ສສຊ ສະເໜີຫລາຍບັນຫາສຳຄັນ ໃຫ້ລັດປັບປຸງແກ້ໄຂ

02/07/2024 10:10
Email Print 111
KPL ເປັນເວລາເກືອບເດືອນໃນການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX ມາແຕ່ວັນທີ 10 ມິຖຸນາ ເຊິ່ງກອງປະຊຸມຈະໄດ້ປິດລົງ ໃນມື້ນີ້ ວັນທີ 2 ກໍລະກົດ 2024.

      * ເປັນເວລາເກືອບເດືອນໃນການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX ມາແຕ່ວັນທີ 10 ມິຖຸນາ ເຊິ່ງກອງປະຊຸມຈະໄດ້ປິດລົງ ໃນມື້ນີ້ ວັນທີ 2 ກໍລະກົດ 2024. ໂດຍຕະຫລອດໄລຍະການດຳເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດໄດ້ຕັ້ງໜ້າສຸມສະຕິປັນຍາຂອງຕົນສຸມໃສ່ປະກອບຄຳເຫັນ ຕໍ່ບັນຫາສຳຄັນຂອງຊາດ, ຮັບຮອງເອົາກົດໝາຍຕ່າງໆ ແລະ ອື່ນໆ.

     ແນວໃດກໍດີມື້ນີ້ ຄຳລຳສຽງຈາກສະພາ ຂໍຄັດເອົາຄຳສະເໜີສຳຄັນຂອງບັນດາ ສສຊ ບາງເຂດຕໍ່ບົດລາຍງານຂອງລັດຖະບານມາສະເໜີ ໃຫ້ທ່ານຜູ້ອ່ານໃນມື້ປິດກອງປະຊຸມສະພາມື້ນີ້ຕື່ມ. ໜຶ່ງໃນນີ້, ທ່ານ ສົມໄຊ ສີຫາ ຈັກ ສສຊ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ປະກອບຄໍາ ເຫັນຕໍ່ວຽກງານຂອງລັດຖະບານ ໂດຍໄດ້ສະເໜີໃຫ້ລັດສະໜອງທຶນ ໃຫ້ແກ່ຫົວໜ່ວຍການຜະລິດ ໂດຍສະເພາະຫົວໜ່ວຍການຜະລິດຍ່ອຍທີ່ກະແຈກກະຈາຍ ບໍ່ທັນສາມາດເຕົ້າໂຮມເປັນກຸ່ມໄດ້ ແຕ່ມີຄວາມຈຳເປັນຕ້ອງການທຶນ, ກົງກັນຂ້າມຫົວໜ່ວຍການຜະລິດດັ່ງກ່າວ ຍັງບໍ່ທັນເຂົ້າເຖິງແຫລ່ງທຶນໄດ້ ເຊິ່ງຄວນສ້າງເງື່ອນໄຂໃຫ້ຫົວໜ່ວຍການຜະລິດເຫລົ່ານີ້ ເຂົ້າເຖິງແຫລ່ງທຶນ; ມີນະໂຍບາຍຫລຸດຜ່ອນການເກັບພາສີອາກອນການນຳເຂົ້າປະເພດປຸຍ, ຝຸ່ນ, ຫົວອາຫານສັດ ແລະ ອື່ນໆ ທີ່ມີຄວາມຈຳເປັນຕໍ່ການປູກການລ້ຽງ. ພ້ອມດຽວກັນນັ້ນ, ກໍຊຸກຍູ້ສົ່ງເສີມໃຫ້ພາກສ່ວນທຸລະກິດຜະລິດຝຸ່ນ, ຫົວອາຫານເພ່ືອຊົມໃຊ້ພາຍໃນ ເພື່ອຫລຸດຜ່ອນການນຳເຂົ້າ; ການສົ່ງເສີມຜະລິດສິນຄ້າເພື່ອສົ່ງອອກຕ້ອງນຳໃຊ້ເຕັກນິກວິຊາການ, ເຮົາຜະລິດໄດ້ ແຕ່ຍັງບ່ໍສາມາດຮັບປະກັນທາງດ້ານຄຸນນະພາບ. ດັ່ງນັ້ນ, ສິນຄ້າທີ່ພວກເຮົາສົ່ງອອກ ຈຶ່ງບໍ່ສາມາດແຂ່ງຂັນກັບຕະຫລາດຕ່າງປະເທດໄດ້.

     ສຳລັບ ທ່ານ ຫົງຄຳ ສຸວັນນະວົງ ສສຊ ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການປະຕິຮູບການສຶກສາ, ການພັດທະນາປະເທດຊາດຈະມີຄວາມຈະເລີນກ້າວໜ້ານັ້ນ, ປັດໄຈສໍາຄັນກໍຄືຊັບພະຍາກອນ ຕ້ອງໄດ້ຮັບການພັດທະນາທັງຊັບພະຍາກອນມະນຸດ ແລະ ຊັບພະຍາກອນທຳມະຊາດ; ການສຶກສາເປັນເຄື່ອງມືທີ່ສຳຄັນໃນການເສີມສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອນໍາໄປສູ່ການພັດທະນາປະເທດທາງດ້ານເສດຖະກິດ-ສັງຄົມ, ການເມືອງ ແລະ ວັດທະນະທຳ ເຊິ່ງຫລາຍປະເທດທີ່ກຳລັງພັດທະນາ ໄດ້ພະຍາຍາມປັບປຸງ, ສົ່ງເສີມ, ສະໜັບສະໜູນການສຶກສາທັງໃນລະບົບ, ນອກລະບົບ ແລະ ດ້ວຍຕົນເອງເຊ່ັນ ສິງກະໂປ ເປັນປະເທດໜ່ຶງທ່ີມີການສຶກສານຳໜ້າໃນໂລກ, ການສຶກສາຂອງປະເທດສິງກະໂປ ສ້າງໃຫ້ນັກສຶກສາມີຈິດສຳນຶກໃນ 4 ຄຸນລັກສະນະຄື: ເຊື່ອໝັ້ນ ແລະ ໝັ້ນໃຈໃນຕົນເອງ, ມີຄວາມຊັດເຈນຮູ້ຖືກຮູ້ຜິດ; ຮູ້ຈັກຮັບຜິດຊອບ ແລະ ຮຽນຮູ້ດ້ວຍຕົນເອງ; ສາມາດເຮັດວຽກເປັນທີມງານ ແລະ ມີຈິດສຳນຶກຄວາມເປັນພົນລະເມືອງສິງກະໂປສູງ. 4 ຄຸນລັກສະນະນີ້ ຈະເປັນບົດຮຽນທີ່ດີໃນການນໍາມາໝູນໃຊ້ ເພື່ອເຮັດໃຫ້ການສຶກສາຂອງປະເທດເຮົາດີຂຶ້ນກວ່າເກົ່າ. ຢ່າງໃດກໍຕາມ ຜ່ານມາປະເທດເຮົາໄດ້ມີການປະຕິຮູບການສຶກສາ 5 ຄັ້ງ, ແຕ່ການດໍາເນີນການປະຕິຮູບດັ່ງກ່າວ ຍັງບໍ່ທັນປະສົບຜົນສຳເລັດເທົ່າທີ່ຄວນ ເຊິ່ງສະແດງອອກການຂາດເຂີນຄູ, ຄຸນນະພາບການສຶກສາຍັງຕໍ່າ. ມາຮອດປັດຈຸບັນນີ້ມີຄວາມຈຳເປັນຕ້ອງປະຕິຮູບການສຶກສາ ຂອງ ສປປ ລາວ ເພື່ອໃຫ້ແທດເໝາະກັບນະໂຍບາຍ ແລະ ສະພາບເສດຖະກິດ-ສັງຄົມໃນຍຸກໃໝ່ໃຫ້ທັນກັບຍຸກດິຈິຕອນ 4.0 ຫລືວ່າ AI ຈຶ່ງສະເໜີວ່າຄວນປະຕິຮູບໃນ 3 ຫລັກການທີ່ສຳຄັນຄື: ປະຕິຮູບ ໂຄງສ້າງ, ລະບົບການບໍລິຫານ ຈັດການ;  ປະຕິຮູບຜູ້ບໍລິຫານ ເຊັ່ນ: ຄູ-ອາຈານ ຕ້ອງໃຫ້ມີ ຄຸນນະພາບ; ປະຕິຮູບຫລັກສູດ, ວິທີການຮຽນ- ການສອນ ແລະ ການປະເມີນຜົນ, ໂດຍ 3 ຫລັກການນີ້ ເປັນສິ່ງທີ່ສຳ ຄັນທີ່ຈະເຮັດໃຫ້ການສຶກສາຂອງ ປະເທດເຮົາມີຄວາມຈະເລີນກ້າວໜ້າຂຶ້ນຕື່ມ.

     ສ່ວນທ່ານ ກົງແກ້ວ ມີວໍລະຈັກ ສສຊ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ໄດ້ສະເໜີລັດຖະບານເອົາໃຈໃສ່ບາງດ້ານຕື່ມ ໂດຍສະເພາະການຜະລິດເປັນສິນຄ້າ ໃຫ້ເອົາໃຈໃສ່ຜັນຂະຫຍາຍນະໂຍບາຍແຫ່ງຊາດວ່າດ້ວຍການລ້ຽງ, ການປູກ ແລະ ມາດຕະການສົ່ງເສີມການຜະລິດພາຍໃນກັບມາດຕະການຄວບຄຸມການນຳເຂົ້າ ໃຫ້ເປັນຮູບປະທຳລົງສູ່ທ້ອງຖິ່ນຮາກຖານໃຫ້ຫລາຍຂຶ້ນຕື່ມ, ພ້ອມນີ້ກໍສົ່ງເສີມການສ້າງກຸ່ມຜະລິດໃຫ້ຫລາຍຂຶ້ນ ເພື່ອຊຸກຍູ້ປະຊາຊົນທຳການຜະລິດຄ້ຳປະກັນສະບຽງອາຫານທົດແທນການນຳເຂົ້າ ແລະ ເປັນສິນຄ້າເພື່ອສົ່ງເຂົ້າໂຮງງານປຸງແຕ່ງຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ, ສະເພາະແຂວງສະຫວັນນະເຂດ ໃນໄລຍະຜ່ານມາກໍໄດ້ສົ່ງເສີມການຈັດຕັ້ງກຸ່ມການຜະລິດເຊິ່ງມີທັງໝົດ 856 ກຸ່ມ, ກຸ່ມປູກ 717 ກຸ່ມ ແລະ ກຸ່ມລ້ຽງ 138 ກຸ່ມ, ແຕ່ຜ່ານການຕິດຕາມຊຸກຍູ້ຂອງຄະນະ ສສຊ ຕົນ ເຫັນວ່າບັນຫາທີ່ຈະຕ້ອງເອົາໃຈໃສ່ແກ້ໄຂ ແມ່ນການຜະລິດກະສິກຳເພື່ອທົດແທນ ແລະ ການຜະລິດສິນຄ້າສົ່ງອອກຍັງມີຫົວໜ່ວຍທີ່ເປັນລັກສະນະແບບຄອບຄົວກະແຈກກະຈາຍ, ການເຕົ້າໂຮມການຜະລິດ ເພື່ອປ້ອນຕະຫລາດກໍຍັງບໍ່ທັນໄດ້ຫລາຍ; ການຜະລິດພືດເປັນສິນຄ້າ ເພື່ອສົ່ງອອກເປັນວັດຖຸດິບຜູ້ຜະລິດກໍຍັງຢູ່ກະແຈກກະຈາຍ, ເຮັດໃຫ້ຖືກເອົາລັດເອົາປຽບຈາກຜູ້ປະກອບການ ຫລື ພໍ່ຄ້າຄົນກາງ; ແນວພັນພືດ, ແນວພັນສັດ, ຫົວອາຫານ ແລະ ປັດໄຈການຜະລິດ ສ່ວນຫລາຍກໍຍັງນຳເຂົ້າຈາກຕ່າງປະເທດ; ການສະໜອງສິນເຊື່ອດອກເບ້ຍຕໍ່າ ສຳລັບກຸ່ມ ແລະ ສະຫະກອນຍັງຈຳກັດ ບາງເງື່ອນໄຂກໍສູງ, ຄວາມສາມາດໃນການວາງແຜນການຜະລິດທຸລະກິດກໍຍັງຈຳກັດ, ການສະໜອງທຶນທີ່ຈຳເປັນໃຫ້ຜູ້ປະກອບການເພ່ືອເກັບຊື້ຜົນຜະລິດຈາກປະຊາຊົນຍັງບໍ່ທັນກັບເວລາ. ຂະນະທ່ີດ້ານອຸດສາຫະກຳ ແລະ ການຄ້ານັ້ນ, ກົນໄກການອະນຸຍາດສ້າງຕັ້ງໂຮງງານ, ການອະນຸມັດລະຫວ່າງ ກະຊວງກັບແຂວງ ຄວນປະສານ ສົມທົບກັນຕື່ມອີກ, ປະເມີນປະ ສິດທິພາບ ແລະ ປະສິດທິຜົນ ເຊິ່ງ ມີບາງໂຮງງານຢູ່ ນະຄອນໄກ ສອນ ພົມວິຫານ ເຫັນວ່າພາກ ສ່ວນກ່ຽວຂ້ອງຍັງຖືເບົາໃນຂັ້ນ ຕອນການກວດກາເອກະສານບົດ ວິພາກການອອກໃບທະບຽນ ແລະ ທີ່ຕັ້ງກໍຍັງບໍ່ຖືກຕາມເຂດກຳນົດເຮັດໃຫ້ມີກິ່ນເໝັນ, ມີຜົນກະທົບ ແລະ ຜົນສະທ້ອນຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ຜ່ານມາຍັງເຫັນວ່າກົນໄກການປະສານງານລະຫວ່າງກົມຂອງບັນດາກະຊວງກັບແຂວງ ຍັງບໍ່ທັນໂລ່ງລ່ຽນເທື່ອ. ສ່ວນການບໍລິການ ການນຳເຂົ້າສິນຄ້າ ເປັນຕົ້ນໝວດສະບຽງອາຫານ, ນ້ຳມັນເຊື້ອໄຟ ແລະ ອື່ນໆ ກໍຍັງກວມອັດຕາສ່ວນສູງ ລັດຖະບານຄວນຕິດຕາມກວດກາຄືນ ເຊັ່ນ: ໝວດສະບຽງອາຫານປະເພດໃດເຮົາຄວນສ່ົງເສີມ ແລະ ມີມາດຕະການສະກັດກັ້ນ ເພື່ອປົກປ້ອງການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ; ດ້ານການ ລົງທຶນພັດທະນາພື້ນຖານໂຄງລ່າງ ເປັນຕົ້ນໂຄງການບຸລິມະສິດຂອງ ລັດຖະບານທີ່ຈັດຕັ້ງຢູ່ທ້ອງຖິ່ນ ເພື່ອສ້າງພື້ນຖານແກ່ການຜະລິດ ເປັນສິນຄ້າໃຫ້ຫລາຍຂຶ້ນ. ຕໍ່ກັບ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ຄວນສຸມໃສ່ຖານ ລາຍຮັບໃໝ່ ເປັນຕົ້ນແມ່ນອາກອນ ທີ່ດິນ ເຊິ່ງເປັນຖານລາຍຮັບທີ່ຍືນຍົງ, ພ້ອມກັນນີ້ກໍທົບທວນຄືນການຍົກເວັ້ນພາສີອາກອນການນຳເຂົ້າສານເຄມີ ແລະ ພາຫະນະທີ່ນຳ ເຂົ້າມາຮັບໃຊ້ໃນໂຄງການຜະລິດປຸງແຕ່ງອຸດສາຫະກຳບໍ່ແຮ່ ແລະ ອື່ນໆ.

    ຂະນະທີ່ ທ່ານ ຄໍາສິງ ໄຊສົມແພງ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຍັງມີຫລາຍປັດໄຈທີ່ເປັນອຸປະສັກຕໍ່ການພັດທະນາຊົນນະບົດກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ໃນນັ້ນ, ອັນໜຶ່ງແມ່ນທີ່ດິນເປັນປັດໄຈສໍາຄັນ ແລະ ເຫັນວ່າມີຄວາມຫຍຸ້ງຍາກເຖິງວ່າມີການຈັດສັນ, ແບ່ງປັນໃຫ້ແຕ່ລະ ຄອບຄົວແລ້ວກໍຕາມແຕ່ຍັງບໍ່ພຽງພໍເພາະການພັດທະນາຊົນນະບົດ ແມ່ນກ່ຽວຂ້ອງກັບການຜະລິດ, ປູກຝັງ ແລະ ລ້ຽງສັດຕ່າງໆລ້ວນແລ້ວແຕ່ອາໄສທີ່ດິນຖ້າເຮົາບໍ່ມີທີ່ດິນພຽງພໍ ເພື່ອຕອບສະໜອງໃຫ້ປະຊາຊົນທໍາມາຫາກິນຖືວ່າມີຄວາມຫຍຸ້ງຍາກ ແລະ ບໍ່ປະສົບຜົນສໍາເລັດໃນການພັດທະນາຊົນນະບົດ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ນອກຈາກນີ້, ພື້ນຖານໂຄງ ລ່າງ, ເສັ້ນທາງ ແລະ ຊົນລະປະທານ ຍັງບໍ່ຕອບສະໜອງໄດ້ພາໃຫ້ປະສົບບັນຫາ ໂດຍຜ່ານການລົງພົບປະປະປະຊາຊົນ ເຫັນວ່າໃນລະດູຝົນເຂົາເຈົ້າທໍາການຜະລິດໄດ້ແຕ່ການກະຈາຍຫາຕະຫລາດບໍ່ໄດ້ຍ້ອນບັນຫາເສັ້ນທາງ, ເວລາຝົນຕົກນໍ້ານອງບໍ່ມີຂົວຂ້າມ. ຂະນະດຽວກັນບຸກຄະລາກອນ ຫລື ກໍາລັງແຮງງານ ບໍ່ວ່າແຕ່ຢູ່ຊົນນະບົດ, ຢູ່ໃນເມືອງກໍເຊັ່ນດຽວກັນຈະຊອກຫາ ໄວໜຸ່ມສີມືແຮງງານແມ່ນຍາກຫລາຍ. ດັ່ງທີ່ຮູ້ນໍາກັນກໍາລັງແຮງງານສ່ວນຫລາຍແມ່ນໄປອອກແຮງງານຢູ່ຕ່າງປະເທດ ເຮັດໃຫ້ພາຍໃນຂາດແຄນແຮງງານ; ແຮງງານທີ່ມີບາງຄັ້ງພັດກ່ຽວຂ້ອງກັບຢາເສບຕິດ ເຊິ່ງຜ່ານການລົງພົບ ປະຜູ້ມີສິດເລືອກຕັ້ງ ບາງຄອບຄົວ ໄດ້ສະເໜີໃຫ້ຊ່ວຍແກ້ໄຂເລື່ອງ ຢາເສບຕິດ ເພາະຫົວໜ້າຄອບຄົວ ບໍ່ຄ່ອຍຢູ່ບ້ານ ສ່ວນຫລາຍແມ່ນໜີ ໄປຢູ່ປ່າ ເພື່ອເສບຢາ, ຫົວໜ້າຄອບ ຄົວບໍ່ເປັນເຈົ້າການ, ບໍ່ເປັນຕົວຕັ້ງ ຕົວຕີນໍາພາຄອບຄົວ ກໍເປັນອຸປະສັກ ຕໍ່ການພັດທະນາຊົນນະບົດກໍຄືການ ແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຍາກ. ສະນັ້ນ, ຈຶ່ງຂໍສະເໜີໃຫ້ທາງລັດຖະບານພະຍາຍາມເອົາໃຈໃສ່ຊອກວິທີແກ້ໄຂ.

ບົດໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ກຳມາທິການຕ່າງປະເທດ ເອົາໃຈໃສ່ປະຕິບັດໜ້າທີເພື່ອຜົນປະໂຫຍດລວມການເມືອງ

      ກຳມາທິການຕ່າງປະເທດ ເອົາໃຈໃສ່ປະຕິບັດໜ້າທີເພື່ອຜົນປະໂຫຍດລວມ

      7/4/2024 7:31:34 AM

      ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດໃຫ້ຮູ້ວ່າ: ໃນໄລຍະແຕ່ກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຮອດປັດຈຸບັນ, ກຳມາທິການການຕ່າງປະເທດ ແລະ ບັນດາກຳມະການຂອງກຳມາທິການ ການຕ່າງປະເທດໄດ້ ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຫ້າວຫັນ ໃນການເປັນເສນາທິການຄົ້ນຄວ້າພິຈາລະນາການສ້າງ ແລະ ປັບປຸງກົດໝາຍໃນຂົງເຂດວຽກງານການຕ່າງປະເທດ

    • ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈຳລາວ ເຂົ້າຍື່ນສານ ຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດການເມືອງ

      ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈຳລາວ ເຂົ້າຍື່ນສານ ຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

      7/3/2024 6:46:08 PM

      ຂປລ. ໃນວັນທີ 3 ກໍລະກົດ 2024 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈາກ 10 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ. ພ້ອມນັ້ນ, ກໍໄດ້ມອບສານຕາຕັ້ງໃຫ້ທູດລາວ 4 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ.

    • ຫາລືຄວາມຄືບໜ້າ ກຽມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57ການເມືອງ

      ຫາລືຄວາມຄືບໜ້າ ກຽມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

      7/3/2024 6:26:35 PM

      ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມ ລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.

    • ອອປສ ເຊື່ອມຊຶມເອກະສານສຳຄັນຂອງພັກ-ຂອງຊາດການເມືອງ

      ອອປສ ເຊື່ອມຊຶມເອກະສານສຳຄັນຂອງພັກ-ຂອງຊາດ

      7/3/2024 6:15:02 PM

      ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃນວັນທີ 3 ກໍລະກົດ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໝ້າ ອອປສ, ມີບັນດາສະຫາຍ ສະມາຊິກພັກ ຂັ້ນວິຊາການເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຄະນະສະພາອຸດສາຫະກຳການທ່ອງທ່ຽວ ສປ ຈີນການເມືອງ

      ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຄະນະສະພາອຸດສາຫະກຳການທ່ອງທ່ຽວ ສປ ຈີນ

      7/3/2024 2:12:43 PM

      ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈາງ ຊີຫລົງ ອະດີດຮອງຫົວໜ້າກົມ, ເຈົ້າໜ້າທີ່ອາວຸໂສຂັ້ນ 1 ກົມພົວພັນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ, ພ້ອມຄະນະສະພາອຸດສາຫະກຳການທ່ອງທ່ຽວ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ


Top