ອິນໂດເນເຊຍ ຈະສ້າງສາງສຳຮອງນໍ້າມັນແຫ່ງໃໝ່

13/05/2026 18:52
Email Print 83
KPL - Asean 2024 ອິນໂດເນເຊຍ ມີແຜນຈະກໍ່ສ້າງ ສາງສຳຮອງນໍ້າມັນແຫ່ງໃໝ່ ພາຍໃນ ເຂດເສດຖະກິດພິເສດ ເທິງເກາະສຸມາຕຣາ ເພື່ອເສີມສ້າງ ຄວາມໝັ້ນຄົງ ດ້ານພະລັງງານ ສຳຮອງ ຂອງປະເທດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ບາຫລິລ ລາຮາດາເລີຍ ລັດຖະມົນຕີ ກະຊວງພະລັງງານ ແລະ ຊັບພະຍາກອນ ທໍລະນີ ຂອງ ອິນໂດເນເຊຍ ລະບຸວ່າ: ອິນໂດເນເຊຍ ມີແຜນຈະກໍ່ສ້າງ ສາງສຳຮອງນໍ້າມັນແຫ່ງໃໝ່ ພາຍໃນ ເຂດເສດຖະກິດພິເສດ ເທິງເກາະສຸມາຕຣາ ເພື່ອເສີມສ້າງ ຄວາມໝັ້ນຄົງ ດ້ານພະລັງງານ ສຳຮອງ ຂອງປະເທດ.

ປັດຈູບັນ,  ໂຄງການດັ່ງກ່າວ ພວມຢູ່ໃນຂັ້ນຕອນ ການສຶກສາ ຄວາມເປັນໄປໄດ້. ນອກຈາກ ຜົນປະໂຫຍດ ພາຍໃນ ປະເທດ ອິນໂດເນເຊຍ ຍັງຈະເຮັດໜ້າທີ່ ເປັນສູນກາງ ໃນພາກພື້ນ ສຳລັບ ເຄືອຂ່າຍ ສາງສຳຮອງ ນໍ້າມັນ ຂອງອາຊຽນ, ຊຶ່ງສອດຄ່ອງກັບ ກອບການຕົກລົງ ວ່າດ້ວຍ ຄວາມໝັ້ນຄົງ ທາງປິໂຕຣລ່ຽມ ຂອງ ອາຊຽນ (ASEAN Petroleum Security Agreement: APSA). /

KPL