ສສ ຫວຽດນາມ ຍ້ອງຍໍສັນລະເສີນນັກຂ່າວໜຸ່ມດີເດັ່ນ

19/06/2025 21:43
Email Print 206
KPL ຄະນະຊາວໜຸ່ມ ລັດຖະບານ ຫວຽດນາມ ໄດ້ຈັດພິທີ ຍ້ອງຍໍ ສັນລະເສີນ ນັກຂ່າວໜຸ່ມ ດີເດັ່ນ ປີ 2025. ນີ້ແມ່ນລາຍການຂ່ຳນັບຮັບຕ້ອນ ການສະເຫລີມສະຫລອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925-21/06/2025).

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ຄະນະຊາວໜຸ່ມ ລັດຖະບານ ຫວຽດນາມ ໄດ້ຈັດພິທີ ຍ້ອງຍໍ ສັນລະເສີນ ນັກຂ່າວໜຸ່ມ ດີເດັ່ນ ປີ 2025. ນີ້ແມ່ນລາຍການຂ່ຳນັບຮັບຕ້ອນ ການສະເຫລີມສະຫລອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925-21/06/2025).ຈາກນັ້ນ ທ່ານ ບຸຍແທັງເຊີນ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຢັ້ງຢືນວ່າ ລາຍການສະແດງ ໃຫ້ເຫັນຄວາມເອົາໃຈໃສ່ ຢ່າງເລິກເຊິ່ງເຖິງລຸ້ນຄົນສືບທອດຕໍ່ໄປ ຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ. ນັກຂ່າວໜຸ່ມ 50 ຄົນ ໄດ້ຮັບການຍ້ອງຍໍ ສັນລະເສີນ ແມ່ນສິ່ງທີ່ພິສູດ ຢ່າງມີຊີວິດຊີວາ ໃຫ້ແກ່ ພາບພົດຂອງນັກຂ່າວ ຍຸກສະໄໝໃໝ່ກ້າໄປ, ກ້າຂຽວ, ກ້າຮັບຜິດຊອບ, ອັບເດດເຕັກໂນໂລຢີ ແລະ ມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ຢ່າງບໍ່ຢຸດຢັ້ງ. ທ່ານ ຮອງນາຍົກ ລັດຖະມົນຕີ ເນັ້ນໜັກວ່າ ສສ ຫວຽດນາມ ພວມກ້າວເຂົ້າສູ່ ສັງກາດໃໝ່ ແລະ ເຊື່ອມໂຍງເຂົ້າກັບ ສາກົນ ຢ່າງເລິກເຊິ່ງກວ້າງຂວາງ, ດັ່ງນັ້ນ ກ່ວາເວລາໃດໝົດ, ລັດຖະບານ ແລະ ປະຊາຊົນ ມີຄວາມຕ້ອງການໃຫ້ ສື່ມວນຊົນ ໄດ້ລົງຂ່າວ ທີ່ເປັນຂອງຕົນເອງ ຄຸ້ມຄອງ ຢ່າງຊັດເຈນ, ທັນການ, ຖືກຕາມການກຳນົດ, ດ້ວຍບັນດາບົດຂຽນ ທີ່ເລິກເຊິ່ງ, ມີຄວາມຄົມເລິກ; ສ່ອງແສງ ສະພາບການຕົວຈິງ, ເຂົ້າຮ່ວມ ວິວັດການປະຕິບັດ ນະໂຍບາຍ ຢ່າງແທ້ຈິງ, ປະກອບສ່ວນ ແກ້ໄຂບັນດາ ຈຸດອຸດຕັນ, ຊຸກຍູ້ການປະຕິຮູບ ລະບອບ ລະບຽບການ, ປັບປຸງສະພາບການແວດລ້ອມ ແຫ່ງການລົງທຶນ, ດຳເນີນທຸລະກິດ, ໂຄສະນາພາບພົດຂອງປະເທດ ຫວຽດນາມ ຕໍ່ເພື່ອນມິດສາກົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top