KPL
ຂປລ. ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມ ລັດຖະມົນຕີທີ່ກ່ຽວຂ້ອງ

ຂປລ. ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມ ລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ກົວລາລໍາເປີ, ມາເລເຊຍ.
ໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງຂອບໃຈການຊ່ວຍເຫລືອ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.

ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ຕະຫລອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງ ສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 (ຄົບຮອບ 73 ປີ), ຊຶ່ງການພົວພັນຮ່ວມມືໃນດ້ານຕ່າງໆ ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສໍາເລັດເປັນກ້າວໆມາ, ສະແດງອອກຄື ໄດ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ, ລວມທັງການສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ໃນຂອບການຮ່ວມມືອາຊຽນ-ອົດສະຕຣາລີ ແລະ ຂອບການຮ່ວມມືອື່ນໆ.
ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງ ປະເທດໃນຕໍ່ໜ້າ ໂດຍສະເພາະ ຊຸກຍູ້ການຮ່ວມມືໃນຂົງເຂດທີ່ ສປປ ລາວ ມີຄວາມຕ້ອງການ ແລະ ມີທ່າແຮງ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ ແລະ ສະບຽງອາຫານ, ພະລັງງານສະອາດ, ບໍ່ແຮ່, ສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບສະພາບ ການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ
KPL