ຫວຽດນາມ-ໂອຕຣິດ ຊຸກຍູ້ ການຮ່ວມມື ກ່ຽວກັບ ເອໄອ- ຄວາມປອດໄພທາງໄຊເບີ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ຄະນະ ປະຕິບັດງານ ຂອງ ສະຫະສະມາຄົມ ຄວາມປອດໄພ ທາງໄຊເບີ ແຫ່ງຊາດ (NCA) ພ້ອມດ້ວຍ ຜູ້ຕາງໜ້າ ກະຊວງ ຕຳຫລວດ ຫວຽດນາມ ໄດ້ມີການເຮັດວຽກກັບ ສະຖາບັນ ອຸດສາຫະກຳ ໂອຕຣິດ (AIT) ເພື່ອແນໃສ່ ຊຸກຍູ້ ການຮ່ວມມື ໃນບັນດາ ຂົງເຂດ ຄວາມປອດໄພ ທາງໄຊເບີ, ຂໍ້ມູນ ແລະ ປັນຍາປະດິດ (AI).
ໃນຂອບເຂດ ການເຮັດວຽກ, ສະຫະສະມາຄົມ ໄດ້ສະເໜີ ເພີ່ມທະວີ ການພົວພັນ ຄູ່ຮ່ວມມື ຍຸດທະສາດກັບ AIT ຜ່ານບັນດາ ທິດທາງ ຈຸດສຸມລວມມີ: ການປົກປ້ອງ ພື້ນຖານ ໂຄງລ່າງ ດີຈີຕອນຫລັກ; ຮັບປະກັນ ຄວາມປອດໄພ ດ້ານຂໍ້ມູນ ຂ່າວສານ ແລະ ສ້າງລະບົບ ນິເວດ ດີຈີຕອນ ທີ່ໜ້າໄວ້ວາງໃຈ; ໝູນໃຊ້ ເອໄອ ແລະ ວິເຄາະ ຂໍ້ມູນ ໃນວຽກງານ ຮັບປະກັນ ຄວາມປອດໄພ ທາງໄຊເບີ; ການຮ່ວມມື ບຳລຸງກໍ່ສ້າງ ຊັບພະຍາກອນ ມະນຸດ ທີ່ມີ ຄຸນນະພາບສູງ; ຊຸກຍູ້ ການແລກປ່ຽນ ນັກຊ່ຽວຊານ ແລະ ສົມທົບກັນຈັດ ບັນດາ ເວທີປາໄສ, ກອງປະຊຸມ ສຳມະນາ ສາກົນປະຈຳປີ.
ຄຽງຄູ່ກັນນັ້ນ, ສະຫະສະມາຄົມ ກໍຍັງສະເໜີ ເປີດກວ້າງ ການເຊື່ອມຕໍ່ ວິສາຫະກິດ ເຕັກໂນໂລຢີ ລະຫວ່າງສອງປະເທດ ເພື່ອຊຸກຍູ້ ການຖ່າຍທອດ ເຕັກໂນໂລຢີ, ຜັນຂະຫຍາຍ ບັນດາ ຂໍ້ລິເລີ່ມ ການຮ່ວມມື ກ່ຽວກັບ ຄວາມປອດໄພ ທາງໄຊເບີ, ຂໍ້ມູນຂ່າວສານ ແລະ ປັນຍາປະດິດ.
ການເຮັດວຽກ ແມ່ນບາດກ້າວສືບຕໍ່ ທີ່ສຳຄັນ ພາຍຫລັງ ເວທີປາໄສ ຄວາມປອດໄພ ທາງໄຊເບີ ໂອຕຣິດ-ຫວຽດນາມ ປີ 2026, ປະກອບສ່ວນ ເຮັດໃຫ້ ການພົວພັນ ຮ່ວມມື ສອງຝ່າຍ ລະຫວ່າງ ຫວຽດນາມ-ໂອຕຣິດ ໃນຂົງເຂດ ຄວາມປອດໄພ ທາງໄຊເບີ ແລະ ເຕັກໂນໂລຢີ ດີຈີຕອນ ເລິກເຊິ່ງຂຶ້ນກວ່າອີກ, ພ້ອມທັງ ເປັນການເປີດ ໂອກາດ ໃນການຮ່ວມມື ທີ່ແທດຈິງ ລະຫວ່າງ ບັນດາ ສຳນັກງານ, ອົງການຈັດຕັ້ງ ແລະ ວິສາຫະກິດ ສອງປະເທດ./.
