ກຽມສະຫລອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຍົກສູງບົດບາດການນໍາພາທຸກຂັ້ນ ຕໍ່ວຽກງານແນວໂຮມ

19/06/2025 15:45
Email Print 236
KPL ຂປລ. ສປປ ລາວ ກໍ​ຄື ສູນກາງແນວລາວສ້າງຊາດ ກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈຸດປະສົງ ເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫລວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາ ເຜົ່າຍາດມາໄດ້ຕະຫລອດໄລຍະ 75 ປີ ຜ່ານມາ.




ຂປລ. ສປປ ລາວ ກໍ​ຄື ສູນກາງແນວລາວສ້າງຊາດ ກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ
75 ປີ (13 ສິງຫາ 1950-13 ສິງຫາ 2025) ຈຸດປະສົງ ເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫລວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາ ເຜົ່າຍາດມາໄດ້ຕະຫລອດໄລຍະ 75 ປີ ຜ່ານມາ. ພ້ອມນີ້, ກໍເພື່ອຍົກສູງບົດບາດການນໍາພາຂອງພັກ, ລັດທຸກຂັ້ນ, ອົງການພາຄີທຸກຂັ້ນ ຕໍ່ວຽກງານແນວໂຮມ ແນໃສ່ສ້າງກ້ອນກຳລັງ ມະຫາສາມັກຄີຂອງທົ່ວປວງຊົນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

​ມາໃນ​ວັນ​ທີ 18 ມິຖຸນາ 2025 ນີ້, ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ, ບຸກຄາລະກອນ ແລະ ແຂ່ງຂັນຍ້ອງຍໍ ການສະເຫລີມສະຫລອງ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ​ໄດ້​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ ​ການ​ກະກຽມ​ສະ​ເຫລີ​ມສະຫລອງ​ວັນ​ສໍາຄັນ​ດັ່ງກ່າວ​ວ່າ: ການກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຈະໄດ້ຈັດຕັ້ງປະຕິ ບັດເປັນ 3 ໄລຍະ: ໄລຍະກ່ອນສະເຫລີມສະຫລອງ, ໄລຍະການສະເຫລີມສະຫລອງ ແລະ ໄລຍະຫລັງການສະເຫລີມສະຫລອງ ໂດຍກຳນົດ 9 ກິດຈະກຳ, 53 ແຜນວຽກ ຄື: ຈັດຕັ້ງປາຖະກະຖາມູນເຊື້ອ ແລະ ຜົນງານຂອງແນວລາວສ້າງຊາດ ຕະຫລອດໄລຍະ 75 ປີ; ຈັດຕັ້ງຢ້ຽມຢາມ, ອວຍ ພອນ ແລະ ມອບຂອງຂວັນໃຫ້ຄອບຄົວອະດີດ ການນໍາແນວລາວສ້າງຊາດ ຮຸ່ນທີ 1, 2 ແລະ ຂັ້ນທ້ອງ ຖິ່ນ; ຈັດງານວາງສະແດງ ວັດທະນະທຳຊົນເຜົ່າ (ທີ່ສວນພຶກສາ); ບູລະນະສ້ອມແປງຫໍມູນເຊື້ອ ແລະ ຖໍ້າແນວລາວຮັກຊາດ ຢູ່ແຂວງຫົວພັນ; ຊຸກຍູ້ຂະບວນການລຶບລ້າງຄວາມທຸກຍາກ ແລະ ສ້າງບ້ານປອດຢາເສບຕິດ; ຊຸກຍູ້ຂະບວນການ 9 ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງອົງການແນວລາວສ້າງຊາດ; ບັນດາແຂວງໃຫ້ຈັດກິດຈະກຳໃດໜຶ່ງ ທີ່ສະແດງເຖິງມູນເຊື້ອຂອງແນວລາວສ້າງຊາດ; ຈັດຕັ້ງການແຂ່ງຂັນກິລາ-ສິລະປະວັນນະຄະດີ, ຂັບລຳ, ແຕ່ງເພງ, ບົດກະວີ, ຍ່າງ ແລະ ຟ້ອນລໍາວົງ ມະຫາສາມັກຄີ ໂດຍມີຊຸດນຸ່ງ 50 ເຜົ່າ, ເພດໄວ, ຊຸດນຸ່ງທຸກສາສະໜາ, ຮ່ວມກັບສູນກາງ ອພສ ແຫ່ພະໄຕປີດົກ ແລະ ອື່ນໆ; ກິດຈະກໍາວາງສະແດງຮູບພາບການເຄື່ອນໄຫວ, ສ້າງສາລະຄະດີ 75 ປີ, ສ້າງສະປອດໂຄສະນາຜ່ານສື່, ຕິດປ້າຍໂຄສະນາຕາມສຳນັກງານ-ອົງການ, ຄົວເຮືອນຂອງຄະນະກຳມະການ ແນວລາວສ້າງຊາດທຸກໆທ່ານ, ອົງການພາຄີ ແລະ ທົ່ວປວງຊົນ. ພ້ອມນີ້, ໄດ້ສ້າງເອກະສານ ແລະ ປຶ້ມຄູ່ມືການໂຄສະນາ-ປາຖະກະຖາ ກ່ຽວກັບເນື້ອໃນສໍາຄັນມູນເຊື້ອ, ຜົນງານຂອງອົງການແນວລາວສ້າງຊາດ ໃນ 3 ໄລຍະ (ແນວລາວອິດສະຫລະ, ແນວລາວຮັກຊາດ, ແນວລາວສ້າງຊາດ) ໂດຍຕິດພັນກັບຜົນງານ ການປະກອບສ່ວນຂອງ ແນວລາວສ້າງຊາດທ້ອງຖິ່ນຂອງຕົນ (ໂດຍໄດ້ຮັບການຮຽບຮຽງຈາກ ຄະນະໂຄສະນາອົບຮົມ); ບົດປະກອບຄວາມເຫັນຂອງການນໍາພັກ, ລັດ, ອົງການມະຫາຊົນ, ຊັ້ນຄົນ-ຜູ້ຊົງຄຸນວຸທິ ບັນດາເຜົ່າ; ຮ່າງບົດສູນທອນພົດຕໍ່ພິທີໂຮມຊຸມນຸມ ສະເຫລີມສະຫລອງ 75 ປີ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ; ຈັດຕັ້ງການດໍາເນີນຊີວິດການເມືອງ ພາຍໃນຄະນະກຳ ມະການແນວລາວສ້າງຊາດແຕ່ສູນກາງຮອດທ້ອງຖິ່ນ ກຳແໜ້ນນະໂຍບາຍຂອງພັກ, ລັດ ໃນວຽກງານແນວໂຮມ; ຈັດຕັ້ງການສໍາມະນາການລະດົມຄວາມເຫັນ ແລະ ແລກປ່ຽນບົດຮຽນ ​ເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດມະຕິຂອງພັກ, ລັດ ໂດຍສະເພາະຂອງ ສນຊ ວາງອອກ, ເອົາໃຈໃສ່ຕໍ່ບົດຮຽນ ດ້ານແບບແຜນວິທີເຄື່ອນໄຫວ ທີ່ມີໝາກມີຜົນໄລຍະຜ່ານມາ ເພື່ອສ້າງການຫັນປ່ຽນ ໃນວຽກງານແນວໂຮມຢ່າງກວ້າງຂວາງ; ຈັດພິມປຶ້ມຄໍາສັບສໍາຄັນວຽກງານແນວໂຮມ; ອອກວາລະສານ ຫລື ປື້ມໂຮມບົດປະພັນວັນນະຄະດີ, ໜັງສືພິມ ສະບັບພິເສດ 75 ປີ, ບົດຄວາມ, ບົດກາບກອນ ເພື່ອສ່ອງແສງ​ເຖິງໝາກຜົນການປະກອບສ່ວນ ຂອງອົງການແນວລາວສ້າງຊາດ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ອື່ນໆທີ່ຈໍາເປັນ.

ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ຍັງ​ໃຫ້​ຮູ​ເອີກ​ວ່າ: ການສະເຫລີມສະຫລອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ ແມ່ນຂະບວນການປັບປຸງບູລະນະອົງການແນວລາວສ້າງຊາດທຸກຂັ້ນ, ແມ່ນການປັບປຸງພັນທະພາບລະຫວ່າງຊົນຊັ້ນກຳມະກອນ, ຊາວກະສິກອນ, ປັນຍາຊົນ-ຊັ້ນຄົນ ແລະ ບັນດາອົງການພາຄີພາຍໃຕ້ການນໍາພາຂອງພັກ ແລະ ເປັນການເພີ່ມທະວີການປະສານສົມທົບ, ຮັດແໜ້ນສາຍ ພົວພັນລະຫວ່າງພັກ, ລັດ, ການຈັດຕັ້ງສັງຄົມ ກັບຄະນະກຳມະການແນວລາວສ້າງຊາດ ໃຫ້ເຂັ້ມແຂງອີກບາດກ້າວໜຶ່ງ; ແມ່ນການປັບປຸງ ແລະ ຍົກສູງລະດັບການເຄື່ອນໄຫວ, ແບບແຜນວິທີເຮັດວຽກ ແລະ ຄວາມຮັບຜິດຊອບການເມືອງບັ້ນໃຫຍ່ໜຶ່ງ ຂອງຄະນະກຳມະການແນວລາວສ້າງຊາດທຸກຂັ້ນ, ທຸກທ່ານ ແລະ ຜູ້ສະໜັບສະໜູນທຸກຄົນ ມີການຫັນປ່ຽນໃໝ່ ບົນຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ແຂງແຮງກວ່າເກົ່າ.

ສໍາລັບ ກິດຈະ​ກໍາ​ຫລັກ​ໃນ​ການ​ສະ​ເຫລີ​ມສະຫລອງ ວັນທີ 12 ສິງຫາ 2025​ ແມ່ນຈະຈັດຕັ້ງພິທີວາງພວງມາລາ ຢູ່ຕໍ່ໜ້າອະນຸສອນສະຖານປະຕິວັດ, ນັກຮົບນິລະນາມ (ຫລັກ 24) ແລະ ວາງກະຕ່າດອກໄມ້ ພິພິທະພັນ ປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ປະທານພານຸວົງ ​ແລະ  ໃນວັນທີ 13 ສິງຫາ 2025 ພິທີຊຸມນຸມວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຢູ່ ນະຄອນຫລວງວຽງຈັນ (ແບບເຊິ່ງໜ້າ ແລະ ທາງໄກກັບທ້ອງຖິ່ນ) ແລະ ຕ່າງປະເທດ ໂດຍມີບັນດາການນໍາພັກ-ລັດ, ຜູ້ຊົງຄຸນວຸທິ, ກຳມະການແນວລາວສ້າງຊາດ, ທີ່ປຶກສາ, ຄູ່ຮ່ວມງານ, ພະນັກງານຫລັກແຫລ່ງ, ປະຊາຊົນ, ນັກທຸລະກິດ, ອົງການຈັດຕັ້ງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ (ປະຈໍາລາວ) ເຂົ້າຮ່ວມ.

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ


Top