ງານວາງສະແດງຜະລິດຕະພັນ ຍີ່ປຸ່ນອັດລົງດ້ວຍຜົນສຳເລັດ

23/07/2025 15:15
Email Print 156
KPL ຂປລ. ວາງສະແດງຜະລິດຕະພັນຍີ່ປຸ່ນ ໃນລະຫວ່າງວັນທີ 15-16 ກໍລະກົດ 2025 ອັດລົງດ້ວຍຜົນສຳເລັດ ໂດຍການເປັນເຈົ້າພາບຈັດໂດຍ ອົງການເຈໂຕຣ ຫລື ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ


ຂປລ. ວາງສະແດງຜະລິດຕະພັນຍີ່ປຸ່ນ ໃນລະຫວ່າງວັນທີ 15-16 ກໍລະກົດ 2025 ອັດລົງດ້ວຍຜົນສຳເລັດ  ໂດຍການເປັນເຈົ້າພາບຈັດໂດຍ ອົງການເຈໂຕຣ ຫລື ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ ເຊິ່ງມີບັນດາບໍລິສັດ, ຜູ້ປະກອບການຈາກປະເທດຍີ່ປຸ່ນ ໄດ້ນຳເອົາຜະລິດຂອງຕົນມາວາງຈຳໜ່າຍ ຫລາຍກວ່າ 100 ລາຍການ. ໃນນັ້ນ, ມີປະເພດເຄື່ອງສຳອາງ, ອາຫານ ແລະ ເຄື່ອງດື່ມ, ອາຫານເສີີມ, ເຄື່ອງໃຊ້ຄົວເຮືອນມືສອງ, ເຄື່ອງໃຊ້ໄຟຟ້າມືສອງ ແລະ ເຄື່ອງນຸ່ງມືສອງ ທີ່ສະພາບດີຮັບປະກັນຄຸນນະພາບ.


ທ່ານ ຄິຄຸຈິ ຢາຊຸຊິ ຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ ໃຫ້ຮູ້ວ່າ: ການຈັດງານວາງສະແດງຜະລິດຕະ ພັນຍີ່ປຸ່ນຄັ້ງນີ້, ໄດ້ຮວບຮວມເອົາຜະລິດຕະພັນ, ສິນຄ້າໃໝ່ທີ່ຍັງບໍ່ມີວາງຈຳໜ່າຍຢູ່ລາວມາກ່ອນ ເຊິ່ງໄດ້ຮັບຄວາມສົນໃຈ ຈາກຜູ້ປະກອບການຝ່າຍລາວ ລົງທະບຽນເຂົ້າຮ່ວມງານເກືອ 80 ບໍລິສັດ ແລະ ຄາດວ່າພາຍຫລັງການພົບປະ ແລະ ໄດ້ເຫັນສິນຄ້າຕົວຈິງ ບັນດາຜູ້ປະກອບການຝ່າຍລາວ ຈະມີການຕົກລົງຊື້-ຂາຍສິນຄ້າຮ່ວມກັນປະມານ 70%. ການລົງທຶນຂອງປະເທດຍີ່ປຸນ, ນັບແຕ່ ສປປ ລາວ ເປີດຮັບເອົາການລົງທຶນຈາກຕ່າງປະເທດ ໃນປີ 1989 ມາຮອດປີ 2024 ຍີ່ປຸ່ນ ໄດ້ເຂົ້າມາລົງທຶນໃນກິດຈະ ການສຳປະທານ ແລະ ບັນຊີຄວບຄຸມ ບັນລຸໄດ້ທັງໝົດ 93 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 157 ລ້ານກວ່າໂດລາ ເຊິ່ງການລົງທຶນຂອງປະເທດຍີ່ປຸ່ນ ແມ່ນຈັດຢູ່ອັນ ດັບ 14 ຈາກຈໍານວນ 53 ປະເທດທີ່ເຂົ້າມາລົງທຶນ ຢູ່ ສປປ ລາວ. ສຳລັບ ການລົງທຶນໃນກິດຈະການທົ່ວໄປ ເຫັນວ່າມີຕົວເລກການຂໍຈົດທະບຽນວິສາຫະກິດເພີ່ມຂຶ້ນ ໃນປີ 2023-2024 ມີຕົວເລກການຈົດທະບຽນເຖິງ 69 ບໍລິສັດ ໃນມູນຄ່າການລົງທຶນ 138 ລ້ານໂດລາສິຫະລັດ, ກວມເອົາກິດຈະການກະສິກຳ, ການຜະລິດ, ຂາຍຍົກ-ຂາຍຍ່ອຍ, ບໍລິການ, ການເງິນ ແລະ ອື່ນໆ.


ໂອກາດນີ້, ທ່ານ ຄິຄຸຈິ ຢາຊຸຊິ ຍັງຍົກໃຫ້ເຫັນພາລະບົດບາດຂອງ ອົງການສົ່ງເສີມການຄ້າຍີ່ປຸ່ນ ທີ່ເຮັດວຽກກ່ຽວກັບການສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງຍີ່ປຸ່ນກັບຕ່າງປະເທດ, ປັດຈຸບັນ ມີຫ້ອງການພາຍໃນປະເທດຍີ່ປຸ່ນ 49 ຫ້ອງການ ແລະ ຢູ່ຕ່າງປະເທດ 76 ຫ້ອງການຢູ່ 55 ປະເທດໃນໂລກ. ສຳລັບ ຢູ່ນະຄອນ ຫລວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2014 ແລະ ມີໜ້າທີ່ໃນການຄົ້ນຄວ້າພື້ນຖານເສດຖະກິດ-ການເມືອງ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຄ້າ-ການລົງທຶນໃນ ສປປ ລາວ, ສົ່ງເສີມບໍລິສັດຍີ່ປຸ່ນສົ່ງອອກສູ່ຕ່າງປະ ເທດ, ເຮັດວຽກຮ່ວມກັນລະຫວ່າງບໍລິສັດສາກົນ ລວມທັງບໍລິສັດຕ່າງປະເທດທີ່ມາລົງທຶນໃນປະເທດຍີ່ປຸ່ນ, ສະໜັບ ສະໜູນບໍລິສັດຍີ່ປຸ່ນ ທີ່ລົງທຶນໃນລາວ ລວມທັງປັບປຸງສະພາບແວດລ້ອມທາງດ້ານເສດຖະກິດ.

ຂໍ້ມູນ:ອົງການສົ່ງເສີມການຄ້າຍີ່ປຸ່ນປະຈຳລາວ
KPL

ຂ່າວອື່ນໆ


Top