ແມ່ຍິງ-ເດັກຍິງ ອາຟະການິດສະຖານ ຕ້ອງການຄວາມຊ່ວຍເຫລືອ ມະນຸດສະທຳ ຫລາຍກວ່າ 10,7 ລ້ານຄົນ

16/07/2026 17:26
Email Print 83
KPL - Asean 2024 ຫ້ອງການ ປະສານງານ ດ້ານມະນຸດສະທຳ ແຫ່ງສະຫະປະຊາຊາດ (OCHA) ປະຈຳ ອາຟະການິດສະຖານ ເປີດເຜີຍວ່າ: ແມ່ຍິງ ແລະ ເດັກຍິງ ໃນອາຟະການິດສະຖານ ຫລາຍກວ່າ 10,7 ລ້ານຄົນ ມີຄວາມຈຳເປັນ ຕ້ອງໄດ້ຮັບຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ໃນປີ 2026.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ຫ້ອງການ ປະສານງານ ດ້ານມະນຸດສະທຳ ແຫ່ງສະຫະປະຊາຊາດ (OCHA) ປະຈຳ ອາຟະການິດສະຖານ ເປີດເຜີຍວ່າ: ແມ່ຍິງ ແລະ ເດັກຍິງ ໃນອາຟະການິດສະຖານ ຫລາຍກວ່າ 10,7 ລ້ານຄົນ ມີຄວາມຈຳເປັນ ຕ້ອງໄດ້ຮັບຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ໃນປີ 2026.

ໂດຍຂໍ້ມູນ ຈາກ OCHA ລະບຸວ່າ: ແມ່ຍິງ ແລະ ເດັກຍິງ ຍັງຄົງເປັນກຸ່ມ ທີ່ໄດ້ຮັບຜົນກະທົບ ໜັກໜ່ວງທີ່ສຸດ ຈາກ ວິກິດການ ດ້ານມະນຸດສະທຳ ຂອງ ປະເທດ ທ່າມກາງ ຄວາມຕ້ອງການ ຄວາມຊ່ວຍເຫລືອ ທີ່ ເພີ່ມຂຶ້ນ ທັງໃນດ້ານສາທາລະນະສຸກ, ການຄຸ້ມຄອງ ແລະ ການບໍລິການ ພື້ນຖານທີ່ຈຳເປັນ.

ໂດຍສະເພາະ ການຂາດແຄນ ບຸກຄະລາກອນ ສາທາລະນະສຸກ ທີ່ເປັນແມ່ຍິງ ປະກອບກັບ ງົບປະມານ ສະໜັບສະໜູນ ທີ່ຫລຸດລົງ ແລະ ຂໍ້ຈຳກັດ ໃນການເຂົ້າເຖິງ ການບໍລິການ ສາທາລະນະສຸກ ກຳລັງສ້າງແຮງ ກົດດັນ ຕໍ່ລະບົບການບໍລິການ ສຸຂະພາບ ແມ່ຍິງຂອງ ອາຟະການິດສະຖານ ຫລາຍຂຶ້ນ.

ບັນຫາດັ່ງກ່າວ ໄດ້ເພີ່ມຄວາມກັງວົນວ່າ ອັດຕາ ການເສຍຊີວິດ ຂອງ ແມ່ຍິງ ແລະ ທາລົກເກີດໃໝ່ ອາດຈະສູງຂຶ້ນ ພ້ອມທັງ ເນັ້ນໜັກເຖິງ ຄວາມຈຳເປັນ ໃນການ ໃຫ້ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ຢ່າງຕໍ່ເນື່ອງ ເພື່ອຮັບມືກັບຄວາມຕ້ອງການ ດ້ານສາທາລະນະສຸກ ແລະ ມະນຸດສະທຳຂອງປະເທດ./.

KPL