ໂຄງການເກັບຂີ້ເຫຍື້ອປະເພດຢາງ ແລກປ່ຽນເປັນເຂົ້າສານ ໃນຟີລິບປິນ

04/07/2024 08:30
Email Print 164
KPL ຟີລິບປິນ ສືບຕໍ່ ໂຄງການ ເກັບຂີ້ເຫຍື້ອ ປະເພດຢາງ ແລກປ່ຽນ ເປັນເຂົ້າສານ ເພື່ອຊ່ວຍ ອະນຸລັກ ຮັກສາ ທ້ອງທະເລ ໃຫ້ສະອາດ ສວຍງາມ ແລະ ຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກຄ່າຄອງຊີບແພງ.

ຂປລ.ຕາມຂ່າວຈາກ ມະນິລາ,ວັນທີ3 ກໍລະກົດນີ້, ຟີລິບປິນ ສືບຕໍ່ ໂຄງການ ເກັບຂີ້ເຫຍື້ອ ປະເພດຢາງ ແລກປ່ຽນ ເປັນເຂົ້າສານ ເພື່ອຊ່ວຍ ອະນຸລັກ ຮັກສາ ທ້ອງທະເລ ໃຫ້ສະອາດ ສວຍງາມ ແລະ ຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກຄ່າຄອງຊີບແພງ.ໂຄງການ ດັ່ງກ່າວ ຖືກເລີ່ມຕົ້ນ ໂດຍກຸ່ມ ອາສາສະໝັກ ທີ່ນໍາພາໂດຍ ທ່ານ ຈີວລີໂອ ເອນດາຍາ ເປັນແກນນຳ ໂດຍມີ ປະຊາຊົນ ໃນເມືອງມາບີນີ ຊຶ່ງຢູ່ຫ່າງຈາກ ນະຄອນ ຫລວງ ມະນິລາ ໃຫ້ການຮ່ວມມື ໃນການເກັບ ຂຶ້ເຫຍື້ອ ຕາມຫາດຊາຍ ແລກປ່ຽນກັບ ເຂົ້າສານ 1 ກິໂລກຣາມ ຕໍ່ການເກັບ ຂີ້ເຫຍື້ອ 1ຄັ້ງ ໂດຍຂີ້ເຫຍື້ອ ຈະມີນ້ຳໜັກ ເທົ່າໃດກໍ່ຕາມ. ຊຶ່ງເປັນໂຄງການ ທີ່ໄດ້ຮັບ ການສະໜັບ ສະໜູນ ຈາກພາກເອກະຊົນ ລວມທັງ ບໍລິສັດ ຂະໜາດນ້ອຍ ທີ່ຕ້ອງການສົ່ງເສີມ ການປົກປັກ ຮັກສາ ທະເລ ເນື່ອງຈາກ ເມືອງມາບີນີ ເຄີຍເປັນ ແຫລ່ງດຳນ້ຳ ຊຶ່ງດັ່ງ ຕັ້ງຢູ່ໃນບໍລິເວນ ສາມຫລ່ຽມ ປະກາລັງ ທີ່ເປັນສູນກາງ ດ້ານຊີວະພາບ ລະດັບໂລກ ແຕ່ປັດຈຸບັນ ຜະເຊີນ ບັນຫາ ຂີ້ເຫຍື້ອ ປະເພດຢາງ ບໍ່ວ່າຈະເປັນເຕົ່າ ທີ່ຕິດ ຕາໜ່າງ ຫາປາ ຫລື ກືນກິນ ຖົງຢາງ  ຂະໜາດນ້ອຍ ເຂົ້າໄປ.ນອກນີ້ ຍັງພົບ ໄມໂຄຣພັດສະຕິກ(Microplastics) ຍັງພົບເຫັນ ໃນປາທະເລ ທີ່ຖືກຈັບ ໄປເປັນ ອາຫານ ສົ່ງຜົນກະທົບຕໍ່ ຜູ້ບໍລິໂພກ.ໂຄງການນີ້ ໄດ້ເລີ່ມມາແຕ່ ເດືອນຕຸລາ 2022 ເປັນຕົ້ນມາ, ໄດ້ເກັບຂີ້ເຫຍື້ອ ຫລາຍກວ່າ 4.300 ໂຕນ ແລະ ແລກປ່ຽນ ເຂົ້າສານໄດ້ 2ໂຕນ ເປັນການ ຫລຸດຜ່ອນ ຄ່າຄອງຊີບ ໃຫ້ແກ່ ປະຊາຊົນ ຜູ້ມີລາຍຮັບຕໍ່າ ໄດ້ອີກທາງໜຶ່ງ.ແຕ່ລະເດືອນ, ປະຊາຊົນ ສ່ວນໃຫຍ່ ສາມາດ ປະຫຍັດ ຄ່າເຂົ້າ ໄດ້ເກືອບ ເຄິ່ງໜຶ່ງ ໂດຍການເກັບ ຂີ້ເຫຍື້ອ ແລະ ແລກປ່ຽນ ເຂົ້າສານ ຕາມໂຄງການນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top