KPL
ຂປລ. ກອງປະຊຸມໃຫຍ່ຜູ້ແທນກຳມະບານ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຄັ້ງທີ IX ຈັດຂຶ້ນໃນວັນທີ 22 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄຳຫລ້າ ຍອຍສາຍຄຳ ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ)

ຂປລ. ກອງປະຊຸມໃຫຍ່ຜູ້ແທນກຳມະບານ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຄັ້ງທີ IX ຈັດຂຶ້ນໃນວັນທີ 22 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄຳຫລ້າ ຍອຍສາຍຄຳ ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ວທ, ມີຄະນະຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ວທ, ພ້ອມດ້ວຍສະມາຊິກ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ຄູນສະຫວັດ ຊຸ່ມມະນີວົງ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ວທ ໄດ້ສະຫລຸບຕີລາຄາ ຜົນສຳເລັດໃນການຈັດຕັ້ງປະຕິບັດ ວຽກງານສະຫະພັນກຳມະບານ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະ 5 ຜ່ານມາ, ຄະນະບໍລິ ຫານງານສະຫະພັນກຳມະບານ ກະຊວງ ຖວທ ຖືສຳຄັນວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໂດຍໄດ້ເອົາໃຈໃສ່ເປັນພິເສດ ໃນການໂຄສະນານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ສະມາຊິກກຳມະບານຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍ ກໍຄື ບັນດານິຕິກຳ ຂອງລັດດ້ວຍຫລາຍຮູບການ. ນອກຈາກນີ້, ສະມະຊິກກຳມະບານ ໃນຂົງເຂດຖະແຫລງຂ່າວ ໄດ້ເປັນກະບອກສຽງອັນແຫລມຄົມ ເຜີຍແຜ່ໂຄສະນາແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ໃຫ້ທັນສະໄໝ, ພັດທະນາບຸກຄະລາກອນຢ່າງຕໍ່ເນື່ອງ, ການຍົກສູງຂີດຄວາມສາມາດ ດຳເນີນລາຍການໂທລະພາບ, ວິທະຍຸ ແລະ ໜັງສືພິມ ດ້ວຍຫລາຍສີສັນ ດຶງດູດທ່ານຜູ້ຊົມ, ຜູ້ຟັງ ແລະ ຜູ້ອ່ານ; ສະມາ ຊິກກຳມະບານ ໃນຂົງເຂດວັດທະນະທຳ ໄດ້ຈັດຕັ້ງຜັນຂະຫຍາຍການອະນຸລັກຮັກສາ, ສືບທອດ ແລະ ເສີມຂະຫຍາຍ ກໍຄື ການພັດທະນາວຽກງານວັດທະນະທຳ ໃຫ້ມີຫລາຍສີສັນ ທີ່ມີລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ, ມູນເຊື້ອອັນດີງາມຂອງຊາດ ແລະ ຄຸນຄ່າມໍລະດົກວັດ ທະນະທຳອັນລ້ຳຄ່າ ໄດ້ຮັບການອະນຸລັກ, ສືບທອດ ແລະ ຟື້ນຟູຢ່າງຕໍ່ເນື່ອງ ເຮັດໃຫ້ວຽກງານວັດ ທະນະທຳ ມີການຂະຫຍາຍຕົວຢ່າງກວ້າງຂວາງຂຶ້ນເລື້ອຍໆ; ສະມະຊິກກຳມະບານຂົງເຂດ ທ່ອງທ່ຽວ ໄດ້ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາວຽກງານທ່ອງທ່ຽວ ໄປຕາມທິດສີຂຽວຍືນຍົງ ເຊິ່ງໄດ້ຈັດຕັ້ງປະຕິບັດ ໃນການຄຸ້ມຄອງວຽກງານທ່ອງທ່ຽວ ແຕ່ສູນກາງຮອດທ້ອງຖິ່ນ ພາຍໃຕ້ກົດໝາຍທຸລະກິດການ ທ່ອງທ່ຽວ ແລະ ຄົ້ນຄວ້າປັບປຸງຮ່າງດຳລັດ ວ່າດ້ວຍສະຖານທີ່ທ່ອງທ່ຽວ, ດຳລັດວ່າດ້ວຍເມືອງທ່ອງທ່ຽວ, ຂໍ້ຕົກລົງວ່າດ້ວຍທຸລະກິດການທ່ອງທ່ຽວ ເພື່ອອໍານວຍຄວາມສະດວກ ແລະ ຕິດຕາມກວດກາ ການເຄື່ອນໄຫວຂອງ ການທ່ອງທ່ຽວ ແລະ ບັນດາຫົວໜ່ວຍທຸລະກິດ ການທ່ອງທ່ຽວທຸກປະເພດ ໃຫ້ຖືກຕ້ອງ.

ໃນໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນວ່າ: ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ວທ ຊຸດໃໝ່ນີ້, ຕ້ອງໃຫ້ປະກອບມີທັງ ຜູ້ເກົ່າ, ຜູ້ໃໝ່, ມີທັງຮຸ່ນອາ ວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ ແລະ ໃຫ້ມີເຜົ່າ ເພື່ອໃຫ້ສາມາດສືບທອດ ການນໍາພາ-ຊີ້ນໍາຕໍ່ໄປໄດ້ ເຊິ່ງພາຍ ຫລັງສຳເລັດການຄັດເລືອກແລ້ວ ຄະນະຊຸດໃໝ່ ຕ້ອງເອົາໃຈໃສ່ແບ່ງໜ້າທີ່ຄວາມຮັບຜິດຊອບ ໃຫ້ຊັດ ເຈນ, ຈະແຈ້ງແຕ່ຫົວທີ ເພື່ອໃຫ້ວຽກງານສາມາດດຳເນີນ ໄປຢ່າງສອດຄ່ອງຕາມພາລະບົດບາດ ຂອງແຕ່ລະສະຫາຍ ໂດຍສະເພາະ ການປຶກສາຫາລືຮ່ວມກັນ ເປັນເອກະພາບຮ່ວມກັນ ໃນການສ້າງແຜນ ການເຄື່ອນໄຫວການຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ (2026-2030) ໃຫ້ປະກົດຜົນເປັນຈິງ ເພື່ອບັນລຸຕາມຄາດໝາຍທີ່ກໍານົດໄວ້.

ກອງປະຊຸມຄັ້ງນີ້, ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານຊຸດໃໝ່ ເຊິ່ງກອງປະຊຸມຄັ້ງປະຖົມມະລືກ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ວທ ຊຸດໃໝ່ ສະໄໝທີ IX ໄດ້ພ້ອມກັນຮັບຮອງເອົາ ປະທານ, ຮອງປະທານ ແລະ ຄະນະ ທັງໝົດ 11 ສະຫາຍ. ໃນນັ້ນ, ສະຫາຍ ບ້ຽວ ໄຊຍະວົງ ເປັນປະທານຄະນະບໍລິຫານງານ ສະຫະພັນກໍາມະບານກະຊວງ ວທ, ສະຫາຍ ນາງ ລັດດາວັນ ດວງດາລາ ເປັນຮອງປະທານ, ທັງເປັນປະທານກວດກາ ຄະນະບໍລິຫານງານ ສະຫະພັນກໍາມະບານກະຊວງ ວທ.

ຂ່າວ: ກິດຕາ
ພາບ: ເກດສະໜາ
KPL