KPL
ຂປລ. ໃນວັນທີ 25 ມັງກອນ 2023 ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະ ລົງຢ້ຽມຢາມ ແລະ ສຳຫລວດເຂດສາທິດ ເສດຖະກິດດ້ານອຸດສາຫະກຳ ການທ່ອງທ່ຽວເມືອງວັງວຽງ
![](https://kpl.gov.la/Media/Upload/News/Thumb/2023/01/26/9.jpg)
ຂປລ. ໃນວັນທີ 25 ມັງກອນ 2023 ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະ ລົງຢ້ຽມຢາມ ແລະ ສຳຫລວດເຂດສາທິດ ເສດຖະກິດດ້ານອຸດສາຫະກຳ ການທ່ອງທ່ຽວເມືອງວັງວຽງ ຫລື ສວນວັດທະນະທຳວັງວຽງ ຂອງບໍລິສັດ ຊີມັງລາວ ມະຫາຊົນ ທີ່ໂຮງງານຊີມັງວັງວຽງ ຫລັງສອງ.
ໃນໂອກາດນີ້, ທ່ານ ເນ້ຍເຫລີຍ ຜູ້ອຳນວຍການໃຫຍ່ບໍລິສັດ ຊີມັງລາວ ມະຫາຊົນ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ຊີມັງລາວ ມະຫາຊົນ ກຽມຈະປ່ຽນຊື່ມາເປັນ ບໍລິສັດ ທ່ອງທ່ຽວ ວັດທະນະທຳລາວ ມະຫາຊົນ ພາຍຫລັງ ທີ່ສຳເລັດ ການປະກອບຮຸ້ນໃໝ່ ແລະ ຈະສຸມໃສ່ໃນການ ກໍ່ສ້າງເຂດສາທິດ ເສດຖະກິດດ້ານອຸດສາຫະກຳ ການທ່ອງ ທ່ຽວເມືອງວັງວຽງ, ຈະຫັນເປັນຮູບແບບກິດຈະການ ແລະ ລົງທຶນພັດທະນາ ອຸດສາຫະກຳນິເວດສີຂຽວ ຢູ່ເຂດ ໂຮງງານ ຊີມັງຫລັງສອງ ວັງວຽງ ແລະ ຈະເອົາການທ່ອງທ່ຽວ ແລະ ວັດທະນະທຳ ເປັນກິດຈະການຫລັກ ເຊິ່ງເຂດ ສາທິດ ເສດຖະກິດ ດ້ານອຸດສາຫະກຳ ການທ່ອງທ່ຽວເມືອງວັງວຽງ ຈະເປັນໂຄງການ ອຸດສາຫະກຳສຳຄັນ ແຫ່ງການປະຕິຮູບ ຂອງລັດວິສາຫະກິດລາວ, ການກໍ່ສ້າງ ແລະ ພັດທະນາ ຂອງເຂດສາທິດດັ່ງກ່າວ ຈະສາມາດ ສ້າງພື້ນຖານ ອັນແໜ້ນແກ່ນ ໃນການຊຸກຍູ້ການພັດທະນາ ອຸດສາຫະກຳການທ່ອງທ່ຽວ ທີ່ໄດ້ເອົາເມືອງວັງວຽງ ເປັນຈຸດໃຈກາງ.
![](https://kpl.gov.la/Media/Upload/News/Thumb/2023/01/26/13.jpg)
ທ່ານ ເນ້ຍເຫລີຍ ຍັງໃຫ້ຮູ້ອີກວ່າ: ຮູບຊົງຂອງຕຶກອາຄານ ຢູ່ເຂດສາທິດດັ່ງກ່າວ ຈະມີຫລາກຫລາຍ ວັດທະ ນະທຳຂອງຊົນເຜົ່າລາວ, ຈະມີໂຄງການຈໍາລອງມໍລະດົກ ວັດທະນະທຳທີ່ບໍ່ເປັນວັດຖຸ, ເຄື່ອງຫັດຖະກຳ ຂອງຊົນເຜົ່າຕ່າງໆ, ອາຫານພື້ນເມືອງລາວ, ຢາພື້ນ ເມືອງລາວ ແລະ ລາຍການອື່ນໆ ທີ່ມີເອກະລັກສະເພາະ ຂອງປະເທດ ລາວ. ນອກນັ້ນ, ຍັງມີໂຮງແຮມຫ້າດາວ, ເຮືອນພັກ ຫລາຍໆແຫ່ງ, ສວນສະໜຸກສຳລັບເດັກນ້ອຍ, ສະຖານຖ່າຍ ວິດິໂອຮູບເງົາໂທລະພາບ ແລະ ອື່ນໆ ເພື່ອສ້າງເປັນສະຖານທີ່ ທ່ອງທ່ຽວ ແບບຄົບວົງຈອນ. ພ້ອມກັນນີ້, ຈະໄດ້ລວມການອະນຸລັກຮັກສາ, ການສືບທອດ ແລະ ການສຳຜັດມໍລະດົກ ວັດທະນະທຳ ທີ່ບໍ່ເປັນວັດຖຸ, ຮີດຄອງ ປະເພນີລາວ ຢູ່ໃນບ່ອນດຽວ ເຊັ່ນ: ສຽງແຄນລາວ, ເຄື່ອງປະດັບເອ້ ທີ່ເຮັດດ້ວຍໂລຫະເງິນ, ຮູບແຕ້ມ ພື້ນເມືອງລາວ, ເຄື່ອງຕ່ຳຫູກ ພື້ນເມືອງລາວ, ການຟ້ອນລຳວົງ, ບັ້ງໄຟ ແລະ ອື່ນໆ, ທັງນີ້ ກໍເພື່ອປົກປັກຮັກສາ, ສືບທອດ ແລະ ເສີມຂະຫຍາຍ ມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸຂອງປະເທດລາວ ໃຫ້ສາມາດສຳຜັດໄດ້ເຖິງ ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ, ວັດທະນະທຳແຫ່ງຊາດລາວ ແລະ ຈິດໃຈດັ້ງເດີມຂອງຫັດຖະກອນ ທີ່ມີມາແຕ່ດົນນານ.
![](https://kpl.gov.la/Media/Upload/News/Thumb/2023/01/26/14.jpg)
ເຂດສາທິດດັ່ງກ່າວ, ເປັນໂຄງການກໍ່ສ້າງແຫ່ງທຳອິດ ໃນປະເທດລາວ ຂອງບໍລິສັດ ທ່ອງທ່ຽວ ວັດທະນະທຳລາວ, ບໍລິສັດມີເປົ້າໝາຍ ສຸມໃສ່ ພັດທະນາເຂດສາທິດ ໃຫ້ກາຍເປັນສະຖານທີ່ ທ່ອງທ່ຽວວັດທະນະທຳ ແບບຄົບ ວົງຈອນແຫ່ງໜຶ່ງ ເຊິ່ງຈະກວມເອົາ ກິດຈະກໍາ ການກິນດື່ມ, ການພັກເຊົາ, ການເດີນທາງ, ການທ່ອງທ່ຽວ, ການຊື້ເຄື່ອງ ແລະ ການບັນເທີງຢູ່ບ່ອນດຽວ. ພ້ອມກັນນັ້ນ, ກໍເປັນການ ປະດິດ ແລະ ການປະສົມປະສານກັບ ທິວທັດທໍາມະຊາດ, ໄດ້ດັດສ້າງສະຖານທີ່ ອຸດສາຫະກຳອັນເກົ່າແກ່ ວັດທະນະທຳ ຂອງຊົນເຜົ່າ ທ້ອງຖິ່ນ ມາເຊື່ອມໂຍງ ເຂົ້າກັບເສດຖະ ກິດ-ການຄ້າທີ່ທັນສະໄໝ, ທ່ອງທ່ຽວວັດທະນະທຳແຫ່ງຊາດ ທີ່ມີລັກສະນະພິເສດ ໃນປະເທດລາວ ເຊິ່ງໂຄງການເຂດສາທິດ ໄດ້ວາງແຜນນໍາໃຫ້ທີ່ດິນ 150 ເຮັກຕາ, ຄາດວ່າຈະສຳເລັດ ການກໍ່ສ້າງ ພາຍໃນ 3 ປີ. ໃນນັ້ນ, ໄລຍະທີ 1 ຈະດັດສ້າງ ໂຮງງານຊີມັງວັງວຽງ ຫລັງສອງເປັນຫລັກ, ຄາດວ່າຈະເປີດໃຫ້ ບໍລິການ ກ່ອນປີໃໝ່ລາວ 2024.
ໃນໂອກາດນີ້, ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ທັງພາກລັດ, ອຳນາດ ການປົກຄອງບ້ານ, ບໍລິສັດ ໃຫ້ປະສານວຽກກັນ ຢ່າງກົມກ່ຽວ, ລັດຖະບານລາວ ຈະອຳນວຍ ຄວາມຊ່ວຍເຫລືອ ແລະ ສົ່ງເສີມ ໃນວຽກງານຕ່າງໆ ເພື່ອເຮັດໃຫ້ເຂດສາທິດດັ່ງກ່າວ ກາຍເປັນສະຖານທີ່ ທ່ອງທ່ຽວ ໃໝ່ຂອງເມືອງວັງວຽງ ເປັນມິດກັບສິ່ງ ແວດລ້ອມ-ສີຂຽວ ແລະ ຢືນຢົງ ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ- ສັງຄົມຂອງແຂວງວຽງຈັນ.
ຂ່າວ- ພາບ: ກິດຕາ
KPL