KPL
ຂປລ. ບຸນນະມັດສະການຜາສາຫີນ ວັດພູຈໍາປາສັກ ປະຈໍາປີ 2025 ເປີດຂຶ້ນຢ່າງເປັນທາງການ ໃນຕອນຄໍ່າວັນທີ 10 ກຸມພາ 2025 ຢູ່ເດີ່ນສະຖານບູຮານວັດພູ
![](https://kpl.gov.la/Media/Upload/News/Thumb/2025/02/11/125.jpg)
ຂປລ. ບຸນນະມັດສະການຜາສາຫີນ ວັດພູຈໍາປາສັກ ປະຈໍາປີ 2025 ເປີດຂຶ້ນຢ່າງເປັນທາງການ ໃນຕອນຄໍ່າວັນທີ 10 ກຸມພາ 2025 ຢູ່ເດີ່ນສະຖານບູຮານວັດພູ ໂດຍມີ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ມີພະເຖລະນຸເຖລະ, ບັນດາການນໍາຈາກສູນກາງ, ການນໍາແຂວງພາກໃຕ້, ບັນດາທູຕານຸທູດ, ກົງສູນໃຫຍ່ ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ, ຣາຊະອານາຈັກໄທ ຕະຫລອດຮອດມວນຊົນ ເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.
![](https://kpl.gov.la/Media/Upload/News/Thumb/2025/02/11/127.jpg)
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ໄດ້ມີຄໍາເຫັນວ່າ: ບຸນນະມັດສະການຜາສາດຫີນວັດພູ ມໍລະດົກໂລກແຫ່ງທີ II ຂອງລາວ ປະຈໍາປີ 2025 ນີ້, ຕາມຄໍາຂວັນຂອງແຂວງ ທີ່ສົມຄວນຊອກຫາຮຽນຮູ້ ຄື: ເອກະລັກວັດພູ, ກຸຫລາບປາກເຊ, ກາເຟປາກຊ່ອງ, ນໍ້າຂອງໂຕນຄອງ, ສີທັນດອນລືນາມ, ງາມນໍ້າໃຈຊາວຈໍາປາ, ລືຊາກ້ອງໄກ, ກອງໄຊຈັກກະພັດ, ພັກ-ລັດ ນໍາພາພັດທະນາ ປວງປະຊາຢູ່ດີກິນດີ. ໃນງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2025. ໃນພິທີເປີດງານຄັ້ງນີ້, ມີການສະແດງໂດຣນປະກອບພາບ ຕົວອັກສອນ ແສງ ສີ ສຽງ ໂດຍແມ່ນທະນາຄານພັດທະນາລາວ ເປັນຜູ້ໃຫ້ການສະໜັບສະໜູນ ມູນຄ່າ 775 ລ້ານກວ່າກີບ ແລະ ການຍິງດອກພຸໄຟ ແມ່ນກິດຈະກໍາພິເສດ 2 ກິດຈະກໍາ. ສໍາລັບຮູບແບບ ແລະ ເນື້ອໃນບິນໂດຣນ, ການບິນໂດຣນຊຸດທີ 1 ຈໍານວນ 100 ລໍາ ຈະມີບັນຍາຍກ່ຽວກັບທີ່ຕັ້ງຂອງເມືອງຈຳປາສັກ; ບິນໂດຣນ ຊຸດທີ 2 ຈໍານວນ 200 ລໍາ ຈະບັນຍາຍກ່ຽວກັບການສ້າງຕົວເມືອງ ແລະ ສ້າງສາສະນະສະຖານຂອງຮີນດູ; ບິນໂດຣນຊຸດທີ 3 ຈໍານວນ 200 ລໍາ ຈະບັນຍາຍກ່ຽວກັບ ຈອມພູເກົ້າ ແຮງບັນດານໃຈເຖິງສັດທາອັນແຮງກ້າ ແລະ ຄວາມເຊື່ອໃນສາສະໜາຮີນດູ. ສ່ວນການຍິງພຸໄຟໃນມື້ເປີດງານ, ແມ່ນການສະໜັບສະໜູນຂອງ ກຸ່ມບໍລິສັດຍິ່ງໂຊກໄຊ ມູນຄ່າ 1 ຕື້ກວ່າກີບ.
![](https://kpl.gov.la/Media/Upload/News/Thumb/2025/02/11/128.jpg)
ນອກຈາກນີ້, ຍັງມີການສະແດງລະຄອນຢ້ອນຍຸກ ກ່ຽວກັບຮັກ 3 ເສົ້າ ທ້າວບາຈຽງ-ນາງມະໂລງ, ໄຂປິດສະໜາການກໍ່ສ້າງຜາສາດຫີນວັດພູ ແລະ ນາງສີດາຍອດຍິງຜູ້ເສຍສະຫລະ, ມີຕະຫລາດຍ້ອນຍຸກ ຕິດພັນກັບການນຸ່ງຖືທີ່ບົ່ງບອກເຖິງ ປະຫວັດສາດຄວາມເປັນມາ ແຫ່ງການກຳເນີດຂອງວັດພູຈຳປາສັກ ໂດຍໃຫ້ປະຊາຊົນ ບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າມາຮ່ວມຂາຍເຄື່ອງ ໂດຍບໍ່ເສຍຄ່າເຊົ່າ, ມີການຈັດສັນຕະຫລາດວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂອງ 9 ເມືອງ, 1 ນະຄອນ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມຕ່າງໆ.
![](https://kpl.gov.la/Media/Upload/News/Thumb/2025/02/11/129.jpg)
ວັນທີ 11 ກຸມພາ 2025 ຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກັອຟຊາວບ້ານ, ກິລາແລ່ນເປົາ ແລະ ທ່ຽວງານບຸນຕາມອັດທະຍາໄສ; ວັນທີ 12 ກຸມພາ 2025 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫລື ເດືອນສາມເພັງ ເປັນວັນບຸນມາຄະບູຊາ ເປັນວັນບຸນທີ່ມີຄວາມສໍາຄັນ ທາງພະພຸດສະສາໜາ, ຕອນເຊົ້າ, ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດ ຖວາຍສັງຄະທານ ແດ່ພະສົງ, ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ. ທັງນີ້, ກໍເພື່ອເສີມຂະຫຍາຍມູນເຊື້ອປະຫວັດສາດ, ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ ພ້ອມທັງເປັນການດຶງດູດນັກທ່ອງທ່ຽວ.
![](https://kpl.gov.la/Media/Upload/News/Thumb/2025/02/11/131.jpg)
ຂ່າວ-ພາບ: ທູນທອງໃຈ
KPL