KPL
ຂປລ. ໃນວັນທີ 22 ກໍລະກົດ 2025 ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ຂປລ. ໃນວັນທີ 22 ກໍລະກົດ 2025 ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20/7/1955-20/7/2025) ພາຍໃຕ້ຄໍາຂວັນ: ‘‘70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງ ພັດທະນາແມ່ຍິງກ້າວໄກ ທັນສະໄໝ” ໂດຍມີ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ສະຫາຍ ນາງ ອາລີ ວົງໝໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີບັນດາສະຫາຍ ເລຂາໜ່ວຍພັກຮາກຖານ, ຄະນະບໍລິຫານງານ ສະຫະພັນກຳມະບານ, ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍພັນລະຍາການນຳ, ພະນັກງານການນຳອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນ ຫສນຍ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ປະທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດບັນຍາຍຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ກໍຄື ມູນເຊື້ອອັນດີງາມ, ມູນເຊື້ອພິລະອາດຫານ ແລະ ຜົນງານ ການປະກອບສ່ວນອັນໃຫຍ່ຫລວງຂອງແມ່ຍິງລາວ ໃນພາລະກິດ ຕໍ່ສູ້ກູ້ຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 70 ປີ ຜ່ານມາ ໂດຍສະເພາະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ I-VIII; ສັງຮວມຜົນງານການເຄື່ອນໄຫວ ຂອງສະຫະພັນແມ່ຍິງ ແຕ່ລະໄລຍະ ເປັນຕົ້ນ ການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ 1955-1975; ຜົນງານສະຫະພັນແມ່ຍິງ ໃນໄລຍະ ປີ 1976-2015; ຜົນງານພົ້ນເດັ່ນຂອງແມ່ຍິງລາວ ໄລຍະປີ 2016-2025 ຊຶ່ງໃນແຕ່ລະໄລຍະ, ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ຖືສຳຄັນ ຕໍ່ການສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງສະຫະພັນແມ່ຍິງແຕ່ລະຂັ້ນ; ຕັ້ງໜ້າຮໍ່າຮຽນ ແລະ ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ; ໂຄສະນາເຜີຍແຜ່ ແລະ ເສີມຂະຫຍາຍ 5 ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ. ສັງລວມແລ້ວ, ສະຫະພັນແມ່ຍິງລາວ ໄດ້ກາຍເປັນກຳລັງແຮງທີ່ສຳຄັນ, ເປັນຜູ້ປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ, ທັງເປັນຜູ້ຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນທຸກຂົງເຂດວຽກງານ ແລະ ເປັນກຳລັງສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການສຶກສາ, ການຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສະຫະພັນແມ່ຍິງລາວ ກໍຄື ສະຫະພັນແມ່ຍິງ ຫສນຍ ທີ່ມີຜົນງານພົ້ນເດັ່ນ, ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ, ສະຫະພັນແມ່ຍິງ ຫສນຍ ໄດ້ເອົາໃຈໃສ່ການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ໄດ້ເປັນຢ່າງດີ. ສິ່ງດັ່ງກ່າວ, ເປັນການປະກອບສ່ວນອັນໃຫຍ່ຫລວງ ໃຫ້ແກ່ ຫສນຍ ບົນພື້ນຖານການປະຕິບັດໜ້າທີ່ ຄຽງບ່າຄຽງໄຫລ່ກັບອ້າຍນ້ອງເພດຊາຍ. ອັນສຳຄັນ, ສະຫາຍໄດ້ມີຄຳເຫັນເນັ້ນ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງ ຫສນຍ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ວຽກງານ ສຶກສາອົບຮົມວຽກງານການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ ພາຍໃນ, ປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ໂດຍສະເພາະ ການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ມີຜົນງານໃໝ່ ໃຫຍ່ຫລວງກວ່າເກົ່າ; ສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງເອື້ອຍນ້ອງຍິງ, ເຮັດໃຫ້ເອື້ອຍນ້ອງຍິງ ມີບົດບາດ ແລະ ປະກອບໃນຕຳແໜ່ງທີ່ສຳຄັນຂອງພັກ-ລັດ ຂັ້ນຕ່າງໆ.
ຕິດພັນກັບການສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີນີ້, ສະຫະພັນແມ່ຍິງ ຫສນຍ ຍັງໄດ້ຈັດກິດຈະກໍາຕ່າງໆ ເປັນຕົ້ນ ການວາງສະແດງ-ຈຳ ໜ່າຍສິນຄ້າ ຂອງບັນດາແຂວງ ໃນໂອກາດດຳເນີນກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ I ປີ 2025; ທັດສະນະສຶກສາ ທີ່ອະນຸສອນສະຖານ ປະທານ ສຸພານຸວົງ ແລະ ສັກວັກຊິນກັນໄຂ້ຫວັດໃຫຍ່ ໃຫ້ແກ່ພະນັກງານ-ລັດຖະກອນ ຫສນຍ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL