5908

]a f4t[ko]k; xtfa [s]Podk,y f8trk[ .sh z6 h 8k'|h kvq 'dko v5 pou g-[ xt9e]k; ltrkcsj '-kf Ia [Iv'gvq kIj k',t8y dv'xt-5 ,ltrkcsj '-kf 4 lt[a [ lxx ]k; gxa og9Q krk[9a fdv'xt-5 ,ot3p[kp 7;k,\A o7q 'g;mu rkdrN ovk-Po 7A 'mu 21 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 03.07.2024 ປີທີ 23 ສະບັບທີ 5.964 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 -q ,g-u pzq oleg]a fdv'xt-5 ,ltw\lk,a o gmnj vmu 7 0v'ltrkcsj '-kf -5 fmu IX Iv'okpq d]a f4t,q o8u 8h voIa [z6 h 8k'|h kry glf dj P;da [,Po,k 0v'g]0kmy dko.spj vq 'dko lxltrkcsj '-kf ry 9k]tok Ia [Iv'gvq k[a oskle7a o0v'-kf ltrkcsj '-kf xtdkfc8j '8A ' pq dph kp{la [-h vo lt,k-y d]a f4t[ko dv'xt-5 ,ltw\lk,a ogmn j vmu 7 ltrkcsj '-kf -5 fmu IX va f]q 'fh ;pzq oleg]a f1j k'9q ['k, -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K ຂປລ. ໂດຍປະຕິບັດຕາມດຳລັດ ຂອງທ່ານນາຍົກລັດຖະມົນຕີສະ ຂປລ. ໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX, ວັນທີ 1 ກໍລະກົດ ຂປລ. ຕອນບ່າຍວັນທີ 1 ກໍລະ ກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ຂປລ. ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ຕໍາຫລວດ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫລ່ຽມ ຄໍາ ສົມທົບກັບກຳລັງປ້ອງກັນຊາດ ປະຈຳເຂດ, ເຈົ້າໜ້າທີ່ຕໍາຫລວດ ສປ ຈີນ, ໜ່ວຍງານຮັກສາຄວາມ ປອດໄພ ເຂດເສດຖະກິດພິເສດສາມ ຫລ່ຽມຄຳ ໄດ້ເຂົ້າຈັບກຸ່ມແກ້ງສໍ້ ໂກງຊັບທາງໂທລະຄົມ (Cal l Center) ຢູ່ໃນເຂດເສດຖະກິດພິ ເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເຊິ່ງຈັບຕົວໄດ້ທັງ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ອັດລົງດ້ວຍຜົນສຳເລັດ ຢ່າງຈົບງາມ ພາຍຫລັງດຳເນີນ ມາ ແຕ່ວັນທີ 10 ມິຖຸນາ ເຖິງວັນທີ 2 ກໍລະກົດ 2024 ໂດຍການເປັນ ປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ສອນໄຊ ຂປລ. ໃນວາລະກອງປະຊຸມສະ ໄໝສາມັນ ເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 2 ກໍລະກົດ 2024 ພາຍໃຕ້ການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ ຕາງໜ້າໃຫ້ຄະນະປະຈຳສະພາ ແຫ່ງຊາດ ລາຍງານວຽກງານບຸກ ຄະລາກອນຕາມການສະເໜີຂອງ ທ່ານນາຍົກລັດຖະມົນຕີ ແລະ ຄະນະ ປະຈຳສະພາແຫ່ງຊາດໂດຍໄດ້ຍົກ ຍ້າຍ ທ່ານ ບຸນເຫລືອ ສິນໄຊວໍຣະ ວົງ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງ ຂປລ. ຕອນເຊົ້າວັນທີ2ກໍລະກິດ 2024 ນີ້, ພາຍຫລັງພິທີປິດກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ, ທ່ານນາງ ອຳໄພວອນ ລ້ອມບຸນແພງ ຄະນະ ປະຈຳສະພາແຫ່ງຊາດ, ຫົວໜ້າ ກອງເລຂານຸການຂອງປະຊຸມໄດ້ ຕາງໜ້າຄະນະປະຈຳສະພາແຫ່ງ ຊາດ, ທັງເປັນຫົວໜ້າກອງເລຂາ ນຸການຂອງກອງປະຊຸມໄດ້ຖະ ແຫລງຜົນສຳເລັດຂອງກອງປະຊຸມ ຄັ້ງນີ້ວ່າ: ກອງປະຊຸມດັ່ງກ່າວໄດ້ ດໍາເນີນເປັນເວລາ 17 ວັນ ເລີ່ມແຕ່ ວັນທີ 10 ມິຖຸນາ 2024 ແລະ ໄດ້ ດຳເນີນມາເຖິງວັນທີ 2 ກໍລະກົດ ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນ ເຈົ້າພາບຈັດກອງປະຊຸມນະໂຍບາຍ ຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21 ຫລືASPC ໃນລະຫວ່າງ ວັນທີ 1-3 ກໍລະກົດ 2024 ຢູ່ ແຂວງຫລວງພະບາງໂດຍການເປັນ ປະທານຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າເຈົ້າໜ້າ ທີ່ອາວຸໂສປ້ອງກັນປະເທດອາຊຽນ ຂອງ ສປປ ລາວ, ມີຜູ້ແທນຈາກ 19 ປະເທດ, ສະຫະພາບເອີຣົບ ແລະ ກອງເລຂາອາຊຽນ ແລະ ພາກສ່ວນ ສີພັນດອນ ນາຍົກລັດຖະມົນຕີ, ມີ ບັນດາການນຳຂັ້ນສູງພັກ, ລັດ, ຄະ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງຈູລີບີດຊ໋ອບ(JulieBishop) ຫລວງພະບາງ, ແຕ່ງຕັ້ງທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າ ການທະນາຄານແຫ່ງ ສປປ ລາວ ເປັນຜູ້ຮັກສາການຜູ້ວ່າການທະນາ ຄານແຫ່ງ ສປປ ລາວ. ພ້ອມນີ້, ກອງປະຊຸມຍັງໄດ້ສະ ເໜີປັບປຸງບຸກຄະລາກອນພາຍໃນ ສະພາແຫ່ງຊາດ ເປັນຕົ້ນ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ບໍ່ຄວບເປັນປະ ທານກຳມາທິການກົດໝາຍ; ທ່ານ ຄຳແພງ ວິລະພັນ ປະທານກຳມາ ທິການຍຸຕິທຳເປັນປະທານກຳມາ ທິການກົດໝາຍສະພາແຫ່ງຊາດ, ທ່ານນາງ ທຸມມະລີ ວົງພະຈັນ ປະ ທ່ານນາງ ອຳໄພວອນ ລ້ອມບຸນແພງ 2024 ໄດ້ອັດລົງດ້ວຍຜົນສຳເລັດ ໂດຍໄດ້ພິຈາລະນາຮັບຮອງເອົາບັນ ຫາສຳຄັນພື້ນຖານຂອງປະເທດ ຊາດ. g9Q k|h kmu j ]k;{9u o 9a [d5 j ,l= 3d'-a [mk' 3m]t7q , 280 7q o h 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະ ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ບັນດາຄະນະ ຜູ້ແທນ ໄດ້ແລກປ່ຽນທັດສະນະກ່ຽວ ບັບເລກທີ 284/ນຍ, ລົງວັນທີ 24 * ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX ໄດ້ດໍາເນີນເລີ່ມແຕ່ວັນທີ 10 ມິຖຸນາ ຫາ ວັນທີ 02 ກໍລະກົດ 2024 ໄດ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງ ໄວ້. ຕະຫລອດໄລຍະດຳເນີນກອງປະຊຸມສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະ ຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະ ເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ, ກົດໝາຍ ເຊິ່ງເປັນ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງ ປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຂົ້າສູ່ວຽກງານຕົວຈິງ ຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນ ມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນ 20 ສະບັບ ເພື່ອເປັນບ່ອນ ອີງໃນການຈັດຕັ້ງປະຕິບັດແນໃສ່ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນ ລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ,ເສດຖະກິດສືບຕໍ່ຂະຫຍາຍຕົວ ຕໍ່ເນື່ອງ, ລັດຖະບານມີຄວາມພະຍາຍາໃນການແກ້ໄຂບັນຫາຄວາມ Q k h k u j ] u o a [d5 j ,l= 3d'-a [ k'3m]t7q , 280 7q o h

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 03/07/2024 xtgmf]k; ສະພາແຫ່ງຊາດ ຮັບຮອງ... ກອງປະຊຸມສະໄໝສາມັນ... ສະພາແຫ່ງຊາດ ປະກາດ... ຮອງນາຍົກລັດຖະມົນຕີ... ຊົມເຊີຍຜົນສຳເລັດ... ນະລັດຖະບານ, ສະມາຊິກສະພາ ແຫ່ງຊາດ, ພະນັກງານອາວຸໂສບຳ ນານເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ປິດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນ ຜົນສຳເລັດຕະຫລອດການດຳເນີນ ກອງປະຊຸມສະໄໝສາມັນ ໃນຄັ້ງນີ້ ເຊິ່ງບັນດາສະມາຊິກສະພາ ແຫ່ງ ຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ໃສ່ເນື້ອໃນຂອງ ບົດລາຍງານຕ່າງໆຂອງລັດຖະ ບານ. ຜ່ານການດຳເນີນກອງປະຊຸມ ໄດ້ພິຈາລະນາ-ຮັບຮອງເອົາບົດ ລາຍງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດ, ແຜນເງິນຕາຕິດພັນ ກັບການຈັດຕັ້ງປະຕິບັດຕິບັດສອງ ວາລະແຫ່ງຊາດ ໄລຍະ 6 ເດືອນ ຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024; ກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ຄວາມພະ ຍາຍາມຂອງລັດຖະບານໃນການ ແກ້ໄຂບັນຫາຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນດ້ວຍ ການຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກ ທີ່ວາງອອກໃນແຕ່ ລະໄລຍະ ໂດຍມີການກໍານົດບັນ ດາມາດຕະການ, ວິທີການແກ້ໄຂບັນ ຫາຕ່າງໆ; ກໍານົດບັນດາຄາດໝາຍ ສູ້ຊົນໃນການຈັດຕັ້ງປະຕິບັດ, ແຕ່ງ ຕັ້ງຄະນະສະເພາະກິດ ແລະ ວຽກ ງານອື່ນໆຢ່າງຈິງຈັງ ເຮັດໃຫ້ການ ເຕີບໂຕທາງດ້ານເສດຖະກິດ ໃນ 6 ເດືອນຕົ້ນປີ 2024 ບັນລຸໄດ້ 4,7%; ການເກັບລາຍຮັບງົບປະມານ ແຫ່ງ ລັດ ມີທ່າອ່ຽງດີຂຶ້ນ. ກອງປະຊຸມສະເໜີໃຫ້ລັດຖະ ບານ ເພີ່ມທະວີຄວາມເອົາໃຈໃສ່ແກ້ ໄຂບັນຫາທີ່ສັງຄົມມີຄວາມເປັນ ຫວ່ງເປັນຕົ້ນການແກ້ໄຂບັນຫາເງິນ ເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ ເຊິ່ງໄດ້ສົ່ງຜົນ ກະທົບໂດຍກົງຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳ ຫລວດ ກໍຄື ປະຊາຊົນບັນດາເຜົ່າ; ເພີ່ມທະວີການສົ່ງເສີມການຜະລິດ ກະສິກຳ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍຕິດພັນກັບ ອຸດສາຫະກໍາປຸງແຕ່ງ, ການຜະລິດ ເປັນກຸ່ມຕາມທ່າແຮງ ແລະ ຕາມ ແລວເສດຖະກິດ; ແກ້ໄຂໜີ້ສິນໂຄງ ການລົງທຶນຂອງລັດ, ເພີ່ມທະວີ ການຄຸ້ມຄອງໂຄງການລົງທຶນຂອງ ພາກເອກະຊົນ ໃນການປະຕິບັດພັນ ທະ, ການຄຸ້ມຄອງສິ່ງແວດລ້ອມ ແລະ ການແກ້ໄຂຜົນກະທົບທາງສັງ ຄົມ ຕາມກົດໝາຍຢ່າງເຂັ້ມງວດ. ສຳລັບການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ການເມືອງຂອງຕົນແລະ ຜ່ານການຈັດຕັ້ງປະຕິບັດມາດຕະ ການທີ່ວາງອອກຈຳນວນໜຶ່ງກໍໄດ້ ຮັບຜົນສຳເລັດຫລາຍດ້ານ. ແຕ່ເພື່ອ ເຮັດໃຫ້ການແກ້ໄຂບັນຫາຢາເສບ ຕິດໃນຕໍ່ໜ້າ ມີປະສິດທິຜົນສູງຂຶ້ນ ນັ້ນ, ສະເໜີໃຫ້ກະຊວງປ້ອງກັນ ຄວາມສະຫງົບ ປະສານສົມທົບກັບ ກະຊວງ, ອົງການທີ່ກ່ຽວຂ້ອງຄົ້ນ ຄວ້າການສ້າງ ແລະ ປັບປຸງກົດ ໝາຍ, ນິຕິກໍາໃຕ້ກົດໝາຍໂດຍຖື ເອົາການແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ຄວາມຮັບຜິດຊອບຂອງ ທົ່ວປວງຊົນ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ລັດຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດບັນດາໂຄງການລົງທຶນແຮ່ ທາດ ໃນໄລຍະຜ່ານມາ ແລະ ກໍານົດ ແຜນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວໃນຕໍ່ໜ້າ ຕິດພັນກັບ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາ ວິໄສທັດ ຮອດປີ 2040 ແລະ ຍຸດ ທະສາດການພັດທະນາແຮ່ທາດ ຮອດປີ 2030. ເຖິງວ່າໃນໄລຍະ ຜ່ານມາລັດຖະບານ ໄດ້ມີຄວາມພະ ຍາຍາມໃນການຄຸ້ມຄອງວຽກງານ ແຮ່ທາດ, ນຳໃຊ້ທ່າແຮງທາງດ້ານ ແຮ່ທາດ ຕໍ່ການພັດທະນາເສດຖະ ກິດຂອງປະເທດເຮົາແຕ່ສັງຄົມຍັງ ເປັນຫວ່ງຫລາຍ. ສະນັ້ນ, ກອງ ປະຊຸມສະເໜີໃຫ້ລັດຖະບານ ມີມາດ ຕະການຈັດຕັ້ງປະຕິບັດຕົວຈິງໃຫ້ ຈະແຈ້ງ, ມີການຄຸ້ມຄອງ, ຕິດຕາມ ກວດກາໂຄງການລົງທຶນດ້ານແຮ່ ທາດຢ່າງເຄັ່ງຄັດ, ເດັດຂາດຮັບປະ ກັນໃຫ້ລັດມີຜົນປະໂຫຍດສູງສຸດ, ມີການພັດທະນາທ້ອງຖິ່ນ ໃຫ້ດີຂຶ້ນ ກວ່າເກົ່າ; ສະເໜີໃຫ້ຮີບຮ້ອນກວດ ກາ, ປະເມີນຄືນໂຄງການລົງທຶນແຮ່ ທາດ ໃນຮູບແບບປົກກະຕິ ແລະ ຮູບແບບທົດລອງໃຫ້ສອດຄ່ອງກັບ ກົດໝາຍ ແລະ ຮີບຮ້ອນແກ້ໄຂໂຄງ ການທີ່ບໍ່ມີປະສິດທິພາບ, ບໍ່ມີປະສິດ ທິຜົນຢ່າງທັນການ, ເດັດຂາດແກ້ ໄຂໂຄງການທີ່ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມທຳມະຊາດແລະ ສັງຄົມ; ເອົາໃຈໃສ່ຄົ້ນຄວ້າກຳນົດໃຫ້ຊັດ ເຈນກ່ຽວກັບເຂດສະຫງວນ, ເຂດ ຫວງຫ້າມ, ເຂດທີ່ອະນຸຍາດໃຫ້ຂຸດ ຄົ້ນ ໃຫ້ຖືກຕ້ອງຕາມກົດໝາຍ, ແຜນ ຍຸດທະສາດການພັດທະນາແຮ່ທາດ ໃຫ້ສືບຕໍ່ຄົ້ນຄວ້າພິຈາລະນາແຮ່ ທາດປະເພດໃດ ຄວນອະນຸຍາດໃຫ້ ສືບຕໍ່ຂຸດຄົ້ນ, ແຮ່ທາດປະເພດໃດ ຄວນຍຸດເປັນຕົ້ນ ແຮ່ຫາຍາກ ແລະ ອື່ນໆ; ກອງປະຊຸມໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງ ລັດຖະບານ ກ່ຽວກັບການຈັດຕັ້ງ ປະຕິບັດບັນດາຄາດໝາຍການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຕິດພັນ ກັບການຈັດຕັ້ງປະຕິບັດມະຕິກອງ ປະຊຸມສະພາແຫ່ງຊາດ ສະບັບເລກ ທີ 82/ສພຊ, ລົງວັນທີ 30 ທັນວາ 2022. ກອງປະຊຸມໄດ້ຕີລາຄາສູງ ຕໍ່ລັດຖະບານ ທີ່ໄດ້ຕັ້ງໜ້ານຳພາຊີ້ນຳການຈັດຕັ້ງປະຕິບັດບັນດາ ຄາດໝາຍດັ່ງກ່າວ ເປັນຕົ້ນ 6 ຄາດ ໝາຍທີ່ໄດ້ລື່ນແຜນການ ເຊິ່ງເປັນ ການປະກອບສ່ວນສໍາຄັນເຂົ້າໃນ ການແກ້ໄຂຄວາມທຸກຍາກ, ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ. ກອງປະຊຸມສະເໜີໃຫ້ ມີການແບ່ງຄວາມຮັບຜິດຊອບ, ການຕິດຕາມກວດກາ, ການປະເມີນ ຜົນ, ປັບປຸງກົນໄກການປະສານ ງານ, ການແລກປ່ຽນຂໍ້ມູນ-ຂ່າວ ສານຕໍ່ວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກລະ ຫວ່າງກະຊວງ-ອົງການ ແລະ ລະ ຫວ່າງສູນກາງກັບທ້ອງຖິ່ນ, ການ ຄົ້ນຄວ້າຈັດສັນງົບປະມານເຂົ້າ ໃສ່ວຽກງານດັ່ງກ່າວໃຫ້ສາມາດ ເຄື່ອນໄຫວໄດ້ຢ່າງຄ່ອງຕົວສາມາດ ບັນລຸບັນດາຄາດໝາຍການພັດທະ ນາຊົນນະບົດແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນເທື່ອລະກ້າວ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງ ການກວດສອບແຫ່ງລັດກ່ຽວກັບ ການແກ້ໄຂຜົນການກວດສອບປະ ຈຳປີ 2022; ກອງປະຊຸມຊົມເຊີຍ ອົງການກວດສອບແຫ່ງລັດ ໄດ້ ກວດສອບເຫັນລາຍຮັບ-ລາຍຈ່າຍ ເພີ່ມ,ໜີ້ຕ້ອງຮັບເປັນຈຳນວນຫລວງ ຫລາຍ, ແຕ່ການເກັບກູ້ຕົວຈິງຍັງ ເຮັດໄດ້ໜ້ອຍຫລາຍ, ຊັກຊ້າ ແລະ ແກ່ຍາວເວລາເຮັດໃຫ້ສັງຄົມມີ ຄວາມເປັນຫ່ວງ, ຂາດຄວາມເຊື່ອ ໝັ້ນຕໍ່ການບໍລິຫານລັດຂອງພວກ ເຮົາ; ກອງປະຊຸມສະເໜີໃຫ້ອົງການ ຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍ ຖືກວດສອບປະສານສົມທົບກັບອົງ ການກວດສອບແຫ່ງລັດ ວິເຄາະວິໄຈ, ໄຈ້ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງຮັບ, ການຈ່າຍລ່ວງໜ້າຄັງ ເງິນແຫ່ງຊາດ ເປັນອັນລະອຽດ ອັນໃດສາມາດເກັບກູ້ຄືນໄດ້ ແລະ ອັນໃດທີ່ບໍ່ສາມາດເກັບກູ້ຄືນໄດ້ ຫລື ບໍ່ມີຕົວຕົນແລ້ວ ເພື່ອລາຍງານສະ ພາແຫ່ງຊາດ ພິຈາລະນາ. ນອກຈາກນີ້, ກອງປະຊຸມໄດ້ພິ ຈາລະນາ ແລະ ຮັບຮອງເອົາບົດ ລາຍງານກ່ຽວກັບການເຄື່ອນໄຫວ ວຽກງານ ແຕ່ກອງປະຊຸມສະໄໝສາ ມັນເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝ ສາມັນ ເທື່ອທີ 8 ຂອງສະພາແຫ່ງ ຊາດ ຊຸດທີ IX, ກອງປະຊຸມສະ ແດງຄວາມຊົມເຊີຍຕໍ່ການເອົາໃຈ ໃສ່ນຳພາ-ຊີ້ນຳຂອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງກົງຈັກ ເສນາທິການຂອງສະພາແຫ່ງຊາດ ກໍຄື ບັນດາທ່ານສະມາຊິກສະພາ ແຫ່ງຊາດ ໃນການເຄື່ອນໄຫວປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຕາມທີ່ໄດ້ ກຳນົດໄວ້ໃນລັດຖະທຳມະນູນ, ກົດ ໝາຍໄດ້ຮັບຜົນສໍາເລັດຫລາຍດ້ານ, ເຮັດໃຫ້ບົດບາດຂອງສະພາແຫ່ງ ຊາດນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອ ໝັ້ນຈາກອົງການຈັດຕັ້ງພັກ-ລັດ ຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດ ເລືອກຕັ້ງ ນັບມື້ນັບກວ້າງຂວາງ; ກອງປະຊຸມໄດ້ເນັ້ນໜັກຕື່ມຕໍ່ການ ສ້າງ ແລະ ປັບປຸງກົດໝາຍໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງ ການໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃນແຕ່ລະໄລຍະ, ຍົກສູງຄຸນນະພາບ ໃນການປະຕິບັດ 3 ພາລະບົດບາດ ຂອງສະພາແຫ່ງຊາດ, ຮ່ວມກັບລັດ ຖະບານ ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ຂອງສັງຄົມຢ່າງທັນການ ແລະ ນໍາ ເອົາຜົນສໍາເລັດ ຂອງກອງປະຊຸມ ສະພາແຫ່ງຊາດ ຄັ້ງນີ້ໄປເຜີຍແຜ່ ໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດຮັບ ຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອເຂົ້າຮ່ວມການຈັດຕັ້ງປະຕິບັດ ແລະ ສ້າງສະຕິເຄົາລົບລັດຖະທໍາມະ ນູນ ແລະ ກົດໝາຍໃຫ້ປະກົດຜົນ ເປັນຈິງ; ກອງປະຊຸມໄດ ຮັບຟັງການ ລາຍງານກ່ຽວກັບການກະກຽມປັບ ປຸງບາງເນ ື້ອໃນລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໂດຍກົມການເມືອງສູນກາງພັກ ໄດ້ອອກມະຕິແຕ່ງຕັ້ງຄະນະກໍາມະ ການລະດັບຊາດ ການປັບປຸງລັດ ຖະທຳມະນູນ ປີ2015, ມີການສ້າງ ແຜນການເຄື່ອນໄຫວ, ແຜນດຳເນີນ ງານ, ແຜນງານ, ການແບ່ງຄວາມ ຮັບຜິດຊອບພາຍໃນຄະນະ; ວຽກ ຈຸດສຸມຂອງການປັບປຸງລັດຖະທຳ ມະນູນ ເພື່ອສາມາດນຳເຂົ້າພິຈາລະ ນາ ແລະ ຮັບຮອງໃນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ຕາມຄາດ ໝາຍ; ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບ ປຸງກົດໝາຍ ຈຳນວນ 13 ສະບັບ. ໃນນີ້, ມີກົດໝາຍ ສ້າງໃໝ່ 2 ສະ ບັບຄື: ກົດໝາຍວ່າດ້ວຍຊັບພະຍາ ກອນທີ່ເປັນຢາ; ກົດໝາຍວ່າດ້ວຍ ສະຫະກອນ. ສ່ວນກົດໝາຍປັບປຸງ 11 ສະບັບມີຄື: ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານເຊື້ອເຮສ ໄອວີ/ພະຍາດເອດ, ກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນ, ກົດ ໝາຍວ່າດ້ວຍການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ, ກົດ ໝາຍວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ, ກົດໝາຍວ່າດ້ວຍ ການທ່ອງທ່ຽວ, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍວ່າ ດ້ວຍ ການສະກັດກັ້ນ ແລະຕ້ານອັກ ຄີໄພ, ກົດໝາຍວ່າດ້ວຍການຕ້ານ ການສໍ້ລາດບັງຫລວງ, ກົດໝາຍວ່າ ດ້ວຍສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ເຊິ່ງບັນດາສະມາຊິກສະພາ ແຫ່ງຊາດໄດ້ມີການຮັບຮອງດ້ວຍ ຄະແນນສູງ ເຊິ່ງຈະກາຍເປັນເຄື່ອງ ມືໃນການຄຸ້ມຄອງລັດ, ຄຸ້ມຄອງສັງ ຄົມດ້ວຍກົດໝາຍໃນໄລຍະໃໝ່. ພ້ອມນີ້, ກອງປະຊຸມໄດ້ຮັບຟັງ ການຊີ້ແຈງຂອງບັນດາສະມາຊິກ ລັດຖະບານ ຕໍ່ຄຳຊັກຖາມຂອງສະ ພາແຫ່ງຊາດ ໂດຍມີທ່ານນາຍົກລັດ ຖະມົນຕີ, ທ່ານຮອງນາຍົກລັດຖະ ມົນຕີ-ລັດຖະມົນ ຕີກະຊວງປ້ອງກັນ ຄວາມສະຫງົບ, ລັດຖະມົນຕິກະ ຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີກະຊວງການເງິນ, ຜູ້ວ່າ ການທະນາຄານ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ລັດຖະມົນຕີກະຊວງກະ ສິກໍາ ແລະ ປ່າໄມ້, ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ, ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ໃນບັນຍາກາດຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນຊອກຫາ ວິທີແກ້ໄຂບັນດາສິ່ງທ້າທາຍທີ່ສປປ ລາວ ພວມຜະເຊີນໜ້າໃນປັດຈຸບັນ. ຂ່າວ: ກິດຕາ, ພາບ: ເກດສະໜາ ທານກຳມາທິການວັດທະນະທຳສັງຄົມ ເປັນປະທານກຳມາທິການ ຍຸຕິທຳສະພາແຫ່ງຊາດ. ກອງປະ ຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບ ໍຮອງເອົາການເລືອກຕັ້ງເອົາ ທ່ານ ບຸນຕາ ເທບພະວົງ ຮອງປະ ທານກຳມາທິການແຜນການ,ການ ເງິນ ແລະ ການກວດສອບເປັນກຳ ມະການຄະນະປະຈຳສະພາແຫ່ງ ຊາດ ແລະ ການແຕ່ງຕັ້ງເປັນປະ ທານກຳມາທິການວັດທະນະທຳສັງຄົມ ສະພາແຫ່ງຊາດ. ໂອກາດດຽວກັນ, ສະພາແຫ່ງ ຊາດ ຍັງໄດ້ຮັບຮອງເອົາຮ່າງມະຕິ ວ່າດ້ວຍການຮັບຮອງບົດລາຍງານ ຂອງລັດຖະບານ 2 ສະບັບ ຮ່າງ ມະຕິວ່າດ້ວຍການຮັບຮອງເອົາບົດ ລາຍງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2024; ຮ່າງມະຕິວ່າດ້ວຍການຮັບຮອງ ເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ 6 ເດືອນຕົ້ນປີ ແລະ ທິດ ທາງແຜນການ 6 ເດືອນທ້າຍປີ 2024. ເພື່ອໃຫ້ລັດຖະບານນຳໄປ ຈັດຕັ້ງປະຕິບັດໃນຕໍ່ໜ້າດ້ວຍຄວາມ ຮັບຊອບ ແລະ ມີຜົນສຳເລັດສູງ ກວ່າເກົ່າ. ຂ່າວ: ກິດຕາ, ພາບ: ເກດສະໜາ ຜູ້ຕາງໜ້າພິເສດກ່ຽວກັບມຽນມາ ຂອງເລຂາທິການໃຫຍ່ອົງການສະ ຫະປະຊາຊາດ (ສປຊ) ໃນໂອກາດ ທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍຢ່າງຈິງໃຈຕໍ່ທ່ານນາງຈູລີບີດ ຊ໋ອບ ທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ ຕາງໜ້າພິເສດ ກ່ຽວກັບມຽນມາ ຂອງເລຂາທິການໃຫຍ່ອົງການສະ ຫະປະຊາຊາດ ແລະ ຕີລາຄາສູງບົດ ບາດສຳຄັນດັ່ງກ່າວ. ພ້ອມນີ້, ທ່ານ ນາງ ຈູລີ ບີດຊ໋ອບ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ຄວາມພະຍາຍາມ ຂອງ ສປປ ລາວ ໃນນາມປະທານ ອາຊຽນປີ2024ໃນການຈັດຕັ້ງປະ ຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ, ທັງສອງຝ່າຍຈະປະສານງານກັນ ຢ່າງໃກ້ຊິດ. ນອກຈາກນີ້, ຜູ້ຕາງໜ້າພິເສດ ຂອງເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ກ່ຽວກັບມຽນມາ ຍັງໄດ້ພົບປະກັບທ່ານ ອາລຸນແກ້ວ ກິດຕິຄຸນ, ຜູ້ຕາງໜ້າພິເສດກ່ຽວ ກັບ ມຽນມາ ຂອງປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເພື່ອ ປຶກສາຫາລື ແລະ ຮັດແໜ້ນການ ປະສານງານກັນ ໃນການຈັດຕັ້ງປະ ຕິບັດໜ້າທີ່ຂອງຕົນ. ຂ່າວ: ກະຊວງການຕ່າງປະເທດ ພາບ: ເກດສະໜາ ທານສະພາແຫ່ງຊາດ, ບັນດາສະ ມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນ ແລະ ລົງ ຄະແນນສຽງ ຮັບຮອງເອົາຮ່າງມະ ຕິກອງປະຊຸມສະພາແຫ່ງຊາດ ວ່າ ດ້ວຍການຮັບຮອງເອົາບົດລາຍ ງານ ຂອງລັດຖະບານ ຈຳນວນ 4 ສະບັບ ຄື: ຮ່າງມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນ ການຈັດຕັ້ງປະຕິບັດວຽກງານໃນ ຕໍ່ໜ້າ; ຮ່າງມະຕິວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າ; ຮ່າງມະຕິວ່າ ດ້ວຍການຮັບຮອງເອົາບົດລາຍ ງານຂອງອົງການກວດສອບແຫ່ງ ລັດ ກ່ຽວກັບການແກ້ໄຂຜົນການ ກວດສອບ ປະຈຳປີ 2022 ແລະ ຮ່າງມະຕິວ່າດ້ວຍການຮັບຮອງເອົາ ບົດລາຍງານກ່ຽວກັບການເຄື່ອນ ໄຫວວຽກງານ ແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການຮອດກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX ເຊິ່ງສະມາຊິກ ສະພາແຫ່ງຊາດ ໄດ້ເຫັນດີເປັນ ເອກະພາບ ລົງຄະແນນສຽງຮັບ ຮອງເອົາຮ່າງມະຕິ ຈຳນວນ 4 ສະ ບັບດັ່ງກ່າວ, ດ້ວຍຄະແນນສຽງ ເຫັນດີເປັນສ່ວນຫລາຍ. ຮ່າງມະຕິ ທີ່ໄດ້ຮັບຮອງໃນຄັ້ງ ນີ້, ຈະເປັນບ່ອນອີງທີ່ສຳຄັນ ແລະ ຈຳເປັນໃນຊຸກຍູ້ການຈັດຕັ້ງປະຕິ ບັດວຽກງານຕ່າງໆ ຂອງແຕ່ລະຂະ ແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ແທດເໝາະກັບສະ ພາບຄວາມເປັນຈິງ ໃນປັດຈຸບັນ, ທັງໃຫ້ສອດຄ່ອງກັບແຜນພັດທະ ນາເສດຖະກິດ-ສັງຄົມ ຕາມແຕ່ລະ ໄລຍະ ໃຫ້ດຳເນີນໄປຢ່າງໂລງລ່ຽນ, ຖືກຕ້ອງ ແລະ ສອດຄ່ອງກັບແນວ ທາງນະໂຍບາຍທີ່ພັກ, ລັດວາງ ອອກ. ຂ່າວ: ທະນູທອງ, ພາບ: ຂັນໄຊ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເທື່ອລະກ້າວ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນການຈັດຕັ້ງປະຕິບັດສອງວາ ລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍ ປີ 2024. ກອງປະຊຸມສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງ ລັດຖະບານ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ- ການເງິນ ດ້ວຍການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທີ່ວາງ ອອກໃນແຕ່ລະໄລຍະ ໂດຍມີການກໍານົດບັນດາມາດຕະການ, ວິທີການແກ້ ໄຂບັນຫາຕ່າງໆ; ກໍານົດບັນດາຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດ, ແຕ່ງຕັ້ງຄະນະສະເພາະກິດ ແລະ ວຽກງານອື່ນໆຢ່າງຈິງຈັງເຮັດໃຫ້ການ ເຕີບໂຕທາງດ້ານເສດຖະກິດ ໃນ 6 ເດືອນຕົ້ນປີ 2024 ບັນລຸໄດ້ 4,7%; ການເກັບລາຍຮັບງົບປະມານແຫ່ງລັດ ມີທ່າອ່ຽງດີຂຶ້ນ. ພ້ອມນີ້, ໄດ້ສະເໜີ ໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂບັນຫາທີ່ສັງຄົມມີຄວາມ ເປັນຫວ່ງ ເປັນຕົ້ນ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງຂຶ້ນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະ ນັກງານ, ທະຫານ, ຕໍາຫລວດ ກໍຄືປະຊາຊົນບັນດາເຜົ່າ; ເພີ່ມທະວີການສົ່ງ ເສີມການຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍ ຕິດພັນກັບອຸດສາຫະກໍາປຸງແຕ່ງ, ການຜະລິດເປັນກຸ່ມຕາມທ່າແຮງ ແລະ ຕາມ ແລວເສດຖະກິດ; ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ, ເພີ່ມທະວີການຄຸ້ມ ຄອງໂຄງການລົງທຶນຂອງພາກເອກະຊົນ ໃນການປະຕິບັດພັນທະ, ການຄຸ້ມ ຄອງສິ່ງແວດລ້ອມ ແລະ ການແກ້ໄຂຜົນກະທົບທາງສັງຄົມຕາມກົດ ໝາຍຢ່າງເຂັ້ມງວດ; ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາລັດຖະບານ ໄດ້ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຜ່ານການຈັດຕັ້ງປະຕິບັດມາດ ຕະການທີ່ວາງອອກຈໍານວນໜຶ່ງກໍໄດ້ຮັບຜົນສໍາເລັດຫລາຍດ້ານ. ແຕ່ເພື່ອ ເຮັດໃຫ້ການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າມີປະສິດທິຜົນສູງຂຶ້ນນັ້ນ, ສະ ເໜີໃຫ້ກະຊວງປ້ອງກັນຄວາມສະຫງົບປະສານສົມທົບກັບກະຊວງ, ອົງ ການທີ່ກ່ຽວຂ້ອງ ຄົ້ນຄວ້າການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ໂດຍຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ຄວາມຮັບຜິດຊອບຂອງ ທົ່ວປວງຊົນ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດ ຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດໃນ ໄລຍະຜ່ານມາ ແລະ ກໍານົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການ ພັດທະນາແຮ່ທາດ ຮອດປີ 2030. ການຈັດຕັ້ງປະຕິບັດບັນດາຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມສະເໜີໃຫ້ມີການແບ່ງຄວາມຮັບ ຜິດຊອບ, ການຕິດຕາມກວດກາ, ການປະເມີນຜົນ, ປັບປຸງກົນໄກການປະສານ ງານ, ການແລກປ່ຽນຂໍ້ມູນ-ຂ່າວສານຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ລະຫວ່າງກະຊວງ-ອົງການ ແລະ ລະຫວ່າງສູນກາງ ກັບທ້ອງຖິ່ນ,ການຄົ້ນຄວ້າຈັດສັນງົບປະມານ ເຂົ້າໃສ່ວຽກງານດັ່ງກ່າວໃຫ້ ສາມາດເຄື່ອນໄຫວໄດ້ຢ່າງຄ່ອງຕົວ ສາມາດບັນລຸບັນດາຄາດໝາຍການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເທື່ອລະກ້າວ. ກອງປະຊຸມສະເໜີໃຫ້ອົງການຄຸ້ມຄອງເປົ້າໝາຍແລະເປົ້າໝາຍຖືກວດສອບ ປະສານສົມທົບກັບອົງການກວດສອບແຫ່ງລັດວິເຄາະ-ວິໄຈ, ໄຈ້ແຍກລາຍຮັບລາຍຈ່າຍ, ໜີ້ຕ້ອງຮັບ, ການຈ່າຍລ່ວງໜ້າຄັງເງິນແຫ່ງຊາດເປັນອັນລະ ອຽດອັນໃດສາມາດເກັບກູ້ຄືນໄດ້ແລະອັນໃດທີ່ບໍ່ສາມາດເກັບກູ້ຄືນໄດ້ ຫລື ບໍ່ມີ ຕົວຕົນແລ້ວເພື່ອລາຍງານສະພາແຫ່ງຊາດພິຈາລະນາ. ກອງປະຊຸມໄດ້ເນັ້ນໜັກຕື່ມຕໍ່ການສ້າງ ແລະ ປັບປຸງກົດໝາຍ ໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ດ້ວຍກົດໝາຍ ໃນແຕ່ລະໄລຍະ, ຍົກສູງຄຸນນະພາບໃນການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ, ຮ່ວມກັບລັດຖະບານ ເພື່ອແກ້ໄຂ ບັນຫາເຄັ່ງຮ້ອນຂອງສັງຄົມ ຢ່າງທັນການ ແລະ ນໍາເອົາຜົນສຳເລັດຂອງ ກອງປະຊຸມສະພາແຫ່ງຊາດ ຄັ້ງນີ້ໄປເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງທົ່ວປະ ເທດຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອເຂົ້າຮ່ວມການຈັດຕັ້ງປະຕິບັດ ແລະ ສ້າງສະຕິເຄົາລົບລັດຖະທໍາມະນູນ ແລະ ກົດໝາຍໃຫ້ປະກົດຜົນເປັນຈິງ. ພ້ອມທັງຮັບຮອງເອົາການສ້າງແລະປັບປຸງກົດໝາຍຈໍານວນ13 ສະບັບໃນ ນີ້, ມີກົດໝາຍ ສ້າງໃໝ່ 2 ສະບັບ ແລະບັນຫາສຳຄັນອື່ນໆຂອງຊາດ. ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ເຂົ້າສູ່ຊີວິດຕົວ ຈິງ, ແມ່ນໝາກຜົນແຫ່ງລວມສູນສະຕິປັນຍາ, ສິດປະຊາທິປະໄຕ ກໍຄືການ ຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາ ແຫ່ງຊາດ, ການຕັດສິນໃຈສູງຂອງລັດ ຖະບານ, ອົງການທີ່ກ່ຽວຂ້ອງ ໃນການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ. ຊົມເຊີຍກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ!

RkJQdWJsaXNoZXIy MTc3MTYxMQ==