ປະເທດ ບຣູໄນ

ເນື່ອງໃນໂອກາດ ວັນຊາດຂອງປະເທດ ບຣູໄນ(Brunei) ຫລື ເນກາຣາ ບຣູໄນ ດາຣູຊາລາມ(Negara Brunei Darussalam) ໃນວັນທີ 23 ກຸມພາ. ບຣູໄນ ເປັນປະເທດ ຂະໜາດນ້ອຍ ຕັ້ງຢູ່ເທິງເກາະບໍໜຽວ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມີອານາເຂດອ້ອມຮອບດ້ວຍປະເທດ ມາເລເຊຍ ເກືອບທັງໝົດໂດຍທິດຕາເວັນອອກ, ທິດຕາເວັນຕົກ ແລະ ທິດໃຕ້ ຕິດກັບ ລັດຊາຣາວັກ ຂອງປະເທດ ມາເລເຊຍ ສ່ວນທິດເໜືອຕິດກັບ ທະເລຈີນໃຕ້. ເກາະບໍ ໜຽວເປັນເກາະ ທີ່ມີຂະໜາດໃຫຍ່ ອັນດັບ3 ຂອງໂລກ ເຊິ່ງອາໄສຢູ່ 3 ປະເທດ ຄື: ມາເລເຊຍ, ອິນໂດເນເຊຍ ແລະບຣູໄນ. ບຣູໄນ ມີນະຄອນຫລວງ ຊື່ວ່າ ບັນດາເຊລີເບກາວັນ(Bandar Seri Begawan), ມີເນື້ອທີ່ທັງໝົດ 5.765 ກິໂລຕາແມັດ, ມີປະຊາກອນ 450.500 ຄົນ(ໃນປີ 2023); ໃຊ້ພາສາມາລາຢູ ເປັນພາສາທາງການ ຖັດມາແມ່ນພາສາອັງກິດ; ໃຊ້ສະກຸນເງິນ ໂດລາບຣູໄນ(Brunei dollar, BND); ປະຊາຊົນສ່ວນໃຫຍ່ ຖືສາສະໜາ ອິສລາມ(67%), ສາສະໜາພຸດ(13%), ສາສະໜາຄຣິສ (10%) ແລະ ສາສະໜາຮິນດູ.
ບຣູໄນ ເປັນລະບົບເສດຖະກິດ ແບບຕະຫລາດເສລີ ພາຍໃຕ້ການດູແລຂອງລັດ ແລະ ເປັນປະເທດທີ່ຮັ່ງມີໄປດ້ວຍນ້ຳມັນ ແລະ ແກັສທຳມະຊາດ ເປັນລາຍໄດ້ຫລັກຂອງປະເທດ ຊຶ່ງກວມເອົາ 90% ຂອງການສົ່ງອອກ ທັງໝົດຂອງປະເທດ . ໂດຍມີລວມຍອດ ຜະລິດຕະພັນ ພາຍໃນປະເທດ(ຈີດີພີ) 1,5 ໝື່ນລ້ານໂດລາ ສະຫະລັດ(ໃນປີ 2023) ; ໂດຍ ສະເລ່ຍ ຕໍ່ຫົວຄົນ 38 ກວ່າໂດລາສະຫະລັດ ຕໍ່ປີ; ອັດຕາການເຕີບໂຕ ດ້ານເສດຖະກິດ 1,4% ຕໍ່ປີ. ສ່ວນຊັບພະຍາກອນ ທີ່ສຳຄັນແມ່ນ ນໍ້າມັນດີບ ແລະ ແກັດທຳມະຊາດ; ອຸດສາ ຫະກຳຫລັກ: ນໍ້າມັນ, ອາຫານ ແລະ ເສື້ອຜ້າ. ສິນຄ້າທີ່ສົ່ງອອກສຳຄັນ ເຊັ່ນ: ນໍ້າມັນດີບ ແລະ ແກັດທຳມະຊາດ, ແຮ່ເຊື້ອໄຟ, ຜະລິດຕະພັນຈາກການກັ່ນ, ເຄື່ອງຈັກ ແລະ ອຸປະກອນ,ເຮືອບິນ ແລະ ສິ້ນສ່ວນປະກອບ; ສ່ວນສິນຄ້າທີ່ນຳເຂົ້າແມ່ນ: ເຄື່ອງຈັກອຸດສາຫະກຳ, ຍານພາຫະນະ, ເຄື່ອງໃຊ້ໄຟຟ້າ, ສິນຄ້າກະສິກຳ(ເຂົ້າ ແລະ ໝາກໄມ້); ສ່ວນຕະຫລາດ ຄູ່ການຄ້າທີ່ສຳຄັນ: ຍີ່ປຸ່ນ, ອາຊຽນ, ສ.ເກົາຫລີ, ອົດສະຕຣາລີ, ອິນເດຍ, ສະຫະພາບເອີຣົບ, ສ.ອາເມລິກາ ແລະ ຈີນ ຕາມລຳດັບ.
ນອກນີ້ ຍັງມີສະຖານທີ່ທ່ອງທ່ຽວ ທີ່ເປັນເອກະລັກ ກ່ຽວກັບ ສະຖາປັດຕະຍະກຳ ທີ່ມີການກໍ່ສ້າງ ແລະ ຕົບແຕ່ງຢ່າງສວຍງາມ ເປັນຕົ້ນ: ມັສະຍິດຄຳ ແລະ ພະຣາຊະວັງ ລ້ວນແຕ່ປະດັບໄປດ້ວຍຄຳແທ້ ແລະ ເພັດພອຍ ຢ່າງ ສວຍງາມລ້ຳຄ່າ. ພ້ອມທັງມີທຳມະຊາດ ທີ່ສວຍງາມ ເປັນຕົ້ນ: ຊາຍຫາດຕ່າງໆ ທີ່ຕິດກັບທະເລຈີນໃຕ້, ອຸທະຍານແຫ່ງຊາດ, ສວນສະນຸກ, ອະນຸສາວະລີ ນ້ຳມັນ ແລະ ແຫ່ງອຶ່ນໆອີກດ້ວຍ.
ປະເທດ ບຣູໄນ ແລະ ປະເທດ ສ.ປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນທາງການທູດ ຮ່ວມກັນ ນັບແຕ່ວັນທີ 27.7.1993 ເປັນຕົ້ນມາ ຈາກນັ້ນ ທັງສອງປະເທດ ໄດ້ຮ່ວມກັນພັດທະນາ ເສີມສ້າງສາຍພົວພັນ ການຮ່ວມມື ໃຫ້ນັບມື້ແໜ້ນແຟ້ນຂຶ້ນ. ລາວ ແລະ ບຣູໄນ ໄດ້ຕົກລົງກັນ ສືບຕໍ່ຮັດແໜ້ນ ສາຍພົວພັນຂອງສອງປະເທດ ໂດຍກວມເອົາຂົງເຂດ ການພັດ ທະນາ ຊັບພະຍາກອນມະນຸດ, ການຂົນສົ່ງ ທາງອາກາດ, ການຄວບຄຸມຢາເສບຕິດ, ແຮງງານ, ການແລກປ່ຽນ ວັດທະນະທຳ ແລະ ການພັດທະນາແມ່ຍິງອື່ນໆອີກດ້ວຍ./.
ໂດຍ:ດາວັນ