KPL
ສປ ຈີນ ມີກອງກຳປັ່ນ ຂົນສົ່ງທາງທະເລ ທີ່ມີຂະໜາດໃຫຍ່ ທີ່ສຸດໃນໂລກ, ຫລັງຈາກ ສປ ຈີນ ໄດ້ສ້າງສຳເລັດ ກຸ່ມທ່າກຳປັ່ນ ລະດັບໂລກ ໃຫຍ່ທີ່ສຸດໃນໂລກ, ມີປະລິມານ ການຂົນສົ່ງ ທາງທະເລ ສາກົນ ກວມເອົາ ເກືອບ1/3 ຂອງໂລກ
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 15ກໍລະກົດນີ້, ນັກຂ່າວ ໄດ້ຮັບຂໍ້ມູນຈາກ ເວທີ ປຶກສາ ຫາລື ຕົ້ນຕໍ ຂອງວັນ ການເດີນເຮືອ ທາງທະເລ ຂອງ ສປ ຈີນ ປະຈຳປີ 2025ວ່າ: ສປ ຈີນ ມີກອງກຳປັ່ນ ຂົນສົ່ງທາງທະເລ ທີ່ມີຂະໜາດໃຫຍ່ ທີ່ສຸດໃນໂລກ, ຫລັງຈາກ ສປ ຈີນ ໄດ້ສ້າງສຳເລັດ ກຸ່ມທ່າກຳປັ່ນ ລະດັບໂລກ ໃຫຍ່ທີ່ສຸດໃນໂລກ, ມີປະລິມານ ການຂົນສົ່ງ ທາງທະເລ ສາກົນ ກວມເອົາ ເກືອບ1/3 ຂອງໂລກ, ຍອດປະລິມານລວມ ຂອງເສດຖະກິດ ທາງທະເລ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ໄດ້ທຸ່ມເທ ກຳລັງແຮງ ຢ່າງເຂັ້ມແຂງ ເຂົ້າໃນການພັດທະນາ ເສດຖະກິດ ແລະ ການຄ້າໂລກ ຢ່າງໝັ້ນທ່ຽງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL