ຫາລືຄວາມຄືບໜ້າ ກຽມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

03/07/2024 18:26
Email Print 211
KPL ຂປລ. ໃນວັນທີ 3 ກໍລະກົດ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມ ລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.



ຂປລ. ໃນວັນທີ
3 ກໍລະກົດ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມ ລາຍງານຄວາມຄືບໜ້າການກະກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ທີ່ຈະມາເຖິງນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ. ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຄະນະກົມ ແລະ ພະນັກງານ ທີ່ກ່ຽວຂ້ອງ ຈາກບັນດາກະຊວງ, ຂະແໜງການຕ່າງໆເຂົ້າຮ່ວມ.

ກອງປະຊຸມ ໄດ້ສືບຕໍ່ປຶກສາຫາລື ແລະ ກວດກາຄືນຄວາມຄືບໜ້າບັນດາໜ້າວຽກ ຂອງແຕ່ລະອະນຸກຳມະການ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຈັດສັນສະຖານທີ່ພັກ ສຳລັບລັດຖະມົນຕີ ແລະ ຄະນະຜູ້ແທນ ຫລາຍກວ່າ 34 ປະເທດ ທີ່ຈະມາຮ່ວມປະຊຸມ, ຄວາມພ້ອມຂອງສະຖານທີ່ປະຊຸມ, ການກະກຽມດ້ານພາຫະນະຮັບໃຊ້ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ ແລະ ບັນດາຄະນະຜູ້ແທນ, ຄວາມເປັນລະບຽບພາຍໃນຕົວເມືອງ ນະຄອນຫລວງວຽງຈັນ ເປັນຕົ້ນ ການປັບປຸງຖະໜົນຫົນທາງ ແລະ ຄວາມເປັນລະບຽບດ້ານຈາລະຈອນ, ຄວາມພ້ອມດ້ານສະໜາມບິນ, ຄວາມພ້ອມດ້ານລະບົບການສື່ສານ ແລະ ອິນເຕີເນັດ, ບຸກຄະລາກອນຮັບໃຊ້ກອງປະຊຸມ, ຄວາມພ້ອມດ້ານສະຖານທີ່ທ່ອງທ່ຽວ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.  ຜ່ານການປຶກສາຫາລື ເຫັນວ່າ ການກະກຽມບັນດາໜ້າວຽກ ຂອງແຕ່ລະອະນຸກໍາມະການ ມີຄວາມຄືບໜ້າດີ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນໃຫ້ບັນດາອະນຸກໍາມະການ ສືບຕໍ່ດໍາເນີນໜ້າວຽກຂອງຕົນ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57ແລະ ກອງປະຊຸມ ອື່ນໆທີ່ກ່ຽວຂ້ອງ  ເຊິ່ງຈະຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

KPL

ຂ່າວອື່ນໆ

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວການເມືອງ

      ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

      7/5/2024 1:59:15 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ

      7/5/2024 1:49:39 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.


Top