ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ຈະເປີດບໍລິການໃນໄວ້ໆ

12/02/2025 09:25
KPL ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່​ສວຍ​ງາມ​ແຫ່ງ​ໃໝ່ຂອງ​ແຂວງ​ຄໍາ​ມ່ວນ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ​ເຊິ່ງປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫລ່ງທ່ອງທ່ຽວ.
        *ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່​ສວຍ​ງາມ​ແຫ່ງ​ໃໝ່ຂອງ​ແຂວງ​ຄໍາ​ມ່ວນ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ​ເຊິ່ງປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫລ່ງທ່ອງທ່ຽວ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ. ຄາດວ່າຈະເປີດບໍລິການໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມ ໃນເດືອນເມສາ 2025 ນີ້.

 

        ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄໍາມ່ວນ​ໃຫ້​ຮູ້​ວ່າ: ​ແຫ​ລ່ງທ່ອງ​ທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວອຸດົມສົມບູນໄປດ້ວຍທຳມະຊາດທີ່ສວຍສົດງົດງາມ ມີທັງສັດປ່າ ແລະ ສັດນໍ້າຫລາກຫລາຍຊະນິດ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ດຽວ ເປັນຜູ້ພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວ ແບບອະນຸລັກທຳມະຊາດ  ລວມມີເນື້ອທີ່ເຂດພັດທະນາ 9,89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກຈໍານວນ 404 ເຮັກຕາ.

ໃນນັ້ນ, ປະກອບມີ ການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງປ່າ, ຍ່າງຂົວທ່ຽວຊົມຖໍ້າ ແລະ ກິດຈະການອື່ນໆ ດ້ວຍມູນຄ່າການລົງທຶນທັງໝົດ 3 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນພາຍໃນ 100​ເປີ ແລະ ມີໄລຍະການສໍາປະທານ 50 ປີ ເຊິ່ງໃນປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ ແລະ ຄາດວ່າຈະເປີດບໍລິການໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມພາຍໃນຕົ້ນປີ 2025 ທີ່ຈະມາເຖິງນີ້.ພາຍຫລັງໂຄງການດັ່ງກ່າວສຳເລັດ ຈະກາຍເປັນທ່າແຮງ ດ້ານການທ່ອງທ່ຽວໃຫ້ແກ່ແຂວງ ທີ່ສາມາດສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫລາຍ, ທັງສ້າງວຽກເຮັດງານທໍາ ໃຫ້ປະຊາຊົນທີ່ອາໄສຢູ່ອ້ອມຂ້າງໂຄງການໄດ້ມີອາຊີບທີ່ແນ່ນອນ, ສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ແລະ ສ້າງລາຍຮັບປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ. ສະ​ນັ້ນ, ຈຶ່ງ​ຢາກ​ເຊີນ​ຊວນ​ປະຊາຊົນ​ລາວ ທີ່​ໄດ້​ກາຍ​ໄປ,ກາຍ​ມາ ​ແຂວງ ຄໍາ​ມ່ວນ​ແວ່​ສໍາຜັດບັນ​ຍາດ​ກາດ​ທີ່​ສວຍ​ງາມ ​ເພື່ອ​ຜັກ​ຜ່ອນ​ຢ່ອນ​ໃຈ ຈາກ​ຄວາມ​ອິດ​ເມື່ອຍ ຈາກ​ວຽກງານ ກໍ​​ໃຫ້​ທໍາ​ມະ​ຊາດ​ບໍາບັດ​ຈິດ​ໃຈ.

KPL

ຂ່າວອື່ນໆ

    • ປີທ່ອງທ່ຽວລາວ 2024 ດຶງດູດນັກ ທ່ອງທ່ຽວ ເຂົ້າແຂວງຫົວພັນ 53 ພັນກວ່າຄົນທ່ອງທ່ຽວ

      ປີທ່ອງທ່ຽວລາວ 2024 ດຶງດູດນັກ ທ່ອງທ່ຽວ ເຂົ້າແຂວງຫົວພັນ 53 ພັນກວ່າຄົນ

      2/10/2025 4:05:41 PM

      ຂປລ. ໃນປີ 2024 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ ຢູ່ແຂວງຫົວພັນ ແມ່ນມີຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຢູ່ແຂວງຫົວພັນ ໄດ້ທັງໝົດ 53 ພັນກວ່າຄົນ, ສ້າງລາຍຮັບໃຫ້ແກ່ສັງຄົມ ໄດ້ທັງໝົດ 58 ຕື້ກວ່າກີບ.

    • ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

      2/10/2025 9:42:32 AM

      ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດ ອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາດ້ວຍການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນ້ີ.

    • ປີທ່ອງທ່ຽວລາວ 2024 ເຮັດໃຫ້ການ ທ່ອງທ່ຽວ ຢູ່ຈໍາປາສັກ ຂະຫຍາຍຕົວຕໍ່ເນື່ອງ ທ່ອງທ່ຽວ

      ປີທ່ອງທ່ຽວລາວ 2024 ເຮັດໃຫ້ການ ທ່ອງທ່ຽວ ຢູ່ຈໍາປາສັກ ຂະຫຍາຍຕົວຕໍ່ເນື່ອງ

      2/7/2025 7:56:25 PM

      ຂປລ. ການຈັດຕັ້ງປະຕິບັດກິດຈະກຳ ປີທ່ອງທ່ຽວລາວ 2024 ປະກອບສ່ວນເຮັດໃຫ້ ການທ່ອງທ່ຽວ ຢູ່ແຂວງຈຳປາສັກ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ແລະ ຂະຫຍາຍຕົວດີຂຶ້ນກວ່າເກົ່າ, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢູ່ແຂວງຈຳປາສັກ​ ທັງໝົດ 647.​325 ຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 322.​357 ຄົນ, ທຽບໃສ່ແຜນການ​ ປະຕິບັດໄດ້ລື່ນແຜນ, ສາມາດສ້າງລາຍຮັບໄດ້ 90 ລ້ານກວ່າໂດລາສະຫະລັດ.​

    • ພູຜາມ່ານ ພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທ່ອງທ່ຽວ

      ພູຜາມ່ານ ພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ

      2/7/2025 9:47:42 AM

      ແຫລ່ງທ່ອງທ່ຽວພູຜາມ່ານ ມີຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທ່ີສົນໃຈຢາກມາສຳຜັດກັບບັນຍາກາດທີ່ເປັນທຳມະຊາດ ແລະ ຫລິ້ນກິດຈະກຳທີ່ທ້າທາຍ ເປັນຕົ້ນ ຂີ່ສະລິງ, ໄຕ່ຂົວ, ປີນຜາ, ຂີ່ເຮືອລອດຖ້ຳ ແລະ ກິດຈະກໍາອື່ນໆ ທີ່ນັກທ່ອງ ທ່ຽວສາມາດເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້.

    • ປີ 2024 ນວ ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ 1,7 ລ້ານກວ່າເທື່ອຄົນທ່ອງທ່ຽວ

      ປີ 2024 ນວ ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ 1,7 ລ້ານກວ່າເທື່ອຄົນ

      2/6/2025 3:52:10 PM

      ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ ຢູ່ນະຄອນ ຫລວງວຽງຈັນ (ນວ) ໄດ້ມີຜົນສຳເລັດຕາມລະດັບຄາດໝາຍ, ສາມາດດຶງດູດນັກທ່ອງທ່ຽວ ຕ່າງປະ ເທດ ເຂົ້າມາທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ຈໍານວນ 1,7 ລ້ານກວ່າເທື່ອຄົນ, ສ້າງລາຍຮັບທົ່ວສັງຄົມຈາກການທ່ອງທ່ຽວ ໄດ້ 490 ລ້ານກວ່າໂດລາສະຫະລັດ.


Top