ເຫດການປະຫວັດສາດຂອງບັ້ນຮົບດຽນບຽນຟູ ແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝ

13/05/2026 13:30
Email Print 83
KPL - Asean 2024 ຂປລ.ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນ ຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ ໃນສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດໃຫ້ພັງທະລາຍ ແລະ ແມ່ນໄຊຊະນະຂອງສາມຊາດອິນດູຈີນ

(ເນື່ອງໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 72 ປີ  ວັນທີ 7/5/1954-7/5/2026)

 ຂປລ.ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນ ຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ ໃນສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດໃຫ້ພັງທະລາຍ ແລະ ແມ່ນໄຊຊະນະຂອງສາມຊາດອິນດູຈີນ ເປັນເທື່ອທຳອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍລົງຢູ່ໃນໂລກ, ໄຊຊະນະດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບເກົ່າ ຢູ່ຫລາຍບ່ອນໃນທົ່ວໂລກ.

ປີ 1953 ການຕໍ່ສູ້ຂອງປະຊາຊົນສາມປະເທດອິນດູຈີນດ້ານພວກລ່າເມືອງຂຶ້ນຝຣັ່ງ ໄດ້ກ້າວເຂົ້າສູ່ປີທີ 8, ກຳລັງປະຕິວັດ ຍິ່ງດີກໍ່ຍິ່ງເຂັ້ມແຂງ ແລະ ຍິ່ງຍາດເອົາທ່າເປັນເຈົ້າການ, ກຳລັງປະກອບອາວຸດໄດ້ເຕີບໃຫຍ່ທາງດ້ານຈຳນວນ ແລະ ຄຸນນະພາບ, ຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລະຫວ່າງ 3 ຊາດອິນດູຈີນ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງບັນດາໄຊຊະນະອັນຍິ່ງໃຫຍ່ ໃນທົ່ວສະໜາມຮົບໃນສາມປະເທດອິນດູຈີນ ລາວ - ຫວຽດນາມ ແລະ ກຳປູເຈຍ ໄດ້ບັງຄັບໃຫ້ພວກສັດຕູຕົກຢູ່ໃນທ່າຮັບຈົນຕາແຈ ແລະ ນັບມື້ນັບອ່ອນເພຍ.

ຢູ່ຫວຽດນາມ ແມ່ນໄລຍະທີ່ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນແບບ ບັນດາກຳລັງ ເກົ່າດ້ວຍຄວາມຕັດສິນໃຈທີ່ວ່າ: “ຍອມເສຍສະລະຊີວິດ ເພື່ອປະເທດຊາດ” ບັນດາກຳລັງປະກອບອາວຸດຂອງຫວຽດນາມ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງໃນທຸກສະໜາມຮົບ, ເລີ່ມຈາກ ບັ້ນຮົບດັບສູນກຳລັງຂອງສັດຕູ 2 ໝື່ນຄົນທີ່ບຸກເຂົ້າເຂດທີ່ໝັ້ນ ຫວຽດບັກ (1947) ກ້າວໄປເຖິງໄຊຊະນະບັ້ນຮົບຊາຍແດນ (1950), ບັ້ນຮົບຮວ່າບິງ (1951), ບັ້ນຮົບໄຕບັກ
( 1952 ) ແລະ ບັ້ນຮົບພາກ ເທື່ອລາວ (1953). ໄຊຊະນະດັ່ງກ່າວໄດ້ສ້າງທ່າ ແລະ ກຳລັງແຮງອັນໃໝ່ໃຫ້ແກ່ການເຕີບໃຫຍ່ ຂະຫຍາຍຕົວດ້ວຍຈໍານວນ ແລະ ຄຸນນະພາບ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ເປັນເຈົ້າການໃນການບຸກໂຈມຕີສັດຕູຢູ່ທຸກໆສະໜາມຮົບເຮັດໃຫ້ສັດຕູຕົກຢູ່ໃນທ່າຮັບ.

ໃນໄລຍະດຽວກັນນັ້ນ ພວກລ່າເມືອງຂຶ້ນຝຣັ່ງ ຖືກປະລາໄຊທາງດ້ານການທະຫານ, ປະສົບກັບວິກິດການດ້ານການເມືອງ ແລະ ເສດຖະກິດຢ່າງໜັກໜ່ວງ. ພວກເຂົາໄດ້ທຸ້ມເທກ້ອນທຶນ ອັນມະຫາສານໃຫ້ແກ່ສົງຄາມຮຸກຮານເຖິງ 3.000 ຕື້ຝຣັ່ງ, ປ່ຽນຜູ້ສໍາເລັດລາຊະການສູງສຸດ 5 ເທື່ອ, ປ່ຽນຜູ້ບັນຊາການທະຫານສູງສຸດຢູ່ອິນດູຈີນ 7 ເທື່ອ, ປ່ຽນລັດຖະບານຝຣັ່ງເຖິງ 19 ຊຸດ ແຕ່ກໍບໍ່ສາມາດເຮັດໃຫ້ສະພາບການ ໃນອິນດູຈີນຫັນປ່ຽນໄປໃນທາງທີ່ເປັນຜົນດີໃຫ້ພວກເຂົາໄດ້. ສະພາບທະຫານຝຣັ່ງ ນັບມື້ນັບສັບສົນ, ຕົກຢູ່ໃນທ່າຮັບກ່ຽວກັບການນໍາໃຊ້ກຳລັງລະຫວ່າງການເຕົ້າ ໂຮມ ແລະ ແຈກຢາຍກຳລັງ; ການບຸກໂຈມຕີກັບການຈັ່ງທ່າຢູ່ໃນເຂດຄວບຄຸມຊົ່ວຄາວຂອງພວກ ເຂົາ. ຂາດກຳລັງເຄື່ອນທີ່ຍຸດທະສາດທີ່ເຂັ້ມແຂງ. ຫລັງຈາກຖືກປະລາໄຊຢ່າງໜັກໜ່ວງຢູ່ສົງຄາມເກົາຫລີ (1953) ຈັກກະພັດອາເມລິກາ ຍິ່ງແຊກແຊງເລິກເຂົ້າໃນອິນດູຈີນ, ພວກເຂົາຮີບຮ້ອນກໍາເອົາອໍານາດການປົກຄອງຫຸ່ນ, ກອງທະຫານຫຸ່ນ, ຊອກຫາວິທີປັດເຂ່ຍຝຣັ່ງເພື່ອກຳເອົາສິດບັນຊາສົງຄາມຮຸກຮານອິນດູຈີນໂດຍກົງ ແລະ ປະຕິບັດລັດທິລ່າເມືອງຂຶ້ນແບບໃໝ່ຢູ່ອິນດູຈີນ. ອາເມລິກາ ໄດ້ໃຫ້ການຊ່ວຍເຫລືອຝຣັ່ງທາງດ້ານການທະຫານເພີ່ມຂຶ້ນຄື ປີ 1953 ເປັນຂຶ້ນພົບ 3 ເທື່ອ ທຽບໃສ່ປີ 1952, ປີ 1954 ທົບເຄິ່ງໜຶ່ງປີ 1953, ກວມອັດຕາສ່ວນເພີ່ມຂຶ້ນ ຈາກ 43% ໃນປີ 1953 ເຖິງ 78% ໃນປີ 1954.  ເດືອນ 5/1953 ລັດຖະບານຝຣັ່ງ ໄດ້ແຕ່ງຕັ້ງນາຍພົນນາວາ ມາເປັນຜູ້ບັນຊາການທະຫານ ສູງສຸດຂອງຝຣັ່ງຢູ່ອິນດູຈີນ. ເດືອນ 7/1953 ຝຣັ່ງ ແລະ ອາເມລິກາ ພ້ອມກັນສ້າງແຜນການໜ່ຶງ ຂຶ້ນເອີ້ນວ່າ: “ແຜນການນາວາ”. ແຜນການນີ້ ແມ່ນຍຸດທະສາດໃຫຍ່ ເຊິ່ງທັງຝຣັ່ງ ແລະ ອາເມລິກາ ລ້ວນແຕ່ເຊື່ອວ່າ ພາຍໃນ 18 ເດືອນຈະສາມາດຍາດເອົາທ່າເປັນເຈົ້າການໄດ້ ແລະ ຈະບັນລຸອັນທີ່ເອີ້ນວ່າ ສ້າງບັນດາເງື່ອນໄຂດ້ານການທະ ຫານ ເພື່ອເປັນພື້ນຖານໃຫ້ແກ່ວິທີການແກ້ໄຂທາງການ ເມືອງຢ່າງມີກຽດ.

ເດືອນ 9/1953 ຄົນການເມືອງສູນກາງພັກກອມມູນິດຫວຽດນາມ ໄດ້ເປີດກອງປະຊຸມ ເພື່ອຕີລາຄາສະພາບການຢູ່ສະໜາມຮົບອິນດູຈີນ, ໄຈ້ແຍກໃຫ້ເຫັນເຖິງກົນອຸບາຍຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ອາເມລິກາ, ຊອກຫາຂໍ້ຂັດແຍ່ງ ແລະ ຈຸດອ່ອນທີ່ບໍ່ສາມາດແກ້ໄຂຢູ່ໃນແຜນການຂອງນາຍພົນນາວາ. ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງເປີດບັ້ນຮົບຍຸດທະສາດໃນ ລະດູບານໃໝ່ປີ 1953-1954. ພ້ອມນັ້ນກໍ່ວາງແຜນນະໂຍບາຍເປີດການບຸກໂຈມຕີສັດຕູໃນສະຫນາມຮົບການຕ່າງປະເທດ ເພື່ອສ້າງເງື່ອນໄຂໃຫ້ແກ່ບັ້ນຮົບດຽນບຽນຟູ. ກອງບັນຊາການສູງສຸດໄດ້ອອກຄ້າສັ່ງໃຫ້ເປີດບັ້ນຮົບບຸກໂຈມຕີຢ່າງແຂງແຮງໃນທົ່ວສະໜາມຮົບອິນດູຈີນດ້ວຍ 5 ບາດຄ້ອນຍຸດທະສາດຄື: ໜຶ່ງ. ວັນທີ 10 /12/ 1953 ກອງທັບຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມຕີເຂົ້າເທສະບານ ຕາແສງ ລາຍເຈົ້າ, ການສູ້ຮົບແກ່ຍາວ 12 ວັນ - ຄືນ ຈິ່ງປົດປ່ອຍລາຍເຈົ້າໄດ້; ສອງ. ໃນທ້າຍເດືອນ 12/1953 ໂດຍສົມທົບກັບທະຫານຫວຽດນາມ ກອງທັບລາວອິດສະຫລະ ໄດ້ເປີດບັ້ນຮົບບຸກໂຈມຕີເຂົ້າພາກກາງຂອງລາວ; ສາມ. ໃນທ້າຍເດືອນ 12 ປີ 1953 ກອງທັບລາວອິດສະຫລະສົມທົບກັບກອງທະຫານອາສາ ສະຫມັກຫວຽດນາມ ໄດ້ບຸກຕີລົງພາກໃຕ້ຂອງລາວ, ປົດປ່ອຍຕົວເມືອງອັດຕະປື, ສ່ວນໜຶ່ງຂອງ ແຂວງສາລະວັນ, ດົງບໍລະເວນ, ເວີນໄຊ, ຊຽງປອງ; ສີ່. ກອງທັບປະຊາຊົນຫວຽດນາມ ເປີດບັ້ນຮົບໄດຫງວຽນ ຊຶ່ງແກ່ຍາວ 12 ວັນ - ຄືນ ຈິ່ງ ປົດປ່ອຍເທດສະບານຕາແສງກອນຕຸມໄດ້; ຫ້າ. ໃນທ້າຍເດືອນ 1/1954 ກອງທະຫານ ລາວ- ຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມຕີແນວປ້ອງກັນຂອງສັດຕູຢູ່ລ້ອງນໍ້າອູກ້າວສູ່ປະຊິດ ແຂວງຫລວງພະບາງ ແລະ ໂຈມຕີຂຶ້ນພາກເຫນືອຂອງລາວ, ປົດປ່ອຍແຂວງຜົ້ງສາລີ.

ການບຸກໂຈນຕີດ້ວຍ 5 ບາດຄ້ອນຍຸດທະສາດລ້ວນແຕ່ໄດ້ຮັບໄຊຊະນະ ແລະ ເປັນການທັບມ້າງກົນອຸບາຍຂອງນາວາ, ສ້າງເງື່ອນໄຂໃຫ້ກອງທັບຫວຽດນາມເປີດບັ້ນຮົບດຽນບຽນຟູ. ວັນທີ 6 /12/ 1953 ກົມການເມືອງສູນກາງພັກຫວຽດນາມ ໄດ້ເປີດກອງປະຊຸມ ແລະ  ມີມະຕິຕົກລົງເປີດບັ້ນຮົບດຽນບຽນຟູໃນລະດູບານໃໝ່ 1953-1954. ກົມການເມືອງໄດ້ກຳນົດວ່າ: “ດຽນບຽນຟູ ແມ່ນກຸ່ມຖານທີ່ໝັ້ນທີ່ເຂັ້ມແຂງ ແຕ່ມັນກໍ່ມີຈຸດບົກຜ່ອງພື້ນຖານຄີມັນຖືກໂດດດ່ຽວ” ກົມການເມືອງໄດ້ແຕ່ງຕັ້ງໃຫ້ທ່ານ ພົນເອກ ຫວໍ ຫງວຽນຢາບ ລັດຖະມົນຕີວ່າການກະຊວງປ້ອງກັນຊາດ ເປັນເລຂາຄະນະພັກດ້ານຮົບ ແລະ ເປັນຜູ້ບັນຊາການທະຫານສູງສຸດ, ລັດຖະບານໄດ້ຕົກລົງສ້າງຕັ້ງສະພາສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ແກ່ແນວໜ້າໂດຍແມ່ນທ່ານ ຟາມ ວັນດົງ ເປັນປະທານ.

ພາຍຫລັງທີ່ໄດ້ກະກຽມມາໄລຍະໜຶ່ງ, ເຖິງເວລາ 17 ໂມງ ຂອງວັນທີ 17/3/1954 ກອງທັບ ແລະ ປະຊາຊົນຫວຽດນາມ ກໍໄດ້ລັ່ນສຽງປິນບຸກໂຈມຕີສັດຕູໃນຂະນະທີ່ພວກເຂົາພວນເສີຕົວ. ການບຸກໂຈມຕີດຽນບຽນຟູເປັນເວລາ 55 ວັນ - ຄືນ, ໄດ້ແບ່ງອອກເປັນ 3 ຄັ້ງໃຫຍ່: ການບຸກໂຈມຕີຄັ້ງທີ 1 ເລີ່ມແຕ່ວັນທີ 13 - 17/3 /1954 ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ດັບສູນ 2 ກຸ່ມຖານທີ່ໝັ້ນຢູ່ຣິມລານ ແລະ ດົກເລິບ ຢ່າງຮາບຄາບ ບັງຄັບໃຫ້ ສັດຕູອອກມາຍອມຈຳນົນຢູ່ຈຸດບ້ານແກ້ວ, ທໍາລາຍສິ່ງກີດກັ້ນ, ເປີດທາງໄຂສູ່ທິດເໜືອຂອງຖານທັບສັດຕູ.

 ການບຸກໂຈມຕີຄັ້ງທີ 2 ເລີ່ມແຕ່ວັນທີ 30/3 ຮອດທ້າຍເດືອນ 4/1954, ຮັດແຄບວົງປິດລ້ອມເພື່ອແບ່ງແຍກສັດຕູອອກແລ້ວບຸກໂຈມຕີຢ່າງລຽນຕິດ, ຢຶດໄດ້ກຸ່ມຖານທີ່ໝັ້ນສ່ວນໃຫຍ່ລຽບຕາມຈຸດສູງທາງທິດຕາເວັນອອກ, ບັ້ນຮົບບຸກໂຈມຕີຂອງກອງທັບ ແລະ ປະຊາຊົນຫວຽດນາມ ທີ່ມີ ຂຸມຄອງຄົດໂຄ້ງຫລາຍຮ້ອຍກິໂລແມັດ ໄດ້ເຮັດໃຫ້ສັດຕູຕົກຢູ່ທ່າຫວາດຫວັ່ນຢ້ານກົວ, ດຽນບຽນຟູ ໃນເວລານັ້ນແມ່ນໄດ້ກາຍເປັນຂຸມນາລົກຝັງທະຫານສັດຕູ. ໃນວັນທີ 19/4/ 1954 ກົມການເມືອງໄດ້ເປີດກອງປະຊຸມ ເພື່ອຕີລາຄາໝາກຜົນໃນການບຸກໂຈມຕີ 2 ຄັ້ງ ແລະ ໄດ້ຢັ້ງຢືນວ່າ: ທົ່ວພັກ ທົ່ວປວງຊົນ ຈະນໍາເອົາທຸກກຳລັງສະໜອງຊ່ວຍໜູນ ໃຫ້ແກ່ບັ້ນຮົບດຽນບຽນຟູ ແລະ ຈະເຮັດສຳເລັດຕາມຄວາມຮຽກ ຮ້ອງຕ້ອງການ ເພື່ອຍາດເອົາໄຊຊະນະໃນບັ້ນຮົບນີ້ໃຫ້ໄດ້ຢ່າງແນ່ນອນ.

ການບຸກໂຈມຕີຄັ້ງທີ 3 ໃນວັນທີ 1/5/1954 ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ບຸກໂຈມຕີເຂົ້າດັບສູນເຮືອນຮັງສຸດທ້າຍຂອງສັດຕູຢູ່ໃນດຽນບຽນຟູ. ວັນທີ 7/5/ 1954 ນາຍພົນນາວາ ພ້ອມກັບເສນາທິການທະຫານທັງໝົດໄດ້ອອກມາຍອມຈຳນົນ, ບັ້ນຮົບດຽນບຽນຟູ ຍາດໄດ້ໂຊຊະນະອັນຍິ່ງໃຫຍ່, ດັບສູນ ແລະ ຈັບເປັນສະເລີຍເລີກ 16.200 ຄົນ, ຍິງເຮືອບິນຕົກ 62 ລຳ, ຢຶດ ແລະ ທຳລາຍອາວຸດຍຸດໂທປະກອນພາຫະນະສົງຄາມຂອງສັດຕູໄດ້ທັງໝົດ.

ໄຊຊະນະບັ້ນຮົບດຽນບຽນຟູແມ່ນຈຸດສູງສຸດ, ແມ່ນການທົດສອບກຳລັງແຮງຮອບດ້ານ, ດຸເດືອດຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ຊາດລະຫວ່າງ ກອງທັບປະຊາຊົນຫວຽດນາມ ກັບພວກລ່າ ເມືອງຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກກະພັດອາເມລິກາ. ໄຊຊະນະດຽນບຽນຟູບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະດຽນບຽນຟູຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ທີ່ຍາກລຳບາກ, ໂດຍເລ່ີມຈາກຄວາມໂດດດ່ຽວ, ຍ້ອນວ່າໃນໄລຍະຕົ້ນ, ບັນດາທະຫານຂອງພົນເອກ ຫວໍງວຽນຢາບ ຖືກຕົກໃນທ່າໂດດດ່ຽວ. ຫລັງຈາກນັ້ນ, ສະພາບການຕໍ່ສູ້ໄດ້ຜັນແປຍ້ອນປະຊາຊົນຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມຂະບວນການໂດຍຍຶດໝັ້ນຄຳຂວັນ “ໄຊຊະນະປະຊາຊົນ”, ນີ້ບໍ່ພຽງແຕ່ແມ່ນການຕໍ່ສູ້ຂອງກຳລັງທະຫານແຕ່ຫາກຍັງມີການຮ່ວມຈິດຮ່ວມໃຈ, ການເສຍສະຫລະ ແລະ ການຕັດສິນໃຈຂອງປະຊາຊົນທັງຊາດອີກດ້ວຍ”.

 ໄຊຊະນະອັນຍິ່ງໃຫຍ່ນີ້ ເກີດຈາກກຳລັງແຮງແຫ່ງຄວາມສາມັກຄີສູ້ຮົບຂອງ 3 ຊາດລາວ-ຫວຽດນາມ ແລະ  ກຳປູເຈຍ ພ້ອມກັນຕໍ່ສູ້ຕ້ານສັດຕູໂຕດຽວ. ເມື່ອ 3 ປະເທດສ້າງຕັ້ງ ກຳລັງປະຕິວັດຕ້ານຄືນການປົກຄອງຂອງລະບອບລ່າເມືອງຂຶ້ນນັ້ນ ແມ່ນຍາດໄດ້ຜົນສຳເລັດຫລາຍຢ່າງ, ພິເສດ, ພາຍຫລັງທີ່ຝຣັ່ງຖືກປະລາໄຊຢູ່ດຽນບຽນຟູ, ໄດ້ເຮັດໃຫ້ກອງປະຊຸມເຊີແນວບັນລຸໄດ້ໝາກຜົນອັນດີງາມ. ຝຣັ່ງຕ້ອງຍອມຮັບເອກະລາດຢູ່ທັງ 3 ປະເທດລາວ- ຫວຽດນາມ ແລະ ກຳປູເຈຍ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢຸດຕິອຳນາດການປົກຄອງຂອງລັດທິລ່າເມືອງຂຶ້ນຢູ່ 3 ປະເທດອິນດູຈີນ ເທົ່ານັ້ນ, ຫາກຍັງເປີດສັງກາດໃໝ່ໃຫ້ປະຫວັດສາດຂອງມວນມະນຸດ. ຈາກໄຊຊະນະນີ້, ໄດ້ປຸກລະດົມກຳລັງແຮງໃຫ້ບັນດາປະເທດຫົວເມືອງຂຶ້ນອື່ນໆ ລຸກຮືຂຶ້ນຕໍ່ສູ້ຍາດເອົາເອກະລາດ ຊຶ່ງສາມາດເວົ້າໄດ້ວ່າບັ້ນຮົບດຽນບຽນຟູແມ່ນໜຶ່ງໃນບັນດາບັ້ນຕໍ່ສູ້ສຳຄັນແຖວໜ້າໃນປະຫວັດສາດໂລກ.

    ເຫດການປະຫວັດສາດຂອງບັ້ນຮົບດຽນບຽນຟູ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ບັນດາຂະບວນການປົດປ່ອຍຊາດຢູ່ຫລາຍພາກພື້ນທັງແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝ, ແມ່ນເຫດການທ່ີມີຄວາມໝາຍແຜ່ກະຈາຍທົ່ວໂລກ. ເປັນຄັ້ງທຳອິດໃນປະຫວັດສາດ, ຊາດໜ່ຶງທ່ີຖືກກົດຂ່ີຂູດຮີດສາມາດເອົາໄຊຊະນະການຮຸກຮານ ຂອງປະເທດມະຫາອຳນາດ, ຍາດເອົາເອກະລາດມາໃຫ້ປະເທດຊາດ, ນຳສິດປະຊາທິປະໄຕມາໃຫ້ປະຊາຊົນຢ່າງແທ້ຈິງ. ນັ້ນແມ່ນໄຊຊະນະອັນຍິ່ງໃຫຍ່ຂອງຊາດຫວຽດນາມ, ພ້ອມທັງແມ່ນໄຊຊະນະລວມຂອງບັນດາປະເທດ ທີ່ຖືກກົດຂີ່ຂູດຮີດ ທັງໝົດໃນໂລກ. ພາຍຫລັງຍາດໄດ້ໄຊຊະນະດຽນບຽນຟູ, ມີນັກຮຽນຮູ້, ນັກຄົ້ນຄວ້າປະຫວັດສາດໃນໂລກຕ່າງກໍ່ໃຫ້ຂໍ້ສັງເກດວ່າ: ບົດຮຽນຈາກໄຊຊະນະດຽນບຽນຟູໃນວັນທີ 7 ພຶດສະພາ 1954 ມີຄຸນຄ່າດ້ານການຕໍ່ສູ່ເພື່ອຄວາມເປັນເອກະລາດ, ແມ່ນແບບຢ່າງອັນໃສແຈ້ງໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ມວນມະນຸດໂລກ.

 


KPL