KPL
ໃນ 6 ເດືອນຕົ້ນປີນີ້, ມູນຄ່າເພີ່ມຂອງວິສາຫະກິດ ອຸດສາຫະກຳ ທີ່ມີລາຍຮັບ ຫລາຍກວ່າ 20 ລ້ານຢວນຕໍ່ປີຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 6,4%.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 15 ກໍລະກົດນີ້, ຫ້ອງການ ຖະແຫລງຂ່າວ ຂອງລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ, ເພື່ອແນະນຳ ສະພາບ ການເຄື່ອນໄຫວ ຂອງເສດຖະກິດ ແຫ່ງຊາດຈີນ ໃນ 6 ເດືອນຕົ້ນປີ 2025. ຈາກນັ້ນ ທ່ານ ເຊີ້ງລາຍຢຸ້ນ ຮອງຫົວໜ້າກົມ ສະຖິຕິ ແຫ່ງຊາດຈີນ ກ່າວວ່າ: ໃນ 6 ເດືອນຕົ້ນປີນີ້, ມູນຄ່າເພີ່ມຂອງວິສາຫະກິດ ອຸດສາຫະກຳ ທີ່ມີລາຍຮັບ ຫລາຍກວ່າ 20 ລ້ານຢວນຕໍ່ປີຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 6,4%. ເມື່ອສັງເກດຈາກ 3 ປະເພດໃຫຍ່ແລ້ວ ເຫັນວ່າ, ຖ້າທຽບໃສ່ ໄລຍະດຽວກັນ ຂອງປີກາຍ ມູນຄ່າເພີ່ມ ຂອງອຸດສາຫະກຳ ບໍ່ແຮ່ ໄດ້ເພີ່ມຂຶ້ນ 6.0%, ອຸດສາຫະກຳ ການຜະລິດ ໄດ້ເພີ່ມຂຶ້ນ 7.0%, ອຸດສາຫະກຳຜະລິດ ແລະ ສະໜອງ ພະລັງໄຟຟ້າ,ພະລັງຄວາມຮ້ອນ, ອາຍແກັສທຳມະຊາດ ແລະ ນ້ຳ ໄດ້ເພີ່ມຂຶ້ນ 1,9%. ມູນຄ່າເພີ່ມ ຂອງອຸດສາຫະກຳ ຜະລິດ ອຸປະກອນ ໄດ້ເພີ່ມຂຶ້ນ 10,2%, ສູງກວ່າວິສາຫະກິດ ອຸດສາຫະກຳ ທີ່ມີລາຍຮັບ ຫລາຍກວ່າ 20 ລ້ານຢວນຕໍ່ປີ 3,8%, ອຸດສາຫະກຳ ການຜະລິດ ດ້ວຍເຕັກໂນໂລຊີສູງ ໄດ້ເພີ່ມຂຶ້ນ 9,5%, ສູງກວ່າວິສາຫະກິດ ອຸດສາຫະກຳ ທີ່ມີລາຍຮັບ ຫລາຍກວ່າ 20 ລ້ານຢວນຕໍ່ປີ 3,1%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL