜ້ານີ້ ການສົ່ງອອກ ໄດ້ຢຸດຈຶ້ງ ຈາກ ບັນຫາການຂາດ ແຄນເຊື້ອໄຟ ພາຍໃນ ປະເທດ ຫລັງຈາກ ໂຮງກັ່ນຫລາຍແຫ່ງ ໄດ້ຖືກໂດຣນ ຂອງ ອູແກຣນ ໂຈມຕີ./
