KPL
ຫ້ອງການ ໂຄງການ ການບິນ ອະວະກາດ ບັນທຸກຄົນຂອງ ສປ ຈີນ ແຈ້ງຂ່າວວ່າ: ເວລາ 5 ໂມງ 34 ນາທີຂອງ ວັນທີ 15 ກໍລະກົດນີ້ ຕາມເວລາປັກກິ່ງ ຢູ່ສູນຍິງສົ່ງ ຍານອະວະກາດ ເວີນຊ່າງ ຂອງ ສປ ຈີນ, ໄດ້ຍິງສົ່ງຍານອະວະກາດຂົນສົ່ງວັດຖຸ ທ່ຽນໂຈ່ວ 9 ດ້ວຍຈະຫລວດ ສົ່ງຍານ ຊາງເຈີ່ງ 7

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຫ້ອງການ ໂຄງການ ການບິນ ອະວະກາດ ບັນທຸກຄົນຂອງ ສປ ຈີນ ແຈ້ງຂ່າວວ່າ: ເວລາ 5 ໂມງ 34 ນາທີຂອງ ວັນທີ 15 ກໍລະກົດນີ້ ຕາມເວລາປັກກິ່ງ ຢູ່ສູນຍິງສົ່ງ ຍານອະວະກາດ ເວີນຊ່າງ ຂອງ ສປ ຈີນ, ໄດ້ຍິງສົ່ງຍານອະວະກາດຂົນສົ່ງວັດຖຸ ທ່ຽນໂຈ່ວ 9 ດ້ວຍຈະຫລວດ ສົ່ງຍານ ຊາງເຈີ່ງ 7, ພາຍຫລັງ ຍິງສົ່ງໄດ້ ປະມານ 10 ນາທີ, ຍານອະວະກາດຂົນສົ່ງວັດຖຸ ທ່ຽນໂຈ່ວ 9 ໄດ້ແຍກຕົວອອກຈາກ ຈະຫລວດ ສົ່ງຍານ ເຂົ້າສູ່ ວົງໂຄຈອນ ທີ່ກຳນົດໄວ້ ເຮັດໃຫ້ການຍິງສົ່ງ ຍານຄັ້ງນີ້ ສຳເລັດຜົນ ຢ່າງຈົບງາມ. ຍານອະວະກາດດັ່ງກ່າວ ໄດ້ເຊື່ອມຈອດກັບ ດ້ານຫລັງຂອງໂມດູນ ທ່ຽນເຮີ ຂອງສະຖານີອະວະກາດ. ພາຍຫລັງ ສຳເລັດ ການເຊື່ອມຈອດແລ້ວ, ຍານອະວະກາດ ທ່ຽນໂຈ່ວ 9 ຈະເຂົ້າສູ່ໄລຍະການບິນລວມ. ຈາກນັ້ນ, ຈຸນັກບິນອະວະກາດ ຂອງຍານອະວະກາດ ເຊິນໂຈ່ວ 20 ຈະເຂົ້າສູ່ຍານອະວະກາດ ຂົນສົ່ງວັດຖຸ ທ່ຽນໂຈ່ວ 9, ເພື່ອດຳເນີນວຽກງານ ການສົ່ງຕໍ່ວັດຖຸ ແລະ ວຽກງານທີ່ກ່ຽວຂ້ອງອື່ນໆ ຕາມແຜນການ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL