KPL
ຂປລ. ໃນວັນທີ 14-15 ກໍລະກົດ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມດຳເນີນ ຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ

ຂປລ. ໃນວັນທີ 14-15 ກໍລະກົດ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມດຳເນີນ ຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາກຳມະການສູນກາງພັກ, ຄະ ນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ເລຂາ, ຮອງເລຂາຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມຂ້າງກະຊວງ, ກອງພົນ, ກອງບັນຊາການທະຫານອາກາດ, ກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານແຂວງ-ນະຄອນ ຫລວງ, ວິທະຍາຄານ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ ແລະ ບໍລິສັດ ວິສາຫະກິດກອງທັບ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວເປີດກອງປະຊຸມວ່າ: ການດໍາເນີນຊີວິດການເມືອງໃນຄັ້ງນີ້, ມີຄວາມໝາຍສໍາຄັນ ດັ່ງທີ່ພວກເຮົາໄດ້ຮັບຮູ້ ພັກປະຊາຊົນ ປະຕິວັດລາວ ເປັນພັກກຳອຳນາດ, ມີໜ້າທີ່ນໍາພາປວງຊົນລາວທັງຊາດ ສືບຕໍ່ປະຕິບັດພາລະກິດປ່ຽນແປງໃໝ່ຮອບ ດ້ານຢ່າງມີຫລັກການຂອງພັກ, ນໍາພາປະເທດຊາດ ຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ດັ່ງນັ້ນ, ການດໍາເນີນຊີວິດການເມືອງ ທົ່ວກອງທັບຄັ້ງນີ້ ແມ່ນຄວາມ ຈໍາເປັນພາວະວິໄສ, ແມ່ນຄວາມຮຽກຮ້ອງ ຕ້ອງການອັນຮີບດ່ວນ ເພື່ອປັບປຸງ, ເຊີດຊູສະຕິຄວາມຮັບ ຜິດຊອບຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດບັນດາຫລັກການກໍ່ສ້າງພັກ ເຊິ່ງກ່ອນອື່ນໝົດ ແມ່ນຫລັກການລວມສູນປະຊາທິປະໄຕ, ຫລັກການຕິຊົມຕົນເອງ ແລະ ຕິຊົມກັນ; ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆພາຍໃນພັກ ເປັນຕົ້ນ ການຖືເບົາຝຶກຝົນຫລໍ່ຫລອມຕົນເອງ, ປະກົດການເສື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫລວງ, ການຝ່າຝືນລ່ວງລະເມີດລະບຽບກົດໝາຍ ທີ່ພວມປະກົດຂຶ້ນຢ່າງແຜ່ຫລາຍ ຢູ່ພາຍໃນພັກ ແນໃສ່ສ້າງໃຫ້ພັກ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການດໍາເນີນຊີວິດການເມືອງຄັ້ງນີ້ ຍັງເປັນການທົບທວນຄືນທາດແທ້ມູນ ເຊື້ອປະຕິວັດອັນສະຫງ່າລາສີ ຂອງກອງທັບ ພາຍໃຕ້ການນໍາພາຂອງພັກ, ທັງເປັນການເຊີດຊູຍົກສູງຄຸນນະພາບ ໃນການເຝິກຝົນຫລໍ່ຫລອມ ຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກ ຂອງພະນັກ ງານ-ສະມາຊິກພັກ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂໃໝ່ ໃນການປະຕິບັດໜ້າທີ່ ການເມືອງຂອງກອງທັບ "ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ". ພ້ອມກັນນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ຕໍ່ກອງປະຊຸມດໍາເນີນຊີວິດ ການເມືອງຄັ້ງນີ້ໃຫ້ດີທີ່ສຸດ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງກົງໄປກົງມາຕໍ່ເນື້ອໃນຕ່າງໆ ໃຫ້ເລິກເຊິ່ງ, ຊອກໃຫ້ເຫັນດ້ານດີ, ຜົນງານທີ່ເຮັດໄດ້ ແລະ ພຶດຕິກຳຕົວຈິງໃນຊຸມປີຜ່ານມາ ເພື່ອສືບຕໍ່ຜັນຂະຫຍາຍ. ພ້ອມນັ້ນ, ຕ້ອງຊອກໃຫ້ເຫັນບັນຫາ ທີ່ເປັນຈຸດອ່ອນຂໍ້ຄົງຄ້າງ ໂດຍສົມທຽບຕົວຈິງຢູ່ອົງການ, ກົມກອງ ເພື່ອຊອກຫາວິທີປັບປຸງແກ້ໄຂ. ບັນດາສະຫາຍຈົ່ງເຊີດຊູ ຄວາມຮັບຜິດຊອບ, ຕັດສິນໃຈອົດທົນຜ່ານຜ່າ ຄວາມອິດ ເມື່ອຍຕ່າງໆ, ພ້ອມກັນເປັນເຈົ້າການດໍາເນີນກອງປະຊຸມ ໃຫ້ສໍາເລັດຜົນເປັນຢ່າງດີ.
ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ ປະກອບມີ: ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ; ຝຶກຝົນຫລໍ່ຫລອມ ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ; ມາດຕະຖານຂອງພະນັກງານ, ສະມາຊິກພັກໃນເງື່ອນໄຂໃໝ່; ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານສູນກາງພັກ ສະໄໝທີ XI.
ຂ່າວ: ຈອນນີ້ ອິນທະວົງ
KPL