KPL
ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ

ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ ເຊິ່ງມີສະຖານທູດຕັ້ງຢູ່ເຊີແນວ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຮູ້ສຶກ ເປັນກຽດຢ່າງສູງ ທີ່ໄດ້ຍື່ນສານຕາຕັ້ງຕໍ່ ທ່ານປະທານາທິບໍດີ ໃນຄັ້ງນີ້ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຖິງ ທ່ານນາງ ກາຣິນ ແຄເລີ ຊຸດເຕີ ພ້ອມທັງສົ່ງຄໍາອວຍພອນມາຍັງລັດຖະບານ ແລະ ປະຊາຊົນສະວິດ. ພ້ອມກັນນັ້ນ, ທ່ານ ດາວວີ ວົງໄຊ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດ ແລະ ຄວາມຄືບໜ້າໃນການພົວພັນຮ່ວມມື ສອງຝ່າຍລາວ-ສະວິດ ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນສະວິດ ທີ່ໄດ້ສະຫນັບສະໜູນຊ່ວຍເຫລືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ກໍຄື ຄວາມພະຍາຍາມໃນການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ໂດຍສະເພາະໃນຂົງເຂດການສຶກສາ ລວມທັງການຝຶກອົບຮົມວິຊາຊີບ ແລະ ທັກສະ, ສາທາລະນະສຸກ, ພະລັງງານ ແລະ ອື່ນໆ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມໝາຍໝັ້ນ ທີ່ຈະສືບຕໍ່ຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ ໃນໄລຍະທີ່ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ.

ໃນໂອກາດດຽວກັນນີ້, ທ່ານປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ດາວວີ ວົງໄຊ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳສະມາພັນທະລັດ ສະວິດ, ພ້ອມທັງໄດ້ສະແດງຄວາມສົນໃຈຕໍ່ຜົນສຳເລັດ ຂອງການຮ່ວມມືໃນໄລຍະຜ່ານມາ ແລະ ຂົງ ເຂດບຸລິມະສິດໃນການພັດທະນາຂອງ ສປປ ລາວ ໂດຍສະເພາະ ການສຶກສາ ແລະ ການຝຶກອົບຮົມວິຊາຊີບໃຫ້ແກ່ໄວໜຸ່ມ. ໃນຕອນທ້າຍ, ທ່ານໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດໃນຄັ້ງນີ້.

ສະວິດ ໄດ້ໃຫ້ການຊ່ວຍເຫລືອ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ແກ່ ສປປ ລາວ ນັບແຕ່ປີ 2006-2021 ລວມມູນຄ່າທັງໝົດ ປະມານ 242 ລ້ານໂດລາສະຫະລັດ. ປັດຈຸບັນ, ສະວິດ ໄດ້ໃຫ້ ການຊ່ວຍເຫລືອແກ່ ສປປ ລາວ ສໍາລັບສົກປີ 2022-2025 ມູນຄ່າປະມານ 65 ລ້ານໂດລາສະຫະ ລັດ, ໂດຍສຸມໃສ່ 3 ຂົງເຂດຄື: ຂົງເຂດພັດທະນາເສດຖະກິດແບບມີສ່ວນຮ່ວມ; ຂົງເຂດການປ່ຽນ ແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ; ຂົງເຂດການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ຊຶ່ງມີເປົ້າໝາຍແນໃສ່ເພື່ອຫລຸດຜ່ອນຄວາມທຸກຍາກ, ສະໜັບສະໜູນການ ພັດ ທະນາແບບຍືນຍົງ ແລະ ສົ່ງເສີມການຄຸ້ມຄອງພາກລັດ ໃນ ສປປ ລາວ.
ສປປ ລາວ ແລະ ສະວິດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ.
KPL