KPL
ຂປລ. ກະຊວງພາຍໃນ ຈັດຝຶກອົບຮົມຫລັກສູດວິເຄາະ ແລະ ພັດທະນາການຈັດຕັ້ງ ໃຫ້ພະນັກງານຫລັກແຫລ່ງຂັ້ນກົມ ໃນວັນທີ 10 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ມີຫົວໜ້າກົມ-ຮອງກົມ, ຫ້ອງການ, ສະຖາບັນ ແລະ ສູນ ທີ່ສັງກັດກະຊວງພາຍໃນເຂົ້າຮ່ວມ.
![](https://kpl.gov.la/Media/Upload/News/Thumb/2025/02/11/141.jpg)
ຂປລ. ກະຊວງພາຍໃນ ຈັດຝຶກອົບຮົມຫລັກສູດວິເຄາະ ແລະ ພັດທະນາການຈັດຕັ້ງ ໃຫ້ພະນັກງານຫລັກແຫລ່ງຂັ້ນກົມ ໃນວັນທີ 10 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ມີຫົວໜ້າກົມ-ຮອງກົມ, ຫ້ອງການ, ສະຖາບັນ ແລະ ສູນ ທີ່ສັງກັດກະຊວງພາຍໃນເຂົ້າຮ່ວມ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານຫລັກແຫລ່ງຂອງກະຊວງພາຍໃນ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ທາງດ້ານການວິເຄາະງານຫລາຍຂຶ້ນ.
![](https://kpl.gov.la/Media/Upload/News/Thumb/2025/02/11/142.jpg)
ທ່ານ ນາງ ລີວົງ ລາວລີ ໄດ້ໃຫ້ຮູ້ວ່າ: ການຈັດສໍາມະນາຄັ້ງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ດ້ານວຽກງານວິເຄາະ ແລະ ພັດທະນາ ການຈັດຕັ້ງໃຫ້ພະນັກງານ ຫລັກແຫລ່ງຂອງກະຊວງພາຍໃນ, ທັງເປັນການຈັດຕັ້ງຜັນຂະຫຍາຍ ບັນດາແນວທາງ-ນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ປະກົດຜົນເປັນຈິງໃນແຕ່ລະໄລຍະ. ພ້ອມກັນນັ້ນ, ກໍເພື່ອກຽມຄວາມພ້ອມດ້ານຕ່າງໆ ທີ່ຈະຜະເຊີນໜ້າກັບສິ່ງທ້າທາຍໃໝ່ ທາງດ້ານເສດຖະກິດ-ການເງິນ, ການປ່ຽນແປງທາງດ້ານ ວັດທະນະທໍາ-ສັງຄົມ ແລະ ຄວາມໝັ້ນຄົງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມະຫງົບ ທັງພາຍໃນ, ພາກພື້ນ ແລະ ສາກົນ.
ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມທີ່ມີພາລະບົດບາດ ໃນການຄົ້ນຄວ້າ, ສ້າງ ແລະ ພັດທະນາຫລັກສູດຝຶກອົບຮົມ ກ່ຽວກັບການບໍລິຫານຄຸ້ມຄອງລັດ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດ ທິພາບ ໄດ້ຮ່ວມກັບກົມພັດທະນາ ການບໍລິຫານລັດ ຄົ້ນຄວ້າຫລັກສູດການວິເຄາະ ແລະ ພັດທະນາການຈັດຕັ້ງຂຶ້ນ ຊຶ່ງຫລັກສູດດັ່ງກ່າວ ແນໃສ່ການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຄວາມເຂົ້າໃຈ ຕໍ່ວຽກງານການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ-ອົງການ ເຮັດໃຫ້ກົງຈັກມີຄວາມເຂັ້ມແຂງ, ກະທັດຮັດ ສົມເຫດສົມຜົນ, ມີຄວາມສອດຄ່ອງກັບລະບົບການເມືອງ ແລະ ເງື່ອນໄຂສະພາບຕົວຈິງ ສປປ ລາວ ໃນແຕ່ລະໄລຍະ.
![](https://kpl.gov.la/Media/Upload/News/Thumb/2025/02/11/140.jpg)
ຊຸດຝຶກອົບຮົມຄັ້ງນີ້, ເປັນຄັ້ງທີ 2 ໃນຫລັກສູດປະກອບມີ 3 ບົດໃຫຍ່ຄື: ບົດທີ 1 ຄວາມຮູ້ພື້ນຖານ ກ່ຽວກັບການພັດທະນາອົງການຈັດຕັ້ງ, ບົດທີ 2 ການພັດທະນາກົງຈັກການຈັດຕັ້ງ ຂອງ ສປປ ລາວ ແລະ ບົດທີ 3 ການກຳນົດຕໍາແໜ່ງງານ. ການຈັດຊຸດຝຶກອົບຮົມຄັ້ງນີ້, ມີຄວາມສຳຄັນຫລາຍ ໃນການຊ່ວຍໃຫ້ຄະນະຮັບຜິດຊອບສ້າງ ແລະ ພັດທະນາຫລັກສູດ ໄດ້ຕິດຕາມ ແລະ ເກັບກຳຄຳຄິດເຫັນ ເພື່ອເປັນຂໍ້ມູນທີ່ສໍາຄັນ ໃນການປັບປຸງເນື້ອໃນ ແລະ ວິທີການດຳເນີນການຝຶກອົບຮົມ ໃຫ້ມີປະສິດທິພາບສູງຂຶ້ນ, ທັງເປັນການສືບຕໍ່ ແລະ ຢັ້ງຢືນເຖິງໝາກຜົນຂອງການສ້າງ ແລະ ພັດທະນາຫລັກສູດ ນໍາໄປສູ່ການຝຶກອົບຮົມດັ່ງກ່າວໃຫ້ສົມບູນຍິ່ງຂຶ້ນ.
KPL