KPL
ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃນວັນທີ 3 ກໍລະກົດ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໝ້າ ອອປສ, ມີບັນດາສະຫາຍ ສະມາຊິກພັກ ຂັ້ນວິຊາການເຂົ້າຮ່ວມ.
![](https://kpl.gov.la/Media/Upload/News/Thumb/2024/07/03/10.jpg)
ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃນວັນທີ 3 ກໍລະກົດ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໝ້າ ອອປສ, ມີບັນດາສະຫາຍ ສະມາຊິກພັກ ຂັ້ນວິຊາການເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຍົກໃຫ້ເຫັນແຈ້ງສິ່ງທ້າທາຍ, ກາລະໂອກາດ ແລະ ການແກ້ໄຂບັນຫາຮີບດ່ວນເປັນຕົ້ນ ການແກ້ໄຂຄວາມເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ແກ້ໄຂອັດຕາເງິນເຟີ້, ອັດຕາແລກປ່ຽນ, ແກ້ໄຂໜີ້ສິນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ, ລວມເຖິງການແກ້ໄຂທຸກການຖ່ວງດຶງ, ຂອດຂັ້ນ, ລະບຽບການ, ກົດໝາຍ ທີ່ຍັງເປັນອຸປະສັກກີດຂວາງ, ຊັກຊ້າ, ບໍ່ໂປ່ງໃສ ໃຫ້ຕົກໄປ, ການຍູ້ແຮງການຄຸ້ມຄອງການລົງທຶນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຍູ້ແຮງການຜະລິດ ເປັນສິນຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ.
![](https://kpl.gov.la/Media/Upload/News/Thumb/2024/07/03/12.jpg)
ພ້ອມກັນນີ້, ສະຫາຍ ຍັງໄດ້ເຜີຍແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍ ສະຫາຍ ໄດ້ຍົກໃຫ້ເຫັນ ຄວາມຈຳເປັນໃນການອອກມະຕິ, ແນວຄິດຊີ້ນຳ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ການເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານ ໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວທີ່ໜັກແໜ້ນ, ເພື່ອຕອບສະໝອງ ໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ, ສ້າງຄວາມຢູ່ດີກິນດີ ໃຫ້ປະຊາຊົນພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີສະ ຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ການເຊື່ອມຊຶມໃນເອກະສານສຳຄັນໃນຄັ້ງນີ້, ໄດ້ເຮັດໃຫ້ພະນັກງານສະມາຊິກພັກ ພາຍໃນ ອອປສ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍຢ່າງມີຜົນສໍາເລັດ, ສ້າງອົງການໄອຍະການປະຊາຊົນໃຫ້ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ອອປສ
KPL