7054

xtdkfdko9a f8A 'rkps]q '3I,dt-;' rt]a ''ko c]t [+ cIj g0Q kda [dt-;' v7 ltrkcsj '-kf ry 9k]tokIj k'dq f\kp ;j kfh ;pdkox6 d/a ' lt[a [lh k'.\j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 20.06.2025 ປີທີ 24 ສະບັບທີ 6.209 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 xtdkfdko9a f8A ' dt-;'dtly de c]t lyj 'c;f]h v, pq dl6 '7;k,lk,kfoerk c]t ]a dltotoe|h k0v'ra dK xtmkoxtgmf ,v[lko8k8A ' .sh gvdva d7t]a f4tm6 fz6h 8k'|h k4k;voxt9evq 'dko lxokpq d]a f4t,q o8u rq [xt3vh ]q , dkooes]a dcs]j 'c0;';P'9a o  ອ່ານຕໍ່ໜ້າ 4 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຂປລ. ພິທີປະກາດການຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ນາງ ບຸນຄໍາ ວໍລະຈິດ ກໍາມະການ ສູນກາງພັກ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງ ສູນກາງພັກ, ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ມີບັນດາຮອງ ລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ສະຖາບັນ, ສູນວິຊາການລະດັບສອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຂປລ. ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບກະ ຊວງພະລັງງານ ແລະ ບໍ່ແຮ່ ຈັດ ພິທີປະກາດການຈັດຕັ້ງກະຊວງອຸດ ສາຫະກໍາ ແລະ ການຄ້າ (ໃໝ່) ໃນວັນທີ 18 ມິຖຸນາ 2025 ໂດຍ ການເປັນປະທານຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມ ການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ, ປະທານ ຂປລ. ພິທີມອບ-ຮັບໜ້າທີ່ເລຂາ ຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ ຜູ້ປະຈຳ ການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດ, ມີຄະ ນະພັກກະຊວງ, ຫົວໜ້າກົມ, ຮອງ ກົມ ແລະ ພາກສ່ວນກ່ຽວຂ້ອງ ຂປລ. ພິທີປະກາດການຈັດຕັ້ງ ພາຍຫລັງໂຮມກະຊວງແຜນການ ແລະ ການລົງທຶນ (ຜທ) ເຂົ້າກັບ ກະຊວງການເງິນ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ໂດຍການເປັນ ປະທານຂອງສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມ ການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ມີຄະນະ ລັດຖະມົນຕີ, ຄະນະກົມພະແນກການ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ລິນຄຳ ດວງສະຫວັນ ,v[{Ia [|h kmuj ]a f4t,q o8u dt-;'lb dlkmy dko c]t dy ]k  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ສະຫາຍ ຄໍາພັນ ພົມມະທັດ ( ຜູ້ທີສາມ ນັບຈາກຊ້າຍຫາຂວາ ) c9h 'dkodt-;' dko8j k'xtgmf csj ' lxx ]k; ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ເຊຣເກ ລາວະ ຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະ ຜູ້ແທນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງ ໄປຢ້ຽມຢາມສະຫະພັນຣັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 24-27 ມິຖຸນາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ. ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານ ຕາຕັ້ງໃຫ້ແກ່ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ເພື່ອໄປປະຕິ ບັດໜ້າທີ່ເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດທີ່ ນິວຢອກ, ສະຫະລັດອາເມລິກາ. ໃນໂອກາດນີ້, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ ທອງຜ່ານ ສະຫວັນເພັດ ທີ່ຈະ ໄປປະຕິບັດໜ້າທີ່ເປັນເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສະຫະປະຊາຊາດທີ່ນິວຢອກ, ສະ ຫະລັດອາເມລິກາ, ພ້ອມທັງໄດ້ ສະແດງຄວາມເຊື່ອໝັ້ນວ່າທ່ານ ເອກອັກຄະລັດຖະທູດແຕ່ງຕັ້ງ, ຜູ້ ຕາງໜ້າຖາວອນຄົນໃໝ່ ຈະສືບ ຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງ ຕົນເຂົ້າໃນການເສີມຂະຫຍາຍສາຍ ສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ( ກາງ ) ພ້ອມດ້ວຍພະນັກງານຫລັກແຫລ່ງ ພາຍໃນ 2 ກະຊວງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ລິນຄໍາ ດວງສະຫວັນ ລາຍງານ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມມະຕິ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 19 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ສະເໜີຮ່າງກົດໝາຍວ່າດ້ວຍການ ປູກຝັງ (ສະບັບສ້າງໃໝ່). ຈາກ ນັ້ນ, ບັນດາສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງຕ່າງໆ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາມື ) dP,lts]v' 75 xu ;a olh k'8A 'co;]k;lh k'-kf pq dl6 '[q f[kfdkooerkm5 d0A o8;Pd'koco;3I,  ອ່ານຕໍ່ໜ້າ 4 + xtdkfdko9a f8A 'rkps]a '3I, dt-;' zm g0Q kda [dt-;'dkog'oy

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/06/2025 xtgmf]k; ]a f4t,q o8u dt-;'dko8j k'xtgmf 8h voIa [m6 f8u ,= {c]a fltg8 g0Q k1h P,ve]k ປະກາດການຈັດຕັ້ງກະຊວງ... ປະກາດການຈັດຕັ້ງພາຍຫລັງ... ມອບ-ຮັບໜ້າທີ່ລັດຖະມົນຕີ... ປະທານປະເທດ... ປະກາດການຈັດຕັ້ງ... ຂປລ. ໃນວັນທີ 18 ມິຖຸນາ 2025 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມອຳລາຂອງທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະ ຈໍາ ສປປ ລາວ ໃນໂອກາດທີ່ໄດ້ສໍາ ເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ ທ່ານທູດ ຟີໂລເມໂນ ອາລິໂຊ ດາ ຄຣູສ ທີ່ໄດ້ສໍາເລັດການປະຕິ ບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫລອດໄລຍະ 1 ປີ 4 ເດືອນ ຢ່າງຈົບງາມ ແລະ ໄດ້ຮັບຜົນສໍາ ເລັດຫລາຍດ້ານ, ພ້ອມທັງຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຕີ ມໍ-ແລັດສະເຕ ຕະຫລອດໄລຍະ 2 ທົດສະວັດກວ່າທີ່ຜ່ານມາທີ່ໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ ພາຍຫລັງທີ່ສອງປະເທດ ໄດ້ສ້າງ ຕັ້ງສາຍພົວພັນການທູດນຳກັນແຕ່ ວັນທີ 29 ກໍລະກົດ 2002 ເປັນ ຕົ້ນມາໂດຍເຫັນໄດ້ຈາກມີການ ແລກປ່ຽນການຢ້ຽມຢາມຂອງ ການນຳຂັ້ນສູງຂອງສອງປະເທດ ໃນຊຸມປີຜ່ານມາ ໂດຍສະເພາະ ການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ຂອງ ທ່ານ ໂຈເຊ ຣາ ໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີ ມໍ-ແລັດສະເຕ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງໃນຕົ້ນປີ 2024 ຜ່ານ ມາ ເຊິ່ງເປັນຂີດໝາຍສໍາຄັນ ແລະ ເປັນຄັ້ງປະຫວັດສາດທີ່ປະມຸກລັດ ຂອງຕີມໍ-ແລັດສະເຕ ເດີນທາງ ຢ້ຽມຢາມ ສປປ ລາວ. ພ້ອມກັນນີ້, ທ່ານລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ສະແດງຄວາມເຊື່ອໝັ້ນ ວ່າພາຍຫລັງທີ່ທ່ານທູດ ຟີໂລເມ ໂນ ອາລີໂຊ ດາ ຄຣູສ ເດີນທາງ ກັບຄືນປະເທດແລ້ວ, ທ່ານຈະສືບຕໍ່ ສົ່ງເສີມຂະແໜງການທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເພື່ອຈັດຕັ້ງປະ ຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ ລົງນາມຮ່ວມກັນ, ພ້ອມທັງຊອກ ຫາຊ່ອງທາງໃນການຮ່ວມມືທາງ ດ້ານເສດຖະກິດ, ການຄ້າ, ການ ລົງທຶນ, ການທ່ອງທ່ຽວ, ກະສິກໍາ, ການນໍາເຂົ້າ ແລະ ສົ່ງອອກນໍ້າມັນ ແລະ ອາຍແກັສ ແລະ ດ້ານອື່ນໆ ໃນຊຸມປີຕໍ່ໜ້າ. ໃນຂະນະດຽວກັນ, ທ່ານທູດ ຟີ ໂລເມໂນ ອາລິໂຊ ດາ ຄຣູສ ກໍໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ລາວ ໂດຍສະເພາະກະຊວງການ ຕ່າງປະເທດ ທີ່ໄດ້ອໍານວຍຄວາມ ສະດວກ ແລະ ໃຫ້ຄວາມຮ່ວມມືເປັນ ຢ່າງດີໃນການເຄື່ອນໄຫວວຽກງານ ແລະ ປະຕິບັດໜ້າທີ່ການທູດຂອງ ຕົນຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາ ເລັດຢ່າງຈົບງາມ, ພ້ອມທັງຢ້ຳຄືນ ຄໍາໝາຍໝັ້ນຈະສືບຕໍ່ຊຸກຍູ້ບັນດາ ກະຊວງ ແລະ ຂະແໜງການທີ່ກ່ຽວ ຂ້ອງຂອງ ຕີມໍ-ແລັດສະເຕ ໃນການ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສອງ ຝ່າຍໄດ້ລົງນາມຮ່ວມກັນ, ເພື່ອປະ ກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ ດີຂອງສອງປະເທດ ລາວ ແລະ ຕີມໍ-ແລັດສະເຕ ໃຫ້ໄດ້ຮັບການ ພັດທະນາ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ. ໃນຕອນທ້າຍ, ທ່ານ ທູດຕີມໍ-ແລັດສະເຕ ໄດ້ເຊື້ອເຊີນ ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ຢ້ຽມຢາມທາງການທີ່ ຕີມໍ-ແລັດສະເຕ ແລະ ຫວັງວ່າຈະ ມີໂອກາດໄດ້ຕ້ອນຮັບທ່ານລັດຖະ ມົນຕີ ໃນອະນາຄົດ. ເຂົ້າຮ່ວມ. ໃນພິທີ ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງ ພັກ ໄດ້ຜ່ານມະຕິຄໍາສັ່ງຂອງກົມ ການເມືອງສູນກາງພັກ ສະບັບເລກ ທີ 09/ກມສພ ແລະ ຜ່ານລັດຖະ ດຳລັດຂອງປະທານປະເທດ ເລກທີ 106/ປປທ ວ່າດ້ວຍການອະນຸມັດ ໃຫ້ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ເຊິ່ງອະນຸມັດໃຫ້ສະຫາຍ ພຸດ ສິມມາລາວົງ ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ເກົ່າ) ອອກພັກ ການຮັບອຸດໜູນບຳນານ, ພ້ອມທັງ ຜ່ານຄຳສັ່ງຍົກຍ້າຍ ແລະ ມະຕິຕົກ ລົງກົມການເມືອງ ສະບັບເລກທີ 11/ກມສພ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ເປັນເລຂາຄະນະບໍລິຫານ ງານພັກລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ (ຜູ້ໃໝ່). ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນໂອ້ລົມວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ, ກົມການ ເມືອງ ແລະ ຄະນະເລຂາທິການ ສູນກາງພັກ ໄດ້ຕົກລົງສັບຊ້ອນຈັດວາງພະນັກງານການນຳຂັ້ນ ສູງບາງຕຳແໜ່ງຄືນໃໝ່ ເພື່ອຮອງ ຮັບໃຫ້ແກ່ການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະ ໂຍບາຍທີ່ພັກ-ລັດວາງອອກໃນ ແຕ່ລະໄລຍະໃຫ້ບັນລຸຕາມລະດັບ ຄາດໝາຍ ແລະ ມີຜົນສຳເລັດ ຢ່າງເປັນຮູບປະທຳການສັບຊ້ອນຈັດວາງພະນັກງານທຸກປະເພດ ໂດຍສະເພາະພະນັກງານນໍາພາຄຸ້ມຄອງແຕ່ລະຂັ້ນທັງແມ່ນຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງຢູ່ແຕ່ລະບ່ອນ ແລະ ທັງ ແມ່ນການປະຕິບັດລະບຽບການສັບ ປ່ຽນໝູນວຽນໜ້າທີ່ວຽກງານຂອງ ພະນັກງານການນຳໃນລະບົບການ ຈັດຕັ້ງຂອງພັກ, ລັດ ແລະ ອົງການ ຈັດຕັ້ງມະຫາຊົນ ຄືເຄີຍປະຕິບັດ ຜ່ານມາຖືເປັນວຽກງານປົກກະຕິ ແລະ ແມ່ນຫລັກການອັນໜຶ່ງຂອງ ພັກເຮົາໃນວຽກງານພະນັກງານ ກໍຄື ຫລັກການ “ມີຂຶ້ນ-ມີລົງ ມີ ຂອງຄະນະບໍລິຫານງານສູນກາງ ພັກ ວ່າດ້ວຍການປັບປຸງກົງຈັກ ການຈັດຕັ້ງ, ມະຕິກອງປະຊຸມຂອງ ສະພາແຫ່ງຊາດ ວ່າດ້ວຍການ ຮັບຮອງການປັບປຸງການຈັດຕັ້ງ ຂອງລັດຖະບານ ເຊິ່ງໄດ້ຮັບຮອງ ເອົາການປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ-ອົງການ. ໃນນີ້, ໂຮມ ເອົາກະຊວງຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກໍາ ແລະ ປ່າໄມ້ ເອີ້ນ ຊື່ວ່າ “ກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ”. ດ້ານໂຄງປະກອບການ ຈັດຕັ້ງພາຍຫລັງໂຮມເຂົ້າກັນປະ ກອບມີ 18 ຫົວໜ່ວຍຂັ້ນກົມ ແລະ 9 ຫົວໜ່ວຍວິຊາການລະດັບສອງ. ໂອກາດນີ້, ສະຫາຍ ຜາຄໍາ ອິນແສງ ຮອງຫົວໜ້າຫ້ອງວ່າ ການສູນກາງພັກ ໄດ້ຂຶ້ນຜ່ານລັດ ຖະດຳລັດເລກທີ 101/ປປທ ວ່າ ດ້ວຍການຍົກຍ້າຍສະຫາຍ ບຸນຄຳ ວໍລະຈິດ ໄປເປັນຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ ແລະ ລັດຖະ ດຳລັດ ເລກທີ 104/ປປທ, ລົງວັນ ທີ 13 ມິຖຸນາ 2025 ແຕ່ງຕັ້ງສະ ຫາຍ ລິນຄໍາ ດວງສະຫວັນ ເປັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ນອກນັ້ນ, ຍັງໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຫົວໜ່ວຍວິຊາການລະດັບສອງ ຕື່ມອີກ. ໃນຕອນທ້າຍ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳ ເຫັນໂອ້ລົມໂດຍໄດ້ເນັ້ນບາງບັນ ຫາຄື: ພາຍຫລັງໂຮມເຂົ້າກັນແລ້ວ ສະເໜີໃຫ້ຄະນະພັກ-ຄະນະນໍາກະ ກວດກາສູນກາງພັກ ແລະ ອົງການ ກວດກາແຫ່ງລັດ, ຮອງຫົວໜ້າ ຄະນະຮັບຜິດຊອບປັບປຸງກົງຈັກ ການຈັດຕັ້ງຜູ້ນໍາພາ-ຊີ້ນໍາການໂຮມ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບກະຊວງອຸດສາຫະກໍາ ແລະ ການຄ້າ, ມີສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນ ກາງພັກ, ເລຂາຄະນະບໍລິຫານງານ ພັກ, ລັດຖະມົນຕີກະຊວງອຸດສາຫະ ກໍາ ແລະ ການຄ້າ, ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ກະຊວງ, ລັດຖະມົນຕີກະຊວງພະລັງ ງານ ແລະ ບໍ່ແຮ່, ມີການນໍາພັກ-ລັດ, ຄະນະນໍາກະຊວງ, ພະນັກງານຫລັກ ແຫລ່ງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ມະໄລທອງ ກົມມະສິດ ໄດ້ຜ່ານບົດລາຍງານ ກ່ຽວກັບການກະກຽມ ແລະ ດໍາ ເນີນການປັບປຸງກົງຈັກການຈັດຕັ້ງ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອ ເຮັດໃຫ້ການເຄື່ອນໄຫວວຽກງານ ຂອງກະຊວງອຸດສາຫະກໍາ ແລະ ການຄ້າໃໝ່ສາມາດເຄື່ອນໄຫວຕາມ ສິດ ແລະ ພາລະບົດບາດໃນການປະ ກອບສ່ວນສ້າງສາ ແລະ ພັດທະນາ ປະເທດຊາດ ໃຫ້ມີຄວາມຈະເລີນ ກ້າວໜ້າຂຶ້ນ. ໃນພິທີທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນິວົງ ຮອງລັດຖະມົນຕີ ກະຊວງປ້ອງການຄວາມສະຫງົບ, ຕາງໜ້າໜ່ວຍງານຂອງຄະນະ ຮັບຜິດຊອບປັບປຸງກົງຈັກການຈັດ ຕັ້ງຂຶ້ນຜ່ານມະຕິກົມການເມືອງ ສູນກາງພັກ ແລະ ລັດຖະດໍາລັດ ວ່າດ້ວຍແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ເປັນເລຂາຄະນະບໍລິຫານ ງານພັກ, ເປັນລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ມະຕິ ຂອງຄະນະເລຂາທິການສູນກາງ ພັກວ່າດ້ວຍການສ້າງຕັ້ງອົງຄະນະ ພັກ ອຄ; ມະຕິຕົກລົງຂອງຄະນະ ເລຂາທິການສູນກາງພັກ ວ່າ ດ້ວຍການບົ່ງຕົວແຕ່ງຕັ້ງຄະນະ ບໍລິຫານງານພັກກະຊວງ ອຄ ເຊິ່ງ ປະກອບມີ 11 ສະຫາຍຄື: ສະຫາຍ ມະໄລທອງ ກົມມະສິດ ເລຂາຄະນະ ພັກ, ລັດຖະມົນຕີກະຊວງ ອຄ, ສະຫາຍ ຈັນສະແຫວງ ບຸນຍົງ ຮອງ ໂ ອ ກ າ ດ ດັ່ງ ກ່ າ ວ , ທ່ າ ນ ສຸກຄຳເພັດ ເຮືອງບຸດສີ ຮອງປະ ທານກວດກາສູນກາງພັກ, ໄດ້ຕາງ ໜ້າຄະນະຮັບຜິດຊອບປັບປຸງກົງ ຈັກການຈັດຕັ້ງຜ່ານຄໍາສັ່ງວ່າດ້ວຍ ການຍົກຍ້າຍເລຂາຄະນະພັກ, ລັດ ຖະດຳລັດວ່າດ້ວຍການຍົກຍ້າຍ ລັດຖະມົນຕີ, ມະຕິວ່າດ້ວຍການ ແຕ່ງຕັ້ງເລຂາຄະນະພັກ, ລັດຖະ ດຳລັດວ່າດ້ວຍການແຕ່ງຕັ້ງລັດຖະ ມົນຕີ, ມະຕິວ່າດ້ວຍການສ້າງຕັ້ງ ອົງຄະນະພັກຊຸດໃໝ່ ແລະ ຜ່ານ ແຈ້ງການຂອງຄະນະຮັບຜິດຊອບ ປັບປຸງກົງຈັກການຕັດຕັ້ງ ແລະ ນິຕິ ກຳ ເຊິ່ງກົມການເມືອງສູນກາງພັກ ຕົກລົງແຕ່ງຕັ້ງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ກະຊວງການເງິນ; ປະທານປະເທດ ອອກລັດຖະດຳລັດສະບັບເລກທີ 099/ປປທ, ລົງວັນທີ 13 ມິຖຸນາ 2025 ມາດຕາ 1 ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ ເປັນລັດຖະມົນຕີກະ ຊວງການເງິນ; ຄຳສັ່ງຂອງຄະນະ ເລຂາທິການສູນກາງພັກສະບັບ ເລກທີ 535/ຄລສພ, ລົງວັນທີ 12 ມິຖຸນາ 2025, ວ່າດ້ວຍການຍຸບ ເລີກອົງຄະນະພັກກະຊວງການເງິນ ແລະ ອົງຄະນະພັກກະຊວງແຜນ ການ ແລະ ການລົງທຶນ; ຄະນະ ເລຂາທິການສູນກາງພັກ ເຫັນດີ ໂຮມເອົາການຈັດຕັ້ງຮາກຖານພັກ, ຈຳນວນສະມາຊິກພັກຂອງອົງຄະ ນະພັກ ກະຊວງການເງິນ ແລະ ອົງ ຄະນະພັກກະຊວງແຜນການ ແລະ ການລົງທຶນ ສ້າງຕັ້ງເປັນອົງຄະນະ ພັກກະຊວງການເງິນ; ຄະນະເລຂາ ທິການສູນກາງພັກ ອອກມະຕິຕົກລົງ ສະບັບເລກທີ 549/ຄລສພ.ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການ ສ້າງຕັ້ງອົງຄະນະພັກກະຊວງການ ເງິນ, ຄະນະເລຂາທິການສູນກາງ ພັກ ຕົກລົງເຫັນດີບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກກະຊວງການ ເງິນ ປະກອບມີ 9 ສະຫາຍ, ຍິງ 2 ສະຫາຍ, ບົ່ງຕົວແຕ່ງຕັ້ງຄະນະປະ ຈຳພັກ, ເລຂາ, ຮອງເລຂາກະຊວງ ການເງິນ 3 ສະຫາຍ. ກະຊວງການເງິນ (ໃໝ່) ປະ ພົວພັນ ແລະ ການຮ່ວມມືອັນດີລະ ຫວ່າງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ໃຫ້ແຕກດອກ ອອກຜົນຍິ່ງໆຂຶ້ນ, ລວມທັງການ ຍາດແຍ່ງເອົາການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອດ້ານ ຕ່າງໆຈາກສາກົນ ເພື່ອນໍາເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ການບັນລຸເປົ້າໝາຍການພັດທະ ນາແບບຍືນຍົງຂອງອົງການ ສປຊ, ໂດຍສະເພາະການລຶບລ້າງຄວາມ ທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ການນຳພາປະເທດໃຫ້ຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2026 ຕາມ ເປົ້າໝາຍທີ່ວາງໄວ້. ຂ່າວ-ພາບ: ກຕທ ເຂົ້າ-ມີອອກ” ເພື່ອປັບປຸງໃຫ້ດີຂຶ້ນ ໄປເລື້ອຍໆທັງເປັນການຍົກລະດັບ ພະນັກງານການນຳ-ຄຸ້ມຄອງຂອງ ພວກເຮົາໃຫ້ມີຄວາມຮູ້ຄວາມສາ ມາດນຳພາຮອບດ້ານ. ສະເພາະ ກະຊວງສຶກສາທິການ ແລະ ກິລາ ໃນໄລຍະຜ່ານມາ, ພາຍໃຕ້ການ ນຳພາ-ຊີ້ນຳຂອງຄະນະພັກ-ຄະນະ ນໍາຂອງກະຊວງສຶກສາທິການ ແລະ ກິລາ ອັນມີສະຫາຍ ພຸດ ສິມມາລາວົງ ເປັນຜູ້ນໍາໜ້ານັ້ນ, ບັນດາສະຫາຍໄດ້ພ້ອມກັນສຸມໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເທື່ອທີ 9 ໃນຂະແໜງການ ສຶກສາ ແລະ ກິລາ ຕິດພັນກັບການ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ IX ຂອງອົງຄະນະພັກ ກະຊວງ ສຶກສາທິການ ແລະ ກິລາ ເຮັດ ໃຫ້ວຽກງານສຶກສາທິການ ແລະ ກິລາ ໄດ້ຮັບການພັດທະນາ, ມີການ ປັບປຸງລະບົບການຮຽນ-ການສອນ ການພັດທະນາຊັບພະຍາກອນມະ ນຸດ, ການຄົ້ນຄວ້າວິທະຍາສາດ ແລະ ວຽກງານກິລາກາຍຍະກໍາ ໄດ້ ດຳເນີນໄປຕາມທິດທີ່ພັກ-ລັດເຮົາ ໄດ້ກຳນົດໄວ້ ແລະ ມີຜົນສຳເລັດ ຫລາຍດ້ານຮຽກຮ້ອງໃຫ້ບັນດາ ສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານກະຊວງສຶກສາ ທິການ ແລະ ກິລາ ຈົ່ງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນສຳ ເລັດຜ່ານມາໃຫ້ມີການພັດທະນາ ແລະ ກ້າວໜ້າໄປຢ່າງບໍ່ຢຸດຢັ້ງ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ຊວງສືບຕໍ່ເສີມຂະຫຍາຍບົດບາດ ການຊີ້ນໍາ-ນໍາພາດ້ານວຽກງານ ການເມືອງແນວຄິດໃຫ້ມີຄວາມໜັກ ແໜ້ນ, ຮັກສາຄວາມສາມັກຄີແບບ ປຶກແຜນມີການມອບວຽກແບ່ງງານ ໃຫ້ແຕ່ບຸກຄົນຮັບຜິດຊອບຢ່າງຈະ ແຈ້ງ; ຍົກສູງຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດບັນດານິຕິ ກໍາ, ລະບຽບຫລັກການທີ່ກ່ຽວຂ້ອງ ຂອງກະຊວງຕິດພັນກັບການຍົກ ສູງຄວາມຮັບຜິດຊອບດ້ານບຸກຄະ ລະກອນ ແລະ ການຈັດຕັ້ງແຕ່ຂັ້ນ ສູນກາງຮອດຂັ້ນທ້ອງຖິິ່ນ; ເອົາໃຈ ໃສ່ຕິດຕາມກວດກາປະເມີນຜົນງານ ການຈັດຕັ້ງປະຕິບັດວຽກງານໃນ ແຕ່ລະໄລຍະ. ພ້ອມນີ້້, ສະເໜີໃຫ້ ມີການຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານໃນຕໍ່ໜ້າມີປະສິດ ທິພາບ, ປະສິດທິຜົນ ແລະ ມີຜົນສໍາ ເລັດທີ່ຍິ່ງໃຫຍ່ກວ່າເກົ່າ. ຂ່າວ-ພາບ : ພະແນກໂຄສະນາ-ຂ່າວ ສານກະສິກຳ ເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງ ອຄ, ສະຫາຍ ຈັນທະບູນ ສຸກອາລຸນ ກໍາມະການຄະນະປະຈຳ ພັກ, ຮອງລັດຖະມົນຕີກະຊວງ ອຄ, ສະຫາຍ ມະໂນທອງ ວົງໄຊ ກໍາມະ ການຄະນະພັກ, ຮອງລັດຖະມົນຕີ ກະຊວງ ອຄ, ສະຫາຍ ນາງ ແສງເດືອນ ວົງອິນ ກໍາມະການ ຄະນະພັກ, ສະຫາຍ ພຸດທະວັນ ນັນທະວົງ ກໍາມະການຄະນະພັກ, ສະຫາຍທ່ານບົວວັນວິລະວົງ ກໍາມະ ການຄະນະພັກ, ສະຫາຍ ທ່ານ ໄຊສົມເພັດ ນໍລະສິງ ກໍາມະການ ຄະນະພັກ, ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກໍາມະການຄະນະ ພັກ, ສະຫາຍ ໄຊຊະນະ ໄຊຍະກອນ ກໍາມະການຄະນະພັກ ແລະ ສະຫາຍ ອະພິສິດ ແສງສຸລິວົງ ກໍາມະການ ຄະນະພັກ. ພ້ອມນີ້, ຍັງໄດ້ແຕ່ງຕັ້ງຫົວໜ້າ ຫ້ອງການ, ຫົວໜ້າກົມ ແລະ ຫົວໜ້າ ສະຖາບັນ ຕື່ມອີກ. ຂໍ້ມູນ-ພາບ: ໜັງສືພິມເສດຖະກິດການຄ້າ ກອບມີ 17 ກົມ ແລະ ທຽບເທົ່າສູນ ສະຖິຕິແຫ່ງຊາດປະກອບມີ 2 ກົມ ຂຶ້ນກັບ ແລະ ມີ 2 ຫົວໜ່ວຍວິຊາ ການຂັ້ນສອງຄື: ຫ້ອງການ, ກົມ ຈັດຕັ້ງ ແລະ ພະນັກງານ, ກົມກວດ ກາ, ກົມງົບປະມານແຫ່ງລັດ, ກົມ ນະໂຍບາຍເສດຖະກິດ ແລະ ການ ເງິນ, ກົມແຜນການ, ກົມປະເມີນ ຜົນ ແລະ ການຈັດຊື້-ຈັດຈ້າງ, ກົມ ຮ່ວມມື້ ແລະ ການເງິນສາກົນ, ກົມ ສ່ວຍສາອາກອນ, ກົມພາສີ, ຄັງເງິນ ແຫ່ງລັດ, ກົມຄຸ້ມຄອງຊັບສິນແຫ່ງ ລັດ, ກົມຄຸ້ມຄອງວິສາຫະກິດລັດລົງ ແລະ ການປະກັນໄພ, ກົມຄຸ້ມຄອງ ໜີ້ສາທາລະນະ, ກົມຄຸ້ມຄອງການ ບັນຊີ, ກົມເຕັກໂນໂລຊີຂໍ້ມູນຂ່າວ ສານການເງິນ, ສະຖາບັນເສດຖະກິດ ການເງິນ ມີຫົວໜ່ວຍສະຖາບັນຂັ້ນ ສອງຄື: ສະຖາບັນເສດຖະກິດການ ເງິນສາຂາພາກເໜືອ ແລະ ສະຖາ ບັນເສດຖະກິດການເງິນສາຂາພາກ ໃຕ້; ສູນສະຖິຕິແຫ່ງຊາດ ມີ 2 ກົມ ຄື: ກົມສະຖິຕິເສດຖະກິດ ແລະ ສັງ ຄົມ, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ. ສຳລັບກົມຄຸ້ມຄອງ ວິສາຫະກິດລັດລົງທຶນ ແລະ ການ ປະກັນໄພແມ່ນເຫັນດີໃຫ້ໂອນວຽກ ຄຸ້ມຄອງວິສາຫະກິດລັດລົງທຶນທີ່ ກ່ຽວກັບສິດໜ້າທີ່ຂອງຄະນະປະຕິ ຮູບວິສາຫະກິດໄປຂຶ້ນກັບຄະນະ ປະຕິຮູບວິສາຫະກິດພ້ອມດ້ວຍພະ ນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນ ວ່າ: ການປະກາດການຈັດຕັ້ງໃນ ຄັ້ງນີ້, ແມ່ນອີງໃສ່ທິດຊີ້ນຳຂອງ ກົມການເມືອງ, ພາຍຫລັງທີ່ມີການ ປັບປຸງນີ້ແລ້ວສະເໜີໃຫ້ຄະນະ ພັກ-ຄະນະນຳສືບຕໍ່ເປັນເຈົ້າການ ນຳພາແນວຄິດໃຫ້ແກ່ສະມາຊິກ ພັກພະນັກງານໃຫ້ມີຄວາມຮັບຮູ້ ຢ່າງເລິກເຊິ່ງມີອຸດົມການທີ່ໜຽວ ແໜ້ນທີ່ສຸດ, ແຕ່ໃນນັ້ນຕ້ອງໄດ້ ສ້າງຄວາມເປັນເອກະພາບເພື່ອ ໃຫ້ມີຄວາມເປັນເອກະພາບຢູ່ໃນ ອຸດົມການ; ສ້າງຄວາມເອກະພາບ ຢູ່ໃນຄະນະພັກກະຊວງ, ເອກະພາບ ກັບຂັ້ນເທິງ, ເອກະພາບກັບການ ຈັດຕັ້ງເຕົ້າໂຮມຄວາມສາມັກຄີໃນ ລະບຽບຫລັກການລວມສູນປະຊາ ທິປະໄຕ, ເຮັດວຽກເປັນໝູ່ຄະນະ. ພ້ອມນີ້, ຄະນະພັກຄະນະນຳກະ ຊວງໃຫ້ເອົາໃຈໃສ່ປຶກສາຫາລື, ມີການແບ່ງຄວາມຮັບຜິດຊອບຢ່າງ ຈະແຈ້ງ, ຫລັງຈາກນັ້ນກໍໃຫ້ບັນດາ ສະຫາຍສືບຕໍ່ປັບປຸງການຈັດຕັ້ງ ຢູ່ຂັ້ນທ້ອງຖິ່ນໃຫ້ສຳເລັດໂດຍໄວ ເພື່ອເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານມີຄວາມເຊື່ອໝັ້ນອຸ່ນ ອ່ຽນຕໍ່ພັກ ແລະ ລັດຖະບານ.

xtgmf]k; 3 19/06/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດ ž່າຕົ່ງ ພາບ ມາລີດາ ໂດຍ ເຂົ້າຈານນ້ຳ 7totde,kmy dkop5 8y me gvq k.9.lj xt8y [a f 3 rk]t[q f[kf0v'8q o pk,/q o Ij ;,da ovtokw,sq omk' s]u dg;A o[a oskoE4h ;,0a ' ມາພົບກັບຄໍລຳ “ສຽງຈາກ ສະພາ” ໃນມື້ນີ້ ຂໍພາທ່ານຜູ້ອ່ານ ໄປຮູ້ກັບການເຄື່ອນໄຫວຈັດຕັ້ງ ປະຕິບັດໜ້າທີ່ພາລະບົດບາດຂອງ ຄະນະປະຈຳສະພາແຫ່ງຊາດນັບ ແຕ່ກອງປະຊຸມສະໄໝສາມັນ ເທື່ອ ທີ 8 ເຖິງປັດຈຸບັນ ວ່າມີຜົນສຳເລັດ ໜ້ອຍຫລາຍເທົ່າ ແລະ ຍັງມີຂໍ້ຄົງ ຄ້າງ ທັງຈະສືບຕໍ່ແແກ້ໄຂໃນຕໍ່ໜ້າ ຄືແນວໃດ ພວກເຮົາໄປຮູ້ນຳກັນ. ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການຄະນະປະຈຳ, ປະທານ ກຳມາທິການການຍຸຕິທໍາ ໄດ້ໃຫ້ ສຳພາດໃນໂອກາດເຂົ້າຮ່ວມກອງ ປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ວ່າ: ໃນຖານະເປັນເສນາທິການໃຫ້ແກ່ ຄະນະປະຈໍາສະພາແຫ່ງຊາດ ໃນ ການປະຕິບັດ 3 ພາລະບົດບາດ ຕົ້ນຕໍຄື: ດ້ານນິຕິບັນຍັດ, ດ້ານ ການຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ແລະ ດ້ານການ ຕິດຕາມກວດກາ ນັບແຕ່ກອງ ປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດ ມາເຖິງປັດຈຸບັນ ກໍາມາທິການຍຸຕິທໍາໄດ້ເອົາໃຈໃສ່ ປະຕິບັດໜ້າທີ່່ຂອງຕົນດ້ວຍຄວາມ ຮັບຜິດຊອບສູງ ແລະ ສາມາດຍາດ ໄດ້ຜົນສໍາເລັດທີ່ພົ້ນເດັ່ນພໍສົມຄວນ. ໃນນັ້ນ, ດ້ານນິຕິບັນຍັດໄດ້ສໍາ ເລັດການຄົ້ນຄວ້າ ປະກອບຄໍາເຫັນ ຕໍ່ການປັບປຸງລັດຖະທໍາມະນູນ ສະ ບັບປີ 2025 ໂດຍສະເພາະແມ່ນ ໝວດທີ X ສານປະຊາຊົນ ແລະ ອົງ ການໄອຍະການປະຊາຊົນ, ໝວດ ທີ XI ການກວດກາລັດ ແລະ ການ ກວດສອບແຫ່ງລັດ ຕາມການ ມອບໝາຍຂອງຄະນະກຳມະການ ລະດັບຊາດ, ເປັນເຈົ້າການຄົ້ນຄວ້າ ປະກອບຄໍາເຫັນໃສ່ ກົດໝາຍວ່າ ດ້ວຍພະນັກງານໄອຍະການປະ ຊາຊົນ ແລະ ກົດໝາຍວ່າດ້ວຍການ ປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍສານປະຊາຊົນ ທີ່ຈະນຳ ເຂົ້າພິຈາລະນາຮັບຮອງໃນກອງ ປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ນີ້ ແລະ ກົດໝາຍອື່ນ ລວມຈໍານວນ 7 ສະບັບ. ນອກຈາກນັ້ນ, ໄດ້ຄົ້ນຄວ້າ ສ້າງ ແລະ ປັບປຸງນິຕິກໍາຈໍານວນ ໜຶ່ງ ເພື່ອຮັບໃຊ້ໃນການເຄື່ອນໄຫວ ວຽກງານ ເຊັ່ນ: ຂໍ້ຕົກລົງຂອງກໍາ ມາທິການ ວ່າດ້ວຍລະບຽບການ ຮັບ ແລະ ພິຈາລະນາຄໍາຮ້ອງຂໍ ຄວາມເປັນທໍາ ຂອງກໍາມາທິການຍຸ ຕິທໍາ, ປະສານສົມທົບ ເພື່ອຮ່າງ ຂໍ້ຕົກລົງຮ່ວມວ່າດ້ວຍການປະ ສານງານລະຫວ່າງ ກໍາມາທິການ ຍຸຕິທໍາກັບສານປະຊາຊົນສູງສຸດ ແລະ ການປັບປຸງຂໍ້ຕົກລົງຮ່ວມ ວ່າ ດ້ວຍການປະສານງານລະຫວ່າງ ກໍາມາທິການຍຸຕິທໍາ ກັບ ອົງການ ໄອຍະການປະຊາຊົນສູງສຸດ. ສຳ ລັບດ້ານການຕົກລົງບັນຫາສໍາຄັນ ພື້ນຖານຂອງຊາດ ກໍ່ໄດ້ເອົາໃຈ ໃສ່ຄົ້ນຄວ້າກ່ຽວກັບການສະເໜີ ແຕ່ງຕັ້ງ, ຍົກຍ້າຍ ບຸກຄະລາກອນ ຂອງສານປະຊາຊົນຕາມການສະ ເໜີຂອງປະທານສານປະຊາຊົນ ສູງສຸດ ເພື່ອສະເໜີຕໍ່ກອງປະຊຸມ ຄະນະປະຈໍາສະພາແຫ່ງຊາດ ພິຈາ ລະນາຮັບຮອງ ໄດ້ທັງໝົດ 29 ທ່ານ. ໃນນີ້ປະທານ, ຮອງປະທານ ສານປະຊາຊົນທ້ອງຖິ່ນ 23 ທ່ານ; ຮອງປະທານສານທະຫານ 2ທ່ານ; ຜູ້ພິພາກສາຊັ້ນສີ່ 3 ທ່ານ ແລະ ຍົກ ຍ້າຍລັດຖະກອນຕຸລາການ 1 ທ່ານ. ນໍາເອົາຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນເຂົ້າຜ່ານກອງປະ ຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາແກ້ໄຂ 7 ເລື່ອງ. ຂະນະທີ່ດ້ານການຕິດຕາມ ກວດກາ, ກໍາມາທິການຍຸຕິທໍາ ໄດ້ ລົງຕິດຕາມກວດກາ ການປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍກໍຄື ການເຄື່ອນໄຫວຂອງສານປະຊາ ຊົນ ແລະ ອົງການໄອຍະການປະ ຊາຊົນສູງສຸດ ໂດຍໄດ້ລົງເລິກຕິດ ຕາມກວດກາກ່ຽວກັບການປະຕິ ບັດຫລັກການໃນການໂຕ້ແຍ່ງ-ໂຕ້ ຖຽງໃນທີ່ປະຊຸມສານ ແລະ ລົງ ເບິ່ງການປະຕິບັດຕົວຈິງ ຢູ່ສານ ປະຊາຊົນພາກກາງ, ສານປະຊາ ຊົນນະຄອນຫລວງວຽງຈັນ ແລະ ສານປະຊາຊົນເຂດ II ນະຄອນ ຫລວງວຽງຈັນ ກໍຄື ການປະຕິບັດ ພາລະບົດບາດຂອງອົງການໄອ ຍະການປະຊາຊົນສູງສຸດ ໃນການ ຕິດຕາມກວດກາການດໍາເນີນຄະດີ, ການຖະແຫລງສັ່ງຟ້ອງຜູ້ຖືກຫາ ຂຶ້ນສານ, ການແກ້ໄຂບັນຫາການ ກັກຕົວ, ຈັບຕົວ, ກັກຂັງ ທີ່ມີການ ລະເມີດກົດໝາຍ. ພິເສດໄດ້ສໍາເລັດ ການຈັດກອງປະຊຸມ ຖອດຖອນບົດ ຮຽນກ່ຽວກັບການຮັບ, ພິຈາລະນາ ແລະ ແກ້ໄຂຄໍາຮ້ອງຂໍຄວາມເປັນ ທໍາຂອງຄະນະປະຈໍາສະພາແຫ່ງ ຊາດ ແລະ ຄະນະປະຈໍາສະພາປະ ຊາຊົນຂັ້ນແຂວງ ໃນໄລຍະ 5 ປີ ຜ່ານມາ (2021-2025) ໂດຍ ມີການເຂົ້າຮ່ວມ 18 ເຂດເລືອກຕັ້ງ ໃນຂອບເຂດທົ່ວປະເທດ. ຜ່ານການລົງຕິດຕາມກວດກາ ເຫັນວ່າ ສານປະຊາຊົນ, ອົງການ ໄອຍະການປະຊາຊົນ ໄດ້ມີຄວາມ ຕັ້ງໜ້າຈັດຕັ້ງປະຕິບັດພາລະບົດ ບາດ, ໜ້າທີ່ຂອງຕົນດ້ວຍຄວາມ ຮັບຜິດຊອບສູງ ຊຶ່ງຄາດວ່າໝົົດປີ ຈະສາມາດບັນລຸບັນດາຄາດໝາຍ ຕາມມະຕິກອງປະຊຸມສະພາແຫ່ງ ຊາດ ສະບັບເລກທີ 141, 142/ ສພຊ, ລົງວັນທີ 11 ທັນວາ 2024. ການຮັບ, ພິຈາລະນາ ແລະ ແກ້ໄຂ ຄຳຮ້ອງຂໍຄວວາມເປັນທໍາຂອງ ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນ ແຂວງ ແມ່ນວຽກງານໜຶ່ງທີ່ສຳຄັນ ໃນການປະຕິບັດພາລະບົດບາດ ຕິດຕາມກວດກາຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ຕາມທີ່ໄດ້ກຳນົດໄວ້ໃນລັດ ຖະທຳມະນູນ ແລະ ກົດໝາຍ. ສະພາແຫ່ງຊາດໄດ້ຮັບຄຳຮ້ອງ ຂໍຄວາມເປັນທໍາ ທັງໝົດຈຳນວນ 2.010 ເລື່ອງ, ໃນນີ້ ເປັນຄຳຮ້ອງ ທີ່ຄ້າງມາແຕ່ສະພາແຫ່ງຊາດຊຸດ ທີ 7III 404 ເລື່ອງ, ຄໍາຮ້ອງເຂົ້າ ໃໝ່ໃນສະພາແຫ່ງຊາດ ຊຸດທີ IX (ນັບຮອດເດືອນພຶດສະພາ 2025) 1.606 ເລື່ອງ. ສາມາດພິຈາລະ ນາໄດ້ 1.355 ເລື່ອງ ກວມເອົາ 67,41 ຂອງຈຳນວນຄຳຮ້ອງ ທັງໝົດ 2010 ເລື່ອງ. ແຕ່ຖ້າຄິດ ໄລ່ໃສ່ຄຳຮ້ອງທີ່ເຂົ້າມາໃນສະພາ ແຫ່ງຊາດ ຊຸດທີ IX 1.600 ເລື່ອງ ແມ່ນສາມາດພິຈາລະນາແກ້ໄຂໄດ້ 84,37 . ໄປຄຽງຄູ່ກັບຜົນສໍາເລັດທີ່ ກ່າວມານັ້ນ, ກໍ່ຍັງພົບກັບຄວາມ ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຈຸດ ອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ ປັບປຸງແກ້ໄຂ ເປັນຕົ້ນ ການພິຈາລະ ນາ ແລະ ແກ້ໄຂຄໍາຮ້ອງຂໍຄວາມ ເປັນທໍາ ຍັງບໍ່ທັນບັນລຸຕາມຄາດ ໝາຍທີ່ວາງໄວ້ 85 ; ກົນໄກການ ປະສານສົມທົບ ເພື່ອພິຈາລະນາ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາລະ ຫວ່າງພາກສ່ວນກ່ຽວຂ້ອງຕ່າງໆ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ ບໍ່ທັນໂລ່ງລ່ຽນ, ບໍ່ທັນເປັນເອກະ ພາບ, ຫລາຍຂັ້ນຂອດ ເຮັດໃຫ້ການ ຄົ້ນຄວ້າພິຈາລະນາຊັກຊ້າ, ແກ່ ຍາວຫລົບໄປຫລົບມາຫລາຍຄັ້ງ. ບາງຄຳຮ້ອງ ຄະນະປະຈຳສະພາ ແຫ່ງຊາດ ຫລື ຄະນະປະຈໍາສະພາ ປະຊາຊົນແຂວງໄດ້ພິຈາລະນາ ຕົກລົງ ແລະ ນໍາສົ່ງພາກສ່ວນກ່ຽວ ຂ້ອງພິຈາລະນາແກ້ໄຂຕາມພາລະ ບົດບາດ ແຕ່ອົງການກ່ຽວຂ້ອງບໍ່ ພິຈາລະນາແກ້ໄຂຕາມການຕົກລົງ ຂອງສະພາ ແລະ ບໍ່ໄດ້ແຈ້ງຕອບ ໃຫ້ຜູ້ຮ້ອງຂໍຄວາມເປັນທໍາຊາບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍວ່າດ້ວຍການແກ້ ໄຂຄໍາຮ້ອງທຸກ ສະບັບ ປີ 2022. ກົດໝາຍ, ນິຕິກໍາໃຕ້ກົດໝາຍ ເພື່ອ ຮັບໃຊ້ວຽກງານແກ້ໄຂຄໍາຮ້ອງທຸກ ຍັງບໍ່ທັນຄົບຊຸດ ແລະ ຮັດກຸມ ລວມ ທັງການໂຄສະນາເຜີຍແຜ່ບໍ່ທັນ ກວ້າງຂວາງເລິກເຊິ່ງ. ຜ່ານການຕິດຕາມກວດກາ ຂອງສະພາແຫ່ງຊາດ ກໍຄື ສະພາ ປະຊາຊົນຂັ້ນແຂວງຍັງພົບເຫັນ ວ່າ ການຕັດສິນ ແລະ ພິພາກສາ ຄະດີ ຍັງບໍ່ສາມາດຮັບປະກັນໄດ້ ທາງດ້ານຄຸນນະພາບ ເນື່ອງຈາກ ຜູ້ພິພາກສາຈໍານວນໜຶ່ງ ຈັນຍາ ບັນ-ຈັນຍາທໍາ ບໍ່ທັນສູງ ເຮັດໃຫ້ ການຕັດສິນ ແລະ ພິພາກສາຄະດີ ຍັງບໍ່ສາມາດຮັບປະກັນໄດ້ໃນຫລັກ ການຂອງການດໍາເນີນຄະດີ; ການ ແກ້ໄຂຄະດີບໍ່ສາມາດປະຕິບັດໄດ້ ຕາມກໍານົດເວລາທີ່ກົດໝາຍກໍາ ນົດ ເປັນຕົ້ນການສັ່ງຟ້ອງຜູ້ຖືກຫາ ຂຶ້ນສານ, ການເກັບກໍາຂໍ້ມູນຫລັກ ຖານຍັງບໍ່ທັນໜັກແໜ້ນ; ການ ຕິດຕາມກວດກາແລະແກ້ໄຂບັນຫາ ການລະເມີດກົດໝາຍຂອງອົງການ ສືບສວນ-ສອບສວນ ບໍ່ທັນມີປະ ສິດທິພາບສູງເປັນຕົ້ນຍັງມີການກັກ ຂັງຜູ້ຖືກຫາ ເກີນກໍານົດເວລາ ປັດຈຸ ບັນ ຍັງມີຜູ້ທີ່ຖືກກັກຂັງເກີນກໍານົດ ເວລາ 1.970 ຄົນ, ເປັນຍິງ 294 ຄົນ ທີ່ບໍ່ທັນໄດ້ຮັບການແກ້ໄຂ. ແນວໃດກໍດີ ເພື່ອເຮັດສໍາເລັດ ໜ້າທີ່ການເມືອງທີ່ໄດ້ຮັບມອບ ໝາຍກຳມາທິການຍຸຕິທຳ ຈະສູ້ຊົນ ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງແຜນການປະຈຳປີ 2025 ໃຫ້ສຳເລັດເປັນຕົ້ນ ການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງ ຊາດໃນຂົງເຂດຍຸຕິທໍາ, ການປັບປຸງ ກົງຈັກການຈັດຕັ້ງ, ການສຶກສາ ອົບຮົມການເມືອງແນວຄິດ, ຈັນຍາ ບັນ, ຈັນຍາທຳ, ການຍົກລະດັບທິດ ສະດີການເມືອງ, ວິຊາສະເພາະໃຫ້ ແກ່ພະນັກງານລັດຖະກອນ ເພື່ອ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນ ໄລຍະໃໝ່; ສືບຕໍ່ປັບປຸງກົນໄກ ການ ປະສານງານກັບພາກສ່ວນກ່ຽວ ຂ້ອງໃນການພິຈາລະນາແກ້ໄຂ ຄຳ ສະເໜີ, ຄຳຮ້ອງຂໍຄວາມເປັນທຳ ຂອງປະຊາຊົນໃຫ້ມີຄວາມໂລ່ງ ລ່ຽນ, ວ່ອງໄວ, ໂປ່ງໃສ, ຖືກຕ້ອງ ຕາມກົດໝາຍ, ຄວາມເປັນຈິງ ແລະ ມີຄວາມຍຸຕິທຳ, ສູ້ຊົນພິຈາລະນາ ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ ບັນລຸຄາດໝາຍ 85 ເພື່ອປະກອບ ສ່ວນເຮັດໃຫ້ສັງຄົມມີຄວາມສະ ຫງົບ, ສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງພົນລະເມືອງໄດ້ຮັບ ການປົກປ້ອງຕາມກົດໝາຍເຮັດໃຫ້ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໄດ້ຮັບການຈັດຕັ້ງ ປະຕິບັດຕົວຈິງຢ່າງໜັກແໜ້ນ. ສະພາບນໍ້າຖ້ວມຂັງຕາມ ເສັ້ນທາງໃນຕົວເມືອງໃຫຍ່ບັນດາ ແຂວງໃນທົ່ວປະເທດ ໄດ້ກາຍເປັນ ປະເດັນຫາງສຽງໃນສັງຄົມໃນ ເວລາຝົນຕົກຫລາຍ ກໍ່ໃຫ້ເກີດນ້ຳ ຖ້ວມຂັງເປັນປະຈຳ ເນື່ອງຈາກທໍ່ລະ ບາຍນໍ້າຕາມແຄມທາງ ມີຂີ້ເຫຍື້ອ, ຂີ້ຕົມ, ແຮ່ຊາຍ ອັດຕັນ ເຮັດໃຫ້ ນໍ້າໄຫລບໍ່ທັນ. ຢ່າງໃດກໍດີຕໍ່ກັບ ບັນຫານີ້ ມັນມີການຕິດພັນກັບ ການຂາດການເປັນເຈົ້າການຮ່ວມ ກັນເຮັດອະນາໄມຢ່າງຈິງຈັງ ຈຶ່ງ ສ້າງຄວາມຫຍຸ້ງຍາກຕໍ່ການສັນ ຈອນພໍສົມຄວນ, ຈາກສະພາບທີ່ ເກີດຂຶ້ນໃນແຕ່ລະປີຜ່ານມານີ້, ມັນ ໄດ້ສະທ້ອນໃຫ້ເຫັນເຖິງການຮັບມື ໃນໄລຍະລະດູຝົນ ທີ່ພາກສ່ວນ ກ່ຽວຂ້ອງຕ້ອງໄດ້ສົມທົບກັນວາງ ແຜນແກ້ໄຂກໍຄືການເຮັດອະນາ ໄມ ຫລື ການລ່ວງທໍ່ລະບາຍນໍ້າ ແລະ ນະຄອນຫລວງອອກສູ່ແຂວງ ອື່ນ ໂດຍສະເພາະແມ່ນເສັ້ນທາງ 13 ເໜືອ ນະຄອນຫລວງວຽງຈັນ ຫາແຂວງວຽງຈັນ ເຊິ່ງໄດ້ສ້າງ ຄວາມສະດວກສະບາຍ ທັງໃຊ້ເວ ລາໜ້ອຍຕໍ່ການໄປມາຫາສູ່ກັນລະ ຫວ່າງນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ເມື່ອທຽບ ໃນໄລຍະຫລາຍປີຜ່ານມາ. ເມື່ອ ລັດຖະບານໄດ້ສຸມທຶນກໍ່ສ້າງທາງ ຢ່າງຫລວງຫລາຍຄືດັ່ງກ່າວນັ້ນ ກໍເພື່ອສ້າງຄວາມສະດວກສະບາຍ ໃນການໄປມາຫາສູ່, ຂົນສົ່ງສິນຄ້າ ໃຫ້ວ່ອງໄວຂຶ້ນກວ່າເກົ່າ ເຊິ່ງເສັ້ນ ທາງຫລາຍໆເສັ້ນໃນຕົວເມືອງໃຫຍ່ ໃນຂອບເຂດທົ່ວປະເທດທີ່ມີຮ່ອງ ລະບາຍນ້ຳນັ້ນ, ພວກເຮົາຕ້ອງເປັນ ເຈົ້າການປະກອບສ່ວນຊ່ວຍລັດ ຖະບານໃນການປົກປັກຮັກສາ ທັງ ຮ່ວມກັບພາກສ່ວນກ່ຽວຂ້ອງອະ ນາໄມໃຫ້ມີຄວາມສະອາດ ໂດຍ ສະເພາະແມ່ນໄລຍະລະດູຝົນນີ້ ຍິ່ງ ພວກເຮົາຕ້ອງເພີ່ມທະວີເຮັດອະ ນາໄມ້ເປັນປະຈຳ ເພື່ອໃຫ້ການ ໄຫລຂອງນ້ຳຝົນໄຫລສະດວກ ເພື່ອຫລີກເວັ້ນບັນຫານ້ຳຖ້ວມຂັງ ທີ່ສ້າງຄວາມຫຍຸ້ງຍາກໃນການ ສັນຈອນໄປມາດັ່ງທີ່ພວກເຮົາພົບພໍ້ ໃນທຸກປີຜ່ານມາແລ້ວ. ແນວໃດກໍຕາມ, ສຳລັບໃນນະ ຄອນຫລວງວຽງຈັນ ໃນໄລຍະ ຜ່ານມາເສັ້ນທາງທີ່ມັກເກີດນ້ຳ ຖ້ວມຂັງກໍມີຫລາຍຈຸດ ໂດຍສະ ເພາະແມ່ນຈຸດ 4 ແຍກໄຟແດງທາດ ຫລວງ ຖ້າມີຝົນຕົກແຮງຫລາຍ ຊົ່ວໂມງ ຈະເຮັດໃຫ້ເກີດນ້ຳຖ້ວມ ຂັງເປັນປະຈຳ ແລະ ຫລາຍຈຸດທີ່ ທໍ່ລະບາຍນ້ຳມີການອັດຕັນກໍມັກ ເກີດເຊັ່ນດຽວກັນ. ດັ່ງນັ້ນ, ພວກ ເຮົາຕ້ອງເປັນເຈົ້າການຊ່ວຍກັນ ໃນ ການເຮັດອະນາໄມ້ເປັນປະຈຳດ້ວຍ ການຊ້ວນດິນ, ເກັບຂີ້ເຫຍື້ອທີ່ອັດ ຕັນຮູລະບາຍນ້ຳ, ດິນຕົກຄ້າງສອງ ຝາກທາງຢູ່ຕາມໜ້າເຮືອນໃຜລາວ, ມ້ຽນມັດຂີ້ເຫຍື້ອໃຫ້ເປັນລະບຽບ ແລະ ຫ້າມບໍ່ໃຫ້ເອົາເສດອາຫານ, ຂີ້ເຫຍື້ອຖິ້ມໃສ່ຮູລະບາຍນ້ຳເພື່ອ ບໍ່ໃຫ້ຂີ້ເຫຍື້ອດັ່ງກ່າວໄຫລໄປອັດ ຕັນທໍ່ລະບາຍນ້ຳເວລາມີຝົນຕົກ. ນອກຈາກນີ້, ການຂົນສົ່ງດິນ, ຫີນຊາຍຂອງຜູ້ປະກອບການກໍຕ້ອງມີ ຄວາມຮັບປະກັນ ແລະ ບໍ່ຂົນສົ່ງ ຫລາຍເກີນຈົນຫລົ້ນ ຕົກເຮ່ຍໄປ ຕາມທາງ ອັນຈະເຮັດໃຫ້ຕັນທໍ່ລະ ບາຍນ້ຳຈົນເກີດມີນ້ຳຖ້ວມຂັງທີ່ ສ້າງຄວາມຫຍຸ້ງຍາກຕໍ່ສັງຄົມ. ໃຫ້ທັນ ເພື່ອຫລຸດຜ່ອນການເກີດ ສະພາບນໍ້າຖ້ວມຂັງ ຕາມເສັ້ນ ທາງໃນນະຄອນຫລວງວຽງຈັນ ກໍຄືບັນດາເສັ້ນທາງເມືອງໃຫຍ່ໃນ ທົ່ວປະເທດ. ປັດຈຸບັນນີ້ ໄດ້ກ້າວສູ່ລະດູຝົນ ແລະ ກໍມີຝົນຕົກຕໍ່ເນື່ອງໃນຂອບ ເຂດທົ່ວປະເທດ ເຊິ່ງມັນຮຽກເຖິງ ການຮັບມືຕໍ່ສະພາບນ້ຳຖ້ວມຕ່າງໆ ຂອງທຸກພາກສ່ວນໃນສັງຄົມ. ໜຶ່ງ ໃນນີ້ ກໍແມ່ນການຮັບມືຕໍ່ສະພາບ ນ້ຳຖ້ວມຂັງເສັ້ນທາງ ທີ່ສ້າງຄວາມ ຫຍຸ້ງຍາກຕໍ່ການສັນຈອນໄປມາ ໃນລະດູຝົນປີນີ້. ຢ່າງໃດກໍດີ, ເປັນ ອີກໜຶ່ງຄວາມພາກພູມໃຈຂອງ ສັງຄົມບໍ່ໜ້ອຍ ຫລັງລັດຖະບານ ໄດ້ສຸມທຶນຮອນກໍ່ສ້າງເສັ້ນທາງ ເບຕົງໃນນະຄອນຫລວງວຽງຈັນ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==