ຈັດການເຈລະຈາດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາຢູ່ ສ ເກົາຫລີ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 13 ພຶດສະພານີ້, ທ່ານ ເຮີລີ້ເຟີ່ງ ຮອງນາຍົກລັດຖະມົນຕີຈີນ, ຫົວໜ້າ ຄະນະເຈລະຈາ ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ-ສ.ອາເມລິກາ ແລະ ທ່ານ ສະກອດ ເບັສເຊັນດ໌ ລັດຖະມົນຕີ ກະຊວງການເງິນ ອາເມລິກາ ຫົວໜ້າຄະນະ ເຈລະຈາ ດ້ານເສດຖະກິດ ການຄ້າ ອາເມລິກາ-ຈີນ ໄດ້ຈັດການເຈລະຈາກັນຢູ່ ສ ເກົາຫລີ. ໂດຍສອງຝ່າຍ ໄດ້ຖືຄວາມຮັບຮູ້ ທີ່ເປັນເອກະພາບກັນ ອັນສຳຄັນ ລະຫວ່າງ ປະມຸກລັດ ຂອງສອງປະເທດເປັນທິດຊີ້ນຳ, ຍຶດໝັ້ນຫລັກ ການເຄົາລົບເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ຮ່ວມກັນ,ໄດ້ດຳເນີນການແລກປ່ຽນ ທີ່ມີສັກລະນະສ້າງສັນຢ່າງຈິງໃຈ ແລະ ເລິກເຊິ່ງ ກ່ຽວກັບ ການແກ້ໄຂບັນຫາ ດ້ານເສດຖະກິດ-ການຄ້າ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ ແລະ ການເປີດກວ້າງ ການຮ່ວມມື ທີ່ແທ້ຈິງ ລະຫວ່າງ ສອງຝ່າຍຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ