KPL
ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ ໃນຄັ້ງນີ້, ທັງໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໂດຍສະເພາະ ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃນແກ້ໄຂບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຮັດໃຫ້ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດຂອງສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍນັບມື້ພົ້ນເດັ່ນຫລາຍຂຶ້ນ. ພ້ອມກັນນັ້ນ, ກໍໄດ້ເນັ້ນຄືນຄວາມສຳຄັນຂອງວຽກງານຈຸດສຸມພັດທະນາ ໃນປີ 2025 ໂດຍສະເພາະ ເປັນປີມ້ວນທ້າຍ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ທັງເປັນປີຄົບຮອບການສະເຫລີມສະຫລອງໃຫຍ່ 3 ວັນປະຫວັດສາດຂອງຊາດ ແລະ ເປັນໄລຍະດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ອັນສຳຄັນ, ທ່ານໄດ້ມີຄຳເຫັນເນັ້ນໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ພ້ອມກັນຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເດັດ ດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ຫລຸດລົງ; ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນ ໃຫ້ນັບມື້ດີຂຶ້ນ; ຊຸກຍູ້ສົ່ງເສີມ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງບັນດາທ້ອງຖິ່ນ ເຂົ້າໃນການພັດທະນາ ແລະ ຜະລິດເປັນສິນຄ້າ ຢ່າງແຂງແຮງ ຕາມທິດ“ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໃນແຕ່ລະດ້ານ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ຕິດຕາມກວດກາ ແລະ ຄຸ້ມຄອງບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ; ສືບຕໍ່ພັດທະນາວຽກງານດ້ານສັງຄົມ ໂດຍສະເພາະການປະຕິບັດຄາດໝາຍດ້ານການພັດທະນາ ໃຫ້ບັນລຸຕາມແຜນທີ່ກຳນົດໄວ້; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫລືອ ແລະ ສະໜັບສະໜູນ ໃຫ້ໄດ້ຫລາຍຂຶ້ນ; ສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພາຍໃນແຂວງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດນີ້, ທ່ານເຈົ້າແຂວງວຽງຈັນ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ເຫັນວ່າ: ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວ, ບັນດາຫົວໜ່ວຍການຜະລິດ ແລະ ບໍລິການຕ່າງໆຕະຫລອດຮອດພໍ່ແມ່ປະ ຊາຊົນພາຍໃນແຂວງ ໄດ້ພ້ອມກັນເອົາໃຈໃສ່ເຮັດການຜະລິດ ແລະ ການບໍລິການ ເພື່ອກະຕຸ້ນເສດຖະ ກິດ ແລະ ພັດທະນາສັງຄົມ ເຮັດໃຫ້ທົ່ວແຂວງ ສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຮັກສາສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ, ສ້າງເງື່ອນໄຂ ແລະ ສະ ພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ແລະ ພັດທະນາເສດຖະກິດຂອງແຂວງ ໃຫ້ສືບຕໍ່ຂະຫຍາຍຕົວ. ໃນນັ້ນ, ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 3,8%, ລາຍຮັບສະເລ່ຍໃສ່ຫົວຄົນ ໄດ້ 17,54 ລ້ານກີບ/ປີ; ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ 902.057 ເທື່ອຄົນ, ເທົ່າກັບ 64,7% ຂອງແຜນການປີ, ສ້າງລາຍຮັບທົ່ວສັງຄົມໄດ້ 755 ຕື້ກີບ, ເທົ່າກັບ 73,3% ຂອງແຜນການປີ; ການປະຕິບັດຄາດໝາຍດ້ານການພັດທະນາ (SDGs) ຂອງຂະ ແໜງການສຶກສາ ໃນ 15 ຄາດໝາຍ ສາມາດບັນລຸແລ້ວ 9 ຄາດໝາຍ ແລະ ຂະແໜງສາທາລະນະສຸກ ໃນ 11 ຄາດໝາຍ ສາມາດບັນລຸແລ້ວ 9 ຄາດໝາຍ.

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ເມືອງເຟືອງໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງເມືອງເຟືອງຈຳນວນໜຶ່ງ ເປັນຕົ້ນ ວັດສິນໄຊຍາຣາມ, ຕູບເຟືອງ (ເຮືອນຈຳລອງ ແລະ ສິລະປະວັດທະນະທຳຊົນເຜົ່າຕ່າງໆ, ຮ້ານອາຫານ, ຮ້ານຂາຍ ເຄື່ອງທີ່ລະນຶກ...), ຫໍມູນເຊື້ອກົກແຕ້ ຈາລຶກຄວາມແຄ້ນ, ພ້ອມທັງປູກຕົ້ນໄມ້ ຮ່ວມກັບການນຳຂອງແຂວງວຽງຈັນ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL