KPL
ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົອ ຊົງວິດ ໜູນພັກດີ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ

ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົອ ຊົງວິດ ໜູນພັກດີ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ແນໃສ່ປະກອບສ່ວນເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ກໍຄື ລະຫວ່າງ 2 ກະຊວງປ້ອງກັນປະເທດ ລາວ-ໄທ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ໄທ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍໄດ້ມີການຮ່ວມມືກັນ ຢ່າງແໜ້ນແຟ້ນທາງດ້ານ ການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ, ການຂ້າມຊາຍແດນແບບຜິດກົດໝາຍ ແລະ ການຄ້າຂາຍສິ່ງທີ່ຜິດກົດໝາຍຕ່າງໆ ເພື່ອເຮັດໃຫ້ຊາຍແດນຂອງສອງປະເທດ ເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຢ່າງແທ້ຈິງ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນການພົບປະເຮັດວຽກ ລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ-ໄທ ທີ່ໄດ້ທົບທວນຕີລາຄາຄືນ ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ, ທັງໄດ້ຮ່ວມກັນແລກປ່ຽນບົດຮຽນ ແລະ ປະສົບການ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ. ພ້ອມນີ້, ທ່ານປະທານສະພາແຫ່ງຊາດ ຍັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄື ສອງອົງການນິຕິບັນຍັດ, ແຈ້ງໃຫ້ຊາບສະພາບການພົ້ນເດັ່ນຂອງ ສປປ ລາວ ແລະ ສະພາແຫ່ງຊາດ, ພ້ອມທັງສະເໜີໃຫ້ສອງກະຊວງ ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື (MOU) ລະຫວ່າງສອງກະຊວງ ເພື່ອປະກອບສ່ວນເສີມຂະຫຍາຍ ການພົວພັນຮ່ວມມືໃຫ້ເປັນຮູບປະທຳຍິ່ງໆຂຶ້ນ, ສືບຕໍ່ຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍແດນ ແລະ ສືບຕໍ່ປັກຫລັກໝາຍຊາຍແດນທາງບົກ ກໍຄື ສືບຕໍ່ປຶກສາຫາລື ບັນຫາຊາຍແດນລະຫວ່າງ ລາວ-ໄທ ໃຫ້ມີຄວາມຄືບໜ້າ ເພື່ອອຳນວຍຄວາມສະດວກແກ່ ການໄປມາຫາສູ່ຂອງປະຊາຊົນ ກັບປະຊາຊົນຂອງສອງປະເທດ ໃຫ້ນັບມື້ນັບມີຄວາມປອດໄພ.

ທ່ານ ພົອ ຊົງວິດ ໜູນພັກດີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງຜົນສໍາເລັດການພົບປະເຮັດວຽກ ລະຫວ່າງສອງກະຊວງປ້ອງກັນປະເທດ ໄທ-ລາວ ທີ່ໄດ້ພ້ອມກັນຕີລາຄາຄືນ ການພົວພັນຮ່ວມມືຂອງສອງກະຊວງ ກໍຄື ການພົວພັນຮ່ວມມືຂອງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 19 ທັນວາ 1950, ມາຮອດປີນີ້ ແມ່ນຄົບຮອບ 75 ປີ ແລະ ຍັງໄດ້ປຶກສາຫາລືທິດທາງການຮ່ວມມື ລະຫວ່າງສອງປະເທດ ກໍຄື ລະຫວ່າງສອງກະຊວງ. ພ້ອມກັນນີ້, ທ່ານຜູ້ບັນຊາການທະຫານສູງສຸດ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ແລະ ແຈ້ງສະພາບການທີ່ພົ້ນເດັ່ນ ຂອງຣາຊະອານາຈັກໄທ ໃຫ້ທ່ານປະທານສະພາແຫ່ງຊາດຊາບ ຕື່ມອີກ.
KPL