KPL
ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນໂອກາດລົງເຄື່ອນໄຫວ ວຽກງານຢູ່ແຂວງໄຊຍະບູລີ
![](https://kpl.gov.la/Media/Upload/News/Thumb/2023/01/13/7.jpg)
ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນໂອກາດລົງເຄື່ອນໄຫວ ວຽກງານຢູ່ແຂວງໄຊຍະບູລີ ໃນວັນທີ 13 ມັງກອນ 2023 ນີ້, ທ່ານ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະໄດ້ພົບປະຢ້ຽມຢາມ ທ່ານ ພົງສະຫວັນ ສິດທະວົງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ ແລະ ໄດ້ຫາລືກ່ຽວກັບວຽກງານພັກ, ພະນັກງານ ເປັນຕົ້ນ ແມ່ນໃຫ້ສືບຕໍ່ ກໍ່ສ້າງພັກ-ພະນັກງານ ໃຫ້ໄດ້ຄຸນນະພາບ ໂດຍເລັ່ງໃສ່ພະນັກງານ ໜຸ່ມນ້ອຍ, ເພດ ແລະ ເຜົ່າ, ພ້ອມທັງສົ່ງເສີມ ພະນັກງານຫລັກແຫລ່ງ ໃຫ້ຍົກລະດັບຄວາມຮູ້ ດ້ານພາສາ ຕ່າງປະເທດ ໃຫ້ຫລາຍຂຶ້ນ.
![](https://kpl.gov.la/Media/Upload/News/Thumb/2023/01/13/9.jpg)
ໂອກາດນີ້, ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ລາຍງານສະພາບ ການພັດທະນາ ຂອງແຂວງໃນໄລຍະຜ່ານມາ, ໂດຍລວມແລ້ວ ແຂວງໄຊຍະບູລີ ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດສືບຕໍ່ ຂະຫຍາຍຕົວໃນລະດັບ 4,9% ລວມຍອດຜະລິດຕະພັນພາຍໃນ 12,339 ຕື້ກີບ, ສະເລ່ຍ ໃສ່ຫົວຄົນໜຶ່ງ 29,47 ລ້ານກີບ ຫລື ເທົ່າກັບ 1.734 ໂດລາສະຫະລັດ, ປີ 2022 ທົ່ວແຂວງມີສະມາຊິກພັກ ທັງໝົດ 20.399 ສະຫາຍ, ຍິງ 5.871 ສະຫາຍ ທຽບໃສ່ໄລຍະກອງປະຊຸມໃຫຍ່ ເພີ່ມຂຶ້ນ 831 ສະຫາຍ, ມີຮາກຖານພັກທັງໝົດ 1.407 ຮາກຖານ. ໃນນີ້, ມີຄະນະພັກຮາກຖານ 88 ຄະນະພັກ, ໜ່ວຍພັກຮາກຖານ 1.319 ໜ່ວຍ. ຜ່ານການກວດກາແບ່ງປະເພດ ປີ 2021 ມີສະມາຊິກພັກ ໄດ້ປະເພດແຂງ 17.625 ສະຫາຍ ກວມເອົາ 86,4%, ໜ່ວຍພັກໄດ້ຢັ້ງຢືນ ເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ຈໍານວນ 1.095 ໜ່ວຍ ເທົ່າກັບ 83% ຂອງໜ່ວຍພັກທັງໝົດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
KPL