ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຮງງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດ ຜູ້ດຽວ

11/02/2025 11:03
Email Print 241
KPL ຂປລ. ຕອນບ່າຍວັນທີ 10 ກຸມພາ 2025 ນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ, ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ຢູ່ແຂວງໄຊສົມບູນ, ມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມຄະນະຮ່ວມຕິດຕາມ.



ຂປລ. ຕອນບ່າຍວັນທີ 10 ກຸມພາ 2025 ນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ
, ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ຢູ່ແຂວງໄຊສົມບູນ, ມີ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມຄະນະຮ່ວມຕິດຕາມ. ທັງນີ້, ກໍເພື່ອ ເປັນການຕິດຕາມ ການຈັດຕັ້ງປະຕິບັດ ບັນດາໂຄງການຂຸດຄົ້ນບໍ່ແຮ່ ທີ່ກຳນົດ ໃນແຜນພັດທະນາ ເສດຖະກິດສັງຄົມ ໃຫ້ຖືກຕ້ອງຕາມລະບຽບຫລັກການ ທີ່ກຳນົດໄວ້ຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ການຂຸດຄົ້ນ ມີຄວາມເປັນລະບຽບ ຮຽບຮ້ອຍ ຖືກຕ້ອງສອດຄ່ອງຕາມ 4 ກົດໝາຍ ທີ່ຕິດພັນ ເປັນຕົ້ນ ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ, ກົດໝາຍວ່າດ້ວຍແຮ່ທາດ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດ.




ທ່ານ ພອນແກ້ວ ອິນທະລັງສີ ຮອງຜູ້ບໍລິຫານງານຝ່າຍລາວ ຕາງໜ້າບໍລິສັດຮ່ວມມື ພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ວຽກງານຂອງ ບໍລິສັດຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ
 ພາຍຫລັງທີ່ໄດ້ເຊັນເຊັນສັນຍາ
MOU ໃນປີ 2020 ແລະ ເຊັນສັນຍາ CA ໃນປີ 2023 ບໍລິສັດໄດ້ປະຕິບັດມອບພັນທະ ໃຫ້ແກ່ລັດຖະບານ ແລະ ແຂວງໄຊສົມບູນ ຕາມສັນຍາ, ບໍລິສັດສາມາດປ້ອນແຮ່ໄດ້ 600 ໂຕນຕໍ່ມື້, ໃນປີ 2024 ບໍລິສັດ ໄດ້ປ້ອນແຮ່ດິບເຂົ້າໂຮງງານທັງໝົດ 161.000 ໂຕນ, ໄດ້ເປີດເຕົາຫລອມ 3 ຄັ້ງ ສາມາດເກັບກູ້ຜະລິດຕະພັນ ແຮ່ຄໍາທັງໝົດ 169 ກິໂລ ຊຶ່ງຄຸນນະພາບຂອງແຮ່ຄໍາແມ່ນ 70%, ໄດ້ມອບໃຫ້ແກ່ລັດຖະບານ ແລະ ແຂວງ ຕາມສັນຍາ 3 ຄັ້ງ ລວມທັງໝົດ 23,5 ກິໂລ.

ໂອກາດນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຍັງໄດ້ໃຫ້ທິດຊີ້ນຳຕໍ່ການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການ ຈັດຕັ້ງປະຕິບັດວຽກງານ ດຳເນີນໄປດ້ວຍຄວາມຖືກຕ້ອງ ຕາມຂັ້ນຕອນ ແລະ ລະບຽບຫລັກການ, ທັງເປັນການຮັກສາສິດ ຜົນປະໂຫຍດຂອງທັງສອງຝ່າຍ ໃຫ້ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ໃນແຕ່ລະໄລຍະຂອງການຂຸດຄົ້ນ ດ້ວຍຄວາມເປັນທຳ ແນໃສ່ສ້າງຄວາມເປັນ ເອກະພາບສູງ ໃນການຈັດຕັ້ງປະຕິບັດ, ເຮັດໃຫ້ທົ່ວສັງຄົມມີສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ສູງຂຶ້ນ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ ມີຄວາມເຂັ້ມງວດ ແລະ ສັກສິດກວ່າເກົ່າ.

ຂ່າວ: ຄຳໝັ້ນ ພຽງພິລາ

KPL

ຂ່າວອື່ນໆ


Top