ເປີດການຂົນສົ່ງດ່ວນຂ້າມທະເລສາບ ຄາສປຽນຊີ ຈີນ-ເອີຣົບ

04/07/2024 10:59
Email Print 212
KPL ທ່ານ ສີ ຈິ້ນຜິງ, ປະທານ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ໂຕຄາເຢັຟ, ປະທານາທິບໍໍດີ ກາຊັກສະຖານ ໄດ້ເຂົ້າຮ່ວມ ພິທີເປີດ ການຂົນສົ່ງດ່ວນ ຂ້າມທະເລສາບ ຄາສປຽນຊີ (Caspian Sea) ຈີນ-ເອີຣົບ ຜ່ານຮູບແບບ ທາງໄກ(ວີດີໂອ).

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ3 ກໍລະກົດນີ້ ຢູ່ທຳນຽບ ປະທານາທິບໍດີ ກາຊັກສະຖານ ທີ່ນະຄອນຫລວງ ອັດສະຕານາ, ທ່ານ ສີ ຈິ້ນຜິງ, ປະທານ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ໂຕຄາເຢັຟ, ປະທານາທິບໍໍດີ ກາຊັກສະຖານ ໄດ້ເຂົ້າຮ່ວມ ພິທີເປີດ ການຂົນສົ່ງດ່ວນ ຂ້າມທະເລສາບ ຄາສປຽນຊີ (Caspian Sea) ຈີນ-ເອີຣົບ ຜ່ານຮູບແບບ ທາງໄກ(ວີດີໂອ). ໃນພິທີ ເປີດການ ຂົນສົ່ງດ່ວນ ຄັ້ງນີ້, ລົດຍົນຂອງ ສປ ຈີນ ແມ່ນໄດ້ຂົນສົ່ງ ໄປເຖິງ ທ່າແຄມຝັ່ງ ທະເລສາບ ຄາສປຽນຊີ ດ້ວຍຮູບການ ຂົນສົ່ງ ທາງຫລວງ ໂດຍກົງ ເປັນຄັ້ງທຳອິດ, ຂະນະທີ່ ຂະບວນ ລົດໄຟດ່ວນ ຈີນ-ເອີຣົບ ທີ່ເລີ່ມຈາກ ສປ ຈີນ ຂ້າມຜ່ານ ທະເລສາບ ຄາສປຽນຊີ ໄດ້ດຳເນີນ ທຸລະກິດ ຢ່າງໝັ້ນທ່ຽງ ມາເປັນ ເວລາ2ປີແລ້ວ, ເຊິ່ງເປັນຂີດໝາຍ ສະແດງ ໃຫ້ເຫັນວ່າ: ສະພາບ ການເຊື່ອມໂຍງ ເຊື່ອມຈອດ ດ້ານການຂົນ ສົ່ງແບບຫລາຍ ຊ່ອງທາງ ເຊິ່ງກວມເອົາ ທາງຫລວງ, ທາງລົດໄຟ, ທາງອາກາດ ແລະ ທໍ່ສົ່ງນັ້ນ ໄດ້ສ້າງຂຶ້ນ ຢ່າງເປັນທາງການ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top