ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

19/06/2025 16:21
Email Print 296
KPL ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 09/ກມສພ ແລະ ຜ່ານລັດຖະດຳລັດຂອງປະທານປະ ເທດ ເລກທີ 106/ປປທ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ເຊິ່ງອະນຸມັດໃຫ້ ສະຫາຍ ພຸດ ສິມມາລາວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ເກົ່າ) ອອກພັກການຮັບອຸດໜູນບຳນານ, ພ້ອມທັງຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກລົງກົມການເມືອງ ສະບັບເລກທີ 11/ກມສພ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ຜູ້ໃໝ່).

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນໂອ້ລົມວ່າ: ດ້ວຍຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໄດ້ຕົກລົງສັບຊ້ອນ-ຈັດວາງ ພະນັກງານການນຳຂັ້ນສູງ ບາງຕຳແໜ່ງຄືນໃໝ່ ເພື່ອຮອງຮັບໃຫ້ແກ່ການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ ທີ່ພັກ-ລັດ ວາງອອກໃນແຕ່ລະໄລຍະ ໃຫ້ບັນລຸຕາມລະດັບ ຄາດໝາຍ ແລະ ມີຜົນສຳເລັດຢ່າງເປັນຮູບປະທຳ ການສັບຊ້ອນ-ຈັດວາງພະນັກງານທຸກປະເພດ ໂດຍສະເພາະ ພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ທັງແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການ ເມືອງຢູ່ແຕ່ລະບ່ອນ ແລະ ທັງແມ່ນການປະຕິບັດລະບຽບ ການສັບປ່ຽນໜູນວຽນໜ້າທີ່ວຽກງານ ຂອງພະນັກງານການນຳ ໃນລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຄືເຄີຍປະຕິບັດຜ່ານມາ ຖືເປັນວຽກງານປົກກະຕິ ແລະ ແມ່ນຫລັກການອັນໜຶ່ງຂອງພັກເຮົາ ໃນວຽກງານພະນັກງານກໍຄືຫລັກການ “ມີຂຶ້ນ-ມີລົງ ມີເຂົ້າ-ມີອອກ” ເພື່ອປັບປຸງໃຫ້ດີຂຶ້ນໄປເລື້ອຍໆ ທັງເປັນການຍົກລະດັບພະ ນັກງານການນຳ-ຄຸ້ມຄອງ ຂອງພວກເຮົາ ໃຫ້ມີຄວາມຮູ້ ຄວາມສາມາດນຳພາຮອບດ້ານ.



ສະເພາະ ກະຊວງສຶກສາທິການ ແລະ ກິລາ ໃນໄລຍະຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະນໍາ ຂອງກະຊວງສຶກສາທິການ ແລະ ກິລາ ອັນມີ ສະຫາຍ ພຸດ ສິມມາລາວົງ ເປັນຜູ້ນໍາໜ້ານັ້ນ, ບັນດາສະຫາຍໄດ້ພ້ອມກັນສຸມໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເທື່ອທີ 9 ໃນຂະແໜງການສຶກສາ ແລະ ກິລາ ຕິດພັນກັບການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ເຮັດໃຫ້ວຽກງານສຶກສາທິການ ແລະ ກິລາ ໄດ້ຮັບການພັດທະນາ, ມີການປັບປຸງລະບົບການຮຽນ-ການສອນ ການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ ແລະ ວຽກງານກິລາກາຍຍະກໍາ ໄດ້ດຳເນີນໄປຕາມທິດທີ່ພັກ-ລັດເຮົາ ໄດ້ກຳນົດໄວ້ ແລະ ມີຜົນສຳເລັດຫລາຍດ້ານ ຮຽກຮ້ອງໃຫ້ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານກະຊວງສຶກສາທິການ ແລະ ກິລາ ຈົ່ງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນສຳເລັດຜ່ານມາໃຫ້ມີການພັດທະນາ ແລະ ກ້າວໜ້າໄປຢ່າງບໍ່ຢຸດຢັ້ງ.


ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນ

      6/19/2025 4:17:01 PM

      ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

    • ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດການເມືອງ

      ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດ

      6/19/2025 3:58:28 PM

      ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ

    • ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ

      6/19/2025 3:54:13 PM

      ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ

    • ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງການເມືອງ

      ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງ

      6/19/2025 3:49:40 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.

    • ກຽມສະຫລອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຍົກສູງບົດບາດການນໍາພາທຸກຂັ້ນ ຕໍ່ວຽກງານແນວໂຮມການເມືອງ

      ກຽມສະຫລອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຍົກສູງບົດບາດການນໍາພາທຸກຂັ້ນ ຕໍ່ວຽກງານແນວໂຮມ

      6/19/2025 3:45:46 PM

      ຂປລ. ສປປ ລາວ ກໍ​ຄື ສູນກາງແນວລາວສ້າງຊາດ ກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈຸດປະສົງ ເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫລວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາ ເຜົ່າຍາດມາໄດ້ຕະຫລອດໄລຍະ 75 ປີ ຜ່ານມາ.


Top