ກຳປູເຈຍ ຄາດວ່າ ປະຊາກອນ ຈະເພີ່ມຂຶ້ນ 24 ລ້ານຄົນ ໃນປີ 2050

16/07/2026 17:26
Email Print 83
KPL - Asean 2024 ທ່ານ ຮຸນ ມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ເປີດເຜີຍ ເນື່ອງໃນໂອກາດ ວັນປະຊາກອນໂລກ ເຊິ່ງກົງກັບ ວັນທີ 11 ກໍລະກົດ ແລະ ໄດ້ເຜີຍແຜ່ ຕໍ່ສາທາລະນະຊົນ ວ່າ ປະຊາກອນ ກຳປູເຈຍ ມີທ່ານອ່ຽງ ເພີ່ມຂຶ້ນ ປະມານ 24 ລ້ານຄົນ ໃນປີ 2050 ເພີ່ມຂຶ້ນ ຈາກ 17,3 ລ້ານຄົນ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ ລາຍງານວ່າ: ທ່ານ ຮຸນ ມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ເປີດເຜີຍ ເນື່ອງໃນໂອກາດ ວັນປະຊາກອນໂລກ ເຊິ່ງກົງກັບ ວັນທີ 11 ກໍລະກົດ ແລະ ໄດ້ເຜີຍແຜ່ ຕໍ່ສາທາລະນະຊົນ ວ່າ ປະຊາກອນ ກຳປູເຈຍ ມີທ່ານອ່ຽງ ເພີ່ມຂຶ້ນ ປະມານ 24 ລ້ານຄົນ ໃນປີ 2050 ເພີ່ມຂຶ້ນ ຈາກ 17,3 ລ້ານຄົນ ທີ່ບັນທຶກໄວ້  ຈາກການສຳຫລວດ ສຳມະໂນ ປະຊາກອນ ໃນປີ 2024, ພ້ອມທັງເນັ້ນໜັກວ່າ ເຖິງແມ່ນວ່າ ໂຄງສ້າງອາຍຸ ຂອງ ປະຊາກອນ ທີ່ ຈະມີການປ່ຽນແປງ ຢ່າງມີໄນສຳຄັນ ໃນອີກ 25 ປີຂ້າງໜ້າ.

ຂໍ້ມູນຫລ້າສຸດ ຄາດຄະເນວ່າ ອັດຕາສ່ວນຂອງ ປະຊາກອນຄົນລຸ້ນໃໝ່ ມີແນວໂນ້ມຫລຸດລົງ ໂດຍປະຊາກອນ ທີ່ມີອາຍຸຕ່ຳກວ່າ 15 ປີ ຄາດວ່າ ຈະຫລຸດລົງເຫລືອ 21,8% ໃນປີ 2050 ຈາກ 26,8% ໃນປີ 2024. ໃນຂະນະທີ່ ປະຊາກອນອາຍຸ ລະຫວ່າງ 15-34 ປີ ຄາດວ່າ ຈະຫລຸດລົງເຫລືອ 28,2% ຈາກ 34.6% ໃນໄລຍະເວລາດຽວກັນ.

ເຖິງຢ່າງໃດກໍຕາມ, ທ່ານ ຮຸນ ມາເນດ ຍັງລະບຸວ່າ ສັດສ່ວນ ປະຊາກອນ ຜູ້ໃຫຍ່ ແລະ ຜູ້ສູງອາຍຸ ຂອງກຳປູເຈຍ ຈະເພີ່ມຂຶ້ນ ຢ່າງມີໄນສຳຄັນ, ໂດຍປະຊາກອນ ທີ່ມີອາຍຸ 35-64 ປີ ຄາດວ່າ ຈະເພີ່ມຂຶ້ນເປັນ 37,2% ຈາກ 32,1%. ໃນຂະນະທີ່ ປະຊາກອນ 65 ປີຂຶ້ນໄປ ມີທ່າອ່ຽງ ເພີ່ມຂຶ້ນ ເກືອບເທົ່າຕົວ ຈາກ 6,5% ເປັນ 12,7%. ການປ່ຽນແປງນີ້ ໄດ້ສະທ້ອນໃຫ້ເຫັນ ຢ່າງຈະແຈ້ງວ່າ ກຳປູເຈຍ ຈະຕ້ອງເລັ່ງລົງທຶນ ໃນປະຊາກອນ ຄົນລຸ້ນໃໝ່ ເຊິ່ງການດຳເນີນການ ຢ່າງຮີບດ່ວນ ຕັ້ງແຕ່ ປັດຈຸບັນນີ້ ແມ່ນມີຄວາມສຳຄັນ ຢ່າງຍິ່ງຕໍ່ການຮັກສາ ສັກກະຍະພາບ ທາງດ້ານເສດຖະກິດ ຂອງ ກຳປູເຈຍ ໃນອະນາຄົດ./.

KPL