ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ແຂວງຄຳມ່ວນ

11/02/2025 10:44
Email Print 172
KPL ຂປລ. ວັນທີ 10 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມຄະນະຕິດຕາມ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ, ທັງເຂົ້າຮ່ວມບຸນນະມັດ ສະການພຣະທາດ ສີໂຄດຕະບອງ ແລະ ໄດ້ໂອ້ລົມພະນັກງານ ການນໍາຫລັກແຫລ່ງຂອງແຂວງ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ບັນດາການນໍາຂອງແຂວງ, ການນໍາເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ວັນທີ 10 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມຄະນະຕິດຕາມ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ
, ທັງເຂົ້າຮ່ວມບຸນນະມັດ ສະການພຣະທາດ ສີໂຄດຕະບອງ ແລະ ໄດ້ໂອ້ລົມພະນັກງານ ການນໍາຫລັກແຫລ່ງຂອງແຂວງ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ບັນດາການນໍາຂອງແຂວງ, ການນໍາເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄຳເຫັນແລກປ່ຽນ ແລະ ໃຫ້ທິດຊີ້ນຳຕໍ່ການນຳແຂວງຄໍາມ່ວນ ໂດຍໄດ້ເນັ້ນໃຫ້ເອົາໃຈເພີ່ມທະວີ ມາດຕະການສະກັດກັ້ນ ການກໍ່ອາຊະຍາກໍາຂ້າມຊາດ
, ການແກ້ໄຂບັນຫາ ຢາເສບຕິດ, ສິ່ງທີ່ຜິດກົດໝາຍຕ່າງໆ ໃຫ້ຖືເປັນວຽກບູລິມະສິດສໍາຄັນ; ສຸມໃສ່ປຸກລະດົມມວນຊົນ ທົ່ວສັງຄົມມີສ່ວນຮ່ວມ ໃນການກະກຽມກອງປະຊຸມ 3 ຂັ້ນ ກໍຄື ກອງປະຊຸມໃຫຍ່ ອົງຄະນະພັກແຂວງ ໃຫ້ເປັນຂະບວນ ແລະ ປະ ກອບສ່ວນເຂົ້າໃນບັນດາເຫດການສໍາຄັນຕ່າງໆ ໃນປີ 2025; ສຸມໃສ່ທ່າແຮງບົ່ມຊ້ອນຂອງແຂວງ ໃນການຊອກແຫລ່ງລາຍຮັບໃຫ້ມີການຄຸ້ມຄອງທີ່ດີ, ມີມາດຕະການສອດຄ່ອງກັນ. ນອກນີ້, ຍັງໄດ້ໃຫ້ທິດຊີ້ນຳໃນ ຫລາຍບັນຫາສຳຄັນ ທີ່ຕິດພັນກັບການແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ.




ໃນໂອກາດນີ້
, ທ່ານ ວັນໄຊ ພອງສະຫວັນ ກໍໄດ້ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງໂດຍສັງເຂບ ໃນໄລຍະ 1 ປີຜ່ານມາ ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວໃນລະດັບ 6,05%, ລວມຍອດຜະລິດຕະພັນ ບັນລຸໄດ້ 24,452 ຕື້ກີບ, ເທົ່າກັບ 119,71%, ລາຍຮັບສະເລ່ຍຕໍ່ຫົວຄົນ 53 ລ້ານກີບ/ຄົນ ຫລື ເທົ່າກັບ 2.469 ໂດລາສະຫະລັດ; ດ້ານວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແມ່ນໄດ້ສຸມທຶນຮອນ, ງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ, ຂົວ, ຊົນລະປະທານ, ຈັດສັນເນື້ອທີ່ທໍາການຜະລິດ, ສະໜອງສັດລ້ຽງ, ກໍ່ສ້າງຕາຂ່າຍໄຟຟ້າ, ກໍ່ສ້າງໂຮງຮຽນ, ໂຮງໝໍນ້ອຍ ແລະ ອື່ນໆ ປຸກລະດົມບໍລິສັດລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າຊ່ວຍໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ, ປັດຈຸບັນທົ່ວແຂວງມີບ້ານພົ້ນທຸກ 480 ບ້ານ ກວມເອົາ 84,2%, ບ້ານທຸກຍາກຍັງເຫລືອ 90 ບ້ານ ເທົ່າກັບ 15,8%, ເມືອງທຸກຍາກ 3 ເມືອງ. ສຳລັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຮອດວັນທີ 9 ກຸມພາ 2025 ສາມາດຈັດເກັບລາຍ ຮັບງົບປະມານ ໄດ້ທັງໝົດ 579  ຕື້ກີບ ເທົ່າກັບ 14,69% (ແຜນການ 3.947 ຕື້ກີບ). ໃນນີ້ ລາຍຮັບສູນກາງປະຕິບັດໄດ້ 113 ຕື້ກີບ ເທົ່າກັບ 8,99% (ແຜນການ 1.257 ຕື້ກີບ), ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 472  ຕື້ກວ່າກີບ ເທົ່າກັບ 17,55% (ແຜນການ 2.690 ຕື້ກີບ) ແລະ ດ້ານລາຍຈ່າຍປະຕິບັດໄດ້ 13 ຕື້ກວ່າກີບ ເທົ່າກັບ 1,76% (ແຜນການປີ 792 ຕື້ກີບ). ສໍາລັບພາກສະເໜີ ຕໍ່ລັດຖະບານ ຂໍງົບປະມານຊ່ວຍເຫລືອ ກໍ່ສ້າງເສັ້ນທາງເລກທີ 12, ລະບົບຊົນລະປະທານ, ກໍ່ສ້າງເສັ້ນທາງລົດໄຟ ແລະ ກໍ່ສ້າງຕາຝັ່ງເຈື່ອນໃນເຂດ ແຂວງຄໍາມ່ວນ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມໂຮງງານ ຄໍາມ່ວນ ອຸດສາຫະກຳທໍ່ ຢູ່ເຂດເສດຖະກິດພິເສດ ເຊິ່ງແມ່ນການລົງທຶນ ຂອງນັກລົງທຶນຈາກ ສປ ຈີນ ເປັນໂຮງງານ ຂະໜາດໃຫຍ່, ຜະລິດເພື່ອຮັບໃຊ້ໃນພາກ ອຸດສາຫະກຳ ແລະ ພາກກະສິກຳພາຍໃນ ແລະ ຕ່າງປະເທດ; ຢ້ຽມຢາມຄອບຄົວຕົວແບບ ອໍລະໄທຟາມ ຢູ່ບ້ານໜອງບົວຄໍາ ແລະ ໂຄງການພັດທະນາ ປັບປຸງແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ບ້ານກາບູດຊຽງແຫວນ ເມືອງທ່າແຂກ ທີ່ໄດ້ຮັບການຊ່ວຍເຫລືອຈາກ ບໍລິສັດຊີໂນ ອາກຣີ ໂປຕາສ ຈໍາກັດ ຕື່ມອີກ.

KPL

ຂ່າວອື່ນໆ


Top