6065

ຂປລ. ເມື່ອບໍ່ດົນມານີ້, ທະນາ ຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງທ່ານ ສັນຕິພາບ ພົມວິ ຫານ ລັດຖະມົນຕີກະຊວງການ ເງິນ ພ້ອມຄະນະ ແລະ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມຄະນະ ເພື່ອສືບຕໍ່ປະສານງານລະຫວ່າງ ສອງຂະແໜງການ, ສືບຕໍ່ແກ້ໄຂ ຂໍ້ຫຍຸ້ງຍາກດ້ານການປະສານງານ ແລະ ຮ່ວມກັນປະຕິບັດໜ້າທີ່ການ ເມືອງໃນການຈັດຕັ້ງປະຕິບັດແຜນ ງົບປະມານ ແລະ ແຜນເງິນຕາທີ່ ກໍານົດໄວ້ໃນປີ 2025 ໃຫ້ມີຜົນ ສໍາເລັດ. ກອງປະຊຸມໄດ້ຮັບຟັງການລາຍ ງານຄວາມຄືບໜ້າຜົນການຈັດຕັ້ງ ປະຕິບັດວຽກງານຮ່ວມກັນຂອງ ທັງສອງຂະແໜງການຕາມຜົນຂອງ ກອງປະຊຸມໃນຄັ້ງຜ່ານມາ, ພ້ອມ ທັງໄດ້ປຶກສາຫາລື, ແລກ ປ່ຽນ ຄວາມຄິດເຫັນກ່ຽວກັບການຈັດຕັ້ງ ປະຕິບັດວຽກງານຈໍານວນໜຶ່ງເປັນ ຕົ້ນການຈັດຕັ້ງປະຕິບັດການລວມ ສູນງົບປະມານແຫ່ງລັດ ຜ່ານບັນຊີ ລວມສູນຄັງເງິນແຫ່ງຊາດຢູ່ ທຫລ (TSA); ການຈັດຕັ້ງປະຕິບັດການ ຈັດເກັບລາຍຮັບງົບປະມານແຫ່ງ ລັດ ເປັນເງິນກີບ; ການສໍາຮອງ ເງິນຕາຕ່າງປະເທດຂອງ ທຫລ Iv'okpq d]a f4t,q o8u g0Q kIj ;, [5 odkg2{-k r6 rP'[= ]tg;oxu 2025 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 11.02.2025 ປີທີ 24 ສະບັບທີ 6.121 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 3 me]kp\kddt3rd c]t [A 'w2fvd ]a d]v[oeg0Q k,6 o7j kgdn v[ 300 ]h kodu [  ອ່ານຕໍ່ໜ້າ 2 dt-;'dtly de{xj kw,h xtfa [s]Podk ,y f8trk[ .sh lt4k[a o7Q o7;h kg0Q klkdq o ພາບປະກອບ ພາບປະກອບ xu mj v'mj P;]k; 2024 fb 'f6 foa dmj v'mj P; g0Q kc0;'sq ;ra o 53 ra od;j k7q o va f8txn gvq k.9.lj lh k'g,n v' c]t lh k'[h korQ om5 d  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 leg]a fdko/b dvq [Iq , dkolh k'7;k,g0A ,c0'.sh d5j ,x6 d,a o8Q o  ອ່ານຕໍ່ໜ້າ 2 lkov;prvo;a o-kf lu ]a 'dk 7q [Iv[ 77 xu ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານ ອວຍພອນເຖິງທ່ານ ອານຸຣາ ກູມາຣາ ດິດສານາຍາເກ ປະທານາທິ ບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມສີລັງກາ ໃນ ໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ຄົບຮອບ 77 ປີ. ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງທ່ານ ແລະ ປະຊາຊົນ ສີລັງກາ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ສັງຄົມນິຍົມສີລັງກາ ຄົບຮອບ 77 ປີ. ຂ້າພະເຈົ້າມີຄວາມປິຕິຍິນດີທີ່ເຫັນວ່າ ສປປ ລາວ ແລະ ສີລັງກາ ມີສາຍພົວພັນມິດຕະພາບ ແລະ ມີການຮ່ວມມືອັນດີຕະຫລອດໄລຍະ ທີ່ຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າການພົວພັນທີ່ດີດັ່ງກ່າວ ຈະສືບ ຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃນຊຸມປີຕໍ່ໜ້າເພື່ອຜົນ ປະໂຫຍດຂອງປະຊາຊົນສອງຊາດພວກເຮົາ. ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຕາງ ໜ້າລັດຖະບານລາວ ໄດ້ປະດັບ ຫລຽນກາມິດຕະພາບ ແຫ່ງ ສປປ ລາວ ໃຫ້ແກ່ສະຖາບັນຄົ້ນຄວ້າເຂົ້າ ສາກົນ (IRRI) ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການ ຄົ້ນຄວ້າທົດລອງດ້ານແນວພັນເຂົ້າ ທີ່ມີຄຸນນະພາບ ແລະ ແນວພັນໃໝ່ ຂອງ ສປປ ລາວ ນັບແຕ່ປີ 2011 ຂປລ. ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງ ຈັນ(ນວ) ໄດ້ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ທີ່ຢຶດໄດ້ຈາກການ ລັກລອບນຳເຂົ້າ ແລະ ຈຳໜ່າຍໃນ ວັນທີ7ກຸມພາ2025ຜ່ານມາຢູ່ກອງ ພັນໃຫຍ່ 497 ໂດຍການເຂົ້າຮ່ວມ ຂອງທ່ານນາງວັນມະນີພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ, ທ່ານ ພັທ ບົວລີ ກອງອຸເທນ ຫົວໜ້າ ພະແນກເຕັກນິກ ກອງພັນໃຫຍ່ 497 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ. ທ່ານ ມະໂນສັກ ໄຊສິລິກຸນ ຮອງ ຫົວໜ້າຂະແໜງການຄ້າພາຍໃນ ໃຫ້ຮູ້ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າ ນວ ແລະ ຫ້ອງການ ອຸດສາຫະກຳ ແລະ ການຄ້າ 9 ຕົວ ເມືອງ ໄດ້ລົງເຄື່ອນໄຫວວຽກງານ ຕ້ານ ແລະ ສະກັດກັ້ນການຄ້າຂາຍ ເຖື່ອນຄ້າຂາຍນອກລະບົບທຸກຮູບ ແບບ ເຊິ່ງໃນໄລຍະບຸນປີໃໝ່ສາກົນ, ປີໃໝ່ຈີນ ແລະ ປີໃໝ່ຫວຽດນາມ ປີ 2025 ໂດຍໄດ້ກວດກາບັນດາ ຮ້ານຄ້າ ແລະ ຕະຫລາດໃນນະ ຄອນຫລວງວຽງຈັນ ທັງໝົດ 24 ຕະຫລາດ ແລະ 166 ຮ້ານ. ຜ່ານ ການກວດກາໄດ້ພົບເຫັນການລັກ ລອບນຳເຂົ້າ ແລະ ຈຳໜ່າຍໝາກ ກະໂພກ ແລະ ບັ້ງໄຟດອກ ທີ່ເປັນ ra dxt-k-q o xt8y ;a f]k; z6 h 9a f8A ' c]t oerkm5 dw--tot0v'dkoxt8y ;a f]k; \A opn oK ms] c]t dt-;'dkog'o sk]n cdh w0[a oskfh kodkog'oy y ຂປລ. ເມື່ອບໍ່ດົນມານີ້, ຢູ່ສູນ ຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫລີ ໄດ້ສໍາເລັດການຝຶກອົບຮົມການ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມ ປູກມັນຕົ້ນ ພາຍໃຕ້ໂຄງການສ້າງ ແຜນກິດຈະກໍາ ແລະ ພັດທະນາ ຊົນນະບົດຂອງແຂວງພາກເໜືອ ແລະ ພາກກາງຂອງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານແຫ່ງ ສ ເກົາຫລີ ໂດຍຜ່ານອົງການ KOICA ໂດຍ ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 25 ຄົນ, ຍິງ 16 ຄົນ ທີ່ມາຈາກບ້ານນໍ້າ ແຜນ ເມືອງແມດ ແຂວງວຽງຈັນ ຊຶ່ງນອນໃນພື້ນທີ່ໂຄງການສ້າງ ແຜນກິດຈະກໍາ ແລະ ພັດທະນາ ຊົນນະບົດຂອງແຂວງພາກເໜືອ ແລະ ພາກກາງຂອງ ສປປ ລາວ. ຫລັກສູດຝຶກອົບຮົມຄັ້ງນີ້, ມີ ເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 Iv'xtmko lo- ma fltotlb dlk 16j lk]kdt;u [h kook '; c]t d;Po q

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/02/2025 xtgmf]k; xk4tdt4k;a ogdu f xtmko dy , g9y ' vy o 7q [Iv[ 83 xu ສານອວຍພອນວັນຊາດ... ກະຊວງກະສິກຳ-ປ່າໄມ້... ຮອງປະທານ ສນຊ... ຮອງນາຍົກລັດຖະມົນຕີ... ທໍາລາຍໝາກກະໂພກ... ຂ້າພະເຈົ້າຂໍຖືໂອກາດອັນສະ ຫງ່າລາສີນີ້, ອວຍພອນມາຍັງ ທ່ານຈົ່ງມີພະລານາໄມທີ່ສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງທ່ານ ແລະ ຂໍອວຍພອນໃຫ້ ປະ ຊາຊົນສີລັງກາ ຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ວັດທະນະຖາວອນ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍ ພອນວັນຊາດເຖິງທ່ານ ນາງ ຮາ ຣີນີ ອາມາຊາສຸຣິຍານາຍົກ ລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ສັງຄົມນິຍົມສີລັງກາ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງ ສານອວຍພອນວັນຊາດເຖິງທ່ານ ວິຈິດຖາ ເຮຣາດ ລັດຖະມົນຕີກະ ຊວງການຕ່າງປະເທດ, ການຈ້າງ ງານການຕ່າງປະເທດ ແລະ ການ ທ່ອງທ່ຽວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມສີລັງກາ ໃນໂອກາດວັນຊາດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ຄົບຮອບ 77 ປີ ເຊັ່ນ ດຽວກັນ. ຂປລ. ບຸນກາເຟ-ຊາ ແລະ ຜົນ ຜະລິດກະສິກຳພູພຽງບໍລະເວນ ປະຈຳປີ 2025 ໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 8-10 ກຸມພາ 2025 ນີ້, ຢູ່ອະນຸສາວະລີສີທົນກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີທ່ານ ພົນເອກ ວິໄລ ຫລ້າ ຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ, ທ່ານ ອາລຸນໄຊ ສູນນະ ລາດ ເຈົ້າແຂວງຈຳປາສັກ, ມີ ຮອງເຈົ້າແຂວງ, ຮອງລັດຖະມົນຕີ ຈາກກະຊວງທີ່ກ່ຽວຂ້ອງ, ພ້ອມ ດ້ວຍຫົວໜ່ວຍທຸລະກິດການຜະລິດ, ສະຫະກອນ ແລະ ຊາວສວນຜູ້ຜະ ລິດກາເຟ-ຊາ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກ ຊ່ອງ ໄດ້ໃຫ້ຮູ້ວ່າ: ບຸນກາເຟ-ຊາພູ ພຽງບໍລະເວນ ປະຈຳປີ 2025 ມີ ຮ້ານວາງສະແດງສິນຄ້າທັງພາຍ ໃນແຂວງ ແລະ ຕ່າງແຂວງທັງ ໝົດ 70 ກວ່າຫົວໜ່ວຍ, ລວມມູນ ຄ່າຜະລິດຕະພັນປະມານ 10 ຕື້ ກີບ, ຄາດວ່າຈະມີເງິນໝູນວຽນໃນ ແຕ່ລະວັນ 1 ຕື້ກວ່າກີບ, ຈັດຂຶ້ນເພື່ອ ສົ່ງເສີມການຜະລິດຂອງຊາວສວນ ກາເຟ-ຊາ ແລະ ຜົນຜະລິດກະສິກຳ ຂອງແຂວງຈໍາປາສັກ ແລະ ບັນດາ ແຂວງ, ລວມເຖິງຜູ້ປະກອບການ ທຸລະກິດກາເຟ-ຊາ ຈາກທົ່ວປະເທດ ໄດ້ຮັບຮູ້ເຂົ້າໃຈເຖິງປະຫວັດຄວາມ ເປັນມາຂອງກາເຟ-ຊາ ພູພຽງບໍ ລະເວນ, ຄວາມຫລາກຫລາຍດ້ານ ຂປລ. ທ້າຍອາທິດຜ່ານມາ, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ກອງພົນທີ 1 ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາວັນວັນເກີດຂອງ ປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ (16 ກຸມພາ 1942-16 ກຸມພາ 2025) ຢູ່ສະໂມສອນກອງພົນທີ 1 ໂດຍມີສະຫາຍ ອາດສະພັງທອງ ສີ ພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ປະທານ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ, ສະຫາຍ ພົນ ຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທີ 1, ມີ ບັນດາການນໍາ, ຄະນະກົມ, ນາຍ ແລະ ພົນທະຫານ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປປ ເກົາຫລີ ປະຈຳລາວ ໄດ້ຍົກໃຫ້ເຫັນເຖິງ ບົດບາດການນໍາພາ ແລະ ຜົນງານ ຂອງປະທານ ກິມ ເຈິງ ອິນ ຜູ້ນໍາ ທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ ໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດອັນພົ້ນເດັ່ນແມ່ນການ ນໍາພາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການ ພັດທະນາໃນໄລຍະວິກິດທາງດ້ານ ເສດຖະກິດ ເພື່ອເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການ ປັບປຸງໃຫ້ດີຂຶ້ນ. ພ້ອມກັນນີ້, ຍັງ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອລະຫວ່າງສອງ ປະເທດ ສປປ ລາວ ແລະ ສປປ ເກົາຫລີທີ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງປະເທດ, ທັງເປັນ ການປະກອບສ່ວນເຂົ້າໃນພະລາກິດ ເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນຂົງເຂດພາກ ພື້ນ ແລະ ໃນໂລກ. ໃນພິທີດັ່ງກ່າວ, ຍັງມີການວາງ ສະແດງຮູບພາບ, ປຶ້ມ ແລະ ສາຍວິດີ ໂອກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ, ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ສປປ ເກົາຫລີ ໃນໄລ ຍະຜ່ານມາ ແລະ ປັດຈຸບັນ, ພ້ອມ ທັງໄດ້ຮັບຊົມການສະແດງສິລະປະ ຂອງກອງພົນທີ 1 ແລະ ສປປ ເກົາຫລີ ຕື່ມອີກ. ໂອກາດນີ້, ສະຫາຍປະທານ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ກໍໄດ້ມອບຄອມພິວເຕີ 1 ຊຸດ, ເງິນສົດຈໍານວນ 30 ລ້ານ ກີບ ແລະ ອົງການປົກຄອງນະຄອນ ຫລວງວຽງຈັນ ມອບຄອມພິມເຕີ 1 ຊຸດ ໃຫ້ກອງພົນທີ I ເພື່ອນໍາໃຊ້ເຂົ້າ ໃນໜ້າທີ່ວຽກງານ ແລະ ປັບປຸງ ກໍ່ສ້າງກົມກອງ. ຂ່າວ: ໂກຮັງ ຈົນເຖິງປັດຈຸບັນຢູ່ສໍານັກງານໃຫຍ່ IRRI ປະເທດຟິລິບປິນ. ພ້ອມນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ມອບໃບຍ້ອງຍໍ ຂັ້ນກະຊວງໃຫ້ແກ່ຫົວໜ້າ ແລະ ຊ່ຽວຊານດ້ານການຄົ້ນຄວ້າຂອງ IRRI ຈຳນວນໜຶ່ງ. ການເຄື່ອນໄຫວວຽກງານຢູ່ຟິ ລິບປິນໃນຄັ້ງນີ້, ທ່ານລັດຖະມົນຕີ ຍັງໄດ້ພົບປະກັບທ່ານ ນາງ ອີວອນ ເນ ປິນໂຕ (Yvonne Pinto) ຫົວໜ້າສະຖາບັນຄົ້ນຄວ້າເຂົ້າ ສາກົນ ແລະ ໄດ້ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານຂອງສອງພາກສ່ວນໃນໄລຍະ ຜ່ານມາ ແລະ ແຜນການຮ່ວມມືໃນ ຕໍ່ໜ້າ ໂດຍສະເພາະວຽກງານການ ສຶກສາຄົ້ນຄວ້າແນວພັນເຂົ້າຕິດພັນ ກັບການທົນທານຕໍ່ສະພາບການ ຂປລ. ໃນໂອກາດສ້າງຂະບວນ ການຂໍ່ານັບຮັບຕ້ອນ 3 ວັນປະ ຫວັດສາດ ຄື: ວັນສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນເກີດທ່ານປະທານ ໄກສອນ ພົນວິຫານ ຄົບຮອບ 105 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ທັງເປັນການ ສ້າງຂະບວນການຕ້ອນຮັບວັນສ້າງ ຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 13 ສິງຫາ 2025) ທ່ານ ນາງ ອິນລາ ວັນ ແກ້ວບຸນພັນ ກຳມະການສູນ ກາງພັກ, ຮອງປະທານສູນກາງ ແນວລາວສ້າງຊາດ ໄດ້ນໍາພາກົມ ໂຄສະນາສູນກາງແນວລາວສ້າງ ຊາດ ໄປທັດສະນະສຶກສາຢູ່ທີ່ສາລາ ກະວີບ້ານນາ ງົວ ແລະ ກວຽນ ຢູ່ ບ້ານໝາກນາວໃຕ້ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍໄດ້ຮັບ ການຕ້ອນຮັບຈາກທ່ານ ທອງໃບ ໂພທິສານ ກຳມະການສູນກາງແນວ ລາວສ້າງຊາດ, ຄະນະທີ່ປຶກສາ ວຽກງານຂົນຂວາຍປະຊາຊົນສູນ ກາງແນວລາວສ້າງຊາດ, ປະທານ ສະມາຄົມນັກປະພັນລາວ ແລະ ເປັນເຈົ້າຂອງສາລາກະວີບ້ານນາ ງົວ ແລະ ກວຽນ ແລະ ໄດ້ເລາະຊົມ ການວາງສະແດງຮູບພາບ, ປຶ້ມປະ ເພດຕ່າງໆຂອງສາລາກະວີບ້ານນາ ງົວ ແລະ ກວຽນ. ທ່ານ ທອງໃບ ໂພທິສານ ໄດ້ ໃຫ້ຮູ້ວ່າ “ສາລາກະວີບ້ານນາ ງົວ ແລະ ກວຽນ” ແມ່ນໄດ້ໃສ່ຕາມບົດ ປະພັນວັນນະຄະດີບົດກະວີທີ່ທ່ານ ໄດ້ຮັບລັງວັນວັນນະກຳສ້າງສັນ ດີເດັ່ນ “ງົວ ແລະ ກວຽນ” ຫລື ຊີໄຣ(SEA.Write) ເຊິ່ງບົດ ກະວີດັ່ງກ່າວ ໄດ້ສ່ອງແສງເຖິງວິຖີ ສິນຄ້າເກືອດຫ້າມນໍາເຂົ້າ ແລະ ຈໍາ ໜ່າຍລວມນ້ຳໜັກທັງໝົດປະມານ 576,6 ກິໂລກຣາມ ມູນຄ່າເກືອບ 300 ລ້ານກີບ. ສະນັ້ນ, ເຈົ້າໜ້າທີ່ ການຄ້າ ຈຶ່ງໄດ້ເຮັດບົດບັນທຶກກວດ ກາ ແລະ ຢຶດສິນຄ້າດັ່ງກ່າວ ມາທໍາ ລາຍຖີ້ມຕາມລະບຽບການ. ໄລຍະຜ່ານມາ, ພະແນກອຸດສາ ຫະກຳ ແລະ ການຄ້າ ນວ ໄດ້ສຸມໃສ່ ຈັດຕັ້ງປະຕິບັດຄໍາສັ່ງວ່າດ້ວຍການ ຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້- ຂາຍ, ມີໄວ້ໃນຄອບຄອງ, ຈູດໝາກ ກະໂພກ, ບັ້ງໄຟດອກ ແລະ ໂຄມ ໄຟລອຍຟ້າຂອງທ່ານເຈົ້າຄອງນະ ຄອນຫລວງວຽງຈັນ ແລະ ຄໍາສັ່ງ ວ່າດ້ວຍການເພີ່ມທະວີຕິດຕາມ ກວດກາ ແລະ ສະກັດກັ້ນການຄ້າ ແນວພັນຊະນິດກາເຟ, ວິຖີຊີວິດ ຊາວສວນເມືອງປາກຊ່ອງ ທີ່ຕິດ ພັນກັບການສ້າງຄຸນຄ່າໃນການຜະ ລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມໃນໝູ່ຄົນຮຸ່ນໃໝ່ ໃຫ້ມີ ວັດທະນະທຳການດື່ມກາເຟ-ຊາພູ ພຽງບໍລະເວນ; ທັງເປັນການສ້າງ ຕ່ອງໂສ້ມູນຄ່າການຜະລິດ, ການ ສົ່ງເສີມການຕະຫລາດແລກປ່ຽນ ການຊື້-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກນັບແຕ່ຊາວສວນຜູ້ ຜະລິດຜ່ານຂະບວນເຕັກນິກການ ຄັດເລືອກຄຸນນະພາບເມັດກາເຟຊາ, ການຂົ້ວ, ການປຸງແຕ່ງໃນ ຫລາຍຂັ້ນຕອນ, ຈົນຮອດສິລະປະ ການຊົງກາເຟທີ່ເປັນເອກະລັກຮັກ ສາລົດຊາດສະເພາະກາເຟ-ຊາພູ ພຽງບໍລະເວນ ໂດຍສະເພາະຢູ່ເມືອງ ປາກຊ່ອງ ຜືນແຜ່ນດິນຄໍາ ແລະ ດິນ ພູໄຟ ສົມຄໍາຊ່າລືຈາກສວນ-ສູ່ຈອກ ຂອງຜູ້ຊົມໃຊ້. ງານໃນຄັ້ງນີ້, ມີງານວາງສະ ແດງ ແລະ ຂາຍສິນຄ້າຜົນຜະລິດ, ຜະລິດຕະພັນກາເຟ-ຊາ, ພືດຜັກ ເມືອງໜາວ ແລະ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈາກບັນດາເມືອງ ອ້ອມຂ້າງແຂວງຈຳປາສັກ, ຊີມ ລົດຊາດການປຸງແຕ່ງກາເຟ-ຊາ ຂອງຮ້ານກາເຟ-ຊາ ຈາກບັນດາ ແຂວງໃນທົ່ວປະເທດ. ນອກນີ້, ຍັງ ໄດ້ຈັດສໍາມະນາວິທະຍາສາດໃນ ຫົວຂໍ້: ບົດຮຽນໃນການສົ່ງເສີມ ການຜະລິດ ເພື່ອຍົກສູງປະລິມານ ແລະ ຄຸນນະພາບກາເຟລາວ, ສະ ພາບການປຸງແຕ່ງ ແລະ ການສົ່ງ ອອກກາເຟ, ນະໂຍບາຍ ແລະ ການ ເຂົ້າສູ່ຕະຫລາດຕ່າງປະເທດຂອງ ກາເຟລາວ, ລະບຽບການ SPS ໃນການເຈລະຈາສິນຄ້າກາເຟກັບ ຄູ່ຄ້າຕ່າງປະເທດ, ພ້ອມທັງມີການ ປະກວດ ແລະ ແຂ່ງຂັນການຊົງ ແລະ ຊິມຄຸນນະພາບກາເຟ Bari sta; ການທ່ຽວຊົມສວນກາເຟ ແລະ ແຫລ່ງທ່ອງທ່ຽວທຳມະຊາດ ທີ່ເມືອງປາກຊ່ອງ ຕື່ມອີກ. ບຸນກາເຟ-ຊາ ຂອງຊາວເມືອງ ປາກຊ່ອງ ແມ່ນໜຶ່ງໃນ 12 ກິດຈະ ກຳທີ່ກຳນົດເຂົ້າໃນກິດຈະກຳການ ທ່ອງທ່ຽວຂອງແຂວງຈຳປາສັກ ເຮັດໃຫ້ບັນຍາກາດການທ່ອງທ່ຽວ ພາຍໃນເມືອງມີຄວາມຄຶກຄື້ນ. ຂ່າວ: ປະພິດ ສີສົມບູນ ການດຳລົງຊີວິດແບບຊົນນະບົດ, ແບບຊາວໄຮ່-ນາ, ການປູກ-ການ ລ້ຽງ ແລະ ການຕໍ່າຫູກ-ທໍໄໝ ໃນ ເມື່ອກ່ອນ; ການສ້າງ “ສາລາ ກະວີບ້ານນາງົວ ແລະ ກວຽນ” ແມ່ນເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງແນວລາວ ສ້າງຊາດ ເປັນຕົ້ນແມ່ນ 4 ການເສີມ ສ້າງຂອງວຽກງານແນວລາວສ້າງ ຊາດ. ດັ່ງນັ້ນ, ປີ 2021 ຈຶ່ງໄດ້ເລີ່ມ ສ້າງສາລາກະວີບ້ານນາ ງົວ ແລະ ກວຽນ ຮອດເດືອນພະຈິກ ປີ 2024 ຈຶ່ງສຳເລັດ ແລະ ເປີດໃຊ້ເປັນ ທາງການ ໂດຍໄດ້ເກັບກຳ, ທ້ອນ ໂຮມເອົາບັນດາຜົນ ງານບົດປະເພດ ຕ່າງ, ຮູບພາບ ແລະ ປະຫວັດການ ເຄື່ອນໄຫວຂອງນັກປະພັນ-ນັກ ກະວີທີ່ມີຊື່ສຽງຂອງ ສປປ ລາວ ມາຮວມກັນຢູ່ສາລາແຫ່ງນີ້ ໄວ້ ເປັນທີ່ລະນຶກ. ນອກຈາກນັ້ນ, ຍັງ ມີການວາງສະແດງຮູບພາບວິຖີ ການດຳລົງວິຖີຊີວິດຂອງປະຊາຊົນ ລາວບັນດາເຜົ່າໃນເມື່ອກ່ອນທີ່ຫາ ເບິ່ງໄດ້ຍາກໃນປັດຈຸບັນເນື່ອງຈາກ ວິຖີຊິດວີໃນປັດຈຸບັນຂອງປະເທດ ເຮົາໄດ້ມີການພັດທະນາ ແລະ ໄດ້ ປ່ຽນໄປຕາມການເວລາ. ພ້ອມ ນີ້, ຍັງເປັນບ່ອນສຶກສາຮໍ່າຮຽນ ຂອງນັກຂີດ-ຂຽນ, ນັກສຶກສາ, ນັກຮຽນ ແລະ ພໍ່ແມ່ປະຊາຊົນຜູ້ທີ່ ມີຄວາມສົນໃຈຢາກມາສຶກສາຄົ້ນ ຄວ້າ; ເປັນບ່ອນເຕົ້າໂຮມບັນດາ ທ່ານນັກປະພັນ-ນັກກະວີມາພົບ ປະສ້າງສັນແລກປ່ຽນບົດຮຽນປະ ສົບການເຊິ່ງກັນ ແລະ ກັນ. ທ່ານ ທອງໃບ ໂພທິສານ ຍັງ ໃຫ້ຮູ້ອີກວ່າ: ສຳລັບທິດທາງແຜນ ການໃນຕໍ່ໜ້າຈະສືບຕໍ່ເປີດເປັນ ປົກກະຕິ, ໂຄສະນາໃຫ້ສັງຄົມຮັບ ຮູ້ກວ້າງຂວາງກວ່າເກົ່າ, ສືບຕໍ່ ຈັດຝຶກອົບຮົມຍົກລະດັບການຂີດ ຂຽນບົດປະເພດຕ່າງໆ, ພ້ອມທັງ ມີການແຂ່ງຂັນຂຽນໃຫ້ຊາວໜຸ່ມ ເຍົາວະຊົນ ແລະ ສືບຕໍ່ປັບປຸງຫ້ອງ ວາງສະແດງປຶ້ມປະເພດຕ່າງໆໃຫ້ ມີຄວາມທັນສະໄໝ, ເປັນລະບຽບ ແລະ ງົດງາມກວ່າເກົ່າ. ໃນປີ 2025 ນີ້, ເປັນວັນສະ ເຫລີມສະຫລອງ 3 ວັນປະຫວັດ ສາດ ແລະ ວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີ, ໃນນາມ ເປັນກຳມະການສູນກາງແນວລາວ ສ້າງຊາດ ແລະ ປະທານສະມາຄົມ ນັກປະພັນລາວ ຈະສືບຕໍ່ປະກອບ ສ່ວນສ້າງຂະບວນການເປັນຕົ້ນ ສ້າງຂະບວນການແຂ່ງຂັນຂຽນ ບົດ, ຂຽນກະວີປະເພດຕ່າງໆຕາມ ທີ່ຕົນເອງໄດ້ຮັບການມອບໝາຍໃຫ້ ມີຂະບວນການຟົດຟື້ນ. ຂ່າວ: ເຢ; ພາບ: ໄຊວ່າງ ປ່ຽນແປງຂອງດິນຟ້າອາກາດ, ການເພີ່ມສະມັດຖະພາບການຜະ ລິດ, ການຫລຸດຜ່ອນການນຳໃຊ້ ເຄມີ ແລະ ຮັກສາສິ່ງແວດລ້ອມ, ການພັດທະນາຄວາມອາດສາມາດ ຂອງນັກຄົ້ນຄວ້າລາວ, ການສະ ໜັບສະໜູນການສ້າງຄັງແຮແນວ ພັນເຂົ້າຢູ່ ສປປ ລາວ, ການສ້າງ ໂຄງການສຶກສາຄົ້ນຄວ້າດ້ານການ ປັບປຸງການຜະລິດເຂົ້າຕິດພັນກັບ ຕະຫລາດນັບແຕ່ການພັດທະນາ ແນວພັນເຂົ້າທີ່ຕະຫລາດຕ້ອງການ, ຕິດພັນກັບການນຳໃຊ້ເຕັກນິກ-ເຕັກ ໂນໂລຊີທີ່ທັນສະໄໝ, ການຫລຸດ ຜ່ອນການນຳໃຊ້ແຮງງານ, ຫລຸດ ຜ່ອນຕົ້ນທຶນການຜະລິດ ແລະ ການ ຫລຸດຜ່ອນການປ່ອຍທາດມີເທນ ແລະ ສິນເຊື່ອກາກບອນໃນນາເຂົ້າ ໂດຍການມີສ່ວນຮ່ວມຂອງຜູ້ຜະ ລິດ, ຜູ້ໃຫ້ທຶນ ແລະ ຜູ້ປະກອບການ ຂອງ ສປປ ລາວ. ນອກຈາກນີ້, ທ່ານລັດຖະມົນຕີ ພ້ອມຄະນະ ຍັງໄດ້ ຮັບຟັງການລາຍ ງານຈາກບັນດາຊ່ຽວຊານ ແລະ ນັກຄົ້ນຄວ້າຂອງ IRRI ແລະ ໄດ້ ປຶກສາຫາລືການພັດທະນາການ ຮ່ວມມືກ່ຽວກັບໂຄງການປັບປຸງ ການຜະລິດແນວພັນເຂົ້າ ແລະ ການ ຜະລິດເຂົ້າເພື່ອຄໍ້າປະກັນສະບຽງ ອາຫານ ຊຶ່ງເນັ້ນໃສ່ການສຶກສາ ຄົ້ນຄວ້າ, ການປັບປຸງຄຸນນະພາບ ແລະ ໂພຊະນາການຂອງແນວ ພັນເຂົ້າໂດຍສະເພາະແນວພັນເຂົ້າ ທີ່ມີທາດນໍ້າຕານຕໍ່າ ແລະ ມີທາດ ວິຕາມິນທີ່ມີປະໂຫຍດຕ່າງໆ. ຈາກ ນັ້ນ, ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ພື້ນທີ່ການທົດລອງແນວພັນເຂົ້າ, ການສາທິດການນຳໃຊ້ໂດຣນ ໃນ ການໃສ່ຢາໃນພື້ນທີ່ປູກເຂົ້າ, ຢ້ຽມ ຢາມຫ້ອງວິໄຈ-ທົດລອງທາງດ້ານ ພັນທຸກຳເຂົ້າ ແລະ ທະນາຄານເກັບ ແນວພັນເຂົ້າທີ່ເກັບແນວພັນເຂົ້າ ໃນທົ່ວໂລກ ຊຶ່ງມີຫລາຍກວ່າ 130.000 ແນວພັນຈາກທົ່ວໂລກ. ໃນນັ້ນ, ແນວພັນເຂົ້າຂອງ ສປປ ລາວ ມີຫລາຍກວ່າ 15.000 ແນວ ພັນ ຊຶ່ງເປັນອັນດັບ 2 ຂອງໂລກ ຮອງຈາກປະເທດອິນເດຍ. ຂ່າວ: ຂ່າວສານກະສິກຳ-ປ່າໄມ້ ສິນຄ້ານອກລະບົບ ແລະ ນໍາໃຊ້ມາດ ຕະການຕໍ່ຜູ້ລະເມີດຂອງກະຊວງ ອຸດສາຫະກຳ ແລະ ການຄ້າ. ທັງນີ້, ກໍເພື່ອແກ້ໄຂບັນຫາລັກລອບນຳເຂົ້າ ແລະ ຈຳໜ່າຍສິນຄ້າເກືອດຫ້າມ. ຂ່າວ: ວຽງຈັນໃໝ່

xtgmf]k; 3 11/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຈັນ, ພຸດ ©“’ §ŒÊ້ າານນໍ້າ ກອງປະຊຸມໃຫຍ່ ຄັ້ງທີ 7II ຂອງ ພັກ (ວັນທີ 12-14 ມີນາ 2001) ນອກຈາກໄດ້ຢັ້ງຢືນສືບຕໍ່ຜັນຂະຫຍາຍ ແນວທາງ ແລະ ຈິນຕະນາການກ່ຽວ ກັບການປ່ຽນແປງໃໝ່ຢ່າງຮອບດ້ານ ເປັນຕົ້ນແມ່ນເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນ່ືອງ ດ້ວຍ ການກຳນົດແນວທາງຫັນປະເທດເປັນ ອຸດສາຫະກຳ ແລະ ທັນສະໄໝເທື່ອລະ ກ້າວ; ສືບຕໍ່ສ້າງ ແລະ ບູລະນະພັກໃຫ້ ມີຄວາມເຂັ້ມແຂງຮູ້ນຳພາຮອບດ້ານ, ກໍ່ສ້າງພື້ນຖານວັດທະນະທຳໃໝ່ທີ່ ສີວິໄລ; ກອງປະຊຸມໄດ້ວາງຄາດໝາຍ ສູ້ຊົນການບູລະນະລະບອບປະຊາທິ ປະໄຕ ປະຊາຊົນ ສຳລັບໄລຍະຮອດ ປີ 2020 ດັ່ງນີ້: ເຮັດໃຫ້ປະເທດເຮົາ ຫລຸດພົ້ນຈາກດ້ອຍພັດທະນາ, ເປັນປະ ເທດທີ່ມີສະຖຽນລະພາບທາງດ້ານ ການເມືອງ ແລະ ຄວາມສະຫງົບ-ປອດ ໄພ ທາງສັງຄົມຢ່າງໜັກແໜ້ນ; ເສດ ຖະກິດຂະຫຍາຍຕົວຕໍ່ເນ່ືອງ ແລະ ໝັ້ນ ທ່ຽງດ້ວຍຈັງຫວະໄວພໍສົມຄວນ; ປະຊາຊົນມີຊີວິດການເປັນຢູ່ລື່ນລະດັບ ປັດຈຸບັນ 3 ເທ່ົາ, ເສດຖະກິດແຫ່ງຊາດ ມີພື້ນຖານອັນໝັ້ນຄົງ ດ້ວຍໂຄງປະ ກອບກະສິກຳ-ປ່າໄມ້ ຕິດແໜ້ນກັບ ອຸດສາຫະກຳ ແລະ ບໍລິການທີີ່ມີຄວາມ ສົມສ່ວນ ແລະ ຕັ້ງໜ້າ; ເສດຖະກິດຕະ ຫລາດ ທີ່ມີການຄຸ້ມຄອງຂອງລັດ ໄດ້ ເປັນລະບົບແລະມີປັດໄຈພື້ນຖານແຫ່ງ ການຫັນເປັນອຸດສາຫະກຳ ແລະ ທັນ ສະໄໝ. ບັນດາພາກສ່ວນເສດຖະກິດ ລ້ວນແຕ່ຂະຫຍາຍຕົວຢ່າງກົມກຽວ ແລະ ເປັນອົງປະກອບກຳລັງແຮງ ຂອງເສດຖະກິດຮ່ວມມືຂອງປະຊາຊົນ ກວມສ່ວນຫລາຍໃນເສດຖະກິດແຫ່ງ ຊາດ; ລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດ ລາວ ເປັນແກນນຳມີຄວາມໝັກ ແໜ້ນ, ລັກສະນະລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ສະແດງອອກຈະແຈ້ງ, ສິດທິ ຂອງ ພົນລະເມືອງ ມີການຮັບປະກັນດ້ວຍ ຕໍ່າ‹¤—Å — ŸÅ ນÁÇ 2 2 2 ra doerk rk]tdy fxj Pocx'.\j 1j k'Iv[fh ko (.ow]ptxu 1986 g4y 'xa f95 [a o) ການຄຸ້ມຄອງຕາມກົດໝາຍ ທີ່ສັກສິດ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີ ເປັນປຶກແຜ່ນ, ມີລະດັບການສຶກສາ ທົ່ວໄປຈົບມັດທະຍົມຕອນຕົ້ນ, ໄດ້ຮັບ ບໍລິການດ້ານສາທາລະນະສຸກ ຢ່າງ ທົ່ວເຖິງ ແລະ ມີເງື່ອນໄຂພັດທະນາ ຕົນເອງດີຂຶ້ນ; ວັດທະນະທຳອັນດີ ງາມຂອງຊາດໄດ້ຮັບການປົກປັກ ຮັກສາ ແລະ ພັດທະນາໃຫ້ອຸດົມຮັ່ງມີ ຕື່ມອີກ. ມີການພົວພັນຮ່ວມມືອດັນ ກວ້າງຂວາງກັບນາໆຊາດ ເພື່ອຜົນ ປະໂຫຍດ ອັນຊອບທຳຂອງຊາດ ແລະ ສາມາດເຂົ້າຮ່ວມໃນການເຄື່ອນໄຫວ ສາກົນ ໄດ້ຢ່າງເປັນເຈົ້າການ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ 7III ຂອງພັກ (ວັນທີ1821 ມີນາ 2006) ໄດ້ທົບທວນຄືນ ແນວທາງປ່ຽນແປງໃໝ່ ແລະ ໄດ້ສະ ຫລຸບຕີລາຄາຜົນໄດ້ຈາກການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ໃນ 20 ປີຜ່ານມາ ດັ່ງນີ້: ໜຶ່ງ: ແນວທາງ ການປ່ຽນແປງໃໝ່ ແມ່ນຖືກຕ້ອງ ສອດຄ່ອງກັບສະພາວະຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ຂອງ ປະເທດເຮົາ, ຖືກກັບຄວາມມຸ່ງມາດ ປາຖະໜາຂອງປະຊາຊົນບັນດາເຜົ່າ, ບັນຊັ້ນຄົນ ແລະ ໄດ້ຮັບການສະໜັບ ສະໜູນຈາກພາຍໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ ເປັນປັດໄຈຮັບປະ ກັນສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງຂອງລະບອບ ປະຊາທິປະໄຕ ປະຊາຊົນ; ສອງ: ແນວ ທາງປ່ຽນແປງໃໝ່ໄດ້ສ້າງເງື່ອນໄຂ ແລະ ກາລະໂອກາດໃໝ່ໃຫ້ແກ່ການ ຂຸດຄົ້ນກຳລັງແຮງສັງລວມພາຍໃນ ຊາດ ສົມທົບກັບກຳລັງແຮງຂອງສາ ກົນເຂົ້າໃນການພັດທະນາ, ເຮັດໃຫ້ ເສດຖະກິດແຫ່ງຊາດມີຊີວິດຊີວາ ແລະ ຂະຫຍາຍຕົວຕໍ່ເນື່ອງຕະຫລອດໄລຍະ 20 ປີ ໃນລະດັບສະເລ່ຍ 6,2 ເຊິ່ງ ໄດ້ເຮັດໃຫ້ລວມຍອດຜະລິດຕະພັນ ພາຍໃນ ສະເລ່ຍຕາມຫົວຄົນເພີ່ມຂຶ້ນ 2 ເທົ່າ, ຊີວິດການເປັນຢູ່ທາງດ້ານ ວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ ຮັບການປັບປຸງ ແລະ ຍົກສູງຂຶ້ນລື່ນ ແຕ່ກ່ອນຢ່າງຈະແຈ້ງ; ສາມ:ແນວ ທາງປ່ຽນແປງໃໝ່ໄດ້ກຳນົດທິດຢ່າງ ຖືກຕ້ອງ ແລະ ຮັບປະກັນປັບປຸງລະ ບົບການເມືອງຂອງລະບອບປະຊາທິ ປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຍິ່ງຂຶ້ນ ເປັນຕົ້ນ ແມ່ນໄດ້ເຮັດ ໃຫ້ບົດບາດນຳພາຂອງພັກ ໄດ້ຮັບ ການເຊີດຊູສູງຂຶ້ນ ແລະ ເຮັດໃຫ້ຄວາມ ສາມັກຄີປອງດອງຂອງປວງຊົນລາວ ບັນດາເຜົ່າແໜ້ນແຟ້ນຍິ່ງຂຶ້ນ; ສີ່: ຕະຫລອດໄລຍະ 20 ປີຜ່ານມາ, ພັກ ໄດ້ເອົາໃຈໃສ່ຢຶດໝັ້ນຢ່າງສະເໝີຕົ້ນ ສະເໝີປາຍ ແນວທາງການຕ່ງງປະ ເທດ: ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື ປະຕິບັດນະ ໂຍບາຍແບບຫລາຍທິດຫລາຍຝ່າຍ ແລະ ຫລາຍຮູບແບບເປີດກວ້າງ ເປັນ ແຕ່ລະບາດກ້າວ ຢ່າງເໝາະສົມ ຕາມ ເງື່ອນໄຂ ແລະ ຄວາມສາມາດຕົວ ຈິງ, ເຮັດໃຫ້ບົດບາດ, ອິດທິພົນຂອງ ພັກ ແລະ ປະເທດເຮົາສູງເດັ່ນຂຶ້ນ ເລື້ອຍໆ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ກອງປະຊຸມໃຫຍ່ໄດ້ຊີ້ໃຫ້ ເຫັນຂໍ້ຄົງຄ້າງ ເພື່ອສືບຕໍ່ແກ້ໄຂ ແລະ ກອງປະຊຸມໄດ້ນຳນົດ 8 ຕາດໝາຍສູ້ ຊົນແຕ່ລະໄລຍະ ແລະ ວາງ 7 ທິດທາງ ໜ້າທີ່ ເພື່ອເປັນທິດໃນການຈັດຕັ້ງ ປະຕິບັດມະຕິກອງປະຊຸມຄັ້ງຕໍ່ໄປ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ IX ພັກປະຊາຊົນ ປະຕິວັດ ລາວ (ໃນວັນທີ17-21ມີນາ2011), ໄດ້ໄຈ້ແຍກຢ່າງເລິກເຊິ່ງ ບັນດາສາ ເຫດທີ່ພາໃຫ້ມີຂໍ້ຄົງຄ້າງ, ຈາກນັ້ນ ໄດ້ຮັບຮອງເອົາຂ້ໍສະຫລຸບທີ່ເປັນ ບົດຮຽນ ກ່ຽວກັບການນຳພາຈັດຕັ້ງ ປະຕິບັດແນວທາງຂອງພັກໃຫ້ມີຜົນ ສຳເລັດ; ກອງປະຊຸມໃຫຍ່ໄດ້ເປັນ ເອກະພາບຮັບຮອງເອົາຄາດໝາຍ ໃຫຍ່ ທີ່ສຳຄັນຈຳນວນໜຶ່ງ ເພື່ອສູ້ຊົນ ປະຕິບັດສຳລັບໄລຍະແຕ່ນີ້ເຖິງປີ 2015 ໃຫ້ເປັນຈິງດັ່ງນີ້: ໜຶ່ງ: ສະຖຽນ ລະພາບທາງດ້ານການເມືອງມີຄວາມ ໜັກແໜ້ນ ບົນພື້ນຖານການປັບປຸງ ບູລະນະລະບອບປະຊາທິປະໄຕ ປະ ຊາຊົນ ທີ່ພັກເຮົາເປັນແກນນຳໃຫ້ມີ ຄວາມເຂັ້ມແຂງ, ໝັ້ນຄົງ ແລະ ມີປະ ຊາທິປະໄຕ, ຄວາມເປັນປຶກແຜ່ນພາຍ ໃນຊາດ ແລະ ຄວາມສາມັກຄີປອງ ດອງລະຫວ່າງເຜົ່າ ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ສອງ: ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນ່ືອງ ແລະ ໝັ້ນ ທ່ຽງ, ລວມຍອດມູນຄ່າຜະລິດຕະພັນ ພາຍໃນ ((%P) ເພ່ີມຂຶ້ນ 8 ໄປ ໃນແຕ່ລະປີ ແລະ ເມື່ອຮອດປີ 2015 ລວມຍອດມູນຄ່າຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 1.700 ໂດລາ ສະຫະລັດ; ຫັນການພັດທະນາໄປ ຕາມທິດທີ່ຍືນຍົງດ້ວຍການສົມທົບ ຢ່າງກົມກຽມການພັດທະນາທາງ ດ້ານສັງຄົມ, ວັດທະນະທຳ ໄປສົມຄູ່ ກັບການພັດທະນາເສດຖະກິດ ແລະ ການຮັກສາສິ່ງແວດລ້ອມ, ດຳເນີນ ຍຸດທະສາດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ; ສາມ: ເມື່ອ ຮອດປີ 2015 ອັດຕາສ່ວນຄອບ ຄົວທຸກຍາກຍັງເຫລືອບໍ່ເກີນ 10 ຂອງຈຳນວນຄອບຄົວໃນທົ່ວປະ ເທດ, ປະຕິບັດລະບອບການສຶກສາ ຊັ້ນປະຖົມພາກບັງຄັບໃຫ້ເປັນຈິງ ແລະ ໃຫ້ພົນລະເມືອງສ່ວນໃຫຍ່ມີ ລະດັບການສຶກສາຈົບມັດທະຍົມຕອນ ຕົ້ນ ແລະ ມີອາຍຸຍືນສະເລ່ຍ 68,3 ປີ; ບັນລຸເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາ (.%(s). ວັດ ທະນະທຳແຫ່ງຊາດຍັງຄົງຄຸນຄ່າ ອັນດີງາມ ແລະ ໄດ້ຮັບການສືບທອດ, ເສີມຂະຫຍາຍໃຫ້ອຸດົມຮັ່ງມີ; ສີ່: ສປປ ລາວ ມີເພ່ືອນມິດສາກົນຢ່າງກວ້າງ ຂວາງ, ສາມາດເຂົ້າຮ່ວມໃນຂະບວນ ວິວັດແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ ໄດ້ຢ່າງເປັນເຈົ້າການ, ທັງມີການປະກອບສ່ວນອັນຕັ້ງໜ້າ ໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນພາກ ພື້ນ ແລະ ສາກົນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ X ພັກປະຊາຊົນປະຕິວັດ ລາວ(ວັນທີ18-22 ມັງກອນ2016) ເຊິ່ງກອງປະຊຸມໃຫຍ່ຄັ້ງນີ້ ມີແນວ ຄິດຊີ້ນຳກວມລວມພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພ່ີມທະວີ ມະຫາສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດ ຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງ ໜັກແໜ້ນ.” ພ້ອມນັ້ນໄດ້ຮັບຮອງ ເອົາຂໍ້ສະຫລຸບ 7 ປະການ ເຊິ່ງເປັນ ບົດຮຽນອັນປະເສີດທີ່ຖອດຖອນໄດ້ ຈາກພຶດຕິກຳແຫ່ງການຈັດຕັ້ງນຳພາ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະ 30 ປີແຫ່ງການປ່ຽນແປງ ໃໝ່ ພ້ອມກັນນັ້ນ ກໍໄດ້ກຳນົດ 7 ທິດ ທາງໜ້າທີ່ໃຫຍ່ສຳລັບໄລຍະຕໍ່ໜ້າ ແລະ ໄດ້ຟັງລາຍງານກ່ຽວກັບວິໄສ ທັດຮອດປີ 2030, ຍຸດທະສາດການ ພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2016-2025) ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ 7III (2016-2020) ເຊິ່ງຄຳຂວັນວິໄສທັດ ແລະ ຍຸດທະສາດ ຂອງການພັດທະນາແມ່ນ “ສູ້ຊົນພັດ ທະນາປະເທດເຮົາໃຫ້ຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາໃນ ປີ 2020, ກ້າວໄປສູ່ປະເທດກຳລັງ ພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ ເມື່ອເຖິງປີ 2030”. ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ (ວັນທີ 13-15 ມັງກອນ 2021) ໄດ້ ຊີ້ໃຫ້ເຫັນບັນຫາຄົງຄ້າງຕົ້ນຕໍຈຳນວນ ໜຶ່ງຂອງພັກ, ຂອງປະເທດຊາດ;ໃນ ນັ້ນອັນສຳຄັນຕົ້ນຕໍແມ່ນ: 1. ຄວາມ ສາມາດໃນການຄົ້ນຄວ້າປະດິດສ້າງ ຈາກພຶດຕິກຳ ເພື່ອເປັນພື້ນຖານແກ່ ການຊີ້ນຳແກ້ບັນຫາຕົວຈິງຂອງພັກ ເຮົາຍັງຈຳກັດ; 2. ພື້ນຖານເສດຖະກິດ ແຫ່ງຊາດ ບໍ່ທັນເຂັ້ມແຂງ ແລະ ເປັນ ເຈົ້າຕົນເອງ; 3. ບັນຫາຫຍໍ້ທໍ້ຕ່າງໆ ພາຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ໃນສັງຄົມ ຍັງບໍ່ທັນໄດ້ຮັບການ ແກ້ໄຂ ແລະ ບໍ່ທັນສ້າງການຫັນປ່ຽນ ໃໝ່ທີ່ຈະແຈ້ງ. ບົນພື້ນຖານການຕີລາຄາສະພາບ ຜ່ານມາດັ່ງກ່າວ, ພັກເຮົາໄດ້ສະຫລຸບ ສັງລວມ ແລະ ຖອດໄດ້ບົດຮຽນໃຫຍ່ 4 ປະການ ເພື່ອເປັນບ່ອນອີງສຳຄັນ ໃນການນຳພາ ແລະ ປັບປຸງ. ພ້ອມນັ້ນ ກໍໄດ້ວາງທິດທາງ, ຄາດໝາຍໃຫຍ່ ໃນຊຸມປີຕໍ່ໜ້ານີ້ ດ້ວຍການຍຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍ ແລະ ດ້ວຍ ຄວາມຈົງຮັກພັກດີຕໍ່ອຸດົມການ ແລະ ວັດຖຸປະສົງອັນສູງສົ່ງ ຂອງພາລະກິດ ປະຕິວັດໃນການນຳພາປະເທດຊາດ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ. ທິດທາງຕົ້ນຕໍທັງເປັນເປົ້າໝາຍໃຈ ກາງຂອງການບູລະນະລະບອບປະ ຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງ ຂຶ້ນໃນຊຸມປີຕໍ່ໜ້າ ແມ່ນຖືເອົາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ເປັນໜ້າທີ່ພື້ນຖານ ແລະ ຕ້ອງປະຕິບັດຢ່າງເປັນປະຈຳ; ການ ພັດທະນາເສດຖະກິດ ລວມທັງການ ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ ແລະ ບັນຫາໜີ້ສິນເປັນໜ້າທີ່ໃຈກາງ; ພັດທະນາຊັບພະຍາກອນມະນຸດ ແລະ ສະໜອງແຮງງານມີສີມື ໃຫ້ແກ່ບັນດາ ໂຄງການພັດທະນາໃນຂົງເຂດຕ່າງໆ ເປັນໜ້າທີ່ແຖວໜ້າ; ການປັບປຸງຄຸນ ນະພາບ ຂອງວຽກງານພັກ-ພະນັກ ງານ ເປັນອັນຕັດສິນຕໍ່ພາລະກິດປົກ ປັກຮັກສາ ແລະ ການປະຕິບັດຍຸດທະ ສາດພັດທະນາປະເທດຊາດ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກອງ ປະຊຸມໄດ້ເປັນເອກະພາບກັນຮັບຮອງ ເອົາ 8 ແຜນນະໂຍບາຍໃຫຍ່ ຕໍ່ແຕ່ລະ ຂົງເຂດວຽກງານ. ຈາກນັ້ນ, ກໍໄດ້ຫັນ ເປັນອັນລະອຽດ ຢູ່ໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຊິ່ງໄດ້ເລ່ັ່ງໃສ່ການພັດທະນາໄປສູ່ ຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ ໂດຍກຳນົດ 6 ເປົ້າໝາຍໃຫຍ່, 25 ແຜນວຽກຈຸດສຸມ ແລະ ໂຄງການ ບູລິມະສິດຈຳນວນໜຶ່ງ. ຕະຫລອດໄລຍະແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ, ທຸກບາດ ກ້າວເດີນທຸກໄຊຊະນະ ຂອງປະຊາຊົນ ລາວ ໃນການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ ລ້ວນແຕ່ຕິດພັນກັບການນຳພາຂອງ ພັກ. ກ້າວເຂົ້າສູ່ໄລຍະໃໝ່ຂອງການ ປະຕິວັດລາວ, ພັກໄດ້ນຳພາປວງຊົນ ທັງຊາດ ປະຕິບັດສອງໜ້າທີ່ຍຸດທະ ສາດຄື: ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ດ້ວຍການນຳພາອັນຖືກ ຕ້ອງຂອງພັກ, ປະຊາຊົນລາວໄດ້ທັບ ມ້າງທຸກກົນອຸບາຍເລ່ຫລ່ຽມດ້ວຍ ຫລາຍຮູບຫລາຍສີຂອງບັນດາອິດທິ ກຳລັງປໍລະປັກ ທີ່ຫວັງທຳລາຍມ້າງ ເພລະບອບໃໝ່ຂອງລາວ, ປົກປັກ ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ ໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ຂອງສັງຄົມ. ພັກໄດ້ນຳ ພາປວງຊົນເສີມຂະຫຍາຍມູນເຊື້ອດຸ ໝັ້ນຂະຫຍັນພຽນ, ຄວາມປະດິດສ້າງ ແລະ ຈິດໃຈເອກະລາດ ເພິ່ນຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງປະຊາຊົນບັນດາເຜົ່າ ແລະ ປົວ ແປງຊີວິດການເປັນຢູ່ໃຫ້ເປັນປົກກະຕິ ແລະ ດີຂຶ້ນເປັນກ້າວໆ. ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ຕິດພັນກັບວຽກ ງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງ ເລິກ ໂດຍເລັ່ງໃສ່ພັດທະນາເຂດຈຸດ ສຸມຂອງລັດຖະບານ ແລະ ທ້ອງຖິ່ນ ດ້ວຍການສະໜອງພື້ນຖານໂຄງ ລ່າງ, ວິຊາການເຕັກນິກທີ່ຈໍາເປັນ ເພື່ອຊຸກຍູ້ການຜະລິດຕິດພັນກັບ ການປຸງແຕ່ງ ແລະ ການຕະຫລາດ, ສູ້ຊົນສ້າງຄອບຄົວພົ້ນທຸກທົ່ວ va f8txn gvq k.9.lj lh k'g,n v' c]t lh k'[h korQ om5 d ນັບວ່າ ເປັນຜົນງານອັນພົ້ນ ເດັ່ນໜຶ່ງຂອງອໍານາດການປົກຄອງ ແຂວງອັດຕະປື ທີ່ໄດ້ເອົາໃຈໃສ່ສຸມ ທຸກເງື່ອນໄຂສ້າງສາພັດທະນາ ບ້ານເມືອງພາຍໃນ ໂດຍສະເພາະ ແມ່ນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງ ໃນໄລຍະໜຶ່ງປີມານີ້ ສາມາດສ້າງ ເມືອງພົ້ນທຸກໄດ້ 1 ເມືອງ (ເມືອງ ສະໜາມໄຊ), ສ້າງບ້ານພົ້ນທຸກໄດ້ 16 ບ້ານ, ຄອບຄົວພົ້ນທຸກໄດ້ກວ່າ 3.400 ຄອບຄົວ, ບ້ານພັດທະນາ ແຂວງ ໃຫ້ໄດ້ 1.700 ກວ່າຄອບ ຄົວ, ໃນນີ້ ເມືອງໄຊເສດຖາ ໃຫ້ໄດ້ 550 ກວ່າຄອບຄົວ, ເມືອງສາມັກ ຄີໄຊ 330 ກວ່າຄອບຄົວ, ເມືອງ ສະໜາມໄຊ 500 ຄອບຄົວ, ເມືອງ ຊານໄຊ 150 ຄອບຄົວ ແລະ ເມືອງ ພູວົງ ໃຫ້ໄດ້ 200 ຄອບຄົວ, ສ້າງ ເມືອງພົ້ນທຸກໃຫ້ໄດ້ 1 ເມືອງ, ບ້ານ ພົ້ນທຸກໃຫ້ໄດ້ 14 ບ້ານ, ບ້ານພັດ ທະນາໃຫ້ໄດ້ 21 ບ້ານ, ຄອບຄົວ ພັດທະນາ ໃຫ້ໄດ້ 2.960 ກວ່າ ຄອບຄົວ ແລະ ສ້າງບ້ານໃຫຍ່ເປັນ ຕົວເມືອງນ້ອຍໃນຊົນນະບົດ ໃຫ້ໄດ້ 3 ບ້ານ. ພ້ອມທັງສືບຕໍ່ຊຸກຍູ້ພາກ ເອກະຊົນ ແລະ ທຸກພາກສ່ວນຂອງ ສັງຄົມ ປະກອບສ່ວນເຂົ້າໃນການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ແຂງແຮງກວ່າເກົ່າ. ໄດ້ 24 ບ້ານ, ຄອບຄົວພັດທະນາ ໄດ້ 5.200 ກວ່າຄອບຄົວ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດໄດ້ 1 ບ້ານ (ບ້ານ ຊະແຄະ). ຕາມການລາຍງານຂອງ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າ ແຂວງອັດຕະປື ໃນກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຂອງສະພາ ປະຊາຊົນແຂວງ ຊຸດທີ II ມໍ່ໆນີ້ ວ່າ: ໃນປີ 2024 ຜ່ານມາ ແຂວງ ອັດຕະປື ໄດ້ສຸມໃສ່ການພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກ ໂດຍມີ 5 ຄາດໝາຍ. ໃນນີ້, ແຜນສ້າງເມືອງພົ້ນທຸກ 1 ເມືອງ, ປະຕິບັດໄດ້ 1 ເມືອງ, ບ້ານພົ້ນທຸກ ແຜນການ 17 ບ້ານ, ປະຕິບັດໄດ້ 16 ບ້ານ, ຄອບຄົວພົ້ນທຸກແຜນ ການ 3.760 ກວ່າຄອບຄົວ, ປະຕິ ບັດໄດ້ 3.400 ກວ່າຄອບຄົວ, ບ້ານ ພັດທະນາແຜນການ 25 ບ້ານ, ປະຕິບັດ ໄດ້ 24 ບ້ານ, ຄອບຄົວ ພັດທະນາແຜນການ 5.440 ກວ່າ ຄອບຄົວ, ປະຕິບັດໄດ້ 5.200 ກວ່າຄອບຄົວ ແລະ ສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ແຜນການ 3 ບ້ານ, ສ້າງໄດ້ 1 ບ້ານ (ບ້ານຊະແຄະ). ແນວໃດກໍ່ດີ ສຳ ລັບປີ 2025 ນີ້, ຄະນະພັກ, ອໍານາດ ການປົກຄອງແຂວງອັດຕະປື ຈະ

RkJQdWJsaXNoZXIy MTc3MTYxMQ==