ສຳເລັດການຝຶກອົບຮົມການຖັກຟອຍແຂມ ສ້າງລາຍຮັບໃຫ້ປະຊາຊົນບ້ານຕັງອາໄລເໜືອ
![]()
ຂປລ. ອາທິດຜ່ານມາ ເມືອງນອງ ແຂວງສະຫວັນນະເຂດ ໄດ້ສຳເລັດການຝຶກອົບຮົມວິຊາຊີບການຖັກຟອຍແຂມ ໃຫ້ແກ່ປະຊາຊົນບ້ານຕັງອາໄລເໜືອ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳນຽມ ພົງທະດີ ຫົວໜ້າຂະແໜງພັດທະນາຊົນນະບົດ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄອນສະຫວັນ ໄຊຍະບຸດ ຊ່ຽວຊານໂຄງການ IWRM-EbA , ພ້ອມດ້ວຍຜູ້ປະສານງານຈາກຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການສະຫະພັນແມ່ຍິງເມືອງ, ຄູຝຶກຈາກເມືອງເຊໂປ ແລະ ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 49 ຄອບຄົວ ເຊິ່ງການຝຶກອົບຮົມຄັ້ງນີ້ຈັດຂຶ້ນພາຍໃຕ້ໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ການປັບຕົວບົນພື້ນຖານລະບົບນິເວດໃນອ່າງຮັບນໍ້າເຊບັ້ງຫຽງ ແລະ ຕົວເມືອງຫລວງພະບາງ ຫລື ໂຄງການ (IWRM-EbA) ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນສິ່ງແວດລ້ອມໂລກ (GEF) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP).
![]()
ດອກແຂມບໍ່ພຽງແຕ່ແມ່ນເຄື່ອງປ່າຂອງດົງທີ່ມີຄຸນຄ່າ, ແຕ່ແມ່ນສັນຍະລັກຂອງການໝູນວຽນເສດຖະກິດໃນຊູມຊົນ ທີ່ປະສານສົມທົບລະຫວ່າງພູມປັນຍາທ້ອງຖິ່ນ, ການສ້າງລາຍໄດ້ ແລະ ການຮັກສາທຳມະຊາດໃຫ້ຢູ່ຄູ່ກັບວິຖີຊີວິດຄົນລາວຕະຫລອດໄປ. ການຖັກຟອຍແຂມ ບໍ່ພຽງແຕ່ແມ່ນການນຳໃຊ້ວັດຖຸດິບຈາກທຳມະຊາດທີ່ມີຢູ່ຕາມທ້ອງຖິ່ນ ແຕ່ຍັງແມ່ນການຖ່າຍທອດສີມືຫັດຖະກຳອັນປານີດຈາກຮຸ່ນສູ່ຮຸ່ນຈົນເຖິງທຸກວັນນີ້.
![]()
ເຖິງແນວໃດກໍດີ, ໃນການຝຶກອົບຮົມຄັ້ງນີ້ ໂຄງການຍັງໄດ້ມອບອຸປະກອນທີ່ຈຳເປັນໃນການຖັກຟອຍໃຫ້ແກ່ຊາວບ້ານຕື່ມອີກຈຳນວນ 64 ຊຸດ ເຊິ່ງປະກອບມີ ແຂມແຫ້ງ, ກ້ານໄມ້ກວາດ, ເຊືອກດີລົງ ທໍ່ P18, ສາຍຮັດ, ມີດຕັດກິ່ງໄມ້ ແລະ ອຸປະກອນອື່ນໆທີ່ກ່ຽວຂ້ອງ. ຜ່ານການຝຶກອົບຮົມຕົວຈິງເປັນເວລາ 3 ວັນ ເຫັນວ່ານັກສຳມະນາກອນທຸກຄົນມີຄວາມຕັ້ງໃຈ ແລະ ສາມາດກຳໄດ້ບົດຮຽນເປັນຢ່າງດີ ໂດຍຜົນການປະເມີນພົບວ່າ ມີຜູ້ທີ່ສາມາດເຮັດໄດ້ດີ ແລະ ຖັກຟອຍໄດ້ຢ່າງສວຍງາມກວມເອົາ 36,73 ສ່ວນຮ້ອຍ ແລະ ຜູ້ທີ່ສາມາດເຮັດໄດ້ໃນລະດັບພື້ນຖານກວມເອົາ 63,27 ສ່ວນຮ້ອຍ ເຊິ່ງພາຍຫລັງການຝຶກອົບຮົມນີ້ ປະຊາຊົນຈະສາມາດນຳໃຊ້ວິຊາຊີບທີ່ຮຽນມາເຂົ້າໃນການຜະລິດຟອຍແຂມເພື່ອໃຊ້ເອງ ແລະ ຈຳໜ່າຍຕາມທ້ອງຕະຫລາດ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ ມຸ່ງໄປສູ່ການຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ.
