ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈຳລາວ ເຂົ້າຍື່ນສານ ຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

03/07/2024 18:46
Email Print 261
KPL ຂປລ. ໃນວັນທີ 3 ກໍລະກົດ 2024 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈາກ 10 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ. ພ້ອມນັ້ນ, ກໍໄດ້ມອບສານຕາຕັ້ງໃຫ້ທູດລາວ 4 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ.



ຂປລ. ໃນວັນທີ 3 ກໍລະກົດ 2024 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈາກ 10 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ. ພ້ອມນັ້ນ
, ກໍໄດ້ມອບສານຕາຕັ້ງໃຫ້ທູດລາວ 4 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ.



ສຳລັບທູດຕ່າງປະເທດ ທີ່ມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫລວງວຽງຈັນ ທີ່ເຂົ້າຍື່ນສານຕາຕັ້ງປະກອບມີ: ທ່ານ ລາຊໂລ ຕາກັກ (Laszlo TAKACS) ເອກອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ (KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ. ສ່ວນທູດ ຕ່າງປະເທດ ທີ່ມີສຳນັກງານສະຖານທູດ ຕັ້ງຢູ່ຕ່າງປະເທດ ປະກອບມີ: ທ່ານ ຮວນ ກາຣໂລສ ເຟຣນານເດັດສ ຈົວເຣັດສ໌ (Juan Carlos Fernandes Juarez) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ບໍລີວາຣຽນ ເວເນຊູເອລາ ປະຈໍາ ສປປ ລາວ, ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ອາເທີ ວິນລຽມສ໌ (Arthur Williams) ເອກອັກຄະລັດຖະທູດ ແຫ່ງ ຈາໄມກາ ປະຈໍາ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ປັກກິ່ງ ສປ ຈີນ,ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ໂມຮຳມັດ ລູດຟໍ ຣາມານ (Mohammad Lutfor Rahman) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ບັງກະລາເທດ ປະຈຳ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານ ມູຮາມມັດ ຮັດຊານຽນ ຄັດດາມ (Muhammad Hasanein Khaddam) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ປັກກິ່ງ ສປ ຈີນ, ທ່ານ ນາງ ດາເນຍລາ ບຣິນດູຊາ ບາຊາແວນ (Daniela-Bindusa Bazavan), ເອກອັກຄະລັດຖະທູດ ແຫ່ງ ຣູມານີ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ ແລະ ທ່ານ ນາງ ເດຍດຣີ ນິ ຟາລູອິນ (Deirdre Ni Fhalluin) ເອກອັກຄະລັດຖະທູດ ແຫ່ງ ອຽກລັງ ປະຈຳ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ.




ໃນໂອກາດນີ້
, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່​ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນ​ຄັ້ງ​ນີ້, ພ້ອມທັງ ສະແດງ ຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ສືບຕໍ່ໄດ້ຮັບການພັດທະນາຂຶ້ນສູ່ ບາດກ້າວອັນໃໝ່ໃນຕໍ່ໜ້າ, ຊຸກຍູ້ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງນຳກັນຈົນເຖິງ ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ ເພື່ອເປັນພື້ນຖານອັນດີໃຫ້ແກ່ ການປຶກສາຫາລືຮ່ວມກັນໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆທີ່ມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ກໍສະເໜີມາຍັງບັນດາທູດ ຈົ່ງສືບຕໍ່ປະສານສົມທົບຮ່ວມກັບ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດ ບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ, ສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດາ ນັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນໂອກາດນີ້, ທ່ານປະທານປະເທດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງ ໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ສະແດງຄວາມຫວັງວ່າ ບັນດາທ່ານທູດ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ, ໃນຕອນທ້າຍ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ບັນດາຜູ້ນໍາຂອງທູດປະເທດເພື່ອນມິດທັງໝົດ ແລະ ຖືໂອກາດດັ່ງກ່າວ ອວຍພອນໃຫ້ບັນດາທູດ ຈົ່ງປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.



ໃນຂະນະດຽວກັນ
, ບັນດາທູດທັງໝົດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງ ທ່ານ ປະ ທານປະເທດແຫ່ງ ສປປ ລາວ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.ພ້ອມນີ້, ກໍເຫັນດີຈະສືບຕໍ່ຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ສືບຕໍ່ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.



ໃນວັນດຽວກັນ
, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ແກ່ບັນດາທູດຂອງລາວ ເພື່ອໄປປະຈຳຢູ່ຕ່າງປະເທດ ເຊິ່ງປະກອບມີ: ທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ຣັດເຊຍ, ທ່ານ ບຸນທະວີ ວິລະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຊູແອດ, ທ່ານ ຫົງແກ້ວ ສຸກສະຫວັດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມົງໂກລີ ແລະ ທ່ານ ເທບຖາວອນ ແສງມະນີ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ມາເລເຊຍ.



ໃນໂອກາດດັ່ງກ່າວ
, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດທັງ 4 ທ່ານ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມ ຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ແຕກດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາເອ ກະສານການຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ລົງນາມແລ້ວນັ້ນ ໃຫ້ປະກົດຜົນ ເປັນຈິງຍິ່ງຂຶ້ນ, ຊຸກຍູ້ການພົບປະແລກ ປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງ ຂັ້ນການນຳປະເທດ ແລະ ປະຊາຊົນດ້ວຍກັນ, ຍາດແຍ່ງເອົາການຮ່ວມມື ແລະ ການສະຫນັບສະຫນູນຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍ ບັນດານັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນປີ 2024 ນີ້ ສປປ ລາວ ຈະເປັນປະທານອາຊຽນ ແລະ ກໍຖືເປັນປີທ່ອງທ່ຽວລາວ. ທັງນີ້ ກໍເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ເພື່ອລຶບລ້າງຄວາມທຸກຍາກ ໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດຊາດ ອອກຈາກສະຖານະພາບ ດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້.ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວການເມືອງ

      ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

      7/5/2024 1:59:15 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ

      7/5/2024 1:49:39 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.


Top