ຍີ່ປຸ່ນ ອອກທະນະບັດໃໝ່ ໃນຮອບ20ປີ

04/07/2024 09:12
Email Print 183
KPL ຍີ່ປຸ່ນ ເລີ່ມໝູນວຽນ ທະນະບັດ ແບບໃໝ່ ເປັນຄັ້ງ ທຳອິດ ໃນຮອບ 20ປີ ເປັນພາບ 3 ມິຕິ ຂອງກຸ່ມຜູ້ກໍ່ຕັ້ງ ມະຫາ ວິທະຍາໄລ ການເງິນ ແລະ ມະຫາ ວິທະຍາໄລ ແມ່ຍິງ ເພື່ອສະກັດກັ້ນ ການປອມແປງ ທະນະບັດ.

ຂປລ.ຕາມຂ່າວຈາກ ໂຕກຽວ,ວັນທີ3 ກໍລະກົດນີ້, ຍີ່ປຸ່ນ ເລີ່ມໝູນວຽນ ທະນະບັດ ແບບໃໝ່ ເປັນຄັ້ງ ທຳອິດ ໃນຮອບ 20ປີ ເປັນພາບ 3 ມິຕິ ຂອງກຸ່ມຜູ້ກໍ່ຕັ້ງ ມະຫາ ວິທະຍາໄລ ການເງິນ ແລະ ມະຫາ ວິທະຍາໄລ ແມ່ຍິງ ເພື່ອສະກັດກັ້ນ ການປອມແປງ ທະນະບັດ.ທະນະບັດແບບໃໝ່ນີ້ ໃຊ້ຮູບແບບ ການພິມ ໃຫ້ເກີດ ໂຮໂລແກຣມ ພາບເໜືອ ກຸ່ມກໍ່ຕັ້ງ ຫັນໜ້າໄປ ໃນທິດທາງ ທີ່ແຕກຕ່າງກັນ ຂຶ້ນກັບ ມຸມໃນການເບິ່ງ ເປັນເຕັກໂນໂລຊີ ທີ່ສຳນັກງານ ການພິມແຫ່ງຊາດ ຍີ່ປຸ່ນ ນຳມາໃຊ້ກັບ ການພິມ ທະນະບັດ ເປັນຄັ້ງທຳອິດ ຂອງໂລກ. ສຳລັບ ທະນະບັດ ແບບໃໝ່ ສາມາດໃຊ້ກັບ ຕູ້ຖອນ ເງິນສົດ ອັດຕະໂນມັດ, ຕູ້ຈຳໜ່າຍ ປີ້ລົດໄຟ ແລະ ເຄື່ອງບັນທຶກ ເງິນສົດໄດ້ ປະມານ 90% ແຕ່ຮ້ານຄ້າ ແລະ ເຄື່ອງຈຳໜ່າຍປີ້ ຈອດລົດ ອັດຕະໂນມັດ ສາມາດໃຊ້ໄດ້ ພຽງຄັ້ງດຽວ ແລະ ຍັງມີຕູ້ຈຳໜ່າຍ ເຄື່ອງດື່ມ ເກືອບ80% ຈາກທັງໝົດ 2,2 ລ້ານຕູ້ ທີ່ຕ້ອງໄດ້ຮັບ ການປັບປຸງ ໃຫ້ສາມາດ ໃຊ້ທະນະບັດ ແບບໃໝ່ ໃນທ້າຍປີນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top