ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃນບຸນພະທາດສີໂຄດຕະບອງ

12/02/2025 09:37
KPL ບຸນນະມັດສະການພະທາດສີໂຄຕະບອງ ປະຈຳປີ 2025 ໄດ້ໄຂຂຶ້ນເມ່ືອມໍ່ໆມານີ້ ທີ່ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງພາຍໃນງານໄດ້ມີການວາງສະແດງ ແລະ ນຳໜ່າຍສິນຄ້າ ໂດຍການສົມທົບລະຫວ່າງສະພາການຄ້າ-ອຸດສາຫະກໍາແຂວງ ແລະ ພະແນກອຸດສາຫະກໍາ-ການຄ້າແຂວງຄໍາມ່ວນ.

*ບຸນນະມັດສະການພະທາດສີໂຄຕະບອງ ປະຈຳປີ 2025 ໄດ້ໄຂຂຶ້ນເມ່ືອມໍ່ໆມານີ້ ທີ່ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງພາຍໃນງານໄດ້ມີການວາງສະແດງ ແລະ ນຳໜ່າຍສິນຄ້າ ໂດຍການສົມທົບລະຫວ່າງສະພາການຄ້າ-ອຸດສາຫະກໍາແຂວງ ແລະ ພະແນກອຸດສາຫະກໍາ-ການຄ້າແຂວງຄໍາມ່ວນ ເພື່ອສ້າງເງື່ອນໄຂໃນການນໍາເອົາຜະລິດຕະພັນຂອງບັນດາເມືອງພາຍໃນແຂວງ, ການຜະລິດຂະໜາດນ້ອຍ ແລະ ຂະໜາດກາງ ຂອງຜູ້ປະກອບການຕະຫລອດຮອດພໍ່ແມ່ປະຊາຊົນໄດ້ນໍາເອົາຜົນຜະລິດ, ຜະລິດຕະພັນ-ສິນຄ້າ ມາແລກປ່ຽນຊື້-ຂາຍ ເພື່ອສ້າງລາຍຮັບແກ່ທຸລະກິດ ແລະ ຄອບຄົວເປັນການສ້າງໂອກາດໃຫ້ແກ່ພາກທຸລະກິດ-ຜູ້ປະກອບການໄດ້ນຳສະເໜີຜະລິດຕະພັນຂອງຕົນ ຜ່ານບຸນນະມັດສະການພະທາດສີໂຄດຕະບອງ,​ໃນປີນີ້ ມີຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າ 115 ຫົວໜ່ວຍ ມູນຄ່າຫລາຍກວ່າ 10 ຕື້ກີບ.

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການຈັດງານ ນະມັດສະການພະທາດສີໂຄດຕະບອງ ປະຈໍາປີ 2025 ໄດ້ກ່າວວ່າ: ການຈັດບຸນດັ່ງກ່າວ ກໍເພື່ອເປັນການສົ່ງເສີມທາງດ້ານວັດທະນະທໍາ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ແລະ ເປັນປັດໄຈໜຶ່ງ ເພື່ອຊຸກຍູ້-ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງຊາດ ຂອງທ້ອງຖິ່ນ, ເປັນການສົ່ງເສີມດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວດຶງດູດເອົາມວນຊົນ-ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມ, ພ້ອມນັ້ນ ທ່ານຮອງເຈົ້າແຂວງ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງປະຕິບັດຕາມຂໍ້ກຳນົດ, ກົດລະບຽບຕ່າງໆທີ່ທາງຄະນະກຳມະການຈັດງານໄດ້ວາງອອກຢ່າງເຂັ້ມງວດ ເພື່ອແນໃສ່ເຮັດໃຫ້ງານດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ມີຄວາມສະຫງົບ ແລະ ປອດໄພ.

ຂ່າວ-ພາບ: ກອງຄໍາ

KPL

ຂ່າວອື່ນໆ


Top