ກະຊວງ ພບ ສະຫລຸບການປະຕິບັດວຽກງານ ແລະ ຜ່ານເອກະສານປັບປຸງກົງຈັກການຈັດຕັ້ງ

19/06/2025 15:49
Email Print 144
KPL ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ຜ່ານເອກະສານການປັບປຸງກົງຈັກການຈັດຕັ້ງ ພັກ-ລັດ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
, ມີຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກະຊວງ ພບ ເຂົ້າຮ່ວມ.



ໂອກາດນີ້
, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງ ພບ ໄດ້ລາຍງານຫຍໍ້ການ ເຄື່ອນໄຫວວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສະພາບ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຊຶ່ງເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນຕໍ່ການພັດທະນາ ເສດຖະ ກິດ-ສັງຄົມຂອງຊາດ ໄດ້ມີຜົນສຳເລັດໃນຫລາຍດ້ານ. ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າຍ ແລະ ທິດທາງການພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ ແຕ່ລະໄລຍະຕື່ມອີກ.

ທ່ານ ນາງ ແສງເດືອນ ວົງອິນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານບັນດານິຕິກຳຕ່າງໆ ຂອງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ໃນນີ້ລວມມີນິຕິກຳກ່ຽວກັບ ການຮັບຮອງເອົາການຍົກຍ້າຍບຸກຄະລາກອນ ແລະ ກົງຈັກການຈັດຕັ້ງຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂຮມເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການອອກການຮັບອູດໜູນບຳນານ ຂອງພະນັກງານຂັ້ນສູນກາງນຳພາ ຈຳນວນ 10 ທ່ານ. ໃນນີ້, ປະກອບມີຂັ້ນຫົວໜ້າກົມຈຳນວນ 4 ທ່ານ, ຂັ້ນຮອງຫົວໜ້າກົມ 6 ທ່ານ.




ໃນຕອນທ້າຍ ທ່ານ ໂພໄຊ ໄຊຍະສອນ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານ-ລັດຖະກອນ ພາຍໃນກະຊວງ ໂດຍສະເພາະບັນດາທ່ານ ທີ່ນອນໃນເປົ້າໝາຍ ອອກພັກການຮັບອູດໜູນບຳນານ ທີ່ໄດ້ອຸທິດເຫື່ອແຮງ
, ສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະຕະຫລອດໄລຍະ 19 ປີ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການສ້າງຕັ້ງມາແຕ່ປີ 2006 ເປັນຕົ້ນມາ. ພ້ອມທັງ, ຊີ້ນໍາໃຫ້ ຄະນະພັກ, ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະ ກອນຂອງຕົນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ນະໂຍບາຍຂອງພັກ, ລັດຖະບານ ໃນການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ແລະ ພ້ອມກັນປະຕິບັດໜ້າທີ່ອັນໃໝ່ ໃຫ້ມີຜົນສຳເລັດທີ່ໜັກແໜ້ນກວ່າເກົ່າ.

ຂໍ້ມູນ-ພາບ: ສູນຂ່າວພະລັງງານ ແລະ ບໍ່ແຮ່

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາການເມືອງ

      ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      6/19/2025 4:21:28 PM

      ຂປລ. ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນວັນທີ 19 ມິຖຸນາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະທານປະເທດ, ມີຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງວຽງຈັນ

      6/19/2025 4:17:01 PM

      ຂປລ. ຕອນບ່າຍວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.

    • ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດການເມືອງ

      ທູດລາວຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສະມາພັນທະລັດສະວິດ

      6/19/2025 3:58:28 PM

      ຂປລ. ໃນຕອນບ່າຍ ວັນທີ 17 ມິຖຸນາ 2025, ທີ່ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ກາຣິນ ແຄເລີຊຸດເຕີ(Karin Keller Sutter) ປະທານາທິບໍດີແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດສະວິດ

    • ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ

      6/19/2025 3:54:13 PM

      ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ

    • ກຽມສະຫລອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຍົກສູງບົດບາດການນໍາພາທຸກຂັ້ນ ຕໍ່ວຽກງານແນວໂຮມການເມືອງ

      ກຽມສະຫລອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຍົກສູງບົດບາດການນໍາພາທຸກຂັ້ນ ຕໍ່ວຽກງານແນວໂຮມ

      6/19/2025 3:45:46 PM

      ຂປລ. ສປປ ລາວ ກໍ​ຄື ສູນກາງແນວລາວສ້າງຊາດ ກະກຽມສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈຸດປະສົງ ເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫລວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາ ເຜົ່າຍາດມາໄດ້ຕະຫລອດໄລຍະ 75 ປີ ຜ່ານມາ.


Top