KPL
ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ

ຂປລ. ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນໃນວັນທີ 18 ມິຖຸ ນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ, ສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ສະຖາບັນ, ສູນວິຊາການລະດັບສອງ ພ້ອມດ້ວຍພະນັກງານຫລັກແຫລ່ງພາຍໃນ 2 ກະຊວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ລິນຄໍາ ດວງສະຫວັນ ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ມະຕິກອງປະຊຸມຂອງ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງການຈັດຕັ້ງ ຂອງລັດຖະບານ ເຊິ່ງໄດ້ຮັບຮອງເອົາການປັບປຸງກົງຈັກ ການຈັດຕັ້ງຂອງກະຊວງ-ອົງການ. ໃນນີ້, ໂຮມເອົາກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບກະຊວງກະສິກໍາ ແລະ ປ່າໄມ້ ເອີ້ນຊື່ວ່າ “ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ”. ດ້ານໂຄງປະກອບການຈັດຕັ້ງ ພາຍຫລັງໂຮມເຂົ້າກັນ ປະກອບມີ 18 ຫົວໜ່ວຍຂັ້ນກົມ ແລະ 9 ຫົວໜ່ວຍວິຊາການລະດັບສອງ.
ໂອກາດນີ້, ສະຫາຍ ຜາຄໍາ ອິນແສງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຂຶ້ນຜ່ານ ລັດຖະດຳລັດ ເລກທີ 101/ປປທ ວ່າດ້ວຍການຍົກຍ້າຍ ສະຫາຍ ບຸນຄຳ ວໍລະຈິດ ໄປເປັນຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ ແລະ ລັດຖະດຳລັດ ເລກທີ 104/ປປທ, ລົງວັນທີ 13 ມິຖຸນາ 2025 ແຕ່ງຕັ້ງ ສະຫາຍ ລິນຄໍາ ດວງສະຫວັນ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ນອກນັ້ນ, ຍັງໄດ້ຜ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຫົວໜ່ວຍວິຊາການລະດັບສອງ ຕື່ມອີກ.

ໃນຕອນທ້າຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນ ບາງບັນຫາຄື: ພາຍຫລັງໂຮມເຂົ້າກັນແລ້ວ ສະເໜີໃຫ້ຄະນະພັກ-ຄະນະນໍາກະຊວງ ສືບຕໍ່ເສີມຂະ ຫຍາຍບົດບາດການຊີ້ນໍາ-ນໍາພາ ດ້ານວຽກງານການເມືອງແນວຄິດ ໃຫ້ມີຄວາມໜັກແໜ້ນ, ຮັກສາຄວາມສາມັກຄີແບບປຶກແຜນ ມີການມອບວຽກແບ່ງງານ ໃຫ້ແຕ່ບຸກຄົນຮັບຜິດຊອບ ຢ່າງຈະແຈ້ງ; ຍົກສູງຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດບັນດານິຕິກໍາ, ລະບຽບຫລັກການ ທີ່ກ່ຽວຂ້ອງຂອງກະຊວງ ຕິດພັນກັບການ ຍົກສູງຄວາມຮັບຜິດຊອບ ດ້ານບຸກຄະລະກອນ ແລະ ການຈັດຕັ້ງ ແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິິ່ນ; ເອົາໃຈໃສ່ຕິດຕາມກວດກາປະເມີນຜົນງານ ການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ. ພ້ອມນີ້້, ສະເໜີໃຫ້ມີການຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສໍາເລັດທີ່ຍິງໃຫຍ່ກວ່າເກົ່າ.
ຂ່າວ-ພາບ : ພະແນກໂຄສະນາ-ຂ່າວສານ ກະສິກຳ
KPL