KPL
ຂປລ. ເມື່ອບໍ່ດົນມານີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ລົດໄຟຄວາມໄວສູງໂລກ ຄັ້ງທີ 12 ທີ່ນະຄອນຫລວງປັກກິ່ງ, ສປ ຈີນ ໂດຍມີຜູ້ແທນຫລາຍກວ່າ 10 ປະເທດ ເຂົ້າຮ່ວມ.

ຂປລ. ເມື່ອບໍ່ດົນມານີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ລົດໄຟຄວາມໄວສູງໂລກ ຄັ້ງທີ 12 ທີ່ນະຄອນຫລວງ ປັກກິ່ງ, ສປ ຈີນ ໂດຍມີຜູ້ແທນຫລາຍກວ່າ 10 ປະເທດ ເຂົ້າຮ່ວມ.

ໃນພິທີເປີດກອງປະຊຸມ, ທ່ານ ສົມມາດ ພົນເສນາ ໄດ້ມີຄຳເຫັນໂດຍເນັ້ນໜັກເຖິງ ຜົນສຳເລັດຂອງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເປັນຄວາມຝັນອັນຍາວນານ ຂອງປະເທດລາວ ເຊິ່ງທ່ານໄດ້ກ່າວວ່າ: ພັກ ແລະ ລັດຖະບານລາວ ມີແນວທາງນະໂຍບາຍ ແລະ ຄວາມຫວັງອັນສູງສົ່ງ ທີ່ຢາກຈະປ່ຽນຂໍ້ຈຳກັດ ຂອງປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ ໃຫ້ກາຍເປັນ ປະເທດທີ່ເຊື່ອມຈອດ ກັບບັນດາປະເທດທົ່ວໂລກ. ສິ່ງນີ້ ແມ່ນສອດຄ່ອງກັບແນວຄິດ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຊິ່ງສະແດງເຖິງ ການຈັດຕັ້ງ ປະຕິບັດແນວຄວາມຄິດຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເກີດດອກອອກຜົນ.

ທ່ານ ສົມມາດ ພົລເສນາ ໄດ້ຢໍ້າອີກວ່າ: ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງ ຍຸດທະສາດທີ່ເຊື່ອມຕໍ່ລະຫວ່າງ ສປປ ລາວ ແລະ ສປ ຈີນ ເທົ່ານັ້ນ, ແຕ່ຍັງເປັນເສັ້ນທາງ ທີ່ເຊື່ອມຕໍ່ ສປປ ລາວ ກັບໂລກພາຍນອກ ໂດຍຜ່ານ ສປ ຈີນ. ເພື່ອຢືນຢັນເຖິງຄວາມສຳຄັນຂອງໂຄງການນີ້, ທ່ານໄດ້ກ່າວເຖິງຄຳເວົ້າຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ກ່າວວ່າ “ເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງທີ່ເຮັດໃຫ້ ສປປ ລາວ ກ້າວເຂົ້າສູ່ສັດຕະວັດທີ 21” ພ້ອມກັນນີ້, ທ່ານຍັງໄດ້ຍົກຄຳເວົ້າຂອງ ທ່ານ ສີ ຈິ້ນຜິງ ກ່າວໃນພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ທີ່ວ່າ “ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດ ພູກໍຈະບໍ່ສູງ ເສັ້ນທາງກໍຈະບໍ່ຍາວໄກ.”
ຂ່າວ-ພາບ: ສພຊ
KPL