ສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງການເງິນ ໃນຂະແໜງສາທາລະນະສຸກ ໃຫ້ຂັ້ນເມືອງ

04/07/2024 11:33
Email Print 229
KPL ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພະແນກສາທາລະນະສຸກ ແຂວງບໍ່ແກ້ວ ຈັດຝຶກອົບຮົມ ການນໍາໃຊ້ຄູ່ມືຄຸ້ມຄອງການເງິນ ຂະແໜງສາທາລະນະສຸກ ໃຫ້ຂັ້ນເມືອງ 05 ເມືອງຂອງແຂວງບໍ່ແກ້ວ ໃນວັນທີ 2 ກໍລະກົດ 2024

  ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພະແນກສາທາລະນະສຸກ ແຂວງບໍ່ແກ້ວ ຈັດຝຶກອົບຮົມ ການນໍາໃຊ້ຄູ່ມືຄຸ້ມຄອງການເງິນ ຂະແໜງສາທາລະນະສຸກ ໃຫ້ຂັ້ນເມືອງ 05 ເມືອງຂອງແຂວງບໍ່ແກ້ວ ໃນວັນທີ 2 ກໍລະກົດ 2024 ທີ່ຫ້ອງການສາທາລະນະສຸກ ເມືອງຜາອຸດົມ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ບຸນຍະເວດ ວົງຄໍາຊາວ ຫົວໜ້າພະແນກ ສາທາລະນະສຸກແຂວງ, ທ່ານ ບຸນເລື່ອນ ສິດຊົມພູ ຫົວໜ້າຫ້ອງການ ສາທາລະນະສຸກ ເມືອງຜາອຸດົມ ພ້ອມດ້ວຍຄູຝຶກ ແລະ ພະນັກງານການເງິນ ຜູ້ຮັບຜິດຊອບວຽກງານງົບປະມານ 41 ທ່ານ, ຍິງ 21 ທ່ານ ຈາກຫ້ອງການ ສາທາລະນະສຸກເມືອງ ທົ່ວແຂວງບໍ່ແກ້ວ ເຂົ້າຮ່ວມ.
  ຈຸດປະສົງ ການຈັດຝຶກອົບຮົມຄັ້ງນີ້, ເພື່ອເຮັດໃຫ້ບັນດາສໍາມະນາກອນກຸ່ມເປົ້າໝາຍ ທີ່ເຂົ້າຮ່ວມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ສາມາດກໍາໄດ້ເນື້ອໃນຂອງຄູ່ມືສະບັບນີ້ຢ່າງເລິກເຊິ່ງ ທັງເປັນສະບັບທໍາອິດ ທີ່ໄດ້ກໍານົດມາດຕະຖານ ຂະບວນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງການເງິນ ແລະ ວຽກງານອື່ນໆ ທີ່ຕິດພັນໃຫ້ມີຄວາມເປັນເອກະພາບ ແລະ ບັນລຸມາດຕະຖານ ທີ່ກະຊວງການເງິນ ວາງອອກ ເພື່ອເປັນການຜັນຂະຫຍາຍບັນດາກົດໝາຍ ແລະ ນິກໍາລຸ່ມກົດໝາຍ ສໍາລັບຄຸ້ມຄອງການເງິນເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍກໍານົດອອກມາເປັນຫລັກການ
, ລະບຽບການ ແລະມາດຕະການຕ່າງໆ ກ່ຽວກັບການຈັ້ດຕັ້ງປະຕິບັດ ການເຄື່ອນໄຫວ, ການຄຸ້ມຄອງ, ການກວດກາວຽກງານການເງິນ-ການບັນຊີ, ການຈັດຊື້-ຈັດຈ້າງ, ການກໍານົດວັດຖຸອຸປະກອນຍົກເວັ້ນພາສີ, ການຄຸ້ມຄອງສາງ ແລະ ຊັບສິນຂອງລັດ ໃນຂະແໜງສາທາລະນະສຸກ ເຮັດໃຫ້ຫົວໜ່ວຍງົບປະມານ ມີບ່ອນອີງໃນການຈັດຕັ້ງປະຕິບັດງົບປະມານ, ມີຄວາມເປັນເອກະພາບ ພ້ອມທັງພັດທະນາວຽກງານຄຸ້ມຄອງການເງິນ-ການບັນຊີ, ຄຸ້ມຄອງຊັບສິນ ແລະ ການກວດກາ ທົ່ວຂະແໜງສາທາລະນະສຸກ ໃຫ້ມີຄວາມທັນສະໄໝ ເພື່ອຮັບປະກັນການໃຊ້ຈ່າຍງົບປະມານ ເຂົ້າໃນການພັດທະນາ ລະບົບສາທາລະນະສຸກໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
  ຊຸດຝຶກອົບຮົມດັ່ງກ່າວ ສໍາມະນາກອນ ໄດ້ຮຽນຮູ້ກ່ຽວກັບບົດຮຽນ ຂອບເຂດການນໍາໃຊ້ ແລະ ຫລັກ ການ;
ໂຄງປະກອບການຈັດຕັ້ງ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ກ່ຽວກັບວຽກງານການເງິນ; ການສ້າງແຜນງົບປະມານ; ການຄຸ້ມຄອງຊັບສິນ ໃນຂະແໜງສາທາລະນະສຸກ; ການຄຸ້ມຄອງເຄື່ອງໃນສາງ; ການກວດສອບ ແລະ ການກວດກາ; ການນໍາເຂົ້າ ແລະ ການຄຸ້ມຄອງເຄື່ອງນໍາເຂົ້າຍົກເວັ້ນພາສີ. ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນໄປເປັນເວລາ 04 ວັນ, ເລີ່ມແຕ່ວັນທີ 2-5 ກໍລະກົດ 2024 ຈິ່ງຈະສໍາເລັດ.

ຂ່າວ-ພາບ: ໂສພາ ທິບພະວົງ

KPL

ຂ່າວອື່ນໆ


Top