ອິນເດຍ ເລັ່ງອອກມາດຕະການ ສຸກເສີນປົກປ້ອງ ທຶນສຳຮອງ ເງິນຕາຕ່າງປະເທດ

13/05/2026 18:52
Email Print 83
KPL - Asean 2024 ລັດຖະບານ ອິນເດຍ ພວມພິຈາລະນາ ໃຊ້ມາດຕະການ ສຸກເສີນ ເພື່ອເພີ່ມຄວາມເຂັ້ມແຂງ ໃຫ້ກັບ ທຶນສຳຮອງ ເງິນຕາ ຕ່າງປະເທດ ຊຶ່ງລວມເຖິງ ການປັບຂຶ້ນ ລາຄານໍ້າມັນ ແລະ ຄຽງຄູ່ການນໍາເຂົ້າສິນຄ້າ ທີ່ບໍ່ຈຳເປັນເຊັ່ນ: ຄຳ ແລະ ເອເລັກໂຕຮນິກ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ລັດຖະບານ ອິນເດຍ ພວມພິຈາລະນາ ໃຊ້ມາດຕະການ ສຸກເສີນ ເພື່ອເພີ່ມຄວາມເຂັ້ມແຂງ ໃຫ້ກັບ ທຶນສຳຮອງ ເງິນຕາ ຕ່າງປະເທດ ຊຶ່ງລວມເຖິງ ການປັບຂຶ້ນ ລາຄານໍ້າມັນ ແລະ ຄຽງຄູ່ການນໍາເຂົ້າສິນຄ້າ ທີ່ບໍ່ຈຳເປັນເຊັ່ນ: ຄຳ ແລະ ເອເລັກໂຕຮນິກ ເພື່ອຊ່ວຍ ບັນເທົາ ຜົນກະທົບ ຈາກສົງຄາມ ຢູ່ອີຣານ.

ເຈົ້າໜ້າທີ່ ສຳນັກ ນາຍົກ ລັດຖະມົນຕີ ແລະ ກະຊວງ ການເງິນ ອິນເດຍ ໄດ້ປຶກສາຫາລື ກັບ ທະນາຄານກາງ ອິນເດຍ (RBI) ກ່ຽວກັບ ມາດຕະການ ຫລາຍຢ່າງ  ເພື່ອຈະຈໍາກັດ ຄວາມເສຍຫາຍ ຈາກການເພີ່ມຂຶ້ນ ຂອງ ລາຄານໍ້າມັນ, ໂດຍໜຶ່ງ ໃນຂໍ້ສະເໜີ ທີ່ມີ ການປຶກສາຫາລືກັນ ຄື: ການປັບຂຶ້ນ ລາຄາ ນໍ້າມັນ, ຊຶ່ງຈະເປັນ ການປັບຂຶ້ນ ຄັ້ງທຳອິດ ນັບຕັ້ງແຕ່ ສົງຄາມ ອີຣານ ເລີ່ມຕົ້ນຂຶ້ນ. ເຖິງຢ່າງໃດ ກໍ່ຕາມ ຍັງບໍ່ມີ ການຕັດສິນໃຈ ຂັ້ນສຸດທ້າຍ ກ່ຽວກັບ ມາດຕະການສຸກເສີນ ດັ່ງກ່າວ./

KPL