ສ.ອາເມລິກາ ອາດປັບຂຶ້ນພາສີ100%ຕໍ່ປະເທດ ທີ່ຊຶ້ນ້ຳມັນຈາກຣັດເຊຍ

15/07/2025 19:09
KPL ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ອາດປັບຂຶ້ນພາສີ 100%ຕໍ່ ບັນດາ ປະເທດ ທີ່ຊຶ້ນ້ຳມັນຈາກ ຣັດເຊຍ ຖ້າຫາກ ຣັດເຊຍ ບໍ່ບັນລຸ ຂໍ້ຕົກລົງ ພາຍໃນ 50ວັນ ເພື່ອຢຸດຕິ ການຂັດແຍ່ງກັບ ອູແກຣນ.

ຂປລ.ສຳນັກຂ່າວ ບຣູມເບີຣກ (Bloomberg ),ວັນທີ 15ກໍລະກົດນີ້, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ອາດປັບຂຶ້ນພາສີ 100%ຕໍ່ ບັນດາ ປະເທດ ທີ່ຊຶ້ນ້ຳມັນຈາກ ຣັດເຊຍ ຖ້າຫາກ ຣັດເຊຍ ບໍ່ບັນລຸ ຂໍ້ຕົກລົງ ພາຍໃນ 50ວັນ ເພື່ອຢຸດຕິ ການຂັດແຍ່ງກັບ ອູແກຣນ. ສຳລັບ ມາດຕະການ ຂວ້ຳບາດຕໍ່ ຣັດເຊຍ ໃນປີ2025 ຂອງ ສ.ອາເມລິກາ ອາດປັບຂຶ້ນພາສີ ສູງສຸດເຖິງ 500% ຕໍ່ປະເທດ ທີ່ຊື້ນ້ຳມັນ ແລະ ອາຍແກັສ ທຳມະຊາດ ຈາກຣັດເຊຍ ໂດຍສະເພາະ ປະເທດ ທີ່ໄດ້ຮັບ ຜົນກະທົບໜັກສຸດ ແມ່ນ ສປ ຈີນ ແລະ ອິນເດຍ ຂະນະດຽວກັນ ອາດສົ່ງຜົນກະທົບ ຮຸນແຮງ ຕໍ່ເສດຖະກິດ ຂອງຣັດເຊຍ ຖ້າຮ່າງກົດໝາຍ ຂວ້ຳບາດ ຂອງຣັດເຊຍ ເລີ່ມນຳໃຊ້ ຢ່າງເປັນທາງການ ຊຶ່ງເປັນມາດຕະການ ບັງຄັບໃຫ້ ຣັດເຊຍ ເລັ່ງມີການເຈລະຈາ ຢຸດຕິສົງຄາມກັບ ອູແກຣນ ໂດຍໄວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top