KPL
ບັນດາຜູ້ແທນ ຣັດເຊຍ ແລະ ສ.ອາເມລິກາ ໄດ້ດຳເນີນ ການເຈລະຈາກ່ຽວກັບຫລາຍເນື້ອໃນ ກ່ຽວຂ້ອງເຖິງ ສະພາບການຕົວຈິງ ໃນການພົວພັນ ດ້ານເສດຖະກິດ ສອງຝ່າຍ.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ບັນດາຜູ້ແທນ ຣັດເຊຍ ແລະ ສ.ອາເມລິກາ ໄດ້ດຳເນີນ ການເຈລະຈາກ່ຽວກັບຫລາຍເນື້ອໃນ ກ່ຽວຂ້ອງເຖິງ ສະພາບການຕົວຈິງ ໃນການພົວພັນ ດ້ານເສດຖະກິດ ສອງຝ່າຍ.ໃນຂອບເຂດເວທີປາໄສເສດຖະກິດສາກົນ Saint Petersburg (SPIEF) ຄັ້ງທີ 28, ໄດ້ດຳເນີນແຕ່ ວັນທີ 18 – 21 ມິຖຸນາ ຢູ່ນະຄອນ Saint Petersburg (ຣັດເຊຍ), ບັນດາຜູ້ແທນ ຣັດເຊຍ ແລະ ສ.ອາເມລິກາ ໄດ້ດຳເນີນການເຈລະຈາ ກ່ຽວກັບ ຫລາຍເນື້ອໃນກ່ຽວຂ້ອງ ເຖິງສະພາບການຕົວຈິງ ໃນການພົວພັນ ດ້ານເສດຖະກິດສອງຝ່າຍ.ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກເວທີປາໄສ, ທ່ານ Kirill Dmitriev, ຜູ້ອຳນວຍການໃຫຍ່ ກອງທຶນລົງທຶນໂດຍກົງ ຣັດເຊຍ ໃຫ້ຮູ້ວ່າ ສອງຝ່າຍໄດ້ແລກປ່ຽນ ຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບຫລາຍບັນຫາ ທີ່ມີລັກສະນະແທດຈິງ, ໃນນັ້ນ ພົ້ນເດັ່ນ ແມ່ນການສະເໜີເຊື່ອມຕໍ່ ຖ້ຽວບິນໂດຍກົງ ລະຫວ່າງ ຣັດເຊຍ ແລະ ສ.ອາເມລິກາ ໃນໄລຍະຈະມາເຖິງ. ໃນການພົບປະ, 2 ຝ່າຍກໍໄດ້ສຸມໃສ່ ປຶກສາຫາລື ກ່ຽວກັບ ບັນດາແຜນການລະອຽດ ຂອງວິສາຫະກິດ ອາເມລິກາ ໃນການຮັກສາການເຄື່ອນໄຫວ ແລະ ເພີ່ມທະວີການດຳເນີນທຸລະກິດ ຢູ່ຕະຫລາດ ຣັດເຊຍ, ກໍຄື ການຜັນຂະຫຍາຍ ບັນດາໂຄງການພັດທະນາ ໃນບັນດາຂົງເຂດ ທີ່ມີກຳລັງບົ່ມຊ້ອນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL