ໂຮມຊຸມນຸມໃຫຍ່ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

23/07/2025 15:57
Email Print 142
KPL ຂປລ. ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນວັນທີ 23 ກໍລະກົດ 2025 ໃຫ້ກຽດເຂົ້່າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ, ມີບັນດາກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການ



ຂປລ. ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນວັນທີ 23 ກໍລະກົດ 2025 ໃຫ້ກຽດເຂົ້່າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ
, ປະທານປະເທດ, ມີບັນດາກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການ, ມີພະນັກງານປະຕິວັດ, ອາວຸໂສບໍານານ, ຄະນະບໍລິຫານງານ ສສຍລ, ຄະນະສະຫະພັນແມ່ຍິງບັນດາກະຊວງ, ອົງການ, ນະຄອນຫລວງ ແລະ ສະມາຄົມນັກທຸລະກິດຍິງ ​ເຂົ້າ​ຮ່ວມ​​.

ໃນພິທີ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານຮອບດ້ານ ຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອປະກອບສ່ວນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດພັດທະນາແມ່ຍິງລາວ. ເຫັນວ່າ 70 ປີຜ່ານມາ ເອື້ອຍນ້ອງແມ່ຍິງ ໄດ້ເຂົ້າຮ່ວມຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມຈຳນົນ, ເສຍສະລະຊີວິດເລືອດເນື້ອ, ຄຽງບ່າຄຽງໄຫລ່ກັບເພດຊາຍ, ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ ລະອິດລະອ້ຽວ, ຂ້ຽວຂາດ ແລະ ຍືດເຍື້ອຍາວນານ, ມີຜົນງານບັນທຶກໄວ້ໃນໜ້າປະຫວັດສາດ ອັນສະຫວ່າງສະໄຫວຂອງຊາດ ແລະ ຂອງແມ່ຍິງໃນຫລາຍໆດ້ານ. ພ້ອມນີ້, ທ່ານຍັງໄດ້ຫວນຄືນປະຫວັດຄວາມເປັນມາ ແລະ ນໍາສະເໜີຜົນງານ, ການເຄື່ອນໄຫວບາງດ້ານ ທີ່ພົ້ນເດັ່ນຂອງອົງການ ຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ຊຶ່ງເລີ່ມມາຈາກໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ທີ່ກໍາເນີດຂຶ້ນ ແຕ່ໄລຍະຕົ້ນສະໄໝ ຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ຈົນເຖິງຂັບໄລ່ຈັກ ກະພັດລ່າເມືອງຂຶ້ນແບບໃໝ່. ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການເຕົ້າໂຮມ, ປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວ ສະໝັກໃຈປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງ ທີ່ສຳຄັນຂອງພັກ; ພັກເຫັນວ່າການຈັດຕັ້ງແມ່ຍິງ  ໄດ້ຂະຫຍາຍຕົວຢ່າງແຂງແຮງໄວວາ. ດັ່ງນັ້ນ, ວັນທີ 20 ກໍລະກົດ 1955 ພັກໄດ້ມີມະຕິຕົກລົງສ້າງຕັ້ງ ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ. ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ໄດ້ຮັບມອບໝາຍປະຕິບັດ 2 ໜ້າວຽກ ຄື: ຄົ້ນຄວ້າຮ່າງກົດລະບຽບ, ໂຄງການດໍາເນີນງານ ເພື່ອກະກຽມຈັດຕັ້ງເປັນໜ່ວຍແມ່ຍິງໃນຂັ້ນຕໍ່ໄປ; ຄົ້ນຄວ້າສະພາບສັງຄົມລາວ, ຮີດຄອງປະເພນີ ອັນເກົ່າແກ່ຫລ້າຫລັງ ທີ່ກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງຜົນສະທ້ອນ ອັນບໍ່ດີຕໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ທີ່ຄວນປະລະ, ພ້ອມທັງສຶກສາອົບຮົມປຸກລະດົມ ຂົນຂວາຍແມ່ຍິງໃຫ້ມີຄວາມຕື່ນຕົວ ຢາກແກ້ໄຂສະພາບດ້ອຍໂອກາດ ຂອງຕົນເອງ ແລະ ບຸກບືນກ້າວຂຶ້ນ. ຜ່ານການອຸທິດເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ມີແມ່ຍິງຈຳນວນບໍ່ໜ້ອຍ ຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍລະມານ, ບັງຄັບໃຫ້ໄຂຄວາມລັບ ແຕ່ແມ່ຍິງກໍເດັດຂາດ ບໍ່ຍອມຈຳນົນ, ບໍ່ຍອມໄຂຄວາມລັບ, ດ້ວຍນ້ຳໃຈຕໍ່ສູ້ພິລະອາດຫານ, ດ້ວຍຄວາມທໍລະຫົດອົດທົນ ແລະ ຄວາມອົງອາດກ້າຫານ, ແມ່ຍິງລາວບັນດາເຜົ່າ ຈຶ່ງໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ 23 ສະຫາຍ, ເປັນນັກຮົບແຂ່ງຂັນທົ່ວປະເທດ 25 ສະຫາຍ. ພ້ອມນັ້ນ, ຍັງມີແມ່ຍິງຈໍານວນຫລາຍ ໄດ້ຖືກຄັດເລືອກເປັນແບບຢ່າງທີ່ດີເດັ່ນ ໃນການປະກອບສ່ວນເຂົ້າໃນຫລາຍຂົງເຂດວຽກງານ, ໄດ້ຮັບການຍ້ອງຍໍຈາກພັກ ແລະ ລັດຖະບານຢ່າງສົມກຽດ, ມີຫລາຍສະຫາຍໄດ້ຮັບຫລຽນໄຊ, ຫລຽນກາ ແລະ ໃບຍ້ອງຍໍ.  ບັນດາກົມກອງ ກໍໄດ້ຮັບນາມມະຍົດເປັນກົມກອງວິລະຊົນ ເຊັ່ນ: ກອງຮ້ອຍທະຫານເພດຍິງ 769, ໂຮງງງານຕໍ່າແຜ່ນ 12 ຕຸລາ, ໂຮງຮຽນມັດທະຍົມເມືອງແປກ ແຂວງຊຽງຂວາງ. ການອຸທິດອັນໃຫຍ່ຫລວງຂອງແມ່ຍິງລາວ ບັນດາເຜົ່າ ເປັນການປະກອບສ່ວນສໍາຄັນ ໃນການລຸກຮືຂຶ້ນຍຶດອໍານາດໃນທົ່ວປະເທດ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່, ປີ 1984 ກອງປະຊຸມຄັ້ງປະຫວັດສາດ ຜູ້ແທນແມ່ຍິງລາວທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໃນ​ເວລາ​ນັ້ນ ມີ​ສະມາຊິກສະຫະພັນແມ່ຍິງ​ທົ່ວປະເທດ ຈຳນວນສີ່ແສນກວ່າຄົນ. ກອງປະຊຸມໄດ້ສະຫລຸບຕີລາຄາ ຜົນງານການເຄື່ອນໄຫວວຽກງານຮອບດ້ານ ຂອງອົງການຈັດຕັ້ງແມ່ຍິງ, ໄດ້ກໍານົດທິດທາງ ໜ້າທີ່ວຽກງານການເຄື່ອນໄຫວ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່. ໄດ້ປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ”. ພ້ອມທັງເລືອກເອົາ ທ່ານ ນາງ ຄຳແພງ ບຸບຜາ ເປັນປະທານ, ທ່ານ ນາງ ເພັດສະໝອນ ລາຊະສິມມາ ເປັນຮອງປະທານ, ໄດ້ຮັບຮອງເອົາ ຄໍາຂວັນ 3 ດີ 2 ໜ້າທີ່ ຂອງ​ແມ່ຍິງ​ລາວ ຄື: 3 ດີ ປະກອບມີ  ເປັນພົນລະເມືອງດີ,  ເປັນແມ່ທີ່ດີ,  ເປັນເມຍທີ່ດີ ແລະ 2 ໜ້າທີ່ຄື: ປົກປັກຮັກສາ, ກໍ່ສ້າງປະເທດຊາດ ແລະ ປົດປ່ອຍແມ່ຍິງ.

ມາຮອດປັດຈຸບັນ, ສະຫະພັນແມ່ຍິງລາວ ໄດ້ສໍາເລັດກອງປະຊຸມໃຫຍ່ ຂອງຕົນ VIII ຄັ້ງ ແລະ ກໍາລັງກະກຽມກ້າວສູ່ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ໃນມໍ່ໆນີ້. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ I ເປັນຕົ້ນມາ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ແຕ່ລະສະໄໝ, ຄະນະ​ນໍາ​ ຂອງສະຫະພັນ​ແມ່ຍິງ​ແຕ່ລະ​ຂັ້ນ ໄດ້ນໍາພາ​ຈັດ​ຕັ້ງ​ຜັນຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ແມ່ຍິງ​ລາວ​ທົ່ວ​ປະ​ເທດ​, ​ແຜນ​ພັດທະນາ​ແມ່ຍິງ​ລາວ ​ໃນ​ແຕ່ລະ​ໄລຍະ ຕິດ​ພັນ​ກັບ​ມະຕິ​ກອງ​ປະຊຸມ​ໃຫຍ່ຂອງ​ພັກ, ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ​ຂອງ​ຊາດ ​ແລະ ຂອງ​ທ້ອງ​ຖິ່ນ, ປັບປຸງການຈັດຕັ້ງ, ຂະຫຍາຍສະມາຊິກສະຫະພັນແມ່ຍິງ ໃນທຸກຂົງເຂດວຽກງານ ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ. ຜ່ານຂະບວນການເຄື່ອນໄຫວດັ່ງກ່າວ ສະຫະພັນແມ່ຍິງລາວ ສາມາດຍາດໄດ້ຜົນສໍາເລັດ ທີ່ພົ້ນເດັ່ນ ຄື: ຄະນະ ແລະ ສະມາຊິກສະຫະພັນແມ່ຍິງ ເປັນເຈົ້າການປະຕິບັດ ແຜນພັດທະນາແມ່ຍິງລາວແຕ່ລະໄລຍະ, ນໍາພາຂະບວນການແມ່ຍິງລາວບັນດາເຜົ່າ ຖືສໍາຄັນຕໍ່ວຽກງານ ສຶກສາອົບຮົມການເມືອງ-ແນວຄິດ, ນໍາພາປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ 3 ດີ, ສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ; ເອົາໃຈໃສ່ສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ; ​ເສີມຂະຫຍາຍ​ມູນ​ເຊື້ອພິລະ​ອາດ​ຫານ​ ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງຮໍ່າຮຽນ​ ເອົາຄຸນສົມບັດ​ສິນ​ທໍາ​ປະຕິວັດ ອັນ​ດີງາມ​ຂອງ​​ແມ່ຍິງ​, ພະນັກງານປະຕິວັດ​ອາວຸ​ໂສຮຸ່ນກ່ອນ; ໄດ້ສ້າງຕັ້ງສູນຝຶກອົບຮົມວິຊາຊີບຢູ່ສູນກາງ (ສູນອົບຮົມແມ່ຍິງລາວໃນປັດຈຸບັນ) ໄດ້ຂະຫຍາຍໄປນະຄອນ ຫລວງວຽງຈັນ ແລະ 10 ແຂວງ; ມີຫໍວາງສະແດງສິນສາຍໄໝ; ສ້າງຕັ້ງສູນຕໍ່າແຜ່ນແພ ເພື່ອຟື້ນຟູສີໄມ້ລາຍມື ແລະ ອະນຸລັກ, ສົ່ງເສີມການຕໍ່າຫູກທໍໄໝ, ສົ່ງເສີມການຜະລິດຫັດຖະກໍາຕໍ່າແຜ່ນ ຂອງແມ່ຍິງລາວບັນດາເຜົ່າ; ສ້າງຕັ້ງສູນຂໍ້ມູນຂ່າວສານບົດບາດຍິງ-ຊາຍ ເພື່ອການພັດທະນາ ແລະ ຂະຫຍາຍ​ສາຂາໄປ 4 ແຂວງ; ສ້າງຕັ້ງຫ້ອງວາງສະແດງ ມູນເຊື້ອສະຫະພັນແມ່ຍິງລາວ ແລະ ປັບປຸງຖ້ຳບ່ອນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຢູ່ເມືອງວຽງໄຊ ແຂວງຫົວພັນ, ສ້າງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ ທຸກໄລຍະ 5 ປີ, ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ ແລະ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ເປັນບ່ອນອີງຈັດຕັ້ງປະຕິບັດ ວຽກຄວາມສະເໝີພາບຍິງ-ຊາຍ ແລະ ສິດທິເດັກ, ປະສານສົມທົບກັບສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ນໍາພາຈັດຕັ້ງປະຕິບັດ, ສ້າງຂະບວນການຕິດພັນກັບ ວຽກງານວິຊາສະເພາະ ແລະ ຂໍ້ແຂ່ງຂັນຂອງແຕ່ລະອົງການ; ຄົ້ນຄວ້າ ແລະ ຜັນຂະຫຍາຍ ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ເປັນປຶ້ມຄູ່ມືຝຶກອົບຮົມ; ຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ; ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ສະຫະພັນແມ່ຍິງລາວ ໄດ້ເປີດກວ້າງການພົວພັນ ຮ່ວມມືກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕາມແນວທາງການຕ່າງປະເທດຂອງພັກ ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາສັນຕິພາບ ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມືສາກົນເພື່ອພັດທະນາແມ່ຍິງ, ຜົນງານທີ່ພົ້ນເດັ່ນ ຄື: ສະຫະພັນແມ່ຍິງລາວ ເຂົ້າເປັນສະມາຊິກຂອງ ຄະນະກຳມະການແມ່ຍິງອາຊຽນ; ເປັນເຈົ້າ ພາບຈັດກອງປະຊຸມແມ່ຍິງອາຊຽນ ຄັ້ງທີ 20; ເປັນເຈົ້າພາບຈັດກອງປະຊຸມ ຄະນະກໍາມະການແມ່ຍິງອາຊຽນ ຄັ້ງທີ I; ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີອາຊຽນ ທີ່ຮັບຜິດຊອບວຽກງານແມ່ຍິງ ຄັ້ງທີ I, ກອງປະຊຸມສຸດຍອດ ການນໍາວຽກງານແມ່ຍິງອາຊຽນ ຄັ້ງທີ III ແລະ ກອງປະຊຸມປິ່ນອ້ອມ.

ຈາກຜົນງານທີ່ຍາດມາໄດ້, ສະຫະພັນແມ່ຍິງລາວ ໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ ແລະ ລັດຖະບານ ຄື:  ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ I ປະທານ ສຸພານຸວົງ  ປະທານປະເທດ ປະດັບຫລຽນໄຊອິດສະ ຫລະຊັ້ນ I ແລະ ທຸງມູນເຊື້ອ ໃຫ້ແກ່ຂະບວນການແມ່ຍິງລາວ; ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ V ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດ ປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ສະຫະພັນແມ່ຍິງລາວ ຍ້ອງຍໍຜົນງານ 20 ປີ; ໃນໂອກາດສະເຫລີມສະຫລອງວຽງຈັນ ເປັນນະຄອນຫລວງ ຄົບຮອບ 450 ປີ ກ້ອນກໍາລັງແມ່ຍິງບັນດາເຜົ່າໄດ້ຮັບຫລຽນໄຊແຮງງານ ຊັ້ນ II; ເນື່ອງໃນໂອກາດສ້າງຕັ້ງສະຫະພັນແມ່ຍິງລາວ ຄົບ ຮອບ 60 ປີ, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດ ໄດ້ປະດັບຫລຽນຄໍາແຫ່ງຊາດ ເຊິ່ງເປັນຫລຽນສູງສຸດ ຂອງ ສປປ ລາວ ໃຫ້ສະຫະພັນແມ່ຍິງລາວ ແລະ ປີ 2015 ລັດຖະບານ ສສ ຫວຽດນາມ ໄດ້ປະດັບຫລຽນໄຊເອກະລາດ ຊັ້ນ I ໃຫ້ສະຫະພັນແມ່ຍິງລາວ.




ຈາກນັ້ນ, ໃນພິທີ ທ່ານ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດວ່າດ້ວຍການປະດັບຫລຽນໄຊອິດສະຫລະ ຊັັ້ນ
III ທີ່ມີຜົນງານໃນການນໍາພາ-ຊີ້ນໍາວຽກງານສະຫະພັນແມ່ຍິງ, ສົ່ງເສີມມູນເຊື້ອວັດທະນະທໍາຮີດຄອງປະພນີອັນດີງານຂອງຊາດ ແລະ ແມ່ຍິງບັນດາເຜົ່າ. ໃຫ້ກຽດປະດັບຫລຽນໄຊອິດສະຫລະ ຊັັ້ນ III ຄັ້ງນີ້ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ໃນພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມຟີມມູນເຊື້ອ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນແມ່ຍິງລາວ, ຊົມການສະແດງສິລະປະຈາກ ສິລະປະກອງທັບປະຊາຊົນລາວ ແລະ ຮັບຟັງບົດກອນອວຍພອນ ຈາກຕາງໜ້າສູນກາງຊາວໝຸ່ມ ປະຊາຊົນ ປະຕິວັດລາວ ຕື່ມອີກ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ


Top